(vovworld)-ນັບແຕ່ຊຸມມື້ຕົ້ນປີ 2014, ລັດຖະມົນຕີການຄ້າບັນດາປະເທດເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຍຸດທະສາດເຂດ ປາຊີຟິກ(TPP) ໄດ້ເລີ່ມຕົ້ນບັນດາວາລະປະຊຸມແນໃສ່ແກ້ໄຂຄວາມບໍ່ລົງລອຍກັນເພື່ອມຸ່ງໄປເຖິງຈຸດໝາຍທ້າຍປີ 2014, ສັນຍານີ້ເລີ່ມມີຜົນສັກສິດ. ໃນລາຍການສະຖານະການການເມືອງພາກນີ້ ພວກເຮົາຂໍແນະນຳບົດຂອງນັກຂ່າວ ຈູງຖຸຍທີ່ພາດຫົວເລື່ອງວ່າ: ຫວຽດນາມ ຕັ້ງຫນ້າເຂົ້າຮ່ວມການເຈລະຈາສັນຍາ TPP.
ສັນຍາຄູ່ຮ່ວມມືເຂດປາຊີຟີກ ແມ່ນສັນຍາການຄ້າເສລີມີມາດຕະຖານສູງ ແລະ ໄດ້ຮັບຖືວ່າແມ່ນສັນຍາແບບຢ່າງຂອງສັດຕະວັດທີ 21, ດ້ວຍບັນດາສະມາຊິກເຂົ້າຮ່ວມຄື: ບຣູໄນ, ອົດສະຕາລີ, ການາດາ, ຈີເລ, ອາເມລິກາ, ມາເລເຊຍ, ເມຊິໂກ, ຍີ່ປຸ່ນ, ນິວເຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ. ມາຮອດປະຈຸບັນ, TPP
ໄດ້ສຳເລັດ 19 ຮອບເຈລະຈາຢ່າງເປັນທາງການ ແລະ ພວມກ້າວເຂົ້າສູ່ໄລຍະຕັດສິນຊີ້ຂາດດ້ວຍບັນດາຂົງເຂດເຈລະຈາ ນັ້ນແມ່ນ: ເປີດປະຕູຕະຫລາດສິນຄ້າ, ຂໍ້ກຳນົດຕົ້ນກຳເນີດຂອງສິນຄ້າ, ການຊື້ຂາຍຂອງລັດຖະບານ, ລັດວິສາຫະກິດ, ການຄ້າເອເລັກໂຕນິກ.. ປະຈຸບັນ ຫວຽດນາມ ໄດ້ສຳເລັດການເຈລະຈາ TPP ກັບຍີ່ປຸ່ນ ແລະ ພວມຊຸກຍູ້ການເຈລະຈາກັບ ສເກົາຫລີ.
TPP ແລະ ບັນດາກາລະໂອກາດໃຫ້ແກ່ຕະຫລາດຫວຽດນາມ
ເຂົ້າຮ່ວມ TPP ຈະຊ່ວຍຫວຽດນາມ ສ້າງຄວາມດຸນດຽງການພົວພັນດ້ານການຄ້າກັບບັນດາຕະຫລາດທີ່ເປັນຈຸດສຸມ, ຫລີກລ້ຽງການອີງໃສ່ເກີນຂອບເຂດເຂົ້າຕະຫລາດໃດຫນ່ຶງ. ທ່ານ ຫວູຕຽນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຖືວ່າ: ເພື່ອໝູນໃຊ້ບັນດາທ່າໄດ້ປຽບຂອງສັນຍາເປັນຢ່າງດີ ຕ້ອງຕີລາຄາບັນດາທ່າໄດ້ປຽບຂອງພື້ນຖານເສດຖະກິດຫວຽດນາມ, ເພື່ອກຳນົດທິດລົງທຶນ, ພິເສດ ແມ່ນກຳນົດທິດດຶງດູດການລົງທຶນຕ່າງປະເທດ.
“TPP ແມ່ນສັນຍາທີ່ສົ່ງຜົນກະທົບເຖິງ ພື້ນຖານເສດຖະກິດຫວຽດນາມ, ສົ່ງຜົນກະທົບເຖິງການປ່ຽນແປງລະບອບນະໂຍບາຍ, ການປະຕິຮູບກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ. ບັນດາການກະທົບນັ້ນຈະສ້າງກຳລັງແຮງພັດທະນາໃຫມ່ຂອງພື້ນຖານເສດຖະກິດຫວຽດນາມໃນອະນາຄົດ. ພວກເຮົາພຽງສາມາດໝູນໃຊ້ກາລະໂອກາດດັ່ງກ່າວເປັນຢ່າງດີ ຖ້າຫາກມີການປ່ຽນໃຫມ່ຢ່າງແຂງແຮງພາຍໃນປະເທດ, ປ່ຽນໃຫມ່ນັບທັງມະຫາພາກກໍຄືຄວາມມານະພະຍາຍາມຂອງວິສາຫະກິດເພື່ອຍົກສູງກຳລັງຄວາມສາມາດແກ້ງແຍ້ງ.”
ກອງປະຊຸມເຈລະຈາສັນຍາ TPP ຢູ່ ສິງກະໂປ ໃນເດືອນ 12/2013
ພາບ:laodong.com.vn
|
ໃນຂະນະນັ້ນ, ທ່ານ ເຈີນກວກແຄງ, ລັດຖະເມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ, ຫົວຫນ້າຄະນະເຈລະຈາຂອງລັດຖະບານຫວຽດນາມກ່ຽວກັບ ດ້ານເສດຖະກິດ, ການຄ້າສາກົນ ຖືວ່າ: ກາລະໂອກາດຈະແຈ້ງທີ່ສຸດເມື່ອ ຫວຽດນາມເຂົ້າຮ່ວມ TPP ນັ້ນແມ່ນໄດ້ສຳພັດກັບ ອາເມລີກາ, ຊື່ງແມ່ນຕະຫລາດຈຳຫນ່າຍສິນຄ້າຫລາຍກວ່າໝູ່ໃນໂລກ ດ້ວຍລະດັບພາສີ 0%. ນອກຈາກຜົນປະໂຫຍດກ່ຽວກັບການສົ່ງອອກແລ້ວ, ບັນດາວິສາຫະກິດຫວຽດນາມ ທີ່ເຄື່ອນໄຫວໃນຂົງເຂດບໍລິການມີເງິນລົງທຶນຂອງຕ່າງປະເທດ ຈະໄດ້ຮັບຜົນປະໂຫຍດຈາກສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກງ່າຍດາຍກວ່າ, ໂປ່ງໃສກວ່າ ແລະ ຄາດຄະເນ ງາຍດ່າຍກວ່າ ຍ້ອນຫວຽດນາມ ໄດ້ປະຕິບັດບັນດາຄຳໝັ້ນສັນຍາໃຫມ່ ຕາມສັນຍາຄູ່ຮ່ວມມືເສດຖະກິດຍຸດທະສາດເຂດປາຊີຟີກ. ທ່ານ ເຈີນກວກແຄງ ໃຫ້ຮູ້ວ່າ:
“ກາລະໂອກາດດີສຸດ ນັ້ນແມ່ນພວກເຮົາຈະມີເງື່ອນໄຂປັບປຸງໂຄງປະກອບຕະຫລາດຂາອອກຂາເຂົ້າ. ກາລະໂອກາດທີສອງ ແມ່ນເປີດກວ້າງຕະຫລາດໃຫ້ແກ່ສິນຄ້າຂອງຫວຽດນາມ ຖ້າຫາກພາສີໄດ້ຮັບການຍົກເວັ້ນລົງໃນລະດັບ 0%. ນີ້ແມ່ນກະທົບໃຫຍ່ໃຫ້ແກ່ການສົ່ງອອກຂອງຫວຽດນາມຢູ່ ຕະຫລາດຈຳນວນຫນຶ່ງ ແລະ ສິນຄ້າບາງປະເພດ ຈະໄດ້ຮັບຜົນປະໂຫຍດຈາກການກະທົບດັ່ງກ່າວ. ຖ້າສັນຍານີ້ສຳເລັດຜົນ ພວກເຮົາຈະມີກາລະໂອກາດເຂົ້າຮ່ວມລະບົບຜະລິດຂອງພາກພື້ນ ແລະ ສາກົນ. ເມື່ອໄດ້ເຂົ້າຮ່ວມ TPP ຈະສ້າງຄວາມສະດວກໃຫ້ແກ່ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ ແລະ ປ່ຽນໃຫມ່ຮູບແບບການເຕີບໂຕ.”
ບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍເມື່ອປະຕິບັດ TPP
ຄຽງຄູ່ກັບຄວາມຕັ້ງຫນ້າຊຶ່ງ TPP ນຳມາໃຫ້, ສັນຍານີ້ກໍສ້າງກຳລັງດັນກ່ຽວກັບການເປີດປະຕູຕະຫລາດ, ຄວາມສາມາດແກ້ງແຍ້ງຂອງວິສາຫະກິດຫວຽດນາມ ສຳລັບສາກົນ. ມີບາງຂະແຫນງການຄື ກະສິກຳ, ອຸດສາຫະກຳ, ບໍລິການ… ບໍ່ທັນຕອບສະຫນອງການພັດທະນາ ກໍ່ຄືສິ່ງທ້າທາຍກ່ຽວກັບການປັບປຸງລະບົບກົດໝາຍ, ແຫລ່ງຊັບພະຍາກອນມະນຸດໄດ້.. ຕາມທ່ານ ເລຕຽນເຈື່ອງ, ຮອງຜູ້ອຳນວຍການກຸ່ມບໍລິສັດຕຳ່ແຜ່ນຕັດຫຍິບ ແລ້ວ, ຄວາມສົນໃຈ ແລະ ຮົ້ວກີດຂວາງໃຫຍ່ສຸດປະຈຸບັນຂອງຫວຽດນາມ ນັ້ນແມ່ນ ຂໍ້ກຳນົດກ່ຽວກັບຕົ້ນກຳເນີດ ພ້ອມກັບການພັດທະນາບໍ່ສະຫມຳ່ສະເຫມີຂອງຂະແຫນງອຸດສາຫະກຳສຳຮອງເຄື່ອງຕຳ່ແຜ່ນຕັດຫຍິບ.
“ຂ້າພະເຈົ້າຖືວ່າ ນີ້ແມ່ນກາລະໂອກາດໃນການເປີດກວ້າງຕະຫລາດ ດ້ວຍການສຳພັດກັບເງື່ອນໄຂດີກວ່າເມື່ອທຽບໃສ່ເງື່ອນໄຂປະຈຸບັນ. ພ້ອມກັນນັ້ນ ບັນດາສິ່ງທ້າທາຍນັ້ນແມ່ນຂະແຫນງຕຳ່ແຜ່ນຕັດຫຍິບສາມາດຕອບສະຫນອງບັນດາຄຳຮຽກຮ້ອງໃຫມ່ຂອງສັນຍາຫລືບໍ່, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຕະຫລາດໄດ້, ເພີ່ມທະວີທັງຈຳນວນ, ຄຸນນະພາບ ແລະ ບັນດາປັດໄຈປອດພາສີອື່ນໃນວິວັດການເຊື່ອມໂຍງຫລືບໍ່.”
ເຂົ້າຮ່ວມ TPP, ຫວຽດນາມ ຄວນມີບັນດາບາດກ້າວຢ່າງຖືກຕ້ອງ ແລະ ປັບປຸງຢ່າງແຂງແຮງໃຫ້ແກ່ພື້ນຖານເສດຖະກິດ ແລະ ການຜະລິດ. ເຖິງຢ່າງໃດກໍຕາມ, ເພື່ອກະກຽມໃຫ້ເຫດການນີ້, ຫວຽດນາມ ຕ້ອງຜ່ານຜ່າສິ່ງທ້າທາຍຈຳນວນຫນຶ່ງໃນວິວັດການເຈລະຈາເພື່ອຮັບປະກັນຜົນປະໂຫຍດຂອງປະເທດຊາດ. ທ່ານ ເຈີນກວກແຄງ ຖືວ່າ:
“ມີກຳລັງດັນແທ້ ແຕ່ໃນການເຈລະຈາ, ພວກເຮົາຈະພະຍາຍາມເຮັດແນວໃດເພື່ອໃຫ້ກຳລັງດັນກະທົບເທື່ອລະກ້າວ, ຕາມວິວັດການ. ແລະມີບັນດາເງື່ອນໄຂແນ່ນອນ ສຳລັບວິສາຫະກິດຫວຽດນາມ, ດ້ວຍຄວາມມານະພະຍາຍາມບື່ນຕົວຂຶ້ນໃນໄລຍະຜ່ານມາ, ບັນດາວິສາຫະກິດຈະຜ່ານຜ່າສິ່ງທ້າທາຍນີ້ໄດ້.”
ທ້າຍປີ 2014, ຕາມວິວັດທະນາການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຍຸດທະສາດເຂດປາຊີຟີກ ຈະສິ້ນສຸດລົງ ແລະ ກ້າວເຂົ້າສູ່ການປະຕິບັດ. ເວລານັ້ນ ກຸ່ມບັນດາປະເທດເຂົ້າຮ່ວມສັນຍາ ຈະກາຍເປັນຫນຶ່ງໃນບັນດາເຂດການຄ້າໃຫຍ່ກວ່າໝູ່ໃນໂລກ, ປະກອບສ່ວນເກືອບ 40% ຍອດຜະລິດຕະພັນພາຍໃນ ແລະ ປະມານ 1/3 ວົງເງິນການຄ້າທົ່ວໂລກ. ຖ້າໝູນໃຊ້ກາລະໂອກາດນີ້, ຫວຽດນາມ ຈະໄດ້ຮັບຜົນປະໂຫຍດອັນໃຫຍ່ຫລວງຈາກກະແສການລົງທຶນໃຫມ່, ສ້າງກຳລັງສາມາດການຜະລິດໃຫ່ມ ແລະ ເຂົ້າຮ່ວມບັນດາລະບົບມູນຄ່າໃນພາກພື້ນ ແລະ ທົ່ວໂລກ, ຈາກນັ້ນ ເສດຖະກິດຫວຽດນາມຈະພັດທະນາຕາມທິດໝັ້ນຄົງກວ່າ.