ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຮ່ວມມືASEM

(vovworld)- ວັນ​ທີ 20/4, ກອງ​ປະ​ຊຸມ “ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ອາ​ຊີ - ເອີ​ລົບ ຮອບ​ດ້ານ​ໃນ​ສັດ​ຕະ​ວັດ​ທີ 21” ໂດ​ຍ​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ໄດ​້​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ເພື່ອ​ປະ​ກອບ​ສ່ວນ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ຂອງ ເວ​ທີ​ປາ​ໄສ​ການ​ຮ່ວມ​ມື ອາ​ຊີ - ເອີ​ລົບ (ASEM) ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ປະ​ກອບ​ສ່ວນ​ຂອງ​ຫວຽດ​ນາມ ໃນ ASEM, ໃນ​ສະ​ພາບ​ບັນ​ດາ​ສະ​ມາ​ຊິກ ອາ​ຊີ - ເອີ​ລົບ ພວມ​ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ເຫລີມ​ສະ​ຫລອງ 20 ປີ ແຫ່ງວັນ​ສ້າງ​ຕັ້ງ​ເວ​ທີ​ປາ​ໄສ.

ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຮ່ວມມືASEM - ảnh 1

(ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ
ກ່າວຄຳເຫັນຊີ້ນຳກອງປະຊຸມ)

ເວ​ທີ​ປາ​ໄສ​ການ​ຮ່ວມ​ມື ອາ​ຊີ - ເອີ​ລົບ (ASEM) ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ເດືອນ 3/1996. ພາຍ​ຫລັງ 20 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ, ASEM ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ແມ່ນ​ເວ​ທີ​ປາ​ໄສ​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື​ສຳ​ຄັນ ແລະ ມີ​ຂອບ​ຂະ​ຫນາດ​ໃຫຍ່ກວ່າ​ໝູ່ ລະ​ຫວ່າງ ອາ​ຊີ ແລະ ເອີ​ລົບ, ຊຸກ​ຍູ້​ທ່າ​ອ່ຽງ​ການ​ຮ່ວມ​ມື, ການ​ຮ່ວມ​ສຳ​ພັນ​ໃນ​ພາກ​ພື້ນ ແລະ ໂລກ.

        ຂີດ​ໝາຍ 2 ທົດ​ສະ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງ ASEM

ໄລ​ຍະ​ທຳ​ອິດ​, ASEM ມີ​ພຽງ​ແຕ່ 26 ປະ​ເທດ​ສະ​ມາ​ຊິກເທົ່າ​ນັ້ນ, ແຕ່ມາ​ຮອດ​ປະ​ຈຸ​ບັນ ASEM ໄດ້​ພັດ​ທະ​ນາ​ຢ່າ​ງວ່ອງ​ໄວ, ສະ​ມ​າ​ຊິກເພີ່ມຂຶ້ນ​ທົບ​ສອງ​ເທົ່າ​ກາຍ​ເປັນ​ມະ​ຫາ​ຄອບ​ຄົວ ດ້ວຍ53 ປະ​ເທດ​ສະ​ມາ​ຊິກ ​, ໃນ​ນັ້ນ ມີ 4 ປະ​ເທດ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, 12 ປະ​ເທດ​ເປັນ​ສະ​ມາ​ຊິກ​ຂອງ G 20, ຕາງ​ຫນ້າ​ໃຫ້​ປະ​ມານ 62% ຈຳ​ນວນ​ພົນ​ລະ​ເມືອງ​ໂລກ, ກວມ 57% GDP ແລະ ປະ​ມານ 68% ການ​ຄ້າ​ທົ່ວ​ໂລກ. ໃນ 20 ປີ​ຜ່ານ​ມາ, ASEM ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ເປັ​ນ​ຫນ້າ​​ຊື່ນ​ຊົມ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ສະ​ເຫມີ​ພາບ, ຫລາຍ​ດ້ານ​ລະ​ຫວ່າງ​ສອງ​ທະ​ວີບ. ASEM ໄດ້​ມີ​ທັດ​ສະ​ນະ​ຢ່າງ​ທັນ​ການ​ສຳ​ລັບ​ບັນ​ດາ​ສາຍ​ພົວ​ພັນ​ລວມ​ຂອງ​ພາກ​ພື້ນ ແລະ ສ​າ​ກົນ. ຜ່ານ​ການ​ເຈ​ລະ​ຈາ​ມີ​ລັກ​ສະ​ນະສ້າງ​ສັນ, ບັນ​ດາ​ສະ​ມາ​ຊິກ ASEM ໄດ້​ແບ່ງ​ປັນ​ຄວາມ​ຮັບ​ຮູ້​ລວມ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື​ບົນ​ພື້ນ​ຖານ​ຄວາມ​ເຂົ້າ​ໃຈ ແລະ ໄວ້​ເນື້ອເຊື່ອໃຈ​ເຊິ່ງ​ກັນ ແລະ​ກັນ, ສະ​ເຫມີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ເຊີດ​ຊູ​ກົດ​ໝາຍ​ສາ​ກົນ ແລະ ບັນ​ດາ​ຫລັກ​ການ​ການ​ປະ​ພຶດ​ລວມ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ, ຮັບ​ປະ​ກັນ​ ​ສະ​ຖຽນ​ລະ​ພາບ ແລະ​ວັດ​ທະ​ນາ​ຖາ​ວອນ​ຢູ່​ພາກ​ພື້ນ. ອາດ​ຈະ​ເວົ້າ​ໄດ້​ວ່າ ໄລ​ຍະ​ສອງ​ທົດ​ສະ​ວັດ​ແຫ່ງ​ການ​ພັດ​ທະ​ນາ​ຜ່ານ​ມາ ໄດ້​ຢັ້ງ​ຢືນ​ໃຫ້​ເຫັນ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ນັບ​ມື້​ນັບ​ແທດ​ຈິງ ຂອງ ASEM ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້​ນ​ຄົງ, ສະ​ຖຽນ​ລະ​ພາບ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ການ​ເຊື່ອມ​ຕໍ່​ລະ​ຫວ່າງ ສອງ​ທະ​ວີບ​ສຳ​ຄັນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ເອົາ​ໃຈ​ໃສ່​ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ. ກ້າວ​ເຂົ້າ​ສູ່​ທົດ​ສະ​ວັ​ດ​ທີ 3, ASEM ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປ່ຽນ​ໃຫມ່ ແລະ ຍົກ​ລະ​ດັບ​ການ​ເຄື່ອນ​ໄຫວ, ນຳ​ການ​ຮ່ວມ​ມື ອາ​ຊີ ເອີ​ລົບ ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ ເໝາະ​ສົມ​ກັບ​ສະ​ພາບ​ການ​ໃຫມ່. ບັນ​ຫານີ້ ຈະ​ຖືກ​ຍົກ​ອອກ​ມາ​ປຶ​ກ​ສາ​ຫາ​ລື​ຈາກ​ບັນ​ດາ​ການ​ນຳ​ເມື່ອ​ເຂົ້າຮ່ວມກອງ​ປະ​ຊຸມຂັ້​ນ​ສູງ ASEM ຄັ້ງ​ທີ 11 ຊື່ງ​ຈະ​ຈັດ​ຂຶ້ນ​ຢູ່ ມົງ​ໂກນ ໃນ​ເດືອນ 7/2016 ຈະ​ມາ​ເຖິງ.

        ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ ASEM

ການ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ASEM ດ້ວຍ​ຖາ​ນະ​ເປັນ​ສະ​ມາ​ຊິກ​ກໍ່​ຕັ້ງ​ເມື່ອ​ປີ 1996, ເປັນ​ຂີດ​ໝາຍ​ແຫ່ງ​ບາດ​ກ້າວ​ຜັນ​ຂະ​ຫຍາຍ​ທີ່​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ເປີດກວ້າງ, ຫລາຍ​ຮູບ​ຫລາຍ​ແບບ ແລະ ຫລາຍ​ຝ່າຍ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ຂອງ​ຫວຽດ​ນາມ . ໃນ 20 ປີ​ຜ່ານ​ມາ, ຍາມ​ໃດ​ຫວຽດ​ນາມ ກໍ​ເປັນ​ສະ​ມາ​ຊິກ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ, ສ້າງ​ຂີດ​ໝາຍ​ສຳ​ຄັນ​ໃນ​ໄລ​ຍະ​ທາງ​ພັດ​ທະ​ນາ​ຂອງ ASEM, ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ ຂອງ​ເວ​ທີ​ປາ​ໄສ.

        ການ​ເຂົ້າ​ຮ່ວມ ASEM ແມ່ນ​ຕິດ​ພັນ​ກັບ​ວິ​ວັດ​ການ​ປ່ຽນ​ແປງ​ໃຫມ່, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຂອງ​ຫວຽດ​ນາມ. ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ເຂົ້າ​ຮ່ວມ ASEM ​ຢ່າງ​ຕັ້ງ​ຫນ້າ​ ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ແທດ​ຈິງ​ຫລາຍ​ຢ່າງ​ໃຫ້​ແກ່​ປະ​ເທດ​ຊາດ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ. ບັນ​ດາ​ສະ​ມາ​ຊິກ ASEM ລ້ວນ​ແຕ່​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້​າ​ສຳ​ຄັນ​ແຖວ​ຫນ້າ​

ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຮ່ວມມືASEM - ảnh 2

(ທີ່ກອງປະຊຸມ)

ສຳ​ລັບ​ຫວຽດ​ນາມ, ກວມ​ປະ​ມານ 70% ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ, 70% ຍອດ​ມູນ​ຄ່າ​ດ້ານ​ການ​ຄ້າ​ສາ​ກົນ ແລະ 80% ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ສາ​ກົນ. 14 ໃນ 16 ສັນ​ຍາ​ການ​ຄ້າ​ເສ​ລີ ຊື່ງ​ຫວຽດ​ນາມ ໄດ້​ລົງ​ນາມ ຫລື​ພວມ​ເຈ​ລະ​ຈາ ແມ່ນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ASEM. ບັນ​ດາ​ຕົວ​ເລກ​ດັ່ງ​ກ່າວ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ຫວຽດ​ນາມ ແລະ​ບັນ​ດາ​ປະ​ເທດ ASEM. ຄຽງ​ຄູ່​ກັນ​ນັ້ນ ໃນ​​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງໃນ​ໂລກ ແລະ ພາກ​ພື້ນ ພວມຢືນ​ຢູ່​ຕໍ່​ຫນ້າ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ການ​ແກ້ງ​ແຍ່ງ​​ທີ່​ສັບ​ສົນລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່, ຫວຽດ​ນາມ ໄດ້​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ASEM ເພື່ອ​ນັບ​ມື້​ນັບ​ມີ​ຫລາຍ​ປະ​ເທດ​ສະ​ມາ​ຊິກ​ເຊີດ​ຊູ​ຜົນ​ປະ​ໂຫຍດ​ລວມ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ, ມີ​ທັດ​ສະ​ນະ​ສະ​ຫນັບ​ສະ​ຫນູນ​ຫລັກ​ໝັ້ນ​ອັນ​ເປັນ​ທຳ​ຂອງ​ຫວຽດ​ນາມ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ, ຊຸກ​ຍູ້​ການ​ແກ້​ໄຂ​ກາ​ນ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ ບົນ​ພື້​ນ​ຖານ​ເຄົາ​ລົບ​ກົດ​ໝາຍ ແລະ ຫລັກ​ການ, ມາດ​ຖານ​ລວມ. ASEM ກໍ​ແມ່ນ​ເວ​ທີ​ປາ​ໄສ​ສຳ​ຄັນ​ເພື່ອ​ໃຫ້​ຫວຽດ​ນາມ​​ຫັນ​ບັນ​ດາ​ຄູ​່​ຮ່ວມ​ມື​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ແລະເລິກ​ເຊິ່ງກວ່າ. ແລະ ຜ່ານ ASEM, ຫວຽດ​ນາມ ມີ​ບົດ​ຮຽນໃນ​ການ​ຮ່ວມ​ມື​ຕື່ມ​ອີກ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ແລະ ຫລຸດ​ຜ່ອນ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດ, ຊື່ງ​ແມ່ນຂົງ​ເຂດ ​ທີ່​ຫວຽດ​ນາມ ພວມ​ມີ​ຄວາມ​ຈຳ​ເປັນທີ່​ສຸດ.

ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ASEM

ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃຫມ່, ສືບ​ຕໍ່​ປ່ຽນ​ໃຫມ່​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່, ເປັນ​ເຈົ້າ​ການ ແລະ ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຮອບ​ດ້ານ. ບັນ​ດາ​ຄູ່​ຮ່ວມ​ມ​ື ອາ​ຊີ ເອີ​ລົບ ເວົ້າ​ລວມ ແລະ ເວ​ທີ​ປາ​ໄສ ASEM ເວົ້າ​ສະ​ເພາະ ຍິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ. ຫນຶ່ງ​ໃນ​ບັນ​ດາ​ການ​ໃຫ້​ບູ​ລິ​ມະ​ສິດ​ນະ​ໂຍ​ບາຍ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ ແມ່ນ​ສືບ​ຕໍ່​ຮ່ວມ​ເດ​ີນ​ທາງ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ ແລະ ປະ​ກອບ​ສ່ວນ​ຢ່າງ​ເປັນ​ເຈົ້າ​ການ, ແທດ​ຈິງກວ່າ​ເຂົ້າ​ໃນ​ຄວ​າມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ ASEM ແລະ ທົ່ວ​ໂລກ. ສຳ​ລັບ​ຫວຽດ​ນາມ, ໃນ​ການ​ຜັນ​ຂະ​ຫຍາຍ​ແຜນ​ນະ​ໂຍ​ບາຍ​ເປັນ​ເຈົ້າ​ການ ແລະ ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ຍົກ​ສູງ​ລະ​ດັບ​ການ​ພົວ​ພັນ ​ຫລາຍ​ຝ່າຍ​ຂອງ​ຕົນ, ASEM ຈະ​ສືບ​ຕໍ່​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ, ການ​ຮ່ວມ​ມື​ລະ​ຫວ່າງ​ພາກ​ພື້ນ​ທີ່​ສຳ​ຄັນ​ເພື່ອ​ຍາດ​ແຍ່ງ​ການ​ສະ​ຫນັບ​ສະ​ຫນູນ ແລະ ແຫລ່ງ​ກຳ​ລັງຢ່າງແທດ​ຈິງ ປະ​ກອບ​ສ່ວນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​​ແຫ່ງສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ຮ​ັບ​ໃຊ້​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ