(vovworld)- ຫວຽດນາມ ໄດ້ກາຍເປັນສະມາຊິກຂອງສະພາສິດທິມະນຸດ ສປຊ ແລະ ຈະເລິ່ມຕົ້ນອາຍຸການ 2014-2016 ໃນວັນທີ 1/1/2014. ເລື່ອງຫວຽດນາມ ໄດ້ຮັບການເລືອກຕັ້ງເຂົ້າສະພາສິດທິມະນຸດ ສປຊ ດ້ວຍຈຳນວນບັດສະໜັບສະໜູນສູງກວ່າໝູ່ໃນການເລືອກຕັ້ງຂອງ ສປຊ ເມື່ອວັນທີ 12/11/2013 ໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງປະຊາຄົມໂລກ ຕໍ່ບັນດາຜົນງານດ້ານສິດທິມະນຸດຂອງຫວຽດນາມ ພ້ອມທັງນຳເອົາກາລະໂອກາດຍູ້ແຮງຄວາມມານະພະຍາຍາມຮັບປະກັນສິດທິມະນຸດໃນທົ່ວໂລກມາໃຫ້ຫວຽດນາມ.
ສຳນັກງານ ສປຊ ຢູ່ນິວຢອກ
(ພາບ: Vietnam+)
ເປັນຄັ້ງທຳອິດທີ່ຫວຽດນາມ ກາຍເປັນສະມາຊິກຂອງສະພາສິດທິມະນຸດ ສປຊ, ນີ້ແມ່ນຄວາມເປັນກຽດອັນໃຫ່ຍຫຼວງຂອງຫວຽດນາມ. ໝາກຜົນການປ່ອນບັດສະແດງໃຫ້ເຫັນວ່າ: ປະຊາຄົມໂລກໄດ້ຕັ້ງຄວາມເຊື່ອໝັ້ນຕໍ່ຫວຽດນາມ, ເລີ່ມຈາກບັນດາຄວາມມານະພະຍາຍາມຮັບປະກັນສິດທິມະນຸດຊື່ງຫວຽດນາມ ຍຶດໝັ້ນປະຕິບັດໃນໄລຍະຜ່ານມາ.
ຜົນງານດ້ານສິດທິມະນຸດໄດ້ຮັບການຮັບຮູ້
ເຖິງວ່າແມ່ນປະເທດພວມພັດທະນາ ແລະ ປະສົບກັບຄວາມຫຍູ້ງຍາກຫຼາຍຢ່າງກໍ່ຕາມແຕ່ທັງລະບົບການເມືອງ, ບັນດາອົງການມີໜ້າທີ່ຮັບຜິດ ຊອບຕະຫຼອດຮອດແຕ່ລະສ່ວນບຸກຄົນໃນທົ່ວປະເທດຫວຽດນາມ ລ້ວນແຕ່ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອສ້າງສາປະເທດໃຫ້ເຕີບໂຕດ້ານເສດຖະກິດ, ມີຄວາມກ້າວໜ້າ ແລະ ມີຄວາມຍຸດຕິທຳໃນສັງຄົມ, ທັງຮັບປະກັນ ສິດທິມະນຸດ.
ລັດຖະທຳມະນູນຫວຽດນາມ ໄດ້ລະບຸບັນດາສິດທິມະນຸດດ້ານເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການເມືອງ, ພົນລະເຮືອນ…ຢ່າງຄົບຖ້ວນ ແລະ ຮອບດ້ານ. ເນື້ອໃນບັນດາສິດພື້ນຖານຂອງມະນຸດໄດ້ຮັບການຫັນເປັນລະອຽດ ແລະ ສົມບູນແບບຢ່າງບໍ່ຢຸດຢັ້ງ, ສອດຄ່ອງກັບເນື້ອໃນຈິດໃຈ ແລະ ບັນດາມາດຖານທີ່ລະບຸໄວ້ໃນຖະແຫຼງການສິດທິມະນຸດໂລກ ແລະ ບັນດາສົນທິສັນຍາສາກົນຂອງ ສປຊ ກ່ຽວກັບ ສິດທິມະນຸດ.
ໃນ 5 ປີຜ່ານມາ, ການເຕີບໂຕເສດຖະກິດ ແລະ ຍອດຜະລິດຕະພັນພາຍໃນຂອງຫວຽດນາມ ໄດ້ຮັບການຮັກສາໃນລະດັບປະມານ 6% ຊື່ງແມ່ນລະດັບສູງພໍສົມຄວນໃນພາກພື້ນ. ຫວຽດນາມ ໄດ້ສ້າງວຽກເຮັດງານທຳຕື່ມອີກໃຫ້ 8 ລ້ານຄົນ, ຫລຸດອັດຕາຄອບຄົວທຸກຍາກລົງເຫຼືອພຽງ 9,5%, ດັດຊະນີພັດທະນາມະນຸດເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ຫວຽດນາມ ໄດ້ປະຕິບັດຫຼາຍຈຸດໝາຍພັດທະນາສະຫັດສະວັດກ່ອນກຳນົດເວລາ, ກາຍເປັນໜຶ່ງໃນບັນດາແບບຢ່າງດີເດັ່ນຂອງ ສປຊ ໃນການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ.
ວາລະປະຊຸມຄັ້ງໜຶ່ງຂອງສະພາສິດທິມະນຸດ ສປຊ
(ພາບ: http://dantri.com.vn)
ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ
ຫວຽດນາມແມ່ນປະເທດສັງເກດການຂອງສະພາສິດທິມະນຸດ ສປຊ ນັບແຕ່ອົງການນີ້ໄດ້ຮັບການສ້າງຕັ້ງຂຶ້ນເມືອ່ປີ 2006 ມາຮອດປະຈຸບັນ. ໃນໄລຍະເວລານີ້, ຫວຽດນາມ ຖືເປັນສຳຄັນພິເສດ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນບັນດາການເຄືອ່ນໄຫວຂອງສະພາ ສິດທິມະນຸດ, ຕີລາຄາສູງກົນໄກສຳຫຼວດກວດກາທົ່ວປະເທດປະຈຳໃນທົ່ວໂລກ. ຖືວ່າ, ນີ້ແມ່ນກົນໄກທີ່ມີປະສິດທິຜົນເພື່ອແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນລະຫວ່າງປະເທດຕ່າງໆ, ຜ່ານນັ້ນຊຸກຍູ້ ແລະ ຮັບປະກັນບັນດາສິດທິມະນຸດໃຫ້ດີກ່ວາອີກ.
ເລື່ອງຫວຽດນາມ ໄດ້ຮັບການເລືອກຕັ້ງ, ກາຍເປັນສະມາຊິກຂອງສະພາສິດທິມະນຸດ ສປຊ ແມ່ນການຮັບຮູ້ຂອງປະຊາຄົມໂລກ ແລະ ແມ່ນການພິສູດຢ່າງຈະແຈ້ງທີ່ສຸດກ່ຽວກັບບັນດາຜົນງານດ້ານສິດທິມະນຸດ ຂອງຫວຽດນາມ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ: ບັນດາຖ້ອຍທຳນອງຕຳນິຕິຕຽນຫວຽດນາມ ໃນບັນຫາສິດທິມະນຸດຂອງບັນດາອິດທິກຳລັງທີ່ເປັນປໍລະປັກແມ່ນບໍ່ມີຄຸນຄ່າ.
ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັບປະກັນສິດທິມະນຸດຂອງໂລກ
ຫວຽດນາມ ຈະແມ່ນໜຶ່ງໃນບັນດາຜູ້ຕາງໜ້າຂອງອາຊີ ໃນສະພາ ສິດທິມະນຸດ ສປຊ ໃນອາຍຸການສອງປີຂ້າງໜ້າ. ດ້ວຍບົດບາດນີ້, ຫວຽນາມ ຈະປະກອບສຽງເວົ້າທີ່ມີສີສັນອາຊີ ເຂົ້າໃນວິວັດການຍົກອອກຂໍ້ລິເລີ່ມ ຫຼືປະກອບຄຳເຫັນໃຫ້ແກ່ການສ້າງບັນດາມະຕິກ່ຽວກັບສິດທິມະນຸດ.
ແນ່ນອນວ່າ, ຫວຽດນາມ ຈະເພີ່ມທະວີບັນດາມາດຕະການ, ນະໂຍບາຍ ແລະ ແຫຼ່ງກຳລັງເພື່ອແນໃສ່ຮັບປະກັນທຸກໆສິດອັນເປັນພື້ນຖານຂອງມະນຸດຄື: ເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ພົນລະເຮືອນ, ການເມືອງຕາມມາດຖານສາກົນກ່ຽວກັບສິດທິມະນຸດ. ຫວຽດນາມ ຈະສືບຕໍ່ປັບປຸງ ແລະ ສ້າງລະບົບກົດໝາຍ, ຕຸລາການໃຫ້ສົມບູນແບບ, ສ້າງລັດແຫ່ງອຳນາດນິຕິບັນຍັດ ແລະ ເພີ່ມທະວີບັນດາ ລະບຽບກົດໝາຍແຫ່ງຊາດ ກ່ອຽວກັບການປົກປ້ອງສິດທິມະນຸດ, ໃນນັ້ນມີການຄົ້ນຄ້ວາຄວາມສາມາດສ້າງຕັ້ງອົງການສິດທິມະນຸດແຫ່ງຊາດ.
ຍ້ອນເຫດນັ້ນ, ການເຂົ້າຮ່ວມສະພາສິດທິມະນຸດ ສປຊ ແມ່ນໂອກາດເພື່ອໃຫ້ຫວຽດນາມ ສາມາດແລກປ່ຽນ, ແບ່ງປັນ ແລະ ທະວີຄູນບັນດາຄຸນຄ່າຊື່ງຫວຽດນາມ ບັນລຸໄດ້ໃນຄວາມມານະພະຍາຍາມຮັບປະກັນສິດທິມະນຸດໃນປະເທດຕົນກັບເພື່ອນມິດສາກົນ./.