ຕອນຄ່ຳວັນທີ 20/11, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກພະນົມເປັນ ກັບເມືອຮອດຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 21 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ກຳປູເຈຍ. ໃນກອງປະຊຸມສຸດຍອດຄັ້ງທີ 21 ຄັ້ງນີ້, ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງກອງປະຊຸມ.
(ພາບ:hanoimoi.com.vn)
ໝາກຜົນອັນໃຫ່ຍຫຼວງທີ່ສຸດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 21 ຄັ້ງນີ້, ນັ້ນແມ່ນ, ບັນດາການນຳອາຊຽນ ໄດ້ຕັດສິນໃຈຍູ້ແຮງການປະຕິບັດວິວັດທະນາການສ້າງປະຊາຄົມອາຊຽນ ໃນປີ 2015 ໃຫ້ປະກົດຜົນເປັນຈິງ, ສຳເລັດຕາມຄວາມຄຶບໜ້າ ແລະ ບັນດາຄາດໝາຍທີ່ໄດ້ວາງອອກໃນແຕ່ລະເສົາຄ້ຳປຂອງະຊາຄົມ, ພິເສດແມ່ນເສົາຄ້ຳດ້ານເສດຖະກິດ. ບັນດາການນຳອາຊຽນ ກໍ່ຊີ້ນຳຍູ້ແຮງການຮ່ວມສຳພັນ ແລະ ເຊື່ອມຈອດຢູ່ພາກພື້ນ, ກ່ອນອື່ນໝົດແມ່ນໃນອາຊຽນ ແລະ ຫຼັງຈາກນັ້ນແມ່ນເປີດກ້ວາງອອກສູ່ພາກພື້ນອາຊີຕາເວັນອອກ.
ທີ່ກອງປະຊຸມຄັ້ງນີ້, ບັນດາການນຳອາຊຽນ ໄດ້ຢັ້ງຢືນວ່າຄວນສືບຕໍ່ເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງອາຊຽນ ໃນການຮັບປະກັນສະພາບແວດລ້ອມແຫ່ງສັນຕີພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນກໍ່ຄືການຮ່ວມມືໃນພາກພື້ນ ແລະ ກຳນົດທິດແກ້ໄຂບັນດາບັນຫາລວມລວມຊື່ງພາກພື້ນຄວາມສົນໃຈ. ທ່ານ Pham Binh Minh ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:
“ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາຖະແຫຼງການສຳຄັນຈຳນວນໜຶ່ງ, ໃນນັ້ນມີຖະແຫຼງການພະນົມເປັນ ກ່ຽວກັບສິດທິມະນຸດ, ໄດ້ຮັບຮອງເອົາ ຖະແຫຼງການສະເຫຼີມສະຫຼອງ 10 ປີແຫ່ງການປະຕິບັດຖະແຫຼງການກ່ຽວກັບຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກລະຫວ່າງອາຊຽນ-ຈີນ ເພື່ອຊຸກຍູ້ການປະຕິບັດຖະແຫຼງດັ່ງກ່າວໃຫ້ດີກ່ວາອີກ. ພ້ອມກັນນັ້ນ, ບັນດາການນຳອາຊຽນ ກໍ່ຮັບຮອງເອົາບັນດາຖະແຫຼງການຂອງອາຊຽນ ກັບຈີນ, ອາເມລິກາ, ຍິ່ປຸ່ນ, ໃນນັ້ນເພີ່ມທະວີການຮ່ວມມືທາງທະເລ, ການທ່ອງທ່ຽວ, ຄົມມະນາຄົມຂົນສົ່ງ ແລະ ບັນຫາອື່ນໆ….. “
ທ່ານ Pham Binh Minh
ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ
(ພາບ:nhandan.com.vn)
ຄະນະຜູ້ແທນຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ Nguyen Tan Dung ນຳໜ້າເຂົ້າຮ່ວມບັນດາກອງປະຊຸມສຸດຍອດຄັ້ງນີ້ ແມ່ນສືບຕໍ່ປະຕິບັດທິດນຳຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ປະກອບສ່ວນເຂົ້າໃນວຽກງານລວມ, ພິເສດແມ່ນເພີ່ມທະວີຄວາມສາມັກຄີ ແລະ ເພີ່ມທະວີບົດບາດໃຈກາງຂອງອາຊຽນ ໃນອົງປະກອບຂອງພາກພື້ນ. ຕາມນັ້ນແລ້ວ, ຫວຽດນາມ ຖືເປັນສຳຄັນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການເພີ່ມທະວີບົດບາດ ແລະ ການຮ່ວມມືຂອງອາຊຽນ ກໍ່ຄືສ້າງອາຊຽນ ໃຫ້ມີຄວາມສາມັກຄີ, ຮ່ວມສຳພັນ ແລະ ໝັ້ນຄົງເຂັ້ມແຂງ, ເປີດກ້ວາງການພົວພັນຮ່ວມມືກັບບັນດາຄູ່ຮ່ວມມື, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາໃນພາກພື້ນ. ທ່ານ Pham Binh Minh ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ຕື່ມອີກວ່າ:
“ພວກເຮົາໄດ້ພ້ອມກັບບັນດາປະເທດອາຊຽນ ປະກອບສ່ວນເຂົ້າໃນການສ້າງບັນດາຂໍ້ກຳນົດການປະພຶດ ເຮັດແນວໃດເພື່ອໃຫ້ອາຊຽນ ມີປະມວນຂໍ້ກຳນົດການປະພຶດໃນການປົກປັກຮັກສາສັນຕິພາບຂອງພາກພື້ນກໍ່ຄືໃນບັນດາຂົງເຂດເສດຖະກິດ, ສັງຄົມ, ວັດທະນະທຳ. ແລະ ພວກເຮົາປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ພິເສດແມ່ນໃນເຂດທະເລຕາເວັນອອກ“.
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 21 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໄດ້ສ້າງຄວາມປະທັບໃຈພິເສດໃຫ້ແກ່ຫວຽດນາມ, ຍ້ອນວ່າ, ທີ່ກອງປະຊຸມຄັ້ງນີ້, ບັນດາການນຳອາຊຽນ ໄດ້ຕົກລົງແຕ່ງຕັ້ງ ທ່ານ Le Luong Minh ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເປັນເລຂາທິການໃຫ່ຍຂອງອາຊຽນ ອາຍຸການ 5 ປີ (2013-2017). ນັ້ນແມ່ນທ່ານເລຂາທິການໃຫ່ຍຊາວຫວຽດນາມ ຜູ້ທຳອິດ ຢູ່ອົງການອາຊຽນ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ ກໍ່ຄືຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດສະມາຊິກອາຊຽນ ຕໍ່ຫວຽດນາມ. ໂດຍປະຕິບັດບົດບາດການທູດໃໝ່ໃນຈຸດເວລາສຳຄັນ ຂະນະທີ່ອາຊຽນ ຕ້ອງປະເຊີນໜ້າກັບການທ້າທາຍຫຼາຍຢ່າງແຕ່ຫາງສຽງມີຄວາມເຊື່ອໝັ້ນວ່າ, ດ້ວຍທຸກສິ່ງທຸກຢ່າງທີ່ຫວຽດນາມ ໄດ້ມານະພະຍາຍາມປະກອບສ່ວນໃຫ້ແກ່ອາຊຽນ ໃນ 17 ປີຜ່ານມາ, ພ້ອມກັບຄຸນນະທາດ, ຄວາມສາມາດ, ບົດຮຽນດ້ານການທູດຫຼາຍຝ່າຍໃນ 30 ປີຜ່ານມາ, ທ່ານເລຂາທິການໃຫ່ຍອາຊຽນ ຄົນໃໝ່ Le Luong Minh ຈະຮັບຜິດຊອບບົດບາດຂອງຕົນເປັນຢ່າງດີ, ຮັບປະກັນບັນດາຜົນປະໂຫຍດລວມຂອງບັນດາປະເທດອາຊຽນ.
ຜົນສຳເລັດລວມຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 21 ຢູ່ພະນົມເປັນ ປະເທດກຳປູເຈຍ ອີກເທື່ອໜຶ່ງໄດ້ຢັ້ງຢືນຄວາມເຊື່ອໝັ້ນກ່ຽວກັບອົງການອາຊຽນ ແຫ່ງການຮ່ວມມື, ເຊື່ອມຈອດ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າກ່ວາອີກເຂົ້າໃນບັນດາບັນຫາທົ່ວໂລກ. ເຫດການບັນດາການນຳອາຊຽນ ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງກ່ຽວກັບບັນດາບາດກ້າວລະອຽດ ແນ່ໃສ່ສ້າງປະຊາຄົມອາຊຽນ ໝັ້ນຄົງເຂັ້ມແຂງ ແມ່ນສານທີ່ຈະແຈ້ງກ່ຽວກັບເຈດຈຳນົງທີ່ບໍ່ມີການປ່ຽນແປງຂອງອາຊຽນ ທີ່ມີການສະໜິດຕິດພັນ, ແມ່ນກຸ່ມການເມືອງເອກະພາບ. ແລະ ໃນນັ້ນມີບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນບໍ່ໜ້ອຍຂອງຫວຽດນາມ, ຊື່ງແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ.