ໂດຍຮັບຄຳເຊີນຂອງທ່ານ Thein Sein ປະທານາທິບໍດີ ມ້ຽນມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ໋ງ ແລະ ພັນລະຍາ ໄດ້ເດີນທາງຢ້ຽມຢາມ ມ້ຽນມາຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະເທດ ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ຄັ້ງທີ 4 (GMS -4) ນັບແຕ່ວັນທີ 19 ເຖິງວັນທີ 21/12. ໃນການຢ້ຽມຢາມຄັ້ງນີ້ ຫວຽດນາມ ປາດຖະຫນາຢາກຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດກັບ ມ້ຽນມາ ກໍຄື ຫວຽດນາມ ຖືເປັນສຳຄັນ ແລະ ຕັ້ງຫນ້າເຂົ້າຮ່ວມກົນໄກການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ.
ຫວຽດນາມ ແລະ ມ້ຽນມາສ້າງສາຍພົວພັນທາງການທູດນຳກັນນັບແຕ່ເດືອນ 5/1975 ແລະ ປີ 2010 ສອງປະເທດໄດ້ສະເຫລີມສະຫລອງ 35 ປີ ແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ (28/5/1975 - 28/5/2010).ໃນຊຸມປີຜ່ານມາ, ສອງປະເທດໄດ້ຕັ້ງຫນ້າປັບປຸງ ແລະ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານ. ຄະນະຜູ້ແທນຂັ້ນສູງຂອງສອງປະເທດໄດ້ດຳເນີນການຢ້ຽມຢາມເຊິ່ງກັນ ແລະ ກັນເປັນຫລາຍຄັ້ງ, ພິເສດ ການຢ້ຽມຢາມ ມ້ຽນມາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ເມື່ອເດືອນ 4/2010 ໄດ້ນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃຫມ່. ການພົວພັນດ້ານເສດຖະກິດ ການຄ້າ ມີບາດກ້າວພັດທະນາອັນຕັ້ງຫນ້າ. ວົງເງິນການຄ້າສອງສົ້ນປີ 2011 ຄາດວ່າບັນລຸ 180 ລ້ານ USD, ເພີ່ມຂຶ້ນ 18,4% ເມື່ອທຽບໃສ່ປີ 2010. ສອງຝ່າຍ ກໍຈັດຕັ້ງງານຕະຫລາດນັດການຄ້າປະຈຳປີ ເພື່ອແນະນຳບັນດາຜະລິດຕະພັນ ແລະ ດຶງດູດບັນດາວິສາຫະກິດເຂົ້າມາລົງທຶນ. ເຖິງຢ່າງໃດກໍຕາມ, ຕາມທ່ານ ເລກວາງເລີນ ຮອງຫົວຫນ້າກົມນະໂຍບາຍການຄ້າຫລາຍຝ່າຍ, ສັງກັດກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລ້ວ, ຕົວເລກນີ້ຍັງຕຳ່ຢູ່ເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ ແລະ ບັນດາອົງການກະຊວງ, ຂະແຫນງການຂອງສອງປະເທດ ຄວນຊຸກຍູ້ວຽກງານນີ້ໃຫ້ຫລາຍກວ່າອີກ.
“ປະຈຸບັນ ການພົວພັນດ້ານການຄ້າ ລະຫວ່າງ ຫວຽດນາມ ກັບມ້ຽນມາ ບັນລຸມູນຄ່າຕຳ່ພໍສົມຄວນ, ພຽງແຕ່ 185 - 400 ລ້ານ USDເທົ່ານັ້ນ, ເມື່ອທຽບໃສ່ຍອດວົງເງິນການຄ້າພາຍໃນກຸ່ມອາຊຽນແລ້ວ, ນີ້ແມ່ນຕົວເລກຕຳ່ສຸດ. ສະນັ້ນ ພວກຂ້າພະເຈົ້າກໍຊອກຫາບັນດາມາດຕະການເພື່ອຊຸກຍູ້, ນັບທັງມີລັກສະນະສອງຝ່າຍ, ລັກສະນະພາກພື້ນ ຊຶ່ງລວມມີ: ການເຄື່ອນໄຫວກ່ຽວຂ້ອງເຖິງສື່ສານ, ແລກປ່ຽນບັນດາຄະນະນັກທຸລະກິດ, ບັນດາການເຄື່ອນໄຫວກ່ຽວກັບການເພີ່ມທະວີກາລະໂອກາດການລົງທຶນ ແລະ ການຄ້າ.“
ທີ່ສະໄໝປະຊຸມຫວ່າງແລ້ວນີ້ຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ ແລະ ວິທະຍາສາດເຕັກນິກ ຊຶ່ງຖືກຈັດຂຶ້ນໃນເດືອນ 11/2010, ສອງຝ່າຍໄດ້ປຶກສາຫາລືຫລາຍມາດຕະການຢ່າງລະອຽດ ເພື່ອຊຸກຍູ້ການຮ່ວມມືດ້ານກະສິກຳ ປ່າໄມ້, ສິນໃນນ້ຳ, ຄົມມະນາຄົມຂົນສົ່ງ, ພະລັງງານ, ຖະແຫລງຂ່າວ, ສາທາລະນະສຸກ, ວັດທະນະທຳ, ການສຶກສາ, ກິລາ, ການທ່ອງທ່ຽວ ແລະ ວິທະຍາສາດເຕັກໂນໂລຊີ. ມີສັນຍາ, ຂໍ້ຕົກລົງຫລາຍສະບັບກ່ຽວກັບດ້ານເສດຖະກິດ ໄດ້ຮັບການລົງນາມຄື: ສັນຍາຂົນສົ່ງທາງອາກາດພົນລະເຮືອນ (8/1977), ສັນຍາການຄ້າ (5/1994), ສັນຍາຮ່ວມມືດ້ານການທ່ອງທ່ຽວ (5/1994), ຖະແຫລງການຮ່ວມກ່ຽວກັບການຮ່ວມມືໃນ 12 ຂົງເຂດບູລິມະສິດ (4/2010) ໄດ້ ແລະ ພວມແມ່ນເງື່ອນໄຂສະດວກເພື່ອໃຫ້ສອງຝ່າຍເພີ່ມທະວີການຮ່ວມມື.
ນອກຈາກການພົວພັນຮ່ວມມືສອງຝ່າຍແລ້ວ, ສອງປະເທດຍັງມີການຮ່ວມມືເປັນຢ່າງດີໃນຂອບເຂດ ອາຊຽນ, ອົງການຈັດຕັ້ງຈຳນວນຫນຶ່ງຢູ່ພາກພື້ນ ແລະ ສາກົນ ຄື: ການຮ່ວມມື ອະນຸພາກພື້ນແມ່ນ້ຳຂອງ (GMS), ຍຸດທະສາດການພັດທະນາເສດຖະກິດ ແມ່ນ້ຳ 3 ລຳ (ACMECS), ການຮ່ວມມືລະຫວ່າງຫວຽດນາມ ລາວ, ມ້ຽນມາ ແລະ ກຳປູເຈຍ (CLMV). ສອງປະເທດມີທັດສະນະໃກ້ຊິດຕິດແທດ, ສົມທົບກັນເປັນປະຈຳ ແລະ ສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໃສສາກົນ ແລະ ພາກພື້ນ.
ໃນການຢ້ຽມຢາມມ້ຽນມາຄັ້ງນີ້,ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ແລະ ບັນດາການນຳ ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ GMS ນັ້ນແມ່ນ ກຳປູເຈຍ, ລາວ, ມ້ຽນມາ, ໄທ ແລະ ຈີນ ກໍເຂົ້າຮ່ວມກອງປະຊຸມສຸດຍອດ ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ GMS 4. ພາຍໃຕ້ຫົວຂໍ້ວ່າ: ມູ້ງໄປເຖິງທົດສະວັດໃຫມ່ກ່ຽວກັບການພົວພັນຄູ່ຮ່ວມມືພັດທະນາຍຸດທະສາດ ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ, ບັນດາການນຳ GMS ຈະສຸມໃສ່ປຶກສາຫາລືບັນດາມາດຕະການ ເພື່ອແນໃສ່ຈຸດໝາຍຊຸກຍູ້ການເຊື່ອມໂຍງ, ເພີ່ມທະວີການພັດທະນາພື້ນຖານໂຄງລ່າງ, ຍົກສູງພູມປັນຍາແຫລ່ງຊັບພະຍາກອນມະນຸດ, ສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ຜ່ານຊາຍແດນ, ພັດທະນາການຄ້າພະລັງງານ ແລະອື່ນໆ. ຫວຽດນາມ ແມ່ນສະມາຊິກທີ່ຕັ້ງຫນ້າຂອງການຮ່ວມມືເສດຖະກິດ GMS ແລະ ກໍໄດ້ຊົມໃຊ້ຫລາຍຈາກຂໍ້ລິເລິ່ມຮ່ວມມືນີ້, ນຳມາຊຶ່ງຫລາຍກາລະໂອກາດການຮ່ວມມືໃຫ້ແກ່ ຫວຽດນາມ. ທ່ານ Kimihiro Ishikane ຮອງຫົວຫນ້າກົມອາຊີ ສັງກັດກະຊວງການຕ່າງປະເທດ ຍີ່ປຸ່ນ ຢືນຢັນວ່າ:
“ຍີ່ປຸ່ນ ຖືການຮ່ວມມືກັບບັນດາປະເທດໃນ ອະນຸພາກພື້ນແມ່ນ້ຳຂອງເປັນສຳຄັນ. ເພາະວ່າ ການພັດທະນາແບບຍື່ນຍົງ, ສະຖຽນລະພາບຂອງພາກພື້ນ ກໍນຳມາຊຶ່ງຜົນປະໂຫຍດໃຫ້ແກ່ຍີ່ປຸ່ນ. ນັບມື້ນັບມີບໍລິສັດ, ວິສາຫະກິດຂອງຍີ່ປຸ່ນ ຫລາຍແຫ່ງ ມາລົງທຶນຢູ່ພາກພື້ນນີ້, ໃນນັ້ນ ຫວຽດນາມ ແມ່ນຫນຶ່ງໃນບັນດາຕະຫລາດທີ່ມີຄວາມສາມາດບົ່ມຊ້ອນຂອງພວກຂ້າພະເຈົ້າ.“
ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ເຖິງມ້ຽນມາ ແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນບັນດາມາດຕະການ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານ, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ ການນຳຂັ້ນສູງສອງປະເທດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດສອງປະເທດ ເມື່ອໄດ້ສຳພັດກັບຕະຫລາດຂອງກັນ. ເຂົ້າຮ່ວມກອງປະຊຸມ GMS 4 ແມ່ນໂອກາດເພື່ອໃຫ້ຫວຽດນາມ ຢືນຢັນຖືການເຂົ້າຮ່ວມກົນໄກການຮ່ວມມືນີ້ເປັນສຳຄັນ ຜ່ານບັນດາຂໍ້ລິເລີ່ມ, ການປະກອບສ່ວນຢ່າງລະອຽດເຂົ້າໃນທຸກລາຍການຮ່ວມມື GMS./.
ແອນຮ່ວຽນ