(vovworld) - ປະຈຸບັນ, ພະລັງງານໄດ້ຮັບຖືວ່າແມ່ນຂະແຫນງເສດຖະກິດປາຍແຫລມຂອງ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດຕະວັດ, ຫລຸດໄລຍະເວລາປະຕິບັດວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມລົງ. ໃນຂະນະນັ້ນ, ອາເມລິກາລາຕິນ ໄດ້ຮັບຖືວ່າ ແມ່ນຫນຶ່ງໃນບັນດາເຂດທີ່ມີຄວາມສາມາດບົ່ມຊ້ອນໃນການພັດທະນາພະລັງງານ. ກອງປະຊຸມສຳມະນາ “ຄູ່ຮ່ວມມືກະສິກຳ ແລະ ພະລັງງານ ຫວຽດນາມ - ອາເມລິກາລາຕິນ” ແມ່ນນອນໃນຂອບເຂດເວທີປາໄສ ຫວຽດນາມ - ອາເມລິກາລາຕິນ ກ່ຽວກັບດ້ານການຄ້າ ແລະ ການລົງທຶນຊຶ່ງດຳເນີນໄປຢູ່ ຫວຽດນາມ ແຕ່ວັນທີ 5 - 6/7 ນັ້ນແມ່ນກາລະໂອກາດເພື່ອໃຫ້ບັນດານັກຄົ້ນຄ້ວາຍຸດທະສາດພັດທະນາພະລັງງານຂອງ ຫວຽດນາມ ແລະ ບັນດາປະເທດອາເມລິກາຕີນ ແລກປ່ຽນ, ຊອກຫາວິທີການພັດທະນາພະລັງງານເພື່ອໃຫ້ສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ.
ທ່ານນາຍົກລັດຖະມົນຕີ Nguyen Tan Dung ພ້ອມດ້ວຍຜູ້ຕາງຫນ້າບັນດາ
ປະເທດ ອາເມລິກາລາຕິນ
ພາບ:TTXVN |
ໃນຂົງເຂດພະລັງງານ, ຫວຽດນາມ ແລະ ບັນດາປະເທດ ອາເມລິກາລາຕິນ ລ້ວນແຕ່ມີທ່າໄດ້ປຽບດ້ວຍແຫລ່ງຊັບພະຍາກອນນ້ຳມັນບໍ່ທີ່ອຸດົມສົມບູນ. ສຳລັບ ຫວຽດນາມ, ອຸດສາຫະກຳກັ່ນນ້ຳມັນ ປະຈຸບັນແມ່ນຂົງເຂດພັດທະນາຢ່າງແຂງແຮງທີ່ສຸດ, ແມ່ນເຄ່ືອງມືເສດຖະກິດສຳຄັນຕົ້ນຕໍ ຂອງປະເທດຊາດ ແລະ ແມ່ນເຄື່ອງມືດັດປັບເສດຖະກິດມະຫາພາກຂອງລັດຖະບານ. ການພັດທະນາຂອງກຸ່ມບໍລິສັດນ້ຳມັນອາຍແກສ ຫວຽດນາມ ໃນຊຸມປີຜ່ານມາໄດ້ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງປະເທດຊາດ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດສັງຄົມ ແລະ ກວມ 25 - 30% ຍອດລາຍຮັບງົບປະມານແຫ່ງລັດປະຈຳປີ. ໃນທ່າອ່ຽງ ຕັ້ງຫນ້າເຊື່ອມໂຍງ ແລະ ມານະພະຍາຍາມພັດທະນາ, Petro Vietnam ໄດ້ກຳນົດວ່າ ອາເມລິກາລາຕິນ ແມ່ນພາກພື້ນທີ່ມີຄວາມສາມາດບົ່ມຊ້ອນດ້ານນ້ຳມັນອາຍແກສຫລາຍ ແມ່ນບໍລິເວນລົງທຶນຈຸດສຸມ, ຍຸດທະສາດ. ໃນຊຸມປີຜ່ານມາ, Petro Vietnam ໄດ້ເປັນເຈົ້າການສ້າງຕັ້ງ, ພັດທະນາການພົວພັນ, ສົ່ງເສີມການຮ່ວມມືກັບບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ນັ້ນແມ່ນບັນດາບໍລິສັດນ້ຳມັນອາຍແກສແຫ່ງຊາດ ຢູ່ ອາເມລິກາລາຕິນ ຄື: ENARRA( ປະເທດອັກຊັງຕີນ), PETROECUADO( ecuado), CUPET(ກູບາ), PDVSA (Venezuela) ແລະ ປະຈຸບັນ Petro Vietnam ພວມຄົ້ນຄ້ວາຄວາມສາມາດສ້າງຕັ້ງການພົວພັນຮ່ວມມືກັບບໍລິສັດນ້ຳມັນອາຍແກສແຫ່ງຊາດ Petrobras ຂອງບຣາຊີນ ແລະ Ecopetro ຂອງ Clombia ກໍຄືຜັນຂະຫຍາຍໂຄງການຂຸດຄົ້ນນ້ຳມັນອາຍແກສຫລາຍໂຄງການຢູ່ບັນດາປະເທດ ອາເມລິກາລາຕິນ ເພື່ອເປີດກວ້າງເຄືອຂ່າຍການຮ່ວມມືກັບພາກພື້ນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນກ່ຽວກັບພະລັງງານ. ທ່ານ Nguyen Quoc Thap ຮອງຜູ້ອຳນວຍການກຸ່ມບໍລິສັດນ້ຳມັນອາຍແກສ ຫວຽດນາມ Petro Vietnam ເນັ້ນຫນັກວ່າ:
“ການຮ່ວມມືຂອງ ຫວຽດນາມ ກັບບັນດາປະເທດ ອາເມລິກາລາຕີນ ໃນຂົງເຂດຂຸດຄົ້ນນ້ຳມັນອາຍແກສມີຄວາມສາມາດບົ່ມຊ້ອນ ແລະ ແງ່ຫວັງອັນໃຫຍ່ຫລວງ, ມີລັກສະນະຍຸດທະສາດຍາວນານ. ພາກພື້ນ ອາເມລິກາລາຕິນ ມີຄວາມສາມາດບົ່ມຊ້ອນດ້ານນ້ຳມັນອາຍແກສທີ່ສຸດ, ເພາະສະນັ້ນ ການຮ່ວມມືໃນຂົງເຂດຊອກຫາ, ສຳຫລວດ ແລະ ຂຸດຄົ້ນນ້ຳມັນຈະສ້າງກາລະໂອກາດສຳຄັນຫລາຍຢ່າງໃຫ້ແກ່ຫວຽດນາມ ເພື່ອເພີ່ມປະລິມານການຂຸດຄົ້ນນ້ຳມັນ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ນັກລົງທຶນ ແລະ ປະເທດຊາດ, ແມ່ນພື້ນຖານສຳຄັນເພື່ອໃຫ້ Petro VietNam ບັນລຸໄດ້ບັນດາຈຸດໝາຍຍຸດທະສາດໃນອະນາຄົດ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃນໄລຍະຍາວໃຫ້ແກ່ ຫວຽດນາມ. ພ້ອມກັນນັ້ນ ປະກອບສ່ວນຍົກສູງ ທ່ີຕັ້ງບົດບາດ, ອິດທີພົນຊື່ສຽງຂອງ Petro VietNam ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມໃນເວທີສາກົນ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການປະຕິບັດຍຸດທະສາດພັດທະນາ, ຍຸດໂທບາຍການທູດເສດຖະກິດຂອງພັກ, ລັດ ແລະ ລັດຖະບານ.”
ໄປຄຽງຄູ່ກັບການຂຸດຄົ້ນທ່າແຮງດ້ານນ້ຳມັນອາຍແກສ, ປະຈຸບັນ ບັນດາປະເທດ ອາເມລິກາລາຕິນ ພວມຜັນຂະຫຍາຍແຜນການລົງທຶນໃຫຍ່ເຂົ້າໃນຂະແຫນງພະລັງງານຜະລິດຄືນໃຫມ່. ອາດຈະເວົ້າໄດ້ວ່າ, ໃນຊຸມປີຜ່ານມາ, ບັນດາຜົນງານໃນການຜະລິດພະລັງງານຄືນໃຫມ່ຂອງບັນດາປະເທດ ອາເມລິກາລາຕິນ ໄດ້ຊ່ວຍໃຫ້ພາກພື້ນນີ້ນັບມື້ນັບມີຜົນສະທ້ອນເຖິງບັນດາອົງການ ແລະ ລະບົບການເງິນທົ່ວໂລກ. ປະຈຸບັນ ບາຣາຊີນ ແມ່ນປະເທດນຳຫນ້າໃນການຜະລິດໄຟຟ້ານ້ຳຕົກ ດ້ວຍກຳລັງການຜະລິດຕິດຕັ້ງຂຶ້ນເຖິງ 80 GW, ຄຽງຄູ່ກັນນັ້ນ ບັນດາປະເທດ Argentina, ເມຊິກໂກ ແລະ Costa Rica ພວມມີຫລາຍໂຄງການທີ່ມີຄວາມສາມາດບົ່ມຊ້ອນເພື່ອພັດທະນາແຫລ່ງພະລັງງານຜະລິດຄືນໃຫມ່ຄື: ໄຟຟ້າໃຊ້ແຮງລົມ, ໄຟຟ້າໃຊ້ແສງຕາເວັນສະນັ້ນ ຫວຽດນາມ ພວມໄດ້ຮັບຖືວ່າ ແມ່ນຕະຫລາດລົງທຶນໃຫ້ແກ່ບັນດາວິສາຫະກິດ ອາເມລິກາລາຕິນ ລົງທຶນພັດທະນາພະລັງງານຜະລິດຄືນໃຫມ່. ທ່ານ Juan Kose Aguero, ຜູ້ອຳນວຍການສາຂາຂອງກຸ່ມບໍລິສັດ IMPSA ປະເທດອັກຊັງຕິນ ແມ່ນຫນຶ່ງໃນບັນດານັກລົງທຶນໃຫຍ່ກວ່າໝູ່ຢູ່ ອາເມລິກາລາຕິນ ໃນຂົງເຂດພະລັງງານຜະລິດຄືນໃຫມ່ ໃຫ້ຮູ້ວ່າ:
ທ່ານນາຍົກລັດຖະມົນຕີ Nguyen Tan Dung ກ່າວຄຳເຫັນທີ່ເວທີປາໄສ
ພາບ:internet |
“ຢູ່ ຫວຽດນາມ, ພວກຂ້າພະເຈົ້າຈະຜັນຂະຫຍາຍຮູບແບບທີ່ໄດ້ນຳໃຊ້ຢູ່ ບຣາຊີນ ສຳເລັດຜົນ, ນັ້ນແມ່ນລົງທຶນ ແລະ ພັດທະນາໄຟຟ້າໃຊ້ແຮງລົມ. ສາຍເຫດທີ່ພວກຂ້າພະເຈົ້າເລືອກເຟັ້ນ ຫວຽດນາມເພື່ອພັດທະນາຂົງເຂດນີ້ ເພາະວ່າ ການຈະເລີນເຕີບໂຕຂອງພື້ນຖານເສດຖະກິດ ຫວຽດນາມ ກໍຄືຄວາມຕ້ອງການນຳໃຊ້ພະລັງງານຂອງ ຫວຽດນາມ. ແຕ່ສິ່ງສຳຄັນທີ່ສຸດ ນັ້ນແມ່ນຫວຽດນາມ ແມ່ນປະເທດມີຄວາມສາມາດບົ່ມຊ້ອນພັດທະນາໄຟຟ້າໃຊ້ແຮງລົມກວ່າໝູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້.”
ເພື່ອຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາເມລິກາລາຕິນ ໃນຂະແຫນງເສດຖະກິດປາຍແຫລມພະລັງງານນັ້ນ, ທ່ານ Tran Tuan Anh ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເນັ້ນຫນັກວ່າ:
“ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສະຫນັບສະຫນູນ, ສົ່ງເສີມ ແລະ ສ້າງເງື່ອນໄຂຊຸກຍູ້ການພົວພັນຮ່ວມມືອຸດສາຫະກຳ, ການຮ່ວມມືພະລັງງານ, ນ້ຳມັນອາຍແກສ ກັບປະເທດ ອາເມລິກາລາຕິນ ທັງໝົດ, ສອດຄ່ອງກັບກົດໝາຍ ແລະ ແຜນນະໂຍບາຍເປີດປະຕູ, ການເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງລັດຖະບານ ຫວຽດນາມ. ດ້ວຍການຫນູນຊ່ວຍຂອງລັດຖະບານແຕ່ລະຝ່າຍ, ການເຄື່ອນໄຫວຂະຫຍັນຂັນເຄ່ື່ອນຂອງບັນດາວິສາຫະກິດກໍຄື ການຮ່ວມມືຂອງ ຫວຽດນາມ ກັບບັນດາປະເທດໃນພາກພື້ນ ອາເມລິກາລາຕິນ ພິເສດໃນຂົງເຂດອຸດສາຫະກຳ ແລະ ພະລັງງານຈະພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ເປັນຂີດໝາຍແຫ່ງໄລຍະຮ່ວມມືໃຫມ່ລະຫວ່າງ ຫວຽດນາມ ແລະ ອາເມລິກາລາຕິນ ຢ່າງມີປະສິດທິຜົນໃນສັດຕະວັດທີ 21”
ຜ່ານເວທີປາໄສ ຫວຽດນາມ ອາເມລິກາລາຕິນ ກ່ຽວກັບດ້ານການຄ້າ, ການລົງທຶນ, ບັນດາວິສາຫະກິດສອງຝ່າຍຈະເພີ່ມທະວີການເຄື່ອນໄຫວສົ່ງເສີມການລົງທຶນກວ່າອີກ ເພ່ືອນຳຫວຽດນາມ ແລະ ບັນດາປະເທດ ອາເມລິກາລາຕິນ ກາຍເປັນປະເທດເຂັ້ມແຂງໃນຂົງເຂດພະລັງງານຢູ່ພາກພື້ນ ແລະ ໃນເວທີສາກົນ, ສົມກັບຄວາມສາມາດບົ່ມຊ້ອນດ້ານພະລັງງານທີ່ມີຢູ່ແລ້ວຂອງແຕ່ລະຝ່າຍ.