(vovworld)- ຮ່າງກົດໝາຍວ່າດ້ວຍການສ້າງຕັ້ງສະມາຄົມ ໂດຍກະຊວງພາຍໃນເປັນເຈົ້າພາບຮຽບຮຽງ ຫາກໍໄດ້ຮັບຄຳເຫັນປະກອບຈາກຄະນະປະຈຳສະພາແຫ່ງຊາດ ເພື່ອສືບຕໍ່ສ້າງໃຫ້ສຳເລັດ ກ່ອນທີ່ຍື່ນສະເຫນີສະພາແຫ່ງຊາດ ທີ່ກອງປະຊຸມສະພາແຫ່ງຊາດຄັ້ງຈະມາເຖິງ. ການສ້າງຮ່າງກົດໝາຍວ່າດ້ວຍສະມາຄົມສຳເລັດ ແມ່ນບາດກ້າວຕັ້ງຫນ້າຂອງວິວັດການປະຊາທິປະໄຕໃນສັງຄົມ ແລະ ຢືນຢັນບົດບາດເປັນເຈົ້າຂອງປະຊາຊົນສຳລັບທຸກການເຄື່ອນໄຫວຂອງປະເທດຊາດ. ບົດຂຽນຂອງນັກຂ່າວ ທູຮວາ ທີ່ມີຫົວຂໍ້ວ່າ: ຫວຽດນາມ ຍາມໃດກໍເຄົາລົບສິດເສລີໃນການສ້າງຕັ້ງສະມາຄົມ.
ພາບປະກອບ:
ສະມາຄົມມິດຕະພາບຫວຽດນາມ - ລາວ
|
ຄວາມເສລີໃນການສ້າງຕັ້ງສະມາຄົມ ແມ່ນຫນຶ່ງໃນບັນດາປັດໄຈພື້ນຖານຂອງພົນລະເມືອງ ຊື່ງລັດຫວຽດນາມ ຮັບຮູ້, ເຄົາລົບ ໃນລັດຖະທຳມະນູນ ແລະ ກົດໝາຍ. ສິດດັ່ງກ່າວ ໄດ້, ພວມໄດ້ຮັບການຮັບປະກັນ ແລະ ເສີມຂະຫຍາຍໃນພຶດຕິກຳຕົວຈິງຢູ່ ຫວຽດນາມ.
ຄວາມຈິງຢ່າງມີຊີວິດຊີວາກ່ຽວກັບການເຄື່ອນໄຫວຂອງສະມາຄົມ
ຄວາມຈິງຢູ່ ຫວຽດນາມ ມີຫລາຍສະມາຄົມ, ກຸ່ມພົນລະເຮືອນພວມເຄື່ອນໄຫວ. ຕາມການສະຖິຕິຈາກກະຊວງພາຍໃນແລ້ວ, ໄລ່ຮອດເດືອນ 12/2014, ທົ່ວປະເທດ ມີ 52.565 ສະມາຄົມ, ໃນນັ້ນ 483 ສະມາຄົມແມ່ນເຄື່ອນໄຫວໃນຂອບເຂດທົ່ວປະເທດ ແລະ 52.082 ສະມາຄົມເຄື່ອນໄຫວໃນຂອບເຂດແຕ່ລະທ້ອງຖິ່ນ. ສະມາຄົມຈຳນວນຫນຶ່ງ ໄດ້ຮັບການກຳນົດວ່າ ແມ່ນອົງການການເມືອງສັງຄົມ, ອົງການການເມືອງສັງຄົມ - ອາຊີບ. ສ່ວນສະມາຄົມຍັງເຫລືອແມ່ນອົງການສັງຄົມ -ອາຊີບ, ອົງການສັງຄົມມະນຸດສະທຳ ເຄື່ອນໄຫວຕາມຫລັກການສະຫມັກໃຈ, ຮັບປະກັນລາຍຈ່າຍການເຄື່ອນໄຫວເອງ. ມີ 31 ສະມາຄົມ ໂດຍແມ່ນລັດສະຫນອງງົບປະມານ ເພື່ອສ້າງເງື່ອນໄຂເຄື່ອນໄຫວ, ເພາະວ່າ ນີ້ແມ່ນບັນດາຂົງເຂດ ຊື່ງລັດກໍມີຄວາມຮັບຜິດຊອບປະຕິບັດ ຫລືສົ່ງເສີມການປະຕິບັດ ເພື່ອຊຸກຍູ້ພື້ນຖານວັນນະຄະດີຂອງປະເທດຊາດ, ພັດທະນາສະຫວັດດີການສັງຄົມ. ບັນດາສະມາຄົມ, ອົງການສະມາຄົມ, ພິເສດແມ່ນບັນດາສະມາຄົມເສດຖະກິດ ໄດ້ມີການປະກອບສ່ວນຫລາຍຢ່າງເຂົ້າໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດ, ສະແດງໃຫ້ເຫັນບົດບາດເປັນຂົວເຊື່ອມຕໍ່ລະຫວ່າງບັນດາສະມາຊິກສະມາຄົມກັບອຳນາດການປົກຄອງ; ຫນູນຊ່ວຍສະມາຊິກສະມາຄົມໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງກໍຄືແກ້ໄຂບັນດາການຂັດແຍ້ງດ້ານການຄ້າ, ສະຫນອງຂໍ້ມູນຂ່າວໃຫ້ຄຳປຶກສາກ່ຽວກັບການຜະລິດ ແລະ ຕະຫລາດ… ບັນດາສະມາຄົມກໍສວມບົດບາດນັບມື້ນັບຕັ້ງຫນ້າໃນການໃຫ້ຄຳປຶກສາ, ໄຈ້ແຍກຕີລາຄາ ສຳລັບບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ບັນດາລາຍການ, ໂຄງການພັດທະນາເສດຖະກິດສັງຄົມຂອງລັດຖະບານ ແລະ ຂອງທ້ອງຖິ່ນ.
ສິດເສລີໃນການສ້າງຕັ້ງສະມາຄົມ ຍາມໃດກໍໄດ້ຮັບການເຄົາລົບ
ຫວຽດນາມ ມີສະມາຄົມ, ອົງການສະມາຄົມ, ສະຫະສະມາຄົມ…ເປັນຈຳນວນຫລາຍ ກໍຍ້ອນວ່າ ລັດໄດ້ມານະພະຍາຍາມຮັບປະກັນ ແລະ ເສີມຂະຫຍາຍຢ່າງສຸດຂີດສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ໃນນັ້ນ ມີສິດເສລີໃນການສ້າງຕັ້ງສະມາຄົມ, ແມ່ນຫນຶ່ງໃນບັນດາສິດພື້ນຖານຂອງພົນລະເມືອງຫວຽດນາມ ຊື່ງໄດ້ຮັບການຮັບຮູ້ໃນລັດຖະທຳມະນູນທຸກສະບັບຂອງຫວຽດນາມ ນັບແຕ່ກອ່ນມາຮອດປະຈຸບັນ. ລະອຽດ, ໃນມາດຕາ 10 ຂອງລັດຖະທຳມະນູນ ປີ 1946 ໄດ້ລະບຸວ່າ: “ພົນລະເມືອງຫວຽດນາມ ມີສິດເສລີໃນການປາກເວົ້າ, ສິດເສລີໃນການພິມຈຳຫນ່າຍ, ສິດເສລີໃນການຈັດຕັ້ງ ແລະ ໂຮມປະຊຸມ, ສິດເສລີໃນການເຫລື້ອມໃສ, ພັກອາໄສ, ໄປມາຢູ່ພາຍໃນ ແລະ ອອກສູ່ຕ່າງປະເທດ. ມາດຕາ 25 ໃນ ລັດຖະທຳມະນູນປີ ໄດ້ລະບຸວ່າ: “ພົນລະເມືອງ ປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ມີບັນດາສິດເສລີຄື: ສິດເສລີໃນການປາກເວົ້າ, ສື່ມວນຊົນ, ໂຮມປະຊຸມ, ສ້າງຕັ້ງສະມາຄົມ ແລະ ແຫ່ຂະບວນປະທ້ວງ. ລັດ ຮັບປະກັນບັນດາເງື່ອນໄຂທາງດ້ານວັດຖຸທີ່ຈຳເປັນເພື່ອໃຫ້ພົນລະເມືອງໄດ້ຊົມໃຊ້ບັນດາສິດດັ່ງກ່າວ”. ມາດຕາ 67 ລັດຖະທຳມະນູນປີ 1980 ໄດ້ລະບຸວ່າ: “ພົນລະເມືອງ ມີບັນດາສິດເສລີຄື: ສິດເສລີໃນການປາກເວົ້າ, ສື່ມວນຊົນ, ໂຮມປະຊຸມ, ການສ້າງຕັ້ງສະມາຄົມ, ການແຫ່ຂະບວນປະທ້ວງໃຫ້ເໝາະສົມກັບຜົນປະໂຫຍດຂອງສັງຄົມນິຍົມ ແລະ ຂອງປະຊາຊົນ.” ມາດຕາ 69 ໃນລັດຖະທຳມະນູນ 1992 ກຳນົດ: “ພົນລະເມືອງ ມີສິດເສລີໃນການປາກເວົ້າ, ສິດເສລີສື່ມວນຊົນ, ມີສິດສື່ຂ່າວ, ສິດປະຊຸມ, ສ້າງຕັ້ງສະມາຄົມ, ແຫ່ຂະບວນປະທ້ວງ ຕາມຂໍ້ກຳນົດຂອງກົດໝາຍ.” ມາດຕາ 25 ໃນລັດຖະທຳມະນູນປີ 2013 ຢືນຢັນວ່າ: “ພົນລະເມືອງ ມີສິດເສລີໃນການປາກເວົ້າ, ສິດເສລີສື່ມວນຊົນ, ໄດ້ຮັບຂໍ້ມູນຂ່າວ, ໂຮມປະຊຸມ, ສ້າງຕັ້ງສະມາຄົມ, ແຫ່ຂະບວນປະທ້ວງ”. ນອກນັ້ນ ລັດຫວຽດນາມ ຍັງຮັບປະກັນ ແລະ ປົກປ້ອງບັນດາສິດເສລີໃນການສ້າງຕັ້ງສະມາຄົມ ຕາມມາດຕາ 22 ຂອງສົນທິສັນຍາສາກົນ ກ່ຽວກັບບັນດາສິດດ້ານການເມືອງ ແລະ ພົນລະເຮືອນປີ 1996, ໃນນັ້ນ ຊີ້ແຈ້ງ: “ຜູ້ໃດກໍມີສິດເສລີໃນການສ້າງຕັ້ງສະມາຄົມ, ນັບທັງສິດສ້າງຕັ້ງ ແລະ ເຂົ້າຮ່ວມບັນດາສະມາພັນເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນ.”
ສ້າງກົດໝາຍ ເພື່ອປະຕິບັດສິດສ້າງຕັ້ງສະມາຄົມໃຫ້ດີກວ່າ
ເຖິງຢ່າງໃດກໍຕາມ ມາດຕາ 22 ຂອງສົນທິສັນຍາສາກົນກ່ຽວກັບບັນດາສິດດ້ານການເມືອງ ແລະ ພົນລະເຮືອນ ປີ 1966 ຊື່ງຫວຽດນາມ ເຂົ້າຮ່ວມພິທີລົງນາມ ໄດ້ຊີ້ໃຫ້ເຫັນວ່າ: “ ເລື່ອງແກ້ໄຂສິດສ້າງຕັ້ງສະມາຄົມ ພຽງແຕ່ກຳນົດໂດຍກົດໝາຍ, ເພາະບັນດາຄວາມຕ້ອງການທີ່ຈຳເປັນໃນສັງຄົມມີປະຊາທິປະໄຕ ເພື່ອປົກປັກຮັກສາຄວາມສະຫງົບປອດໄພແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເພື່ອສຸຂະພາບຂອງວົງຄະນາຍາດ, ຈັນຍາທຳ ຫລື ບັນດາສິດເສລີຂອງຜູ້ອື່ນ. ເພາະສະນັ້ນ ບໍ່ໄດ້ສ້າງຕັ້ງສະມາຄົມຕາມລຳພັງໃຈ ຖ້າຫາກສ້າງຕັ້ງສະມາຄົມທີ່ກໍ່ຜົນສະທ້ອນເຖິງຜົນປະໂຫຍດແຫ່ງຊາດ ແລະ ສິດເສລີຂອງຜູ້ອື່ນ. ລັດຖະທຳມະນູນ ແລະ ກົດໝາຍຫວຽດນາມ ຍາມໃດກໍເຄົາລົບສິດສ້າງຕັ້ງສະມາຄົມ ແລະ ບໍ່ຖືກຈຳກັດ ຖ້າຫາກສະມາຄົມນັ້ນເຄື່ອນໄຫວເພື່ອມະນຸດ, ເພື່ອປະຊາຊົນຢ່າງແທ້ຈິງ,. ແຕ່ວ່າ ການສ້າງຕັ້ງບັນດາອົງການເອກະລາດ ເພື່ອກາຍເປັນອົງການກົງກັນຂ້າມກັບບັນດາອົງການໃນລະບົບການເມືອງຫວຽດນາມ, ວຽກງານນັ້ນແມ່ນໄປຝືນກັບຜົນປະໂຫຍດຂອງປະຊາຊົນ, ລະເມີດກົດໝາຍຫວຽດນາມ, ກົດໝາຍສາກົນ. ເລື່ອງສະພາແຫ່ງຊາດຊຸດທີ 13 ຕົກລົງສ້າງກົດໝາຍວ່າດ້ວຍສະມາຄົມ ແມ່ນເພື່ອຮັບປະກັນ, ປົກປ້ອງສິດສ້າງຕັ້ງສະມາຄົມ, ເຂົ້າຮ່ວມສະມາຄົມຂອງພົນລະເມືອງ ໃຫ້ດີກວ່າ ພ້ອມທັງຕອບສະຫນອງຈິດໃຈຮັບປະກັນສິດທິມະນຸດ, ສິດເສລີໃນ່ການສ້າງຕັ້ງສະມາຄົມຂອງລັດຖະທຳມະນູນປີ 2013 ແລະ ສົນທິສັນຍາສາກົນກ່ຽວກັບສິດການເມືອງ ແລະ ພົນລະເຮືອນ ຊື່ງຫວຽດນາມໄດ້ເຂົ້າຮ່ວມ.