(vovworld)- ໃນສານທີ່ສົ່ງເຖິງສະພາແຫ່ງຊາດໃນຕອນທ່ຽງວັນທີ 12/12, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຊີ້ໃຫ້ເຫັນທັດສະນະລະອຽດ, ການກຳນົດທິດຢ່າງຈະແຈ້ງຂອງປະເທດລັດເຊຍກ່ຽວກັບຫລາຍບັນຫາຢູ່ພາຍໃນ ແລະ ສາກົນ ທີ່ກ່ຽວຂ້ອງເຖິງຜົນປະໂຫຍດຍຸດທະສາດຂອງສະຫະພັນລັດເຊຍ. ຖ້າຫາກການພົວພັນພາຍໃນ, ທ່ານ Putin ສຸມໃສ່ເຂົ້າໃນບັນດາແຜນການເພື່ອຟື້ນຟູປະເທດ, ໃນການພົວພັນກັບຕ່າງປະເທດ, ຜູ້ນຳລັດເຊຍພັດຢືນຢັນທັດສະນະສະເໝີຕົ້ນສະເຫມີປາຍກ່ຽວກັບການແກ້ໄຂບັນດາຈຸດເຄັ່ງຮ້ອນໃນໂລກຢ່າງຈະແຈ້ງ.
ທ່ານປະທານາທິບໍດີລັດເຊຍ Putin
photo:internet
|
ສານສະຫະລັດໂດຍທ່ານປະທານາທິບໍດີລັດເຊຍ Putin ອ່ານຕໍ່ຫນ້າບັນດາສະມາຊິກສະພາຕຳ່ລັດເຊຍ, ສະພາສູງລັດເຊຍ, ບັນດາສະມາຊິກລັດຖະບານ ແລະ ເຈົ້າຫນ້າທີ່ອື່ນຫລາຍທ່ານ. ນີ້ແມ່ນສານສະຫະລັດຄັ້ງທີ 20 ໃນປະຫວັດສາດລັດເຊຍ ຍຸກປະຈຸບັນ ແລະ ເປັນຄັ້ງທີ 10 ຂອງທ່ານປະທານາທິບໍດີລັດເຊຍ Putin.
ປັບປຸງຄວາມສາມັກຄີຊົນຊາດ, ຕ້ານການແຍກຕົວ, ແບ່ງແຍກປະເທດລັດເຊຍ
ຖ້າຫາກໃນສານສະຫະລັດປີກາຍນີ້, ທ່ານ Putin ສ້າງຄວາມສົນໃຈດ້ວຍການຖະແຫລງ ຫ້າມບັນດາເຈົ້າຫນ້າທີ່ລັດເຊຍກຳມະສິດບັນຊີຢູ່ທະນາຄານຕ່າງປະເທດ ສ່ວນໃນສານປີນີ້ ບັນຫາຊື່ງຜູ້ນຳລັດເຊຍສຸມໃສ່ນັ້ນແມ່ນເນັ້ນຫນັກເຖິງຄວາມສາມັກຄີທົ່ວທັງຊາດ.
ປະທານາທິບໍດີ Putin ຢືນຢັນຢ່າງຈະແຈ້ງວ່າ: ລັດເຊຍ ແມ່ນປະເທດມີຫລາຍຊົນເຜົ່າ ແຕ່ມີພື້ນຖານວັດທະນະທຳ ແລະ ພາສາດຽວ. ສະນັ້ນ ອຳນາດການປົກຄອງຖືການປັບປຸງກຸ່ມກ້ອນມະຫາສາມັກຄີເປັນສຳຄັນ ແຕ່ຕ້ານທຸກປະກົດການລັດທິຊາດນິຍົມຄັບແຄບ, ການແຍກຕົວ ແລະ ຈຳແນກເຊື້ອຊາດຜິວພັນ, ນາບຂູ່ແບ່ງແຍກປະເທດລັດເຊຍ. ລັດເຊຍບໍ່ມີເສັ້ນທາງໃດນອກເຫນືອການພັດທະນາສັງຄົມປະຊາທິປະໄຕ ບົນພື້ນຖານຄວາມຕ້ອງການຂອງສັງຄົມ ແລະ ໄດ້ຮັບການປັບປຸງດ້ວຍກົດໝາຍຂອງລັດເຊຍ, ຫາກບໍ່ແມ່ນບັນດາເງື່ອນໄຂທີ່ຈັດວາງຈາກພາຍນອກ. ລັດເຊຍ ພັດທະນາປະຊາທິປະໄຕໂດຍມີການຄວບຄຸມ, ສະຫນັບສະຫນູນຂໍ້ລິເລິ່ມຂອງປະຊາຊົນ, ເພີ່ມສຽງເວົ້າຕົວແທນຂອງບັນດາທ້ອງຖິ່ນໃນບັນດາອົງການນິຕິບັນຍັດ, ສ້າງເງື່ອນໄຂແກ້ງແຍ້ງດ້ານການເມືອງທີ່ປອດໄສ ແຕ່ຕ້ອງຖືຜົນປະໂຫຍດແຫ່ງຊາດ ແລະ ກຸ່ມກ້ອນສາມັກຄີເປັນຕົ້ນຕໍ, ຕ້ານທຸກປະກົດການສວຍໃຊ້ການແກ້ງແຍ້ງເພື່ອທຳລາຍກຸ່ມກ້ອນມະຫາສາມັກຄີທັງຊາດ, ນາບຂູ່ເຖິງການຄົງຕົວຂອງລັດເຊຍ.
ເສດຖະກິດເຕີບໂຕຢ່າງຊັກຊ້າຍ້ອນສະພາບການພາຍໃນປະເທດ
ຖ້າຫາກກ່ອນນີ້, ທ່ານ Putin ແລະ ເຈົ້າຫນ້າທີ່ລັດເຊຍຫລານທ່ານ ຖືວ່າ: ການເຕີບໂຕເສດຖະກິດລັດເຊຍ ຊັກຊ້າລົງ ຍ້ອນການກະທົບຂອງສະພາບການເສດຖະກິດສາກົນ, ເປັນຕົ້ນແມ່ນວິກິດການໃນພາກພື້ນທີ່ນຳໃຊ້ສະກຸນເງິນລວມເອີໂຣໃນສານສະຫະລັດ, ຜູ້ນຳຫນ້າລັດເຊຍພັດຖືວ່າ: ສາຍເຫດຕົ້ນຕໍບໍ່ແມ່ນຍ້ອນການກະທົບຈາກພາຍນອກ. ໃນສະພາບການນັ້ນ, ປະທານາທິບໍດີລັດເຊຍ ໄດ້ຮຽກຮ້ອງການປ່ຽນໃຫມ່ຮູບແບບເສດຖະກິດປະຈຸບັນທີ່ມີຢູ່ແລ້ວ ແລະ ຖືວ່າ ຄວາມເສລີດ້ານເສດຖະກິດ, ແມ່ນພື້ນຖານເສດຖະກິດການຕະຫລາດທັນສະໄຫມ ແຕ່ບໍ່ແມ່ນລັດທິທຶນນິຍົມແຫ່ງລັດ ດັ່ງນັ້ນມັນຈະແມ່ນແກ່ນສານຂອງຮູບແບບເຕີບໂຕໃຫມ່.
ລັດເຊຍ ຈະນຳຫນ້າໃນການປົກປ້ອງກົດໝາຍສາກົນ
ໃນຂົງເຂດການພົວພັນກັບຕ່າງປະເທດ, ປະທານາທິບໍດີລັດເຊຍ Putin ເນັ້ນຫນັກວ່າ: ລັດເຊຍບໍ່ມີເຈດຈຳນົງຈັດວາງເງື່ອນໄຂກັບບັນດາຄູ່ຮ່ວມມື ແລະ ຈະເດັດດ່ຽວຮັກສາບັນດາຫລັກການໃນການພົວພັນສາກົນ. ທ່ານ Putin ຕັກເຕືອນວ່າ ໃນຊຸມປີມໍ່ໆມານີ້, ທົ່ວໂລກໄດ້ເຫັນບັນດາຄວາມມານະພະຍາຍາມຈັດວາງໃຫ້ແກ່ບັນດາປະເທດອື່ນ“ຊື່ງແມ່ນຮູບແບບໄດ້ຮັບຖືວ່າມີຄວາມກ້າວຫນ້າກວ່າຂອງການພັດທະນາ”, ຊື່ງຄວາມມານະພະຍາຍາມນີ້ພຽງແຕ່ພາໄປເຖິງ “ການຊຸດໂຊມ, ປະທະກັນ”
ຕາມທ່ານ Putin ແລ້ວ, ດ້ວຍບົດບາດເປັນປະທານກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G 8) ປີ 2014 ແລະ ແມ່ນປະເທດເປັນເຈົ້າພາບຈັດກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຊັ້ນນຳຂອງໂລກ(BRICS) ປີ 2015, ລັດເຊຍ ພ້ອມແລ້ວທີ່ຈະເຮັດວຽກພ້ອມກັບບັນດາຄູ່ຮ່ວມມືເພື່ອຜົນປະໂຫຍດຄວາມໝັ້ນຄົງລວມ, ແກ້ໄຂບັນດາບັນຫາສາກົນທີ່ຮີບດ່ວນຄື: ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ, ຕ້ານການກໍ່ການຮ້າຍ ແລະ ຄ້າຂາຍຢາເສບຕິດ.
ທ່ານ Putin ກໍປະຕິເສດບັນດາຄຳເຫັນຖືວ່າ: ແຜນການບັງສາດລູກສອນໄຟຂອງເອີລົບ ພຽງແຕ່ເພື່ອຈຸດປະສົງປ້ອງກັນ. ຜູ້ນຳວັງ Kremlin ຖືວ່າ ແຜນການນີ້ແມ່ນມີຄວາມສາມາດບົ່ມຊ້ອນບຸກໂຈມຕີຍຸດທະສາດ ແລະ ກ່າວເຕືອນວ່າ ບໍ່ຜູ້ໃຜໄດ້ມີຄວາມຫວັງກ່ຽວກັບຄວາມສາມາດຍາດທ່າໄດ້ປຽບດ້ານການທະຫານສຳລັບລັດເຊຍ. ລັດຖະບານ ລັດເຊຍ ໄດ້ຈັດແບ່ງຈຳນວນເງິນກວ່າ 700 ຕື້ USD ເພື່ອພັດທະນາບັນດາກຳລັງປະກອບອາວຸດ ແລະ ຫັນອຸດສາຫະກຳປ້ອງກັນຊາດຮອດປີ 2020 ເປັນທັນສະໄຫມ.
ໃນບັນຫານິວເຄຼຍຂອງອີຣານ, ປະທານາທິບໍດີ Putin ຖືວ່າ: ຄວນສືບຕໍ່ຢືດໝັ້ນຊອກຫາມາດຕະການຍາວນານເພື່ອຮັບປະກັນສິດຂອງອີຣານໄດ້ພັດທະນາພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ຮັບປະກັນຄວາມປອດໄພໃຫ້ແກ່ທຸກປະເທດໃນພາກພື້ນ,ໃນນັ້ນ ມີ ອິດສະຣາແອນ.
ກ່ຽວກັບ ຢູແກຼນ, ປະທານາທິບໍດີ Putin ຢືນຢັນວ່າ: ໃນກໍລະນີ Kiev ມີຄວາມປາດຖະຫນາ, ລັດເຊຍ ຈະພ້ອມກັນປຶກສາຫາລືເລື່ອງປະເທດນີ້ເຂົ້າຮ່ວມສັນຍາຈຳນວນຫນຶ່ງໃນຂອບເຂດພັນທະມິດພາສີ, ສະແດງຄວາມເຊື່ອໝັ້ນວ່າ: ບັນດາໝາກຜົນທີ່ບັນລຸໄດ້ ໃນຕົວຈິງ ຂອງວິວັດການຮ່ວມສຳພັນ ອາຊີ - ເອີລົບ ຈະດຶງດູດຄວາມສົນໃຈຈາກບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນ ມີ ຢູແກຼນ.
ສານສະຫະລັດຂອງປະທານາທິບໍດີ ລັດເຊຍ V. Putin ປີນີ້ ໄດ້ຮັບການຕີລາຄາແມ່ນຮອບດ້ານ ແລະ ນຳມາເຊິ່ງບັນດາຈຸດພົ້ນເດັ່ນທີ່ເປັນຫນ້າສົນໃຈ. ດ້ວຍສານສະບັບນີ້, ຫາງສຽງເຫັນໄດ້ຢ່າງຈະແຈ້ງທັດສະນະຂອງວົງການນັກການເມືອງລັດເຊຍກ່ຽວກັບການກຳນົດທິດພັດທະນາປະເທດຊາດກໍຄືບົດບາດຂອງລັດເຊຍໃນຊີວິດດ້ານການເມືອ