ຫວຽດນາມ - ອາເມລິກາຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ


(vovworld) - ປີ 2015, ​ແມ່ນ​ປີ​ພິ​ເສດ​ໃນ​ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ, ​ເປ​ັນຂີດ​ໝາຍ​ໄລຍະ 20 ປີ ​ແຫ່ງ​ການ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ເປັນ​ປົກກະຕິ ​ແລະ 40 ປີພາບຫຼັງ​ທີ່ສົງຄາມ​ຢູ່ຫວຽດນາມ​ ສິ້ນ​ສຸດ​ລົງ. ຍູ້​ແຮງ​ເລື່ອງ​ຜັນ​ຂະຫຍາຍ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ​ຫຼັງ​ສົງຄາມ, ​ແມ່ນ​ຈຸດ​ສຸມ​ແຫ່ງ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ປີ 2015.

ຫວຽດນາມ - ອາເມລິກາຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ - ảnh 1

ການນຳແຂວງກວາງຈີ້ໃຫ້ການຕ້ອນຮັບທ່ານນາງ

ລັດຖະມົນຕີຊ່ວຍວາການກະຊວງການຕ່າງປະເທດອາເມລິກາ Rose.E. Gottemoeller


        ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກລະ​ເບີດບໍ່​ທັນ​ແຕກ​ຫຼັງ​ສົງຄາມລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ ​ແລະ ​ໄດ້​ມີ​ບາດກ້າວ​ທີ່ເໝາະ​ສົມ. ທັງ​ສອງ​ປະ​ເທດ​ໄດ້​ສ້າງບັນດາຮູບ​ແບບ​ເຄື່ອນ​ໄຫວ​ທີ່​ມີ​ປະສິດທິ​ຜົນ​ສູງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວຽກ​ງານ​ນີ້​ຕ້ອງການ​ແຫຼ່ງທຶນ ​ແລະ ​ແຫຼ່ງຊັບພະຍາກອນ​ມະນຸດ​ຢ່າງ​ຫຼວງ​ຫຼາຍ ກໍ່​ຄື​ຮຽກຮ້ອງ​ໃຫ້​ມີ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ໃນ​ໄລຍະ​ຍາວ.

        ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ຮ່ວມ​ມື​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ

        ຕົ້ນ​ເດືອນ 3/2015, ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ຮັບຜິດຊອບ​ໜ້າ​ທີ່​ກວດກາ​ອາວຸດ ​ແລະ ຄວາມ​ປອດ​ໄພ​ສາກົນ, ທ່ານ​ນາງ Rese Gottemoeller ​ໄດ້​ລົງ​ກວດກາ​ໂດຍ​ກົງ​ຢູ່​ແຂວງ​ກວາງ​ຈີ້, ​ເຊິ່ງ​ແມ່ນ​ທ້ອງ​ຖີ່​ນທີ່​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ທີ່​ສຸດ​ຍ້ອນ​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ. ທ່ານ​ນາງ Rese Gottemoeller ​​ໄດ້​ແບ່ງປັນ​ວ່າ.

        “ຂ້າພະ​ເຈົ້າ​ໄດ້​ລົງ​ກວດກາ​ຕົວ​ຈິງ​ກ່ຽວ​ກັບ​ວຽກ​ງານ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ ​ແລະ​ ຂ້າ​ພະ​​ເຈົ້າ​ເອງ​ກໍ່ເປັນ​ຜູ້ກົດ​ປຸ່ມ​ທຳລາຍ​ອາວຸດ​ທີ່​ອັນຕະລາຍ​ນີ້. ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ພົບ​ປະ​ກັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ, ​ຂ້າພະ​ເຈົ້າ​ກໍ່ໂອ້​ລົມ ​ແລະ​ ເຂົ້າ​ໃຈ​ໄດ້​ຄວາມ​ເສຍ​ຫາຍ, ມານະ​ຈິດ​ໃນ​ການ​ສ້າງ​ຊີວິດ​ຄືນ​ໃໝ່​ຂອງ​ເຂົາ​ເຈົ້າ ​ແລະ​ຂ້າພະ​ເຈົ້າ​ເອງ​ໄດ້​ປູກ​ຕົ້ນ​ໄມ້​ໃນ​ເຂດ​ດິນ​ເກີດສົງຄາມ​ເມື່ອ​ກ່ອນ​ນີ້, ຄື​ດັ່ງ​ສານ​ຢາກ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ດ້ວຍ​ສີຂຽວ​ຂອງ​ຕົ້ນ​ໄມ້​ນີ້

        ​ໃນ​ການ​ຢ້ຽມຢາມ, ທ່ານ​ນາງ Rese Gottemoeller ກໍ່​ໃຫ້​ຮູ້​ວ່າ, ​ໃນ​ປີ​ນີ້, ລັດຖະບນອາ​ເມ​ລິ​ກາ​ ຈະ​ອຸປະຖຳ​ໃຫ້​ຫວຽດນາມ 10 ລ້ານ USD, ​ໃນ​ນັ້ນ ກວາງ​ຈີ້​ ໄດ້​ຮັບ 8 ລ້ານ USD, ​ເພື່ອ​ປະຕິບັດ​ໂຄງການ​ໃໝ່, ​ແນ​ໃສ່​ສ້າງ​ສຸນຂໍ້​ມູນບັນດາ​ສະຖານ​ທີ່​ໄດ້ຮັບ​ບຸລິ​ມາ​ສິດ​ໃນ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ, ຊ່ວຍ​ວິວັດ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ​ໃຫ້​ບັນລຸ​ປະສິດທິ​ຜົນ​ສູງ​ກວ່າ.

        ລະດົມ​ທຸກ​ແຫຼ່ງກຳລັງ​ໃຫ້​ວຽກ​ງານເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ

        ພາຍຫຼັງ​ສົງຄາມ​ສິນ​ສຸດ​ລົງ, ຫວຽດນາມ​ ກໍ່​ດຳ​ເນີນ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ. ດ້ວຍ​ຄວາມ​ມານະ​ພະຍາຍາມຂອງ​ລັດ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຂອງ​ຕ່າງປະ​ເທດ. ພິ​ເສດ​ແມ່ນ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ອາ​ເມ​ລິ​ກາ, ຈຳນວນ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ໄດ້​ລຸດລົງ​ພໍ​ສົມຄວນ. ​ໃນ 20 ປີຜ່ານມາ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ອາ​ເມ​ລິ​ກາ​ ​ໄດ້​ໜູນ​ຊ່ວຍ​ເງິນ​ປະມານ 80 ລ້ານ USD  ​ເພື່ອ​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ. ບໍ່​ພຽງ​ແຕ່​ຫຼຸດຜ່ອນ​ຜົນ​ສະທ້ອນ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ເທົ່າ​ນັ້ນ, ​ເຂົາ​ເຈົ້າ​ຍັງ​ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ພໍ​ສົມຄວນ​ອີກ​ດ້ວຍ. ທ່ານ Bob Stokes, ຜູ້ອຳນວຍການ​ອົງການ Peace Trees ຫວຽດນາມ, ​ເຊິ່ງ​ແມ່ນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ອາ​ເມ​ລິ​ກາ ​ແຫ່ງທຳ​ອິດ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມ​ຢູ່​ແຂວງ​ກວາງ​ຈີ້ ນັບ​ແຕ່​ປີ 1975, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ​ຍັງ​ມີ​ຫຼາຍ​ບັນຫາ​ຫຼັງສົງຄາມ ​ແລະ ປະຈຸ​ບັນ​ບໍ່​ທັນ​ມີ​ການ​ກະທຳ​ໃດ​ເພື່ອ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ຫຼັງ​ສົງຄາມຢ່າງ​ເຖິງ​ຖອງ​ເທື່ອ. ດັ່ງ​ນັ້ນ​ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ໜູນ​ຊ່ວຍ​ຊາວ​ກວາງ​ຈີ້, ພິ​ເສດ​ແມ່ນ​ເດັກນ້ອຍ ​ແລະ ບັນດາ​ຜູ້​ທຸກ​ຍາກ​ໃນ​ແຂວງ“.

ຫວຽດນາມ - ອາເມລິກາຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ - ảnh 2

ທ່ານນາງ Rose.E. Gottemoeller ໄປກວດກາສະຖານທີ່ເກັບກູດລະເບີດບໍ່ທັນແຕກ
ຢູ່ຕາແສງຈ້ຽວອ໋າຍ, ເມືອງຈ້ຽວຟອງ

        ຄວນ​ມານະ​ພະຍາຍາມ​ຮ່ວມ​ມື​​ໃນ​ໄລຍະ​ຍາວ

        ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ດ້ວຍ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກລະ​ເບີດ​ບໍ່​ທັນ​ແຕກ​ໃນ 5 ປີຜ່ານມາ ​ແມ່ນ​ຈະ​ຕ້ອງ​ເສຍ​ເວລາ​ເຖິງ 300 ປີ​ອີກ​ຈຶ່ງ​ແກ້​ໄຂ​ບັນຫາລະ​ເບີດ​ບໍ່​ທັນ​ແຕກຫຼັງ​ສົງຄາມຢູ່​ຫວຽດນາມ ​ຢ່າງ​ເຖິງ​ຖອງ​ໄດ້.  ​ໂດຍ​ແມ່ນ​ປະ​ເທດ​ພວມ​ພັດທະນາ, ຄຽງ​ຂ້າງ​ກຳລັງ​ພາຍ​ໃນ​ແລ້ວ, ຫວຽດນາມ​ ຍັງ​ຕ້ອງການ​ໄດ້​ຮັບ​ການ​ຮ່ວມ​ມື​ກັບ​ສາກົນ​ໃນ​ຂົງ​ເຂດ​ນີ້​ອີກ, ພິ​ເສດ​ແມ່ນ​ບັນດາ​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ໃນ​ໄລຍະ​ຍາວ​ຈາກ​ລັດຖະບານ​ອາ​ເມ​ລິ​ກາ. ​ເດືອນ 3 ຜ່ານ​ມາ, ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ, ຫວຽດນາມ​ ໄດ້​ສະ​ເໜີ​ຫຼາຍ​ໂຄງການ​ຮ່ວມ​ມື​ຢ່າງ​ລະອຽດ, ​ເພື່ອ​ແນ​ໃສ່​ຍູ້​ໄວ​ວຽກ​ງານເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ​ແລະ ຂໍ້​ສະ​ເໜີ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຈາກ​ລັດຖະບານ​ອາ​ເມ​ລິ​ກາ. ​ໃນ​ການ​ຢ້ຽມຢາມ​ນີ້, ທ່ານ​ຮອງ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຫງວຽນ​ຈີ໋ວິ້ງ, ​ໃຫ້​ຮູ້​ວ່າ:

        “ຫວຽດນາມ​ ໄດ້​ສະ​ເໜີ 3 ​ໂຄງການ. ທີ​ໜຶ່ງ​ແມ່ນເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ຢູ່​ບາງ​ທ້ອງ​ຖີ່​ນທີ່​ຖືກ​ມົນ​ລະ​ພິດ​ຢ່າງ​ໜັກໜ່ວງ. ທີ​ສອງ​ແມ່ນ​ອາ​ເມ​ລິ​ກາ​ ຄວນ​ໜູນ​ຊ່ວຍ​ຫວຽດນາມ ກໍ່ສ້າງ​ສູນ​ຂໍ້​ມູນ​ກ່ຽວ​ກັບ​ລະ​ເບີດ​ບໍ່​ທັນ​ແຕກ ​ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ ​ແລະ ທີ​ສາມ​ແມ່ນ​ຜັນ​ຂະຫຍາຍ​ໂຮງງານ​ຜະລິດ​ອົງຄະ​ທຽມ​ຢູ່​ແຕ່ລະ​ແຂວງ. ຫວັງ​ວ່າ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ​ ຈະ​ລົງ​ນາມ​ໃນ​ບັນດາ​ໂຄງການ​ລະອຽດ​ດັ່ງກ່າວ​ໂດຍ​ໄວ“.

        ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມຢູ່​ຫວຽດນາມ ​ຍັງ​ໜັກໜ່ວງ​ຢູ່. ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ບໍ່​ພຽງ​ແຕ່​​ເປັນ​ການແກ້​ໄຂ​ຜົນ​ຮ້າຍ​ໃນ​ອະດີດຕະການ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ປະຕູ​ໃຫ້​ແກ່​ອະນາຄົດ​ອີກ​ດ້ວຍ. ພາຍຫຼັງ​ 40 ປີ​ ​​ແຫ່ງ​ສົງຄາມ ແລະ 20 ປີ ​ແຫ່ງ​ການສ້າງ​ການ​ພົວພັນ​ທາງ​ການ​ທູດ​ເປັນ​ປົກກະຕິ. ຫວຽດນາມ ​ແລະ ອາ​ເມ​ລິ​ກາ​ພວມ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​​ຕາມ​ທິດ​ດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ