ຫວຽດນາມ - ຍີ່ປຸ່ນ: 40 ປີແຫ່ງການຮ່ວມມືຢ່າງມີປະສິດທິຜົນ

(vovworld), - ກ່ອນ​ນີ້ 40 ປີ, ວັນ​ທີ 21/9/1973, ຫວຽດນາມ ​ແລະ ຍີ່​ປຸ່ນ ​ໄດ້​ສ້າງ​ສາຍ​ພົວພັນທາງ​ການ​ທຸດຢ່າງ​ເປັນ​ທາງ​ການ. ​ໃນ​ຕະຫລອດ​ໄລຍະ​ 40 ປີ ນັ້ນ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ຫວຽດນາມ ​ແລະ ​ຍີ່ປຸ່ນ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ກັນ​ໃນ​ທຸກ​ຂົງ​ເຂດ. ​ເນ່ືອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ, ທ່ານ​ ຟ້າ​ມບີ່​ງມີ​ງ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​​ແລກປ່ຽນ​ກັບ​ນັກ​ຂ່າວ​ກ່ຽວ​ກັບ​ໄລຍະ​ທາງ​​ແຫ່ງ​ການຮ່ວມ​ມື ​ໃນ 40 ປີ ຜ່ານ​ມາ ກໍ​ຄື​ບັນດາ​ແງ່​ຫວັງ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ​ໃນ​ໄລຍະ​ຈະ​ມາ​ເຖິງ. ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ຂໍ​ຄັດສະ​ເຫ​ນີ​ເນື້ອ​ໃນ​ການ​ແລກປ່ຽນ​ດັ່ງກ່າວ​ຜ່ານ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ: ຫວຽດນາມ - ຍີ່​ປຸ່ນ: 40 ປີ​ແຫ່ງ​ໄລຍະ​ທາງ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ.

ຫວຽດນາມ - ຍີ່ປຸ່ນ: 40 ປີແຫ່ງການຮ່ວມມືຢ່າງມີປະສິດທິຜົນ - ảnh 1
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe  ແລະ ທ່ານ
ປະທານປະເທດເຈືອງເຕີນຊາງ

        ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ຫວຽດນາມ ຟ້າ​ມບີ່​ງມີ​ງ ​ແລ້ວ,​ ພາຍຫລັງ 40 ປີ​ແຫ່ງ​ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ເມື່ອ​​ເດືອນ 9/1973, ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ຍີ່​ປຸ່ນ ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ຢ່າງ​ແຂງ​ແຮງ. ຫວຽດນາມ ​ແລະ ຍີ່​ປຸ່ນ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ນັບ​ມື້​ນັບ​ສຳຄັນ​ຂອງ​ກັນ​ໃນ​ທຸກ​ຂົງ​ເຂດ​ເຊັ່ນ: ການ​ເມືອງ, ການ​ທູດ, ​ເສດຖະກິດ ການ​ຄ້າ, ການ​ລົງທຶນ, ການ​ຊ່ວຍ​​ເຫລືອ​ພັດທະນາ​ຕະຫລອດ​ຮອດ​ການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ, ການ​ພົບປະ​ແລກປ່ຽນປະຊາຊົນ….​ແຕ່​ປີ 2009, ສອງ​ປະ​ເທດ​ເຫັນ​ດີ​ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ​ຢູ່​ອາຊີ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ຫວຽດນາມ ຟ້າ​ມບີ່​ງມີ​ງ ຊີ້​ແຈ້ງວ່າ:

        “ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ ຮັກສາ​ບັນດາ​ການ​ຢ້ຽມຢາມ, ພົບ​ປະ ​ເປັນ​ປະ​ຈຳ, ປະກອບສ່ວນ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ ​ແລະ ວາງ​ອອກ​ບັນດາການ​ຊີ້​ນຳ​ນຳພາກ່ຽວ​ກັບ​ທິດ​ທາງ​ໃຫຍ່​ກໍ​ຄື​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ. ພ້ອມ​ກັບ​ກົນ​ໄກ​ຄະນະ​ກຳມະການ​ຮ່ວມ​ມື ຫວຽນ​ດາມ - ຍີ່​ປຸ່ນ, ບັນດາ​ກົນ​ໄກ​​ເຈ​ລະ​ຈາ​ໃນ​ທຸກ​ຂົງ​ເຂດ​ຮ່ວມ​ມື​ລະອຽດ​ກໍໄດ້​ວາງ​ອອກ, ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແຫນງ​ການ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ, ມີ​ປະສິດທິ​ຜົນຢ່າງ​ແທດ​ຈິງ. ສອງ​ຝ່າຍ​ຕັ້ງຫນ້າ​ສົມ​ທົບ​ກັນ​ຢູ່​ບັນດາ​ເວທີ​ປາ​ໄສ, ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກ​ພື້ນ ຄື: ສປຊ, ອາ​ຊຽນ, APEC, ການ​ຮ່ວມ​ມມື​ແມ່​ຂອງ - ຍີ່​ປຸ່ນ.”

        ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ຫວຽດນາມ ຟ້າ​ມບີ່​ງມີ​ງ ​ເນັ້ນ​ຫນັກ​ວ່າ: ຍ້ອນ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ​ໄດ້​ສ້າງ​ທ່ວງທ່າ​ໃຫ້​​ແກ່​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຢ່າງ​ແຂງ​ແຮງ. ປະຈຸ​ບັນ, ຍີ່​ປຸ່ນ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຕົ້ນຕໍ​ຂອງ​ຫວຽດນາມ, ​ແມ່ນ​ນັກ​ລົງທຶນ​ໃຫຍ່​ສຸດ, ພ້ອມ​ທັງ​ກໍ​​ແມ່ນ​ປະ​ເທດ​ສະຫນອງ​ການ​ຊ່ວຍ​ເຫລືອ​ທຶນ ODA ​ ຢ່າງ​ເປັນ​ທາງ​ການ ໃຫຍ່​ສຸດ​ໃຫ້​ແກ່​ຫວຽດນາມ​. ນັບ​ແຕ່​ເມື່ອ​ເຊື່ອມ​ຕໍ່ ODA ​ໃນ​ປີ 1992 ມາ​ຮອດ​ປະຈຸ​ບັນ, ຍີ່​ປຸ່ນ ​ໄດ້​ສະຫງວນ​ ທຶນ ODA ໃຫ້​ແກ່​ຫວຽດນາມ​ ລວມມູນ​ຄ່າກວ່າ 2.100 ຕື້​ເຢັນ(​ເທົ່າ​ກັບ 21 ຕຶ້ USD), ກວມ​ເອົາ 30% ທຶນ​ ODA ໝັ້ນ​ໝາຍ​ໃຫ້​ແກ່​ຫວຽດນາມ​ຂອງ​ປະຊາ​ຄົມ​ໂລກ. ກ່ຽວ​ກັບ​ດ້ານ​ການ​ຄ້າ, ຍີ່​ປຸ່ນ ​ແມ່ນ​ຄູ່​ຮ່ວມມື​ສອງ​ຝ່າຍ​ໃຫຍ່​ອັນ​ດັບ 3 ຂອງ​ຫວຽດນາມ ດ້ວຍ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນລຸ 24,7 ຕຶ້ USD ​ໃນ​ປີ 2012. ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຫລາຍ​ສະບັບ, ​ໃນ​ນັ້ນ ມີ​ສັນຍາ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ - ຍີ​່ປຸ່ນ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ ​ແລະ ກອບ​ກົດໝາຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ເສດຖະກິດ. ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ສຶກສາ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ, ກິລາ, ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ກໍ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ. ປີ 2012, ມີ​ຊາວ​ຍີ່​ປຸ່ນກວ່າ 500.000 ​ເທື່ອ​ຄົນ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ ​ແລະ ປະຈຸ​ບັນ ມີ​ນັກຮຽນ, ນັກ​ສຶກສາ, ຄົນ​ງານ​ຫວຽດນາມ​ກວ່າ 20.000 ຄົນ​ພວມ​ຮຳ່ຮຽນ, ​ເຮັດ​ວຽກ​ຢູ່ ຍີ່​ປຸ່ນ. ນີ້​ແມ່ນ​ໝາກຜົນ​ແຫ່ງ​ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ​ຂອງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຕະຫລອດ 40 ປີ ຜ່ານ​ມາ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີ​ງ ຢືນຢັນ​ວ່າ:

        “ຂ້າພະ​ເຈົ້າ​ຖື​ວ່າ ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ພວມ​ຢູ່ໃນ​ໄລຍະ​ພັດທະນາ​ຢ່າງ​ແຂ​ງ​ແຮງ, ​ ຊັບ​ສົມບັດ​ອັນ​ລຳ້​ຄ່າ​ຂອງ​ສອງ​ປະ​ເທດນັ້ນ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ​ກັນ ​ແລະ ການ​ຮ່ວມ​ມື​ຮອບດ້ານ, ສະ​ແດງ​ໃຫ້​ເຫັນ​ຜ່ານ​ເລື່ອງ​ສອງ​ປະ​ເທດ​​ໄດ້ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ດ້ວຍ​ຄວາ​ມ​ເຫັນ​ດີ​ສູງ​ຂອງ​ການ​ນຳ ​ແລະ ການ​ສະຫນັບສະຫນູນ​ຢ່າງ​ກວ້າງຂວາງ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ນີ້​ແມ່ນ​ພື້ນຖານ​ສຳຄັນ​ເພ່ືອ​ນຳ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ໃນ​ໄລຍະ​ຈະ​ມາ​ເຖິງ. ”

        ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດຫວຽດນາມ ຟ້າ​ມບິ່ງ​ມີ​ງ​ແລ້ວ, ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ບໍ່​ພຽງ​ແຕ່​ເລີ່​ມຕົ້ນກ່ອນ​ນີ້ 40 ປີ ຫາກ​ການ​ພົວພັນ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ຍີ່​ປຸ່ນ ​ໄດ້​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ກ່ອນ​ນີ້ 400 ປີ, ບັນດາ​ກຳ​ປັ່ນ​ການ​ຄ້າ​ຂອງ​ຍີ່ປຸ່ນ ​ໄດ້​ເຂົ້າທຽບ​ທ່າ​ກຳ​ປັ່ນ ​ໂຟຮຽນ(Pho Hien) ຢູ່ ພາກ​ເຫນືອຫວຽດນາມ ​ແລະ ຄຸ້ມ​ເມືອງ​ເກົ່າ​​ໂຮ້ຍອານ ຢູ່ ພາກ​ກາງ ຫວຽດນາມ ​ເພື່ອ​ຄ້າຂາຍ​ສິນຄ້າ ​ແລະ ປະຈຸ​ບັນ ຢູ່​​ແຫ່ງ​ນີ້​ຍັງ​ຄົງ​ຮັກສາ​ຮ່ອງຮອຍ​ຂອງ​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ, ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ. ຂົວ​ແຫ່ງ​ຫນຶ່ງ​ທີ່​ຍີ່​ປຸ່ນກໍ່ສ້າງ​ຢູ່​ຄຸ້ມ​ເມືອງ​ເກົ່າ ​ໂຮ​້ຍອານ ​ແມ່ນ​ຕົວຢ່າງ​ໃຫ້​ແກ່​ການ​ພົວພັນ​ແລກປ່ຽນ​ນີ້. ປະຈຸ​ບັນ, ພ້ອມ​ກັບ​ບັນດາ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ, ລັດຖະບານ, ພັກ​ການ​ເມືອງ​ສອງ​ປະ​ເທດ, ການ​ຮ່ວມ​ມື​ພົວພັນ​ແລກປ່ຽນ​ລະຫວ່າງ​ບັນດາ​ທ້ອງ​ຖີ່​ນ, ບັນດາ​ອົງການ​ຈັດ​ຕັ້ງ​ມິດ​ຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ກໍຊ່ວຍ​ໃຫ້ການ​ພົວພັນ​ລະຫວ່າງ​ ຫວຽດນາມ ​ແລະ ຍີ່​ປຸ່ນ ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ແລະ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ພິ​ເສດ ​ແມ່ນ​ໄວ​ຫນຸ່ມ​ນັບ​ມື້​ນັບ​ລຶ້ງ​ເຄີຍ​ກັບ​ດອກ​ຊາ​ກຸ​ຣະ, ຊາ​ຂອງ​ຍີ່​ປຸ່ນ. ການ​ພົວພັນ​ແລກປ່ຽນ​ລະຫວ່າ​ສອງ​ປະ​ເທດ ນັບ​ມື້​ນັບ​ແຫນ້ນ​ແຟ້ນ ພ້ອມ​ກັບ​ຈຸດ​ທີ່​ຄ້າຍຄື​ກັນ​ກ່ຽວ​ກັບ​ຮີ​ດຄອງ​ປະ​ເພນີ​ວັດທະນະທຳ ​ໄດ້​ຊ່ວຍ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​​ໃກ້ຊິດຕິດ​ແທດ​ກວ່າ ​ແລະ ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ​ກວ່າ.

        “ການ​ທຸູດປະຊາຊົນ​ໄດ້​ປະກອບ​ສວ່ນສຳຄັນ​ເພື່ອ​ປັບປຸງ​ພື້ນຖານ​ນ້ຳ​ໃຈ​ມິດຕະພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ. ກົງ​ກັນ​ຂ້າມ ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ສອງ​ປະ​ເທດ ​ໄດ້​ສ້າງ​ສະ​ພາບ​ແວດ​ລ້ອມ​ນັບ​ມື້​ນັບ​ສະ​ດວກ​ເພື່ອ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ, ອາ​ລົມ​ຈິດ​ສະຫນິດ​ຕິດ​ພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ຊາດ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ຍີ່​ປຸ່ນ ຈະ​ສືບ​ຕໍ່​ພັດທະນາ​ແບບ​ຍືນ​ຍົງ.”

        ບົນ​ພື້ນຖານ​ການ​ພົວພັນ​ອັນ​ດີງາມ​ໃນ 40 ປີຜ່ານມາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມີ​ງ ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ລະຫວ່າງ​ສອງປະ​ເທດ ຫວຽດນາມ - ຍີ່​ປຸ່ນ ​ ​ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ແຂງ​​ແຮງ​ກວ່າ​ໃນ​ໄລຍະ​ຈະມາ​ເຖິງຢ່າງ ແນ່ນອນ​ວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ