ຫນ້າທີ່ການທູດໃຫມ່ຂອງ ຫວຽດນາມ ຢູ່ ອາຊຽນ ໃນປີ 2013

(vovworld) - ກາ​ນຮ່ວມ​ມືອາ​ຊຽນ ຍາມ​​ໃດ​ກໍ​ໄດ້​ຮັບ​ການ​ກຳນົດ​ວ່າ​ມີ​ຄວາມ​ໝາຍສຳຄັນ​ດ້ານ​ຍຸດ​ທະ​ສາດ​ສຳລັບ​ຄວາມ​ໝັ້ນຄົງ ​ແລະ ການພັດທະນາ​ຂອງ ຫວຽດນາມ. ປີ 2013, ໂດຍສືບ​ຕໍ່​ຜັນ​ຂະຫຍາ​ຍ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​, ຫວຽດນາມ ​ໄດ້ກຳນົດ​ຫນ້າ​ທີ່​ຈຸດ​ສຸມ ນັ້ນ​ແມ່ນ ນຳ​ການ​ພົວພັນ​ຂອງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ, ​ເພີ່ມ​ທະວີ​ບົດບາດ, ທີ່​ຕັ້ງ​ຂອງ ຫວຽດນາມ ​ໃນ​ເວທີ​ສາກົນ ຜ່ານ​ການ​ເຊື່ອມ​ໂຍງຢ່າງຕັ້ງຫນ້າ​ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ, ​ໃນ​ນັ້ນ ມີ​ອາ​ຊຽນ.

ຫນ້າທີ່ການທູດໃຫມ່ຂອງ ຫວຽດນາມ ຢູ່ ອາຊຽນ ໃນປີ 2013 - ảnh 1

        ​ໃນ​ໄລຍະ​ເກື​ອບ 18 ປີີ​ທີ່ເປັນ​ສະມາຊິກ​ຂອງ ອາ​ຊຽນ, ຍາມ​ໃດ ຫວຽດນາມ ກໍ​ກຳນົດ​ວ່າ ການ​ຮ່ວມ​ມື​​ໃນອາ​ຊຽນ ​ແມ່ນ​ພາກສ່ວນ​ຫນຶ່ງ​ທີ່​ສຳຄັນ​ໃນ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ ຫວຽດນາມ. ​ໄລຍະ​ປະຈຸ​ບັນ, ການ​ຮ່ວມ​ມື​ໃນ​ອາ​ຊຽນ ນັບ​ມື້​ນັບ​ມີ​ຄວາມ​ຈຳ​ເປັນ ​ເມື່ອ​ຫວຽດນາມ ພວມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ທີ່ນັບ​ມື້​ນັບ​​ເລິກ​ເຊິ່ງ ​ແລະ ກວ້າງຂວາງ. ​ເອກະສານ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 11 ຂອງ​ພັກກອມ​ມູນິດ ຫວຽດນາມ ​ໄດ້​ຢືນຢັນ​ວ່າ: ຫວຽດນາມ ຈະ​​ເປັນ​ເຈົ້າ​ການ,​ ຕັ້ງຫນ້າ ​ແລະ ມີ​ຄວາມ​ຮັບຜິດຊອບ ພ້ອມ​ກັບ​ບັນດາ​ປະ​ເທດ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃຫ້ໝັ້ນ​ຄົງ​ເຂັ້ມ​ແຂງ. ຫວຽດນາມ ​ໄດ້ ​ແລະ ກຳ​ລັງປະກອບສ່ວນ​ຢ່າງຕັ້ງຫນ້າ​ ​ເພື່ອສ້າງ ອາ​ຊຽນ​ໃຫ້​ເປັນ​ອົງ​ການ​ຮ່ວມ​ສຳພັນ​ຢ່າງ​ແຫນ້ນ​ແຟ້ນ, ສາມັກ​ຄີ, ​​ໝັ້ນ​ຄົງເຂັ້ມ​ແຂງ, ນັບ​ມື້​ນັບ​ມີ​ບົດບາດ ​ແລະ ທີ່​ຕັ້ງ​ສຳຄັນ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ, ພ້ອມ​ກັນ​ສູ້​ຊົນ​ເພື່ອ​ບັນດາ​ຈຸດໝາຍ​ລວມ ນັ້ນ​ແມ່ນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາຢ່າງ​ວັດ​ທະນາ​ຖາວອນ.” ດ້ວຍ​ເນື້ອ​ໃນ​ຈິດ​ໃຈ​ດັ່ງກ່າວ, ປີ 2012 ຫວຽດນາມ ​ໄດ້​ຕັ້ງຫນ້າ​ປະກອບ​ບັນດາ​ບັນຫາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ລວມຂອງ ອາ​ຊຽນ ​ແລະ ຫວຽດນາມ ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ຕັ້ງຫນ້າ​ຊຸກຍູ້​ວິວັດ​ການ​ສ້າງ​ປະຊາ​ຄົມ. ​ໃນປີຜ່ານມາ, ຫວຽດນາມ ​ໄດ້​ສຳ​ເລັດ​ບົດບາດ​ເປັນ​ປະ​ເທດ​ປະສານ​ງານໃນ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ ຈີນ ​ໄລ​ຍະ 2009 -2012. ທ່ານ ຫງວຽນ​ຕຽນ​ມີນ, ຫົວຫນ້າ​ກົມ​ອາ​ຊຽນ, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ຫວຽດນາມ ​ໄດ້​ປະຕິບັດ​ບົດບາດປະສານ​ງານ​ດີ​ທີ່​ສຸດ​ເພື່ອ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ໃຫ​້ສືບ​ຕໍ່​ພັດທະນາ. ສຳລັບ ອາ​ຊຽນ, ຈີນ ​ແມ່ນ​ປະ​ເທດ​ຄູ່​ເຈລະຈາ​ຍຸດ​ທະ​ສາດ​ສຳຄັນ, ສະ​ນັ້ນ ​ໃນ​ບັນຫາ​​ເຈລະຈາ ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ເຊິ່ງ​ແມ່ນ​ບັນຫາ​ທີ່​ສັບສົນ, ທັງ​ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ ຫວຽດນາມ ​ໃນ​ຂະນະ​​ເປັນ​ປະ​ເທດຕາງຫນ້າ​ໃຫ​​້ອາ​ຊຽນຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ ອາ​ຊຽນ - ຈີນ. ​ແລະ ພວກ​ເຮົາ​ໄດ້​ປະສົບ​ຜົນສຳ​ເລັດ​ເມື່ອ​ເດືອນ 7/2012, ຈີນ ພ້ອມ​ກັບ​ອາ​ຊຽນ ປຶກສາ​ຫາລື​ຫລາຍ​ບັນຫາ​​ທີ່ກ່ຽວຂ້ອງ​ເຖິງ​ການ​ປະຕິບັດ DOC ຢູ່​ໃນ​ພາກ​ພື້ນ, ກ້າວ​ໄປ​ເຖິງ​ການ​ເຈລະຈາ​ກ່ຽວ​ກັບ COC”

         ​ໄລຍະ​ຕົ້ນ​ປີ 2013, ທ່ານ ​ເລ​ເລືອ​ງມີນ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​​ເປັນ​ກຽດ​ໄດ້​ຮັບ​ຫນ້າ​ທີ່​ເປັນ​ເລຂາທິການ​ໃຫຍ່ ອາ​ຊຽນ ອາຍຸ​ການ 2013 - 2018. ​ໃນ​ຈຸດ​ເວລາ​ທີ່​ອາ​ຊຽນ ພວມ​​​ປະ​ສົບ​ກັບ​ການ​ທົດ​ສອບເພື່ອເປັນ​ເອກະ​ພາບ​ກ່ຽວ​ກັບ​ບາງ​ບັນຫາ​ສຳຄັນ​ໃນ​ພາກ​ພື້ນ, ​ເຮັດ​ແນວ​ໃດ​ສືບ​ຕໍ່​ຮັກສາ​ຈິດ​ໃຈສາມັກ​ຄີ​ໃນ​ອາຊຽນ, ​ສ້າງ​ຄວາມດຸນ​ດຽງທາງ​ດ້ານ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ​ສະມາຊິກ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຢູ່​ນອກ​ພາກ​ພື້ນ, ຊຸກຍູ້​ວິວັດ​ການ​ສ້າງ​ປະຊາ​ຄົມ​​ໃຫ້​ຖືກ​ຕາມ​ກຳນົດ​ເວລາ​ທີ່​ວາງ​ອອກ​, ນັ້ນ​ແມ່ນ​ບັນດາ​ສິ່ງ​ທ້າ​ທາຍ​ໃຫຍ່, ຮຽກຮ້ອງ​​ໃຫ້ມີຄວາມ​ມານະ​ພະຍາຍາມ​ບໍ່​ພຽງ​ແຕ່​ສຳລັບທ່ານ​ເລ​ຂາທິການ​ໃຫຍ່​ອາ​ຊຽນ​ເທົ່າ​ນັ້ນ ຫາກ​ທັງ​ຂະ​ແຫນງ​ການ​ທູດ ຫວຽດນາມ ອີກ​ດ້ວຍ​. ທ່ານ​ເລຂາທິການ​ໃຫຍ່ ​ເລ​ເລືອ​ງມີນ ຊີ້​ແຈງ​ວ່າ:

        “ອາ​ຊຽນ ຕ້ອງ​ມີ​ສະພາບ​​ແວດ​ລ້ອມ​​ແຫ່ງ​ສັນຕິພາບ,​ ສະຖຽນ​ລະ​ພາບ ​ແລະ ​ເລຂາທິການ​ໃຫຍ່​ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ຊຸກຍູ້​ການ​ສ້າງ​ຕັ້ງ, ປະຕິບັດ​ບັນດາ​ມາດຖານ​ກ່ຽວ​ກັບ​ການ​ປະ​ພຶດ. ​ໃນ​ສະພາບ​ການ​ພາກ​ພື້ນພວມ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ​ທີ່​ກ່ຽວຂ້ອງ​ເຖິງການ​ພິພາດ​ອະທິປະ​ໄຕ​ຢູ່ ທະ​ເລ​ຕາ​ເວັນ​ອອກ, ເລື່ອງຮັບປະກັນ​ເຄົາລົບ​​ການປະຕິບັດ​ຖະ​ແຫລ​ງການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່ ທະ​ເລ​ຕາ​ເວັນ​ອອກ (DOC) ກໍ​ຄື​ກ້າວ​ໄປ​ເຖິງ​ການ​ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ແມ່ນ​ສຳຄັນ​ທີ່​ສຸດ. ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ລົບ​ລ້າງ​ໄພ​ຂາດ​ຄວາມ​ສະຖຽນ​ລະ​ພາບນັ້ນ, ເລື່ອງຮັບປະກັນ​ປະຕິບັດ​ສົນທິສັນຍາ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້​ປອດ​ອາວຸດ​ນິວ​ເຄຼຍ ກໍ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ.”

ຫນ້າທີ່ການທູດໃຫມ່ຂອງ ຫວຽດນາມ ຢູ່ ອາຊຽນ ໃນປີ 2013 - ảnh 2
ທ່ານ​ເລ​ເລືອ​ງມິນ ​ເລຂາທິການ​ໃຫຍ່ ອາ​ຊຽນ
ພາບ:internet

        ທິດ​ນຳ ​ແລະ ຈຸດປະສົງ​ເຂົ້າ​ຮ່ວມ​ ອາ​ຊຽນ ຂອງ ຫວຽດນາມ​ໃນ​ປີ 2013 ​ແມ່ນ​ຕັ້ງຫນ້າ, ​ເປັນ​ເຈົ້າ​ການ ​ແລະ ມີ​ຄວາມ​ຮັບຜິດຊອບ, ຕິດ​ພັນ​ກັບ​ບັນດາ​ໂຄງການ​ດຳ​ເນີນ​ງານ​ຂອງ ອາ​ຊຽນ ຮັບ​ໃຊ້​ໂຄງການ​ດຳ​ເນີນ​ງານ, ​ເປົ້າ​ໝາຍ​ແຫ່ງ​ຊາດ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ຮັບຮອງ​ເອົາ​ໂຄງການ​ດຳ​ເນີນ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ເລື່ອງ ຫວຽດນາມ ​ເຂົ້າ​ຮ່ວມ​ອາ​ຊຽນຮອດ​ປີ 2015. ທ່ານ​ນາຍົກລັດຖະມົນຕີ​ໄດ້​ປະກາດ​ໃຊ້​ລະບຽບ​ການເຮັດ​ວຽກ ​ແລະ ​ການ​ສົມທົບ​​ກັນເຄື່ອນ​ໄຫວ​ລະຫວ່າງ​ບັນດາ​ອົງການ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື ອາ​ຊຽນ ຂອງ ຫວຽດນາມ ​ໃນ​​ໄລຍະ​ພັດທະນາ​ໃຫມ່​ຂອງ ອາ​ຊຽນ ພາຍຫລັງ​ສ້າງກົດ​​ບັດ ກ່ຽວ​ກັບ​ຫນ້າ​ທີ່​ລະອຽດ​ໃນ​ປີ 2012, ທ່ານ ຫງວຽນ​ຕຽນ​ມີນ ຫົວຫນ້າ​ກົມ​ອາ​ຊຽນ, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ເຮັດ​ແນວ​ໃດ​ເພື່ອ​ປັບປຸງ​ຄວາມ​ສາມັກ​ຄີ, ສົມທົບ​ຫລັກ​ໝັ້ນ​ລວມຂອງ ອາ​ຊຽນ ​ໃນ​ບັນຫາ​ພາກ​ພື້ນ, ສາກົນ, ຮັກສາ​ບົດບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ.​ ນີ້​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ ​ແລະ ມີ​ການທ້າ​ທາຍ​ຫລາຍ​ຢ່າງ. ຫວຽດນາມ ຈະ​ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ຊຸກຍູ້​ວິວັດ​ການ​ຮ່ວມ​ສຳພັນ, ສ້າງ​ປະຊາ​ຄົມ, ​ເພີ່​ມທະວີ​ການ​ເຊື່ອມ​ຕໍ່, ບັນຫາ​ພື້ນຖານ​ໂຄງລ່າງ, ມະນຸດ​ກັບ​ມະນຸດ, ລະບອບ.... ​ຫວຽດນາມ ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ລະ​ຫວ່າງ​ບັນດາ​ກະຊວງ,​ ຂະ​ແຫນງ​ການ​​ໃນ​ເລື່ອງເພີ່ມ​ທະວີ​ການຊຸກຍູ້​ໃນ​ອາຊຽນ ​ເພື່ອ​ໃຫ້ການ​ເຂົ້າ​ຮ່ວມ​ອາ​ຊຽນຄົບ​ຊຸດ​.”

        ປີ 2013 ​ແມ່ນ​ປີ​ບານພັບ​ປະຕິບັດ​ວິວັດທະນາ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ. ພາຍຫລັງ​ປີ​ຫນຶ່ງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ນາໆ​ປະການ, ບັນດາ​ປະ​ເທດ ອາ​ຊຽນ ລ້ວນ​ແຕ່​ເຫັນ​ໄດ້​ວ່າ ຕ້ອງ​ຟື້ນ​ຟູ​ຄວາມ​ສາມັກ​ຄີ ຄວາມ​ເຫັນ​ດີ​​​ເຫັນ​ພ້ອມໃນ​ອາ​ຊຽນ ​ເພື່ອ​ປະຕິບັດ​ຈຸດ​ໝາຍ​ລວມນີ້. ຫວຽດນາມ ພວມ​ມານະ​ພະຍາຍາມ,​ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ບັນດາ​ປະ​ເທດ​ອື່ນ​ໃນ​ກຸ່​ມ ອາ​ຊຽນ ​ເພື່ອ​ເຮັດ​ໃຫ້​ກຸ່ມ ອາ​ຊຽນ ກາຍ​ເປັນ​ອົງການ​ທີ່ໝັ້ນ​ຄົງ​ເຂັ້ມ​ແຂງ, ມີ​ທີ່​ຕັ້ງນັບ​ມື້​ນັບ​ສຳຄັນ​ຢູ່​ພາກ​ພື້ນ ​ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ