ຫວຽດນາມ ຢືນຢັນສານພ້ອມກັນສ້າງປະຊາຄົມ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງແຮງ

(VOVWORLD) - ວັນທີ 8 ສິງຫາ, ສະຫະປະຊາຊາດບັນດາປະເທດ ອາຊີ ຕາເວັນອອກສ່ຽງໃຕ້ ໄດ້ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ (8/8/1967 – 8/8/2017) ຢ່າງເປັນທາງການ. ບັນດາຜົນງານທີ່ ອາຊຽນ ບັນລຸໄດ້ໃນເຄິ່ງສະຕະວັດຜ່ານມາ ໄດ້ນຳ ອາຊຽນ ກາຍເປັນພາກພື້ນ ພັດທະນາຂະຫຍັນຂັນເຄື່ອນ ແລະ ມີຜົນສະທ້ອນອັນໃຫຍ່ຫຼວງຢູ່ພາກພື້ນ ອາຊີ - ປາຊີຟິກ. 
ຫວຽດນາມ ຢືນຢັນສານພ້ອມກັນສ້າງປະຊາຄົມ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງແຮງ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

22 ປີນັບແຕ່ໄດ້ເຂົ້າເປັນສະມາຊິກຂອງ ອາຊຽນ, ຫວຽດນາມ ມີການປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງ ອາຊຽນ; ຊ່ວຍໃຫ້ ອາຊຽນ ກາຍເປັນປະຊາຄົມລວມ ມີຄວາມສະໜິດຕິດພັນໃນປີ 2015 ດ້ວຍບັນດາບາດກ້າວຍາວໄກກ່ວາໃນອະນາຄົດ. ເນື່ອງໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຝາກສານສຳຄັນຂອງ ຫວຽດນາມ ເຖິງ ສະຫະປະຊາຊາດບັນດາປະເທດ ອາຊີ ຕາເວັນອອກສ່ຽງໃຕ້.

ກ່ອນນີ້ 50 ປີ, ວັນທີ 8 ສິງຫາ 1967, ອາຊຽນ ໄດ້ຮັບການສ້າງຕັ້ງ, ດ້ວຍ 5 ປະເທດສະມາຊິກ. ຜ່ານໄລຍະ 50 ປີ, ອາຊຽນ ໄດ້ເຕີບໃຫຍ່ເຂັ້ມແຂງ, ກາຍເປັນປະຊາຄົມດ້ວຍ 10 ປະເທດສະມາຊິກ ເປັນເຈົ້າຊາຕາກຳຂອງຕົນ ແລະ ນັບມື້ນັບເຕີບໃຫຍ່ກ່ວາກ່ຽວກັບທາງດ້ານການເມືອງ, ໝັ້ນຄົງດ້ານເສດຖະກິດ, ໄດ້ຮັບການປັບປຸກ່ວາງກ່ຽວກັບລະບອບລະບຽບການໃຫ້ ແລະ ມີຄວາມຊະໜິດຕິດພັນໃນການພົວພັນກ່ວາ.

ເອກອ້າງທະນົງໃຈກ່ຽວກັບຊາຍຄາລວມ ອາຊຽນ - ຮູບແບບຮ່ວມສຳພັນພາກພື້ນບັນລຸຜົນສຳເລັດ

       ເປີດສາກບົດປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າຜ່ານໄລຍະປະຫວັດສາດ ແລະ ຄວາມມຸ່ງຫວັງໃນເບື້ອງຕົ້ນ, ອາຊຽນ ບໍ່ພຽງແຕ່ຫັນປ່ຽນ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຈາກການປະທະກັນ ຫັນເປັນຄູ່ເຈລະຈາ, ຈາກຄວາມລະແວງສົງໄສ ຫັນເປັນການຮ່ວມມື, ຈາກການແບ່ງແຍກ ຫັນເປັນຄວາມສາມັກຄີ ເຊິ່ງຈຸດສຸງສຸດແມ່ນສ້າງເປັນປະຊາຄົມ ອາຊຽນ:

        “ມື້ນີ້, ອາຊີຕາເວັນອອກສ່ຽງໃຕ້ ແຫ່ງມີສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ພັດທະນາ ແມ່ນຈຸດເດັ່ນໃນແຜນທີ່ໂລກ ທີ່ເຕັມໄປດ້ວຍຄວາມຂາດສະຖຽນລະພາບ. ປະຊາຄົມ ອາຊຽນ ຢືນທີ 6 ຢູ່ໃນໂລກດ້ວຍ GDP ບັນລຸເກືອບ 3.000 ຕື້ USD/ປີ. ພ້ອມກັນນັ້ນ, ອາຊຽນ ກໍ່ແມ່ນບ່ອນເຕົ້າໂຮມບັນດາພື້ນຖານວັດທະນະທຳຫຼາຍຮູບຫຼາຍແບບ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ຄວາມສາມັກຄີລະຫວ່າງປະຊາຊາດ ທີ່ດຳລົງຊີວິດໃນສັນຕິພາບ, ຊີວິດສັງຄົມໄດ້ຮັບປະກັນ, ຄຸນນະພາບການດຳລົງຊີວິດຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ”

        ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ ໃນການພົວພັນກັບພາຍນອກ, ນັບທັງບັນດາປະເທດ ມະຫາອຳນາດໃນໂລກ, ຍາມໃດ ອາຊຽນ ກໍ່ເປັນເຈົ້າການເຈລະຈາ, ຮ່ວມມື, ແມ່ນກຳລັງນຳພາບັນດາກົນໄກເວທີປາໄສພາກພື້ນ. ຍາມໃດອາຊຽນ ກໍ່ນຳໜ້າ, ແລກປ່ຽນແບບສ້າງສັນກັບບັນດາຄູ່ຮ່ວມມືກ່ຽວກັບທຸກໆບັນຫາ, ຈາກການປ່ຽນແປງຂອງດິນຟ້າອາກາດ, ການຕ້ານກໍ່ການຮ້າຍ ຕະຫຼອດຮອດສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ… ຈາກນັ້ນ, ຍົກສູງທີ່ຕັ້ງບົດບາດສາກົນຂອງ ອາຊຽນ ແລະ ແຕ່ລະປະເທດສະມາຊິກ.

ຫວຽດນາມ ຢືນຢັນສານພ້ອມກັນສ້າງປະຊາຄົມ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງແຮງ - ảnh 2 ພິທີຊັກທຸງ ອາຊຽນ ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ

ຫວຽດນາມ ໃຫ້ຄຳໝັ້ນສັນຍາພ້ອມກັບ ອາຊຽນ ສ້າງປະຊາຄົມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

       ໂດຍເຂົ້າເປັນສະມາຊິກ ອາຊຽນ ນັບແຕ່ປີ 1995, ຫວຽດນາມ ມີຄວາມເອກອ້າງທະນົງໃຈທີ່ໄດ້ຮຽບບ່າຮຽງໄຫຼ່ພ້ອມກັບບັນດາປະເທດສະມາຊິກປະກອບສ່ວນໃຫ້ຊາຍຄາລວມ ອາຊຽນ ໃນປະຈຸບັນ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ຜ່ານໄລຍະກ່ວາ 2 ທົດສະວັດ, ຫວຽດນາມ ໄດ້ສ້າງ ຂີດໝາຍຈະແຈ້ງດ້ວຍບັນດາບາດກ້າວເຕີບໃຫຍ່, ເຂັ້ມແຂງຂອງ ອາຊຽນ. ທ່ານນາຍົກລັດຖະມົນຕີ ຖືວ່າ: ສະຕະວັດທີ 21 ພວມວາງອອກບັນດາກາລະໂອກາດ ແລະ ສິ່ງທ້າທາຍອັນໃຫຍ່ຫຼວງໃຫ້ແກ່ ອາຊຽນ ໃນການປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ປະກົດຜົນເປັນຈິງ, ມຸ່ງໄປເຖິງ “ປະຊາຄົມ ອາຊຽນ ອີງໃສ່ກົດໝາຍ, ມຸ່ງໄປເຖິງ ປະຊາຊົນ ແລະ ຖືປະຊາຊົນເປັນໃຈກາງ”. ດັ່ງນັ້ນ, ອາຊຽນ ພວມປະຕິບັດບັນດາການປ່ຽນໃໝ່, ປັບປຸງ, ມີໄຫວພິບກ່ວາ, ມີປະສິດທິຜົນກ່ວາ ແລະ ຍິ່ງໄປກ່ວານັ້ນແມ່ນສືບຕໍ່ຮັກສານ້ຳໃຈສາມັກຄີ ທີ່ໄດ້ຮັບການເພີ່ມພູນຄູນສ້າງໃນເຄິ່ງສະຕະວັດຜ່ານມາ. ໃນຄວາມມານະພະຍາຍາມລວມນັ້ນ, ໂດຍເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມ ອາຊຽນ, ຫວຽດນາມ ສືບຕໍ່ປະກອບຂໍ້ລິິເລີ່ມຫຼາຍຢ່າງເພື່ອຊຸກຍູ້ການພັດທະນາລວມຂອງ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ:

        “ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພ້ອມກັບປະເທດຕ່າງໆ: ຕັດສິນໃຈສ້າງປະຊາຄົມ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຊຸກຍູ້ການຄ້າ ແລະ ການລົງທຶນພາຍໃນກຸ່ມ, ພັດທະນາພື້ນຖານໂຄງລ່າງ, ຮັດແຄບຊ່ອງຫວ່າງການພັດທະນາ; ຮ່ວມມືຮັບໃຊ້ປະຊາຊົນຢ່າງແທ້ຈິງ, ຍົກສູງຊີວິດການເປັນຢູ່, ຮັບປະກັນຊີວິດສັງຄົມ, ປຸກລຸກຄວາມເອກອ້າງທະນົງໃຈກ່ຽວກັບປະຊາຄົມ; ສ້າງປະຊາຄົມ ອາຊຽນ ໂດຍອີງໃສ່ບັນດາກົດລະບຽບ, ພິເສດແມ່ນກົດໝາຍ ແລະ ບັນດາຫຼັກການພື້ນຖານຂອງການພົວພັນສາກົນ; ຍົກສູງປະສິດທິຜົນແຫ່ງການຮ່ວມມືກັບບັນດາຄູ່ຮ່ວມມື, ຮັກສາບົດບາດເປັນເຈົ້າພາທາງຢູ່ພາກພື້ນ, ມີຫຼັກການລວມກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ”

        ເພື່ອຂ່ຳນັບຮັບຕ້ອນຈຸດເວລາ “ສຳຄັນຍິ່ງ” ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາຂອງ ອາຊຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຝາກຄຳອວຍພອນເຖິງທຸກໆປະເທດສະມາຊິກ ແລະ ບັນດາພົນລະເມືອງໃນປະຊາຄົມ ອາຊຽນ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ, ດ້ວຍຄວາມເຫັນດີເຫັນພ້ອມ, ຄວາມຕັດສິນໃຈ ແລະ ຄວາມຮັບຮູ້ລວມ, ອາຊຽນ ຈະສ້າງບັນດາບາດກ້າວຢ່າງແຮງບົນເສັ້ນທາງແຫ່ງການສ້າງຕັ້ງປະຊາຄົມສາມັກຄີ, ນັບມື້ນັບພັດທະນາເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ