ຫັນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດໃຫ້ປະກົດຜົນເປັນຈິງ

(vovworld) – ​​ໂດຍ​ສືບ​ຕໍ່​ການຢ້ຽມຢາມ, ແລະ ເຮັດວຽກຢູ່ສະຫະພາບ ເອລົບ (EU) ແລະ ບາງປະເທດຢູ່ເອີລົບຕາເວັນຕົກ, ວັນທີ 22/1, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນ​ຟູ່ຈ້ອງ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ລາຊະ​ອານາຈັກ​ອັງກິດ ​ແລະ ອາຍ​ແລນ​ເໜືອ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ລັດຖະບານ​ອັງກິດ​​ ເຊື້ອ​ເຊີນ​ເລຂາທິການ​ໃຫຍ່​ຂອງ​ພັກ​ການ​ເມືອງ​ຕ່າງປະ​ເທດ​ມາ​ຢ້ຽມຢາມອັງກິດ​ ຢ່າງ​ເປັນ​ທາງ​ການ. ດ້ວຍ​ທີ່​ຕັ້ງບົດບາດ​ຂອງອັງກິດ​ ໃນ EU ​ແລະ ຢູ່​ໃນ​ໂລກ, ການ​ຢ້ຽມຢາມ​ຂອງ​ທ່ານເລຂາທິການໃຫຍ່ ຫງວຽນ​ຟູ່ຈ້ອງ ຄັ້ງ​ນີ້ ຈະ​ຊຸກຍູ້​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ຫວຽດນາມ ​ແລະ ລາຊະ​ອານາຈັກ​ອັງກິດ, ຫັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ສອງ​ປະ​ເທດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ຫັນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດໃຫ້ປະກົດຜົນເປັນຈິງ - ảnh 1

ທ່ານເລຂາທິການໃຫຍ່ ຫງວຽນ​ຟູ່ຈ້ອງ

(ພາບ :ອິນເຕີແນດ)

ຫວຽດນາມ ​ແລະ ອັງກິດ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ນັບ​ແຕ່​ວັນ​ທີ 11/9/1973. ​ໃນ EU, ອັງກິດ​ ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​​ເສດຖະກິດ - ການ​ຄ້າ - ການ​ລົງທຶນກັບ​ຫວຽດນາມ ພັດທະນາ​ທີ່​ສຸດ. ຍາມ​ໃດ​ອັງກິດ​ ກໍ່​ບຸລິ​ມາ​ສິດ​​ແກ່​ການ​ສະໜອງ​ທຶນ ODA ​ໃຫ້​ຫວຽດນາມ, ທັງ​ແມ່ນ​ປະ​ເທດ​ອຸປະຖຳ​ສອງ​ຝ່າຍ​ທຳ​ອິດ​ຢູ່​ໃນ​ໂລກ​ ທີ່​ໃຫ້​ຄຳ​ໝັ້ນ​ສັນຍາ​ສະຫງວນ​ທຶນ ODA ​ໃຫ້​ແກ່​ຫວຽດນາມ​ ເຖິງ​ປີ 2015, ​ໂດຍ​ສຸມ​ໃສ່​ບັນດາ​ຂົງ​ເຂດ​ເຊິ່ງຫວຽດນາມ​ມີ​ຄວາມ​ຕ້ອງການ​ຄື: ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ສຶກສາ​ບຳລຸງ​ສ້າງ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ​ເດືອນ 9/2010, ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ ​ແລະ ​ໃນ 3 ປີ ຜ່ານ​ມາ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ​ ໂດຍ​ຜ່ານ​ບັນດາ​ກົນ​ໄກ​ຄູ່​ເຈລະຈາ​ຍຸດ​ທະ​ສາດ ​ແລະ ຄະນະ​ກຳມະການ​ປະສົມ​ທາງ​ດ້ານ​​ເສດຖະກິດ - ການ​ຄ້າ, ກໍ່ສ້າງ ​ແລະ ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ປະຈຳ​ປີ. ສອງ​ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ ​ເພີ່ມ​ທະວີ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ມີ​ການ​ພົບ​ປະ​ເປັນ​ປະຈຳ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ; ຍູ້​ແຮງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​​ໄສຫຼາຍ​ຝ່າຍ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ໃຫຍ່, ພິ​ເສດ​ແມ່ນ​ສະຫະ​ປະຊາ​ຊາດ, ​ເວທີ​ປາ​ໄສ​ຮ່ວມ​ມື​ອາຊີ - ​ເອີ​ລົບ (asem).

​ໃນ​ຍຸດ​ທະ​ສາດ​ຫັນ​ຈຸດ​ສຸມ​ໄປ​ສູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຍາມ​ໃດ​ອັງກິດ​ ກໍ່​ຖື​ຫວຽດນາມ​ ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ. ຍ້ອນ​ເຫດ​ນັ້ນ, ​ເດືອນ 4/2012, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ William Hague ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ໃນ​ໄລຍະ 17 ປີຜ່ານມາ ທີ່​ມີ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ​ ມາ​ຢ້ຽມຢາມ​ຫວຽດນາມ. ກ່າວ​ຄວາມ​​ເຫັນ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ William Hague ຢືນຢັນ​ວ່າ: ”ຫວຽດນາມ​ ແມ່ນ​ປະ​ເທດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ ທັງ​ແມ່ນ​ເພື່ອນ​ທີ່​ມີ​ຄວາມ​ສຳຄັນ​ຂອງ​ອັງກິດ​ ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້” ​ແຈ້ງ​ການ​ໜັງສືພິມ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອັງກິດ​ໃນ​ໂອກາດ​ນີ້​ກໍ່​ໄດ້​ຂຽນ​ວ່າ: ”ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ເຊິ່ງທັງ​ສອງ​ຝ່າຍ​ໄດ້​ລົງ​ນາມ​ເມື່ອ​ປີ 2010 ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຂອງ​ອັງກິດ ​ທີ່​ຮ່ວມ​ມືສອງ​ຝ່າຍ​ກັບ​ຫວຽດນາມ​, ​ເພາະວ່າ​ຫວຽດນາມ ນັບ​ມື້​ນັບ​ມີ​ບົດບາດ​ສຳຄັນ​ຢູ່​ໃນ​ໂລກ”. ດັ່ງ​ນັ້ນ, ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຖິງ​ອັງກິດ​ໃນ​ຄັ້ງ​ນີ້​ ຈະ​ເປັນ​ຂີດ​ໝາຍ​ສຳຄັນ​ເພື່ອ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່. ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້. ທ່ານ​ເອກ​ອັກຄະ​ລັດຖະທູດ​ອັງກິດ​ ປະຈຳ​ຫວຽດນາມ Antony Stokes, ​ໄດ້​ຢືນຢັນ​ວ່າ:

”ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ແມ່ນ​ແຂກ​ຜູ້​ມີ​ກຽດ​ຂອງລັດຖະບານ​ອັງກິດ. ດັ່ງ​ນັ້ນ​ນີ້​ບໍ່​ແມ່ນ​ການ​ປ້ຽມຢາມ​ລະຫວ່າງ​ສອງ​ພັກ, ຫາກ​ແມ່ນ​ການ​ຢ້ຽມຢາມ​ທາງ​ການຂອງ​ການ​ນຳ​ຂັ້ນສູງ​ສຸດ. ພວກ​ຂ້າພະ​ເຈົ້າ​ພວມ​ວາງ​ແຜນການ​ທີ່​ສຳຄັນ​ຕ່າງໆ​ໃນ​ປີ 2013. ທ້າ​ຍເດືອນ 1 ນີ້. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອັງກິດ Astor ຈະ​ມາ​ຢ້ຽມຢາມ​ຫວຽດນາມ. ນີ້​ແມ່ນ​ເທື່ອ​ທຳ​ອິດ​​ທີ່​ມີ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອັງກິດ ​ມາ​ຢ້ຽມຢາມ​ຫວຽດນາມ​ ໃນໄລຍະ 40 ປີ ​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ”.

ຫັນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດໃຫ້ປະກົດຜົນເປັນຈິງ - ảnh 2

ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ນມິນ ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​ອັງກິດ​ ປະຈຳ​ຫວຽດນາມ Antony Stokes ອວຍພອນຜົນສຳເລັດຂອງສາຍພົວພັນຫວຽດນາມ - ອັງກິດ

(ພາບ :ອິນເຕີແນດ)

​ໃນ​ລາຍການ​ເຮັດ​ວຽກ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້, ນອກຈາກ​ການ​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຄ້າ, ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ພ້ອມ​ກັບ​ການ​ນຳ​ອັງກິດ ຍັງ​ປຶກສາ​ຫາ​ລີ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄູ່​ຮ່ວມ​ມື​ພາກ​ລັດ - ພາກ​ເອກະ​ຊົນ, ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນການ​ກໍ່ສ້າງ​ມະຫາວິທະຍາ​ໄລ​ສາກົນ​ຢູ່ ດ່າ​ນັ້ງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ກ່ຽວ​ກັບ​ການ​ປ້ອງ​ກັນ​ປະ​ເທດ, ສອງ​ຝ່າຍ​ປຶກສາ​ຫາລືວິທີ​ການ​ຊຸກຍູ້​ການ​ຮ່ວມ​ມື​ໃນ 3 ຂົງ​ເຂດ: ທີ່​ໜຶ່ງ​ແມ່ນ​ຜ່ານ​ການ​ເຈລະຈາ​ຢ່າງ​ເປັນ​ທາງ​ການ, ທີ​ສອງ​ແມ່ນ​ຊື້​ຂາຍ​ອາວຸດ, ທີ​ສາມ​ແມ່ນ​ຮ່ວມ​ມື​ຜ່ານ​ບັນດາ​ສະພາ​ມະຫາບັນດິດ, ການ​ຄົ້ນ​ຄ້ວາ… ທ່ານ​ເອກ​ອັກຄະ​ລັດຖະທູດ​ອັງກິດ ​ປະຈຳ​ຫວຽດນາມ Antony Stokes, ​ໃຫ້​ຮູ້​ວ່າ:

”ການ​ຢ້ຽມຢາມ​ອັງກິດ​ເປັນ​ຂີດ​ໝາຍ​ໄລຍະ​ທາງ 20 ປີ ​ແຫ່ງ​ການ​ພົວພັນ​ລະຫວ່າງ​ອັງກິດ ​ແລະ ຫວຽດນາມ, 20 ປີ ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ອັງກິດ​ ຢູ່​ຫວຽດນາມ ​ແລະ 20 ປີ ທີ່​ກະຊວງ​ພັດທະນາ​ສາກົນ​ອັງກິດ ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ໃຫ້​ແກ່​ຫວຽດນາມ ​ແລະ 3 ປີ ​ແຫ່ງ​ການ​ປະຕິບັດ​ສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະຫວ່າງ​ສອງ​ປະ​ເທດ. ປີ​ນີ້​ແມ່ນ​ປີ​ທີ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ໃນ​ທຸກ​ຂົງ​ເຂດ ​ແລະ ກ້າວ​ເຂົ້າ​ສູ່​ໄລຍະ​ຮ່ວມ​ມື​ໃໝ່ທີ່​ມີຄວາມ​ໝາຍ ​ແລະ ​ເລິກ​ເຊິ່ງກວ່າຢ່າງ​ແນ່ນອນ”

ການ​ຢ້ຽມຢາມ​ລາຊະ​ອານາຈັກ​ອັງກິດ ​ແລະ ອາຍ​ແລນ​ເໜືອ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ ຢ່າງ​ຄົບ​ຊຸດ ​ແລະ ຮອບດ້ານ. ການ​ຢ້ຽມຢາມ​ຈະ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອັງກິດ, ຊຸກຍູ້ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ອັງກິດ - ​ເຊິ່ງ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຂອງ EU ​ໃນ​ສະພາບ​ການ​ໃໝ່

ຕອບກັບ

ຂ່າວ/ບົດ​ອື່ນ