(vovworld )- ວັນທີ 26/3, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍຄັ້ງທີ 2 ຊຶ່ງຈັດຂຶ້ນຢູ່ ສເກົາຫລີ ແລະ ຕໍ່ຈາກນັ້ນແມ່ນການຢ້ຽມຢາມ ສເກົາຫລີຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສເກົາຫລີ Lee Myung Bak. ນີ້ແມ່ນການເຄື່ອນໄຫວດ້ານການຕ່າງປະເທດສຳຄັນຂອງຫວຽດນາມໃນປີ 2012, ແມ່ນໂອກາດທີ່ດີເພື່ອໃຫ້ຫວຽດນາມ ສືບຕໍ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຕົນໃນການນຳໃຊ້ພະລັງງານນິວເຄຼຍເພື່ອຈຸດໝາຍສັນຕິພາບ ແລະ ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພດ້ານນິວເຄຼຍ ພ້ອມທັງຢັັ້ງຢືນຫວຽດນາມຖືເປັນສຳຄັນ ແລະ ປາດຖະຫນາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ສເກົາຫລີ ຍິ່ງກວ່າອີກ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ແລະ ທ່ານປະທານາທິບໍດີ ສເກົາຫລີ Lee Myung Bak
ພາບປະກອບ: internet
|
ນັບແຕ່ກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍຄັ້ງທີ 1 ດຳເນີນໄປຢູ່ອາເມລິກາເມື່ອປີ 2010, ບັນຫາຄວາມໝັ້ນຄົງ, ຄວາມປອດໄພດ້ານນິວເຄຼຍ ໄດ້ ແລະ ພວມແມ່ນຄວາມສົນໃຈລວມຂອງປະເທດທັງໝົດໃນໂລກ, ນັບທັງບັນດາປະເທດມີນິວເຄຼຍ ຫລືບໍ່ທັນມີນິວເຄຼຍ. ເພາະສະນັ້ນ, ກອງປະຊຸມຄັ້ງນີ້ໄດ້ເຕົ້າໂຮມປະມຸກລັດ, ຜູ້ນຳຫນ້າລັດຖະບານ 50 ທ່ານ ທີ່ມາຈາກ 50 ປະເທດໃນໂລກ ລ້ວນແຕ່ມູ້ງໄປເຖິງຈຸດໝາຍລວມ, ນັ້ນແມ່ນແລກປ່ຽນກ່ຽວກັບບັນດາຄວາມກ້າວຫນ້າໃນການປະຕິບັດບັນດາຄຳໝັ້ນສັນຍາດ້ານການເມືອງທີ່ຖືກຍົກອອກມາໃນກອງ ປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍຄັ້ງທີ1, ວາງອອກບັນດາການກຳນົດທິດ ເຄື່ອນໄຫວໃຫ້ແກ່ກົນໄກກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍ.
ໂດຍແມ່ນປະເທດເຂົ້າຮ່ວມກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍນັບແຕ່ຄັ້ງທຳອິດ, ຫວຽດນາມ ໄດ້ ແລະ ພວມມີຄວາມມານະພະຍາຍາມຫລາຍຢ່າງເພື່ອປະຕິບັດບັນດາຄຳໝັ້ນສັນຍາດ້ານການເມືອງ, ໃນນັ້ນດຳເນີນການຄົ້ນຄ້ວາເຂົ້າຮ່ວມບັນດາຂໍ້ຜູກພັນໃນສັນຍາ, ກົນໄກສາກົນກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພດ້ານນິວເຄຼຍກໍຄືຕັ້ງຫນ້າຮ່ວມມືກັບອົງການພະລັງງານປະລະມານູນສາກົນ (IAEA) ແລະ ບັນດາປະເທດໃນການຜັນຂະຫຍາຍໂຄງການນຳໃຊ້ພະລັງງານນິວເຄຼຍເພື່ອຈຸດໝາຍສັນຕິພາບ. ຫວຽດນາມ ໄດ້ລົງນາມໃນສັນຍາຮ່ວມມືນິວເຄຼຍສອງຝ່າຍກັບຫລາຍປະເທດຢູ່ໃນໂລກ. ດອກເຕີ Le Van Hong ຮອງຫົວຫນ້າສະຖາບັນພະລັງງານປະລະມານູຫວຽດນາມໃຫ້ຮູ້ວ່າ:
“ ຢາກຕີລາຄາຢ່າງຊັດເຈນ ຕ້ອງມີການຄົ້ນຄ້ວາຢ່າງເລິກເຊິ່ງ, ລະອຽດ ແລະ ມີການຄິດໄລ່ຢ່າງລະອຽດຈຶ່ງສາມາດຮັບຮູ້ໄດ້. ການຊອກຮູ້ໃນເບື້ອງຕົ້ນແມ່ນສຳຄັນທີ່ສຸດ ແລະ ໃນຊຸມປີຕໍ່ໄປ ກະຊວງວິທະຍາສາດ ເຕັກໂນໂລຊີ ໄດ້ມີແຜນການລົງທຶນໃຫ້ແກ່ບັນດາໝວດຄົ້ນຄ້ວາຜ່ານຫົວເລື່ອງສະເພາະ, ໂຄງການ ເພື່ອຊອກຮູ້ຢ່າງເລິກເຊິ່ງ, ບົນພື້ນຖານນັ້ນ ຈຶ່ງມີການຄິດໄລ່ຢ່າງເປັນທາງການເພື່ອຜັນຂະຫຍາຍພະລັງງານນິວເຄຼຍໄດ້.”
ເຫດການທ່ານນາຍົກລັດຖະມົນຕີ Nguyen Tan Dung ນຳຫນ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍຄັ້ງທີ 2 ຢູ່ ສເກົາຫລີ ຄັ້ງນີ້ ແມ່ນສືບຕໍ່ຢືນຢັນກັບໂລກກ່ຽວກັບນະໂຍບາຍສະເໝີຕົ້ນສະເຫມີປາຍຂອງຫວຽດນາມ ໃນການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ. ທ່ານ Luong Thanh Nghi ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ແຈງວ່າ:
“ຫວຽດນາມ ຍາມໃດກໍກຳນົດວ່າ ການຮັບປະກັນຄວາມປອດໄພດ້ານນິວເຄຼຍແມ່ນບຸລິມະສິດອັນດັບຫນຶ່ງໃນວິວັດການພັດທະນາ, ນຳໃຊ້ພະລັງງານນິວເຄຼຍ ພ້ອມທັງສະຫນັບສະຫນູນສິດນຳໃຊ້ພະລັງງານເພື່ອຈຸດປະສົງສັນຕິພາບຂອງບັນດາປະເທດ, ກໍຄືບັນດາຄວາມມານະພະຍາຍາມຫລຸດຜ່ອນ ແລະ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ.”
ສິ້ນສຸດກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຈະທຳການຢ້ຽມຢາມ ສເກົາຫລີ ຢ່າງເປັນທາງການ. ນີ້ເປັນຄັ້ງທີ 3 ທີ່ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢ້ຽມຢາມ ສເກົາຫລີ ຢ່າງເປັນທາງການ ແລະ ແມ່ນເຫດການການເມືອງສຳຄັນທຳອິດໃນປີແຫ່ງມິດຕະພາບຫວຽດນາມ - ສເກົາຫລີ 2012 ແລະ ລະນຶກ 20 ປີແຫ່ງວັນສອງປະເທດສ້າງສາຍພົວພັນທາງການທູດ. ການພັດທະນາການພົວພັນດ້ານການເມືອງໄດ້ສ້າງທ່ວງທ່າຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງສອງປະເທດ. ໃນຫລາຍປີຜ່ານມາ, ສເກົາຫລີ ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືເສດຖະກິດຕົ້ນຕໍຂອງຫວຽດນາມ. ສເກົາຫລີ ຢືນອັນດັບຫນຶ່ງໃນບັນຊີລາຍຊື່ 92 ປະເທດ ແລະ ເຂດແຄ້ວນລົງທຶນເຂົ້າຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນຂຶ້ນເຖິງກວ່າ 23 ຕື້ USD ແລະ ພວມແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 4 ຂອງຫວຽດນາມ. ເຖິງວ່າ ໃນສະພາບບັນດາປະເທດລ້ວນແຕ່ຫລຸດຜ່ອນແຫລ່ງເງິນຊ່ວຍເຫລືອພັດທະນາຢ່າງເປັນທາງການ (ODA) ໃຫ້ແກ່ຫວຽດນາມ ຍ້ອນປະສົບກັບຄວາມຫຍຸ້ງຍາກດ້ານການເງິນ ແລະ ຫວຽດນາມນອນໃນໝວດບັນດາປະເທດທີ່ມີລາຍຮັບຄິດສະເລ່ຍໃສ່ຫົວຄົນໃນລະດັບປານກາງ ແຕ່ ສເກົາຫລີ ຍັງຄົງສືບຕໍ່ໃຫ້ບຸລິມະສິດສະຫງວນທຶນຊ່ວຍເຫລືອໃຫ້ແກ່ຫວຽດນາມ ດ້ວຍມູນຄ່າປີນີ້ສູງກວ່າປີກ່ອນ ແລະ ສຸມໃສ່ບັນດາໂຄງການພື້ນຖານໂຄງລ່າງ. ທ່ານ Ha Chan Ho ເອກອັກຄະລັດຖະທູດ ສເກົາຫລີ ປະຈຳຫວຽດນາມ ຖືວ່າ:
“ເມື່ອ ສເກົາຫລີ ຄາດຄະເນວ່າຈະເພີ່ມການຊ່ວຍເຫລືອທຶນ ODA ໃຫ້ແກ່ຫວຽດນາມ, ພວກຂ້າພະເຈົ້າບໍ່ພຽງແຕ່ອີງໃສ່ລາຍຮັບຂອງປະເທດນີ້ສູງ ຫລື ຕ່ຳເທົ່ານັ້ນ ຫາກຍັງອີງໃສ່ປະສິດທິຜົນການປະຕິບັດທຶນຊ່ວຍເຫລືອກໍຄືຄວາມສາມາດນຳໃຊ້ບັນດາແຫລ່ງທຶນຊ່ວຍເຫລືອນັ້ນເຂົ້າໃນການພັດທະນາເສດຖະກິດຢ່າງມີປະສິດທິຜົນຄືແນວໃດ. ແລະ ພວກຂ້າພະເຈົ້າເຫັນວ່າ ຄວນຊ່ວຍເຫລືອທຶນ ODA ໃຫ້ແກ່ຫວຽດນາມ ຫລາຍກວ່າອີກ.”
ມີຫລາຍໂຄງການພື້ນຖານໂຄງລ່າງທີ່ພົ້ນເດັ່ນຄື: ຂົວ Ham Rong, ເສັ້ນທາງຄວາມໄວສູງ Ha noi - Hai Phong, ໂຮງໝໍຫລາຍຂະແຫນງ Quang Nam ແມ່ນສັນຍາລັກຂອງການຮ່ວມມືລະຫວ່າງ ຫວຽດນາມ ແລະ ສເກົາຫລີ ຢ່າງມີປະສິດທິຜົນ. ສອງຝ່າຍກໍພວມມານະພະຍາຍາມສູ້ຊົນຍົກວົງເງິນການຄ້າສອງສົ້ນ ຫວຽດນາມ ແລະ ສເກົາຫລີ ໃຫ້ຂຶ້ນເຖິງ 20 ຕື້ USD ໃນປີ 2015.
ການຢ້ຽມຢາມ ສເກົາຫລີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຄັ້ງນີ້ ອີກຄັ້ງຫນຶ່ງເປັນການຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຖືການພົວພັນຮ່ວມມືກັບ ສເກົາຫລີເປັນສຳຄັນ. ການຢ້ຽມຢາມເປັນຂີດໝາຍ 20 ປີແຫ່ງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງຄູ່ຮ່ວມມືຍຸດທະສາດ ແມ່ນໂອກາດເພື່ອໃຫ້ສອງປະເທດແລກປ່ຽນຫລາຍມາດຕະການ ເພື່ອນຳການພົວພັນຫວຽດນາມ ສເກົາຫລີ ສະຫນິດຕິດພັນນຳກັນກວ່າ, ມີຄວາມໄວ້ເນື້ອເຊື່ອໃຈຕໍ່ກັນ ແລະ ໝັ້ນຄົງຍິ່ງກວ່າອີກ.
ແອນຮ່ວຽນ