ຫັນກົນໄກຮ່ວມມືເສດຖະກິດທົ່ວພາກພື້ນໃຫ້ປະກົດຜົນເປັນຈິງ


(vovworld)-ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ເພື່ອ​ຊຸກ​ຍູ້​ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ (AEC) ຫາກໍ່​ອັດ​ລົງ​ໃນ​ວັນ​ທີ 1/3 ພາຍ​ຫລັງປະ​ຊຸມ​ມາ​ເປັນ​ເວ​ລາ 3 ມື້ ຢູ່ ມ​າ​ເລ​ເຊຍ. ນະ​ທີ່ນີ້, ບັນ​ດາ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ໄດ້​ເຫັນ​ດີ​ນຳ​ກັນ ຫັນ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົ​ມ​ເສດ​ຖະ​ກິດ​ອາ​ຊຽນ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ພ້ອມ​ທັງ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ RCEP ໃນ​ທ້າຍ​ປີ 2015. ເປັນ​ຫນ້າ​ສົນ​ໃຈ, ໃນ​ຈຳ​ນວນບັນ​ດາ​ສະ​ມາ​ຊິກ ອາ​ຊຽນ, ປະ​ຈຸ​ບັນ ຫວຽດ​ນາມ ນອນ​ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ​ນຳ​ຫນ້າ​ກ່ຽວ​ກັບ​ການ​ສຳ​ເລັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ.

ຫັນກົນໄກຮ່ວມມືເສດຖະກິດທົ່ວພາກພື້ນໃຫ້ປະກົດຜົນເປັນຈິງ - ảnh 1
ບັນ​ດາ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ທີ່ກອງ​ປະ​ຊຸມ AEC
ພາບ:TTXVN

        ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ (AEC) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຈາກ​ຖະ​ແຫລງ​ການ​ “ວິ​ໄສ​ທັດ ອາ​ຊຽນ 2020” ຊື່ງ​ໄດ້​ຮັບ​ການ​ລົງ​ນາມ​​​ໃນປີ 1997, ເມື່ອ ອາ​ຊຽນ ສະ​ເຫລີມ​ສະ​ຫລອງ 30 ປີ​ແຫ່ງ​ການ​ສ້າງ​ຕັ້ງ. ຈຸດ​ໝາຍ​ຕົ້ນ​ຕໍ​ຂອງ AEC ແມ່ນ​ສ້າງ​ຕະ​ຫລາດ​ເປັນ​ເອ​ກະ​ພາບ​ໃນ​ທົ່ວ​ພາ​ກ​ພື້ນ ອາ​ຊຽນ ໃນ​ທ້າຍ​ປີ 2015, ໃນ​ນັ້ນ ສິນ​ຄ້າ, ບໍ​ລ​ິ​ການ, ເງິນ​ລົງ​ທຶນ ແລະ ແຮງ​ງານ​ສາ​ມາດ​ຍົກ​ຍ້າຍ​ຢ່າງ​ເສ​ລີ. ສຳ​ລັບ​ຫວຽດ​ນາມ, ຕາມ​ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ​ຫລາຍ​ທ່ານ​ແລ້ວ, ການ​ກະ​ທົບ​ພາຍ​ຫລັງ​ເຂົ້າ​ຮ່ວມ AEC ສາ​ມາດ​ຊ່ວຍ​ໃຫ້ GDP ຂ​ອງ​ຫວຽດ​ນາມ ເພີ່ມ​ຂຶ້ນຕື່ມ​ອີກ 3,5%.

        ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ, ເປັນ​ເຈົ້າ​ການ

        ປີ 2015 ໄດ້​ຮັບ​ຖື​ວ່າ ແມ່ນ​ປີ​ບານ​ພັບ​ສຳ​ລັບ​ກິດ​ຈະ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົ​ມ ອາ​ຊຽນ. ມາ​ຮອດ​ປະ​ຈຸ​ບັນ, ອາ​ຊຽນ ພວມ​ສຸ​ມ​ໃສ່​ຫັນ AEC ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ໃນ​ທ້າຍ​ປີ 2015 ດ້ວຍ​ປະ​ລິ​ມານ​ວຽກ​ງານ​ສຳ​ເລັດ​ເກືອບ 90%.

        ມາ​ຮອດ​ປະ​ຈຸ​ບັນ, ໃນ​ກ​ຸ່ມ ອາ​ຊຽນ, ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ຫນຶ່ງ​ໃນ 4 ປະ​ເທດ​ສະ​ມາ​ຊິກ ມີ​ອັດ​ຕາ​ສ່ວນ​ສຳ​ເລັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ​ວິ​ວັດ​ການ​ສັງ​ລວມ​ປະ​ຕິ​ບັດ AEC ດີ​ທີ່​ສຸດ. ຫວຽດ​ນາມ ໄດ້​ຫລຸດ​​ອັດ​ຕາ​ພາ​ສີນຳ​ເຂົ້າ​​ສິນ​ຄ້າກວ່າ 10.000 ປະ​ເພດ​ໃຫ້ລົງ​ຢູ່​ໃນ​ລະ​ດັບ 0-5%, ກວມ​ປະ​ມານ 98% ປະ​ເພດ​ພາ​ສີ​ໃນ​ຕາ​ຕະ​ລາງ​ອັດ​ຕາ​ພາ​ສີ.  ທ່ານ ເລ​ຈ້ຽວ​ຢູງ, ຮອງ​ຫົວ​ຫນ້າ​ກົມ​ນະ​ໂຍ​ບາຍ​ການ​ຄ້າ​ຫລາຍ​ຝ່າຍ, ສັງ​ກັດ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ການ​ເຂົ້າ​ຮ່ວມ​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ຂອງ​ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຜ່ານ​ຫລາຍ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ຫັນ​ການ​ຄ້າ​ເປັນ​ສະ​ດວກ, ໄດ້​ຮັບ​ການ​ປະ​ຕິ​ບັດ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ, ມີ​ຄຸນ​ປະ​ໂຫຍດ​ສຳ​ຄັນ ແລະ ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ. ຕົວ​ຢ່າງ​ຄື ກົນ​ໄກ​ພາ​ສີ​ປະ​ຕູ​ດຽວ. ປະ​ຈຸ​ບັນ ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ກົນ​ໄກ​ພາ​ສີ​ປະ​ຕູ​ດຽວ, ກ້າວ​ໄປ​ເຖິງ​ຜັນ​ຂະ​ຫຍາຍ​ກົນ​ໄກ​ພາ​ສີ​ປະ​ຕູ​ດຽວ​ຂອງ ອາ​ຊຽນ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂາ​ອອກ​ຂາ​ເຂົ້າ. ຫລື​ກົນ​ໄກ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ວິ​ສາ​ຫະ​ກິດ​​ຄື: ສ້າງ​ໃບ​ຢັ້ງ​ຢືນ​ຕົ້ນ​ກຳ​ເນີດ​ດ້ວຍ​ຕົນ​ເອງ. ເບິ່ງ​ລວມ​ແລ້ວ, ພວກ​ເຮົາ​ບັນ​ລຸ​ໄດ້ 90% ຄຳ​ມ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ໃນ​ອາ​ຊຽນ.”

        ຍາດ​ແຍ່ງ​ກາ​ລະ​ໂອ​ກາດ,ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ

        ມີ​ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ​ຫລາຍ​ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ: ເລື່ອງ​ຕັ້ງ​ຫນ້າ ແລະ ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ AEC ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ຫວຽດ​ນາມ. ນັ້​ນ​ແມ່ນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ວ່ອງ​ໄວ​ກວ່າ, ສ້າງວຽກ​ເຮັດ​ງານ​ທຳ​ຫລາຍກວ່າ, ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ແຮງກວ່າ ຫລື​ກຳ​ລັ​ກ​ຄວາມ​ສາ​ມາດ​ການ​ຜະ​ລິດ ແລະ ລັກ​ສະ​ນະ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຈະ​ດີກວ່າ. ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ກັບ​ອາ​ຊຽນ ເມື່ອ​ທຽບ​ໃສ່​ກັບ​ໂລກ ກໍ​ຄື​ແງ່​ຫວັງ​​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊຽນ, ເລື່ອງ​ສ້າງ​ຕັ້ງ AEC ຈະ​ຊ່ວຍ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ນ​ັບ​ມື້​ນັບ​ກຳ​ນົດ​ຢ່າງ​ຈະ​ແຈ້ງກວ່າ, ໝັ້ນ​ຄົງ​ກວ່າ ໃນ​ໂຄງ​ປະ​ກອບ​ລະ​ບົບ​ການ​ຜະ​ລິດ​ລວມ​ຂອງ​ພາກ​ພື້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ກັບ​ກາ​ລະ​ໂອ​ກາດ, ສິ່ງ​ທ້າ​ທາຍ ເມື່ອ​ເຂົ້າ​ຮ່ວມ AEC ຂອງ​ຫວຽດ​ນາມກໍ່​ບໍ່​ແມ່ນ​ຫນ້ອຍ. ກ່ອນ​ອື່ນ​ໝົດ​ແມ່ນ​ຄວາມ​ຜິດ​ໂຕນ​ກ່ຽວ​ກັບ​ລະ​ດັບ​ການ​ພັດ​ທະ​ນາ​ເມື່ອ​ທຽບ​ໃສ່ 6 ປະ​ເທດ ອາ​ຊຽນ ໃນ​ພາກ​ພື້ນ ແລະ ກຳ​ລັງ​ດັນ​ແກ້ງ​ແຍ້ງ​ເມື່ອ​ບັນ​ດາ​ປະ​ເທດ ອາ​ຊຽນ ຍົກ​ເລີກ​ຮົ້ວ​ກີດ​ຂວາງ​ດ້ານ​ພາ​ສີ ແລະ ປອດ​ພາ​ສີ. ທ່ານ ເລ​ຈ້ຽວ​ຢູງ, ຮອງ​ຫົວ​ຫນ້າ​ກົມ​ນະ​ໂຍ​ບາຍ​ດ້ານ​ການ​ຄ້າ​ຫລາຍ​ຝ່າຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ​້າ ຫວຽດ​ນາມ ໃຫ້​ຮູ້​ຕື່ມ​ອີກວ່າ:

        “ພວກ​ເຮົາ​ພວມ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ, ເປັນ​ເຈົ້າ​ການ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ວິ​ວັດ​ການ​ດັ່ງ​ກ່າວ ສິ່ງ​ທ້າ​ທາຍ​ໃຫຍ່​ສຸດ​ແມ່ນ​ວິ​ວັດ​ການ​ແກ້​ງ​ແຍ້ງ, ເມື​່ອ​ເປີດ​ປະ​ຕູ​ສິນ​ຄ້າ​ບໍ​ລິ​ການ​ເສ​ລີ, ວິ​ສາ​ຫະ​ກິດ​ຕ້ອງ​ແກ້ງ​ແຍ້ງ​ຢ່າງ​ແຮງກວ່າ. ນີ້​ແມ່ນວິ​ວັດ​ທະ​ນາ​ການ, ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ບໍ່​ແມ່ນ​ຮອດ​ປີ 2015 ຈຶ່ງ​ຍົກ​ອອກ​ມາ ຊື່ງ​ອົງ​ກາ​ນ​ຄຸ້ມ​ຄອງ​ໄດ້​ມີ​ວິ​ວັດ​ທະ​ນາ​ການ​ແລ້ວ. ອົງ​ກາ​ນ​ຄຸ້ມ​ຄອ​ງ​ລັດ ຄວນ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ດວກ. ກ່ຽວ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ຕ້ອງ​ຊ​ອກ​ຮູ້, ຄົ້ນ​ຄ້​ວາ ເພື່ອ​ມີ​ຍຸດ​ທະ​ສາດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ ແລະ ເໝາະ​ສົມ, ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ນຳ​ມາ​ໃຫ້.”

        ມານ​ພະ​ຍາ​ຍາມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ພາກ​ພື້ນ

        ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ມີ​ການ​ກະ​ກຽມ​ນັບ​ທັງ​​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ ແລະ ວິ​ສາ​ຫະ​ກິດ ເພື່ອ​ເຂົ້າ​ຮ່ວມ AEC ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ ຫງວຽນ​ເກີມ​ຕູ, ລັດ​ຖະ​ມົນ​ຕີ​ຊ່ວຍວ​່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຢືນ​ຢັນ​ວ່າ:

        “ທີ​ຫນຶ່ງ, ພວກ​ເຮົາ​ມາ​ນະ​ພະ​ຍາ​ຍາມ ແລະ ສຳ​ເລັດ​ບັນ​ດາ​ມາດ​ຕະ​ການ​ທີ່​ໄດ້​ຍົກ​ອອກ​ໃນ​ແຜນ​ການ​ສັງ​ລວມ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທີ​ສອງ ພວກ​ເຮົາ ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ ອາ​ຊຽນ, ຄຳ​ໝັ້ນ​ສັນ​ຍາ​ໃນ​ອົງ​ການ​ການ​ຄ້າ​ໂລກ ແລະ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ​ໂຄງ​ປະ​ກອບ​ເຊື່ອມ​ໂຍງ​ອື່ນເປັນ​ຢ່າງ​ດີ. ນີ້​ຈະ​ແມ່ນ​ບາດ​ກ້າວ​ຊຸກ​ຍູ້​ຢ່າງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຂອງ​ປະ​ເທດ​ຊາດ. ຜ່ານນັ້​ນ ຫວຽດ​ນາມ ມີ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ, ສືບ​ຕໍ່​ເຊື່ອມ​ໂຍງ​ຢ່າງ ເລິກເຊິ່ງ ​ກວ້າງ​ຂວາງເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ​ສຳ​ເລັດ​ຜົນ.”

        ໂດ​ຍ​ຮັບ​ຮູ້​ໄດ້​ບັນ​ດາ​ກາ​ລະ​ໂອ​ກາດ​ກໍ​ຄື​ສິ່ງ​ທ້າ​ທາຍ ຊ່ວຍ​ໃຫ້​ຫວຽດ​ນາມ ກຳ​ນົດ​ຍຸດ​ທະ​ສາດ​ຢ່າງ​ຈະ​ແຈ້ງ, ເຂົ້າ​ຮ່ວມ​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າກວ່າ, ຮັບ​ມື​ຢ່າງ​​ມີໄຫວ​ພິບ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ເຂົ້າ​ໃນ​ວິ​ວັດ​ການ​ສ້າງ​ຕັ້ງ AEC. ປີ 2015 ແນ່ນອນ​ວ່າ​ເປັນ​ຂີດ​ໝາຍ​ແຫ່ງ​ບາດ​ກ້າວ​ພັດ​ທະ​ນາ​ໃຫມ່​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ ອາ​ຊຽນ ຂອງ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ