ຫວຽດນາມ ສະແດງໃຫ້ເຫັນຄວາມຮັບຜິດຊອບສາກົນ ເມື່ອອອກສະໝັກຮັບເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ UNESCO

(VOVWORLD) - UNESCO ແມ່ນອົງການວິຊາສະເພາະຂອງ ສະຫະປະຊາຊາດ, ມີທີ່ຕັ້ງນັບມື້ນັບສຳຄັນໃນຊີວິດດ້ານວັດທະນະທຳ, ວິທະຍາສາດ, ການສຶກສາໂລກ, ດັ່ງນັ້ນ ການເລືອກເຟັ້ນຜູ້ອຳນວຍການໃຫຍ່ຂອງອົງການດັ່ງກ່າວ ແມ່ນສຳຄັນຍິ່ງ, ດ້ວຍຂັ້ນຕອນເຄັ່ງຄັດ.

ໃນ 2 ວັນຄືວັນທີ 09 ແລະ ວັນທີ 10 ຕຸລາ, 58 ປະເທດສະມາຊິກ ໄດ້ປ່ອນບັດລັບ ເພືື່ອເລືອກຕັ້ງຜູ້ອຳນວຍການໃຫຍ່ອົງການວັດທະນະທຳ, ວິທະຍາສາດ, ສຶກສາຂອງ ສະຫະປະຊາຊາດ (UNESCO). ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ຂອງ ຫວຽດນາມ ແມ່ນໜຶ່ງໃນຈຳນວນ 8 ຜູ້ອອກສະໝັກຮັບເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ UNESCO. ນີ້ເປັນຄັ້ງທຳອິດ ຫວຽດນາມ ມີຜູ້ຕາງໜ້າອອກສະໝັກຮັບເລືອກຕັ້ງເຂົ້າໃນຖານະຕຳແໜ່ງສຳຄັນນີ້, ສະແດງໃຫ້ເຫັນຄວາມຮັບຜິດຊອບສາກົນໃຫຍ່ກ່ວາຂອງ ຫວຽດນາມ ຢູ່ບັນດາອົງການຫລາຍຝ່າຍ. ບົດຂຽນຂອງ ທ໋າຍເຢືອງ.

ຫວຽດນາມ ສະແດງໃຫ້ເຫັນຄວາມຮັບຜິດຊອບສາກົນ ເມື່ອອອກສະໝັກຮັບເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ UNESCO - ảnh 1 ສຳນັກງານ UNESCO ຢູ່ຝະຣັ່ງ (ພາບ: internet)

        ຈະມີ 5 ຮອບປ່ອນບັດ ເພື່ອຄັດເລືອກຜູ້ອອກສະໝັກເລືອກຕັ້ງໄຊຊະນະ. ຜູ້ອອກສະໝັກຮັບເລືອກຕັ້ງໄດ້ໄຊຊະນະ ຈະຖືກສະພາບໍລິຫານງານ UNESCO ແນະນຳ ເພື່ອໃຫ້ກອງປະຊຸມໃຫຍ່ UNESCO ພິຈາລະນາ ແລະ ຮັບຮອງເອົາທີ່ກອງປະຊຸມຈະດຳເນີນໄປໃນເດືອນ ພະຈິກ 2017.

ການເລືອກເຟັ້ນຢ່າງເຄັ່ງຄັດ

        UNESCO ແມ່ນອົງການວິຊາສະເພາະຂອງ ສະຫະປະຊາຊາດ, ມີທີ່ຕັ້ງນັບມື້ນັບສຳຄັນໃນຊີວິດດ້ານວັດທະນະທຳ, ວິທະຍາສາດ, ການສຶກສາໂລກ, ດັ່ງນັ້ນ ການເລືອກເຟັ້ນຜູ້ອຳນວຍການໃຫຍ່ຂອງອົງການດັ່ງກ່າວ ແມ່ນສຳຄັນຍິ່ງ, ດ້ວຍຂັ້ນຕອນເຄັ່ງຄັດ.

        ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ (15/11/1945) ມາຮອດປະຈຸບັນ, UNESCO ໄດ້ຜ່ານການເລືອກຕັ້ງຜູ້ອຳນວຍການໃຫຍ່ເປັນ 10 ຄັ້ງ, ແລະ ນີ້ແມ່ນການເລືອກຕັ້ງຄັ້ງທີ 11, ເພື່ອເລືອກເອົາຜູ້ເປັນຫົວໜ້າຂອງອົງການນີ້ ໃນອາຍຸການ 4 ປີ (11/2017 – 11/2021). ບັນດາຜູ້ອອກສະໝັກຮັບເລືອກຕັ້ງ ຈະຕ້ອງຜ່ານບັນດາການຕອບສຳພາດ ແລະ ປ່ອນບັດ. ຮອບຕອບສຳພາດຄັ້ງນີ້ (ໄດ້ປະຕິບັດຢູ່ກອງປະຊຸມສະພາບໍລິຫານງານ UNESCO 201 ເດືອນ ເມສາ 2017) ມີການປ່ຽນແປງບາງຢ່າງ. ຕ່າງກັບບັນດາການປະຊຸມລັບກ່ອນນີ້, ໃນຄັ້ງນີ້ ບັນດາຜູ້ອອກສະໝັກຮັບເລືອກຕັ້ງ ຈະສະເໜີໂຄງການດຳເນີນງານ ແລະ ຕອບສຳພາດໂດຍກົງ ຊຶ່ງຖ່າຍທອດສົດຜ່ານເວັບໄຊຂອງ UNESCO.

        ບັນດາຜູ້ອອກສະໝັກຮັບເລືອກຕັ້ງ ລ້ວນແຕ່ແມ່ນຜູ້ທີ່ເຄີຍໄດ້ຮັບດຳລົງຕຳແໜ່ງສູງໃນລັດຖະບານບັນດາປະເທດ, ເຄີຍມີການເຄື່ອນໄຫວຢູ່ UNESCO, ເຂົ້າໃຈກ່ຽວກັບບັນດາຂົງເຂດວິຊາການຂອງອົງການນີ້. ຜູ້ອອກສະໝັກຮັບເລືອກຕັ້ງ ຟ້າມແຊງເຈົາ ຂອງ ຫວຽດນາມ ກໍ່ແມ່ນຜູ້ທີ່ມີຄວາມຮູ້ ແລະ ມີບົດຮຽນຫລາຍຢ່າງໃນການເຄື່ອນໄຫວຢູ່ UNESCO, ເຄີຍຮັບຕຳແໜ່ງເປັນເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ UNESCO ແລະ ປັດຈຸບັນແມ່ນທູດພິເສດຂອງນາຍົກລັດຖະມົນຕີກ່ຽວກັບບັນດາວຽກງານຂອງ UNESCO.

ເປັນຄັ້ງທຳອິດ ຫວຽດນາມ ອອກສະໝັກເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ UNESCO

        ຄວາມຕັດສິນອອກສະໝັກຮັບເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ UNESCO ຂອງ ຫວຽດນາມ ນອນໃນວິວັດທະນາການເຂົ້າຮ່ວມນັບມື້ນັບຕັ້ງໜ້າຂອງ ຫວຽດນາມ ເຂົ້າໃນບັນດາການເຄື່ອນໄຫວຂອງ UNESCO ນັບແຕ່ເມື່ອເຂົ້າຮ່ວມອົງການນີ້ໃນເດືອນ ກໍລະກົດ 1976. ໃນໄລຍະເບື້ອງຕົ້ນ, ຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າສະພາບໍລິຫານງານ UNESCO (1978 - 1983), ເປີດອົງການຕາງໜ້າຢູ່ UNESCO (1982). ພ້ອມກັນນັ້ນ, ຫວຽດນາມ ໄດ້ໃຫ້ສັດຕະຍາບັນສົນທິສັນຍາສຳຄັນບາງສະບັບຄື: ສົນທິສັນຍາອະນຸລັກຮັກສາມໍລະດົກວັດທະນະທຳບໍ່ມີຮູບຮ່າງ; ສົນທິສັນຍາປົກປັກຮັກສາ ແລະ ເສີມຂະຫຍາຍຄວາມຫລາຍຮູບຫລາຍສີທາງດ້ານວັດທະນະທຳ; ເປັນເຈົ້າການຈັດຕັ້ງບັນດາກອງປະຊຸມ, ການເຄື່ອນໄຫວໃຫຍ່ຂອງ UNESCO (ກອງປະຊຸມສຸດຍອດພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບການເຈລະຈາລະຫວ່າງບັນດາພື້ນຖານວັດທະນະທຳ; ກອງປະຊຸມທີ່ປຶກສາບັນດາຄະນະກຳມະການແຫ່ງຊາດພາກພື້ນ ອາຊີ - ປາຊີຟິກ…).

        ຫວຽດນາມ ກໍ່ຍູ້ແຮງການປະກອບຂໍ້ລິເລີ່ມໃນບັນດາຂົງເຂດດ້ານວິຊາການຄື: ລົບລ້າງໄພກືກໜັງສື; ສູນຮ່ຳຮຽນວົງຄະນະຍາດ; ນຳໃຊ້ເນື້ອໃນການສຶກສາ ເພື່ອການພັດທະນາແບບຍືນຍົງເຂົ້າໃນຮູບແບບເຂດນິເວດທຳມະຊາດຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາບໍລິຫານງານ 4 ຄັ້ງແລ້ວ ແລະ ປັດຈຸບັນພວມປະຕິບັດບົດບາດນີ້ເປັນຢ່າງດີ (ອາຍຸການ 2015 - 2019) ແລະ ສະມາຊິກຄະນະກຳມະການມໍລະດົກໂລກ (ອາຍຸການ 2013 - 2017). UNESCO ກໍ່ຖືເປັນສຳຄັນການພົວພັນກັບ ຫວຽດນາມ ຢ່າງແທ້ຈິງ. ຜູ້ອຳນວຍການໃຫຍ່ UNESCO ທ່ານ Irina Bokova ໄດ້ຢືນຢັນວ່າ: “ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າ ແລະ ເປັນແບບຢ່າງກ່ຽວກັບການຜັນຂະຫຍາຍບັນດາໂຄງການ, ການເຄື່ອນໄຫວຂອງ UNESCO ສຳເລັດຜົນ”. 

   ຍ້ອນມີການເຂົ້າຮ່ວມ UNESCO ຢ່າງຕັ້ງໜ້ານັ້ນ, ພາບພົດຂອງຫວຽດນາມໄດ້ຮັບການໂຄສະນາ, ບັນດາໂຄງການອະນຸລັກຮັກສາວັດທະນະທຳ, ສຶກສາ, ວິທະຍາສາດໄດ້ຮັບການໜູນຊ່ວຍ. ຫວຽດນາມໄດ້ຮັບການຮັບຮອງຈາກອົງການ UNESCO ດ້ວຍ 35 ນາມມະຍົດທີ່ມີອິດທິພົນຊື່ສຽງເຊັ່ນ: 8 ມໍລະດົກທຳມະຊາດ ແລະ ວັດທະນະທຳໂລກ, 11 ມໍລະດົກບໍ່ມີຮູບຮ່າງໂລກ, 6 ມໍລະດົກວັດຖຸເອກະສານ, 9 ເຂດນິເວດທຳມະຊາດໂລກ ແລະ 1 ສວນສາທາລະນະທໍລະນີທົ່ວໂລກ.  ເມື່ອບໍ່ດົນມານີ້, 2 ສະຖາບັນຄະນິດສາດ ແລະ ຟີຊິກສາດທີ່ຂຶ້ນກັບສະພາມະຫາບັນດິດວິທະຍາສາດຫວຽດນາມໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ແມ່ນສູນວິທະຍາສາດປະເພດ 2 ພາຍໃຕ້ການຊ່ວຍເຫຼືອຈາກ UNESCO

     ສະແດງບົດບາດອັນຕັ້ງໜ້າກ່ວາຢູ່ທີ່ບັນດາອົງການຫຼາຍຝ່າຍ

    ເຖິງວ່າ ເປັນຄັ້ງທຳອິດອອກຫາສຽງເລືອກຕັ້ງກໍຕາມ, ແຕ່ຜ່ານຮອບສະເໜີລາຍການກະທຳ ແລະ ຕອບສຳພາດເມື່ອເດືອນເມສາປີ 2017, ທ່ານເອກອັກຄະລັດຖະທູດຫວຽດນາມ ຝ້າມແຊງເຈົາ, ຜູ້ອອກສະໝັກເລືອກຕັ້ງຂອງຫວຽດນາມໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຕົນເອງ, ດ້ວຍການນຳໃຊ້ພາສາອັງກິດ, ຝະລັ່ງເປັນຢ່າງດີ, ສະແດງໃຫ້ເຫັນຄວາມຮູ້ທີ່ກ້ວາງເລິກໃນຫຼາຍຂົງເຂດທີ່ກ່ຽວຂ້ອງ, ບົດຮຽນການເຄື່ອນໄຫວຢູ່ UNESCO, ສະແດງໃຫ້ເຫັນຄວາມສາມາດນຳພາອົງການສາກົນທີ່ມີຂອບຂະໜາດໃຫຍ່, ພ້ອມທັງຍົກອອກບັນດາແນວຄວາມຄິດທີ່ແທດຈິງເພື່ອປະຕິຮູບກົງຈັກ UNESCO ແລະ ໂຄງການເຄື່ອນໄຫວລະອຽດ.

    ແຕ່ຢ່າງໃດກໍດີ, ຕໍ່ໜ້າບັນດາຜູ້ສະໝັກເລືອກຕັ້ງທີ່ດີເດັ່ນ ຂອງຈີນ, ອີຢິບ, ກາຕາ,  ຝະລັ່ງນັ້ນ, ໝາກຜົນການແຂ່ງຂັນຮອບຊະນະເລີດເຂົ້າໃນຕຳແໜ່ງຫຼັກແຫຼ່ງຂອງ UNESCO ກໍຍັງມີຫຼາຍສິ່ງຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ. ແຕ່ສຳລັບຫວຽດນາມແລ້ວ, ເປັນຄັ້ງທຳອິດທີ່ມີຜູ້ສະໝັກເລືອກຕັ້ງມີຄວາມເຊື່ອໝັ້ນຕົນເອງເຂົ້າຮ່ວມການຫາສຽງເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ UNESCO ກໍເປັນການສະແດງໃຫ້ເຫັນຄວາມຫວັງຂອງຫວຽດນາມຢາກສວມບົດບາດທີ່ສຳຄັນກວ່າໃນວຽກງານສາກົນລວມ./. 

ຕອບກັບ

ຂ່າວ/ບົດ​ອື່ນ