ຫວຽດນາມ ແລະ ເອີລົບ ພ້ອມກັນມູ່ງໄປສູ່ອະນາຄົດ

(vovworld)- ວັນ​ທີ 25/8, ທ່ານ Jose Manuel Baroso, ປະ​ທານ​ຄະນະ​ກຳມະການ​ເອີ​ລົບ (EC) ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນຢູງ. ນີ້​ແມ່ນ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ທີ 2 ຂອງ​ທ່ານ Baroso ​ໃນ​ຖານະ​ເປັນ​ປະທານ EC, ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (EU) ພວມ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແຮງ. ​ເນື່ອງ​ໃນ​ໂອກາດ​ນີ້ ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ:​ ຫວຽດນາມ ​ແລະ ​ເອີ​ລົບ ພ້ອມ​ກັນ​ມູ່ງ​ໄປ​ສູ່​ອະນາຄົດ.

ຫວຽດນາມ ແລະ ເອີລົບ ພ້ອມກັນມູ່ງໄປສູ່ອະນາຄົດ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ
ທ່ານJose Manuel Baroso, ປະ​ທານ​ຄະນະ​ກຳມະການ​ເອີ​ລົບ

        ສະຫະພາບ​ເອີ​ລົບ (EU) ລວມມີ 28 ປະ​ເທດ​ສະມາຊິກ, ​ແມ່ນ​ກຸ່ມ​ເສ​ດຖະກິດ, ການ​ເມືອງ​ເປັນ​ເອກະລັກ​ສະ​ເພາະ. ຫວຽດນາມ ​ແລະ ອີ​ຢູ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​​ເມື່ອ​ເດືອນ 11/1990. ປີ 1996, ອີ​ຢູ ​​ແຕ່​ຕັ້ງຄະນະ​ຜູ້ຕາງຫນ້າ​ປະຈຳ ຮ່າ​ໂນ້ຍ ຢ່າງ​ເປັນ​ທາງ​ການ. ນັບ​ແຕ່​ນັ້ນ​ມາຮອດ​ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ ​ໄດ້​ເຂົ້າ​ສູ່​ຂອບ​ເຂດ, ພັດທະນາ​ຢ່າງ​ວ່ອງ​ໄວ​ນັບ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ. ຫວຽດນາມ ​ແລະ ອີ​ຢູ ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະຈຳ. ປະຈຸ​ບັນ ອີ​ຢູ ​ໄດ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ຕົ້ນຕໍ​ຂອງ​ຫວຽດນາມ ​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ເສດຖະ​ກິດ ສັງຄົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ​ຂອງ​ຫວຽດນາມ.

        ບາດກ້າວ​ບຸກທະລຸ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ

        ນັບ​ແຕ່​ເມື່ອ​ພາຍຫລັງ ອີ​ຢູ ຮັບຮອງ​ເອົາ​ສົນທິສັນຍາ Lisbon ກ່ຽວ​ກັບ​ການ​ປະຕິ​ຮູບ​ບັນດາ​ລະບອບ​ນະ​ໂຍບາຍ, ອີ​ຢູ ​ໄດ້​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ຕັ້ງຫນ້າ, ​ເປັນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ​ມີ​ຄວາມ​ເອົາ​ໃຈ​​ໃສ່​ເຖິງ​ ອາຊີ​ ກວ່າ ​ແລະ ພິ​ເສດ ​ແມ່ນ ອາ​ຊຽນ, ​ໃນ​ນັ້ນ ມີ​ຫວຽດນາມ. ​ໃນ​ສະພາບ​ການ​ນັ້ນ, ຫວຽດນາມ​ໄດ້ ຊຸກຍູ້​ການ​ພົວພັນ​ຫລາຍ​ດ້ານ​ກັບ ອີ​ຢູ. ພິ​ເສດ ປີ 2012 ​ເປັນ​ຂີດ​ໝາຍ​ແຫ່ງ​ບາດກ້າວ​ບຸກທະລຸ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ​ເມື່ອ​ສອງ​ຝ່າຍ​ລົງ​ນາມ​ໃນ​ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຢ່າງ​ເປັນ​ທາງ​ການ(PCA) ​ແລະ ​ເລີ່​ມການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ. ທ່ານ ຟ້າ​ມ​ແຊງ​ເຈົາ, ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ ປະຈຳ ​ແບນ​ຊີກ ​ແລະ ອີ​ຢູ ​ຢືນຢັນ​ວ່າ:

        “​ເປັນ​ຄັ້ງ​ທຳ​ອິດ ພວກ​​ເຮົາ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ ​ແລະ ​ໃຫ້​ສັດຕະ​ຍາ​ບັນ​ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ (PAC), ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ຮ່ວມ​ມື ຫວຽດນາມ ​ແລະ ອີ​ຢູ ພັດທະນາ​ຢ່າງຮອບດ້ານ. ​ເຫດການ​ນີ້ ​ໄດ້​ລ່ວງເກີນຂອບ​ເຂດ​ຂອງ​ວຽກ​ງານ​ຮ່ວມ​ມື​ທຳ​ມະ​ດາ, ຂອງ​ປະ​ເທດ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ​ແລະ ປະ​ເທດ​ຊ່ວຍ​ເຫລືອ. ປະຈຸ​ບັນ ພວມ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ FTA. ສັນຍາ​ນີ້ ຈະ​ຊ່ວຍ​ໃຫ້​ສິນຄ້າ​ຫວຽດນາມ ​ເຂົ້ າ​ຕະຫລາດ​ເອີ​ລົບ ​ໂດຍ​ບໍ່​ເສຍ​ຄ່າພາສີ.”

        ອາດ​ຈະ​ຢືນຢັນ​ໄດ້​ວ່າ ດ້ານ​ການ​ຄ້າ, ການ​ລົງທຶນ ​ແມ່ນ​​ເສົາ​ຄ້ຳ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອີ​ຢູ. ນັບ​ແຕ່​ປີ 2001 -2013, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ​ໄດ້​ເພີ່ມ​ຂຶ້ນ​ທົບ 7 ​ເທົ່າ, ຈາກ​ລະດັບ 4,5 ຕື້ USD ​ໃນ​ປີ 2001 ຂຶ້ນ​ເຖິງ 33,7 ຕື້ USD ​ໃນ​ປີ 2013. ປີ 2012, ອີ​ຢູ ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ລື່ນ​ກາຍ ອາ​ເມ​ລິ​ກາ ກາຍ​ເປັນ​ຕະຫລາດ​ສົ່ງ​ອອກ​ໃຫຍ່​ສຸດ​ຂອງ​ຫວຽດນາມ. ຈຸ​ດພົ້ນ​ເດັ່ນ​ໃນ​ການ​ພົວພັນ​ດ້ານ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ​ແມ່ນ​ການ​ເພີ່ມ​ເຕີມ​ໃຫ້​ກັນ​ສູງ, ຄວາມ​ແກ້ງ​ແຍ້​ງຫນ້ອຍ ​ແລະ ຫວຽດນາມ ສົ່ງ​ອອກ​ເກີນ​ດຸນ​ໄປ​ຍັງ ອີ​ຢູ ຢ່າງ​ລຽນຕິດ. ກ່ຽວ​ກັບ​ການ​ລົງທຶນ​, ​ໄລ່​ມາ​ຮອດ​ເດືອນ 6/2014, ມີ 23/28 ປະ​ເທດ​ສະມາຊິກ ອີ​ຢູ ​ໄດ້​ລົງທຶນ​ເຂົ້າ​ຫວຽດນາມ ດ້ວຍ 1.471 ​ໂຄງການ ມີ​ຍອດ​ທຶນ​ຈົດ​ທະບຽນ​ຂຶ້ນ​ເຖິງ 18 ຕື້  USD. ບັນດາປະເທດອີຢູ ມີໂຄງການຢູ່ແຂວງ, ນະຄອນ ຂອງຫວຽດນາມເປັນສ່ວນຫລາຍ, ​ໂດຍສຸມໃສ່ເຂົ້າໃນບັນດາຂົງເຂດ

ອຸດສາຫະກຳປຸງແຕ່ງ, ປະດິດ​ສ້າງ, ຜະລິດ​ແຈກຢາຍໄຟຟ້າ, ນ້ຳ, ອາຍ​ແກ​ສ, ຖະຫລງຂ່າວ ສື່ສານ. ​ເພາະສະ​ນັ້ນ ສັນຍາ FTA ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ພວມ​ໄດ້​ຮັບ​ການ​ຊຸກ​ຍູ້​ລະຫວ່າງ​ສອງ​ຝ່າຍ​ຢ່າງ​ວ່ອງ​ໄວ, ​ເພື່ອ​ຍາດ​ແຍ່ງ​ກາລະ​ໂອກາດ​ດ້ານ​ການ​ຄ້າ,​ການ​ລົງທຶນ. ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ​​ແຕ່​ວັນ​ທີ 11-12/8 ຜ່ານ​ມາ, ທ່ານ​ນາງ Catherine Ashton, ຮອງ​ປະທານ​ຄະນະ​ກຳມະການ​ເອີ​ລົບ ​ໄດ້​ເນັ້ນ​ຫນັກ​ວ່າ:

        “​ເມື່ອ​ສັນຍາ FTA ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ສຳ​ເລັດ ຈະ​​ເປີດ​ກາລະ​ໂອກາດ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ, ການ​ພົວພັນ​ດ້ານ​ການ​ຄ້າ 2 ສົ້ນ ຈະ​ເພີ່​ມຂຶ້ນ​ຢ່າງ​ແຮງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່ ອີ​ຢູ ​ແລະ ຫວຽດນາມ, ຕອບ​ສະຫນອງ​ຄວາມ​ມຸ່ງ​ຫວັງ​ຂອງ​ສອງ​ຝ່າຍ. ປະຈຸ​ບັນ ວິວັດ​ການ​ເຈລະຈາ FTA ລະຫວ່າງ​ຫວຽດນາມ ​ແລະ ອີ​ຢູ ພວມດຳ​ເນີນ​ໄປ​ຢ່າງ​ຕັ້ງຫນ້າ ​ແລະ ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ອາດ​ຈະ​ສຳເລັດ​ການ​ເຈລະຈາ​ໂດຍ​ໄວ​ໃນ​ທ້າຍ​ປີ​ນີ້.”

        ບໍ່​ພຽງ​ແຕ່​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ກ່ຽວ​ກັບ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ອີ​ຢູ ​ແລະ ບັນດາ​ປະ​ເທດ​ສະມາຊິກ ຍັງ​ແມ່ນ​ນັກ​ອຸປະ​ຖຳ​ໃຫຍ່​ກ່ຽວ​ກັບ​​ແຫ​ລ່ງທຶນ​ຫນູນ​ຊ່ວຍ​ພັດທະນາ​ຢ່າງ​ເປັນ​ທາງ​ການ (ODA) ​ໃຫ້​ແກ່​ຫວຽດນາມ. ອີ​ຢູ ໝັ້ນ​ໝາຍ​ເພີ່ມ​ເງິ​ນຊ່ວຍ​ເຫລືອ​ໃຫ​້​ແກ່​ຫວຽດນາມ ປະມານ 400 ລ້ານ​ເອີ​ໂຣ ​ໃນ​ໄລຍະ 2014-2020, ​ເພີ່ມ​ຂຶ້ນ 30% ​ເມື່ອ​ທຽບ​ໃສ່​ໄລຍະ 2007-2013.

ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ສັນຕິພາບ,ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ ​ແລະ ​ໃນ​ໂລກ

    ຄຽງ​ຄູ່​ກັບ​ການ​ພົວພັນ 2 ຝ່າຍ, ຫວຽດນາມ ​ແລະ ອີ​ຢູ ພ້ອມ​ກັນ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ອົງການ​ສາກົນ, ພິ​ເສດ​ແມ່ນ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ອາ​ຊຽນ - ອີ​ຢູ, ຮ່ວມ​ມື ອາຊີ - ​ເອີ​ລົບ (ASEM) ​ແລະ ສະຫະ​ປະຊາ​ຊາດ​ໃນ​ຫຼາຍ​ຂົງ​ເຂດ.​.​.​ ປະຈຸ​ບັນ, ຫວຽດນາມ ພວມ​ແມ່ນ​ປະ​ເທດ​ປະສານ​ງານ​ໃນ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ອີ​ຢູ. ​ໃນ​ເດືອນ 7 ຜ່ານ​ມາ, ຫວຽດນາມ ​​ແລະ ອີ​ຢູ ​ໄດ້​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ - ອີ​ຢູ ຄັ້ງ​ທີ 20 ດ້ວຍ​ຫົວ​ຂໍ້​ວ່າ “ມຸ່ງ​ໄປ​ເຖິງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອີ​ຢູ ​ເພື່ອ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ”. ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມ​ແຊງ​ເຈົາ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

    “ຈຸດ​ໃຫມ່​ທີ່​ເປັນ​ໜ້າ​ສົນ​ໃຈ​ໃນ​ການ​ພົວພັນ ຫວຽດນາມ - ອີ​ຢູ, ກ່ຽວ​ຂ້ອງ​ເຖິງ​ບັນຫາ​ຄວາມ​ໝັ້ນຄົງຂອງ ຫວຽດນາມ, ​ນັ້ນ​ແມ່ນ ອີ​ຢູ ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ຫນ້ອຍ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ​ມີ​ການອະພິປາຍກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢູ່​ລັດຖະສະພາ ​ເອີ​ລົບ. ລັດຖະສະພາ ​ເອີ​ລົບ ກໍ່​ຮັບຮອງ​ເອົາ​ມະຕິ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ​ແຕ່​​ໃນ​ນັ້ນ​ໄດ້​ເຕື້ອງ​ເຖິງ​ບັນດາ​ຫຼັກ​ໝັ້ນ​ພື້ນຖານ​ກ່ຽວກັບ​ບັນຫາ​ຮັກສາ​ສັນຕິພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ນັ້ນ​ແມ່ນ​ຈຸດ​ທີ່​ຕັ້ງໜ້າ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອີ​ຢູ”

    ​ໃນ 2 ວັນ​ຢູ່​ຫວຽດນາມ ນັ້ນ​, ທ່ານ​ປະທານ ອີ​ຊີ J. Manuel Baroso ​​ໄດ້​ແລກປ່ຽນ​ກັບ​ບັນດາ​ການ​ນຳ ຫວຽດນາມ ກ່ຽວ​ກັບ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ 2 ຝ່າຍ, ພິ​ເສດ​ແມ່ນ​ກ່ຽວ​ກັບ​​ເສດຖະກິດ, ການ​ຄ້າ ​ແລະ ປຶກສາ​ຫາລື​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ການ​ຢ້ຽມຢາມ​ຂອງ​ທ່ານ Manuel ມາ ຫວຽດນາມ ຄັ້ງ​ນີ້​​ແນ່​ນອນ​ວ່າ ຈະ​ເປີດ​ແງ່​ຫວັງ​ໃໝ່​ຫຼາຍ​ຢ່າງ​ໃນ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ ຫວຽດນາມ ​ແລະ ອີ​ຢູ. ສິ່ງ​ດັ່ງກ່າວ​ຈະນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​​ໃຫ້​ທັງ 2 ຝ່າຍ, ​ກໍ່​ຄື​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ