ຫວຽດນາມໄດ້, ພວມປະຕິບັດການປະຕິຮູບພື້ນຖານເສດຖະກິດເປັນຢ່າງດີ ແລະຖ້າຫາກສຳເລັດວຽກງານນີ້, ພື້ນຖານເສດຖະກິດຫວຽດນາມຈະພັດທະນາຢ່າງແຂງແຮງ, ໝັ້ນຄົງກ່ວາອີກ. ບັນດາຜູ້ແທນຕາງໜ້າໃຫ້ບັນດາລັດຖະບານ, ອົງການຈັດຕັ້ງສາກົນ, ນັກອຸປະຖຳໄດ້ຢັ້ງຢືນຄືດັ່ງກ່າວ ທີ່ກອງປະຊຸມກຸ່ມທີ່ປຶກສາບັນດານັກອຸປະຖຳໃຫ້ແກ່ຫວຽດນາມປີ 2011 ຊື່ງຫາກໍ່ຈັດຂຶ້ນໃນວັນທີ 6/12 ຢູ່ຮ່າໂນ້ຍ. ຕາມບັນດາຜູ້ແທນແລ້ວ, ເລື່ອງຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກ ແລະຢືນຢູ່ຢ່າງໝັ້ນຄົງ ໃນສະພາບການຫລາຍປະເທດເອີລົບ ພວມປະສົບກັບວິກິດການດ້ານໜີ້ສິນຂອງລັດ….ໄດ້ສະແດງໃຫ້ເຫັນບາດກ້າວອັນຖຶກຕ້ອງຂອງລັດຖະບານຫວຽດນາມ.
ພາບ: http//:Expess.net
ຕາມການຕີລາຄາຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ, ປີ 2011 ແມ່ນປີຫຍຸ້ງຍາກສຳລັບເສດຖະກິດຫວຽດນາມ ແຕ່ກໍ່ແມ່ນປີຮັບຮູ້ບັນດາຜົນສຳເລັດຂອງລັດຖະບານຫວຽດນາມໃນການແກ້ໄຂ, ບໍລິຫານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້. ດ້ວຍນະໂຍບາຍເງິນຕາຢ່າງໜັກແໜ້ນ, ລະມັດລະວັງ, ບໍລິຫານຢ່າງມີໄຫວພິບ, ທຶນສິນເຊື່ອບຸລິມະສິດແກ່ການຜະລິດກະສິກຳ, ການສົ່ງອອກ, ອຸດສາຫະກຳໜູນຊ່ວຍ, ວິສາຫະກິດຂະໜາດກາງ ແລະໜ້ອຍ, ຕະຫຼາດເງິນຕາຕ່າງປະເທດ, ການສະສົມເງິນຕາຕ່າງປະເທດ ແລະດຸນ ຊຳລະໄດ້ຮັບການປົວແປງ. ຄາດວ່າ ລາຍຈາຍເກີນດູນງົບປະມານແຫ່ງລັດທັງປີ ໄດ້ຫລຸດລົງເຫຼືອພຽງ 4,9% ຈີດີພີ ຕ່ຳກ່ວາແຜນການແມ່ນ 5,3%. ໄພເງິນເຟີ້ໄດ້ຮັບການຄວບຄຸມ ແລະໃນ 4 ເດືອນມໍ່ໆມານີ້, ພຽງແຕ່ເພີ່ມຂຶ້ນຢູ່ໃນລະດັບຕ່ຳກ່ວາ 1% ເທົ່ານັ້ນ. ຄາດວ່າ, ປີ 2011, ອັດຕາສ່ວນຄອບຄົວທຸກຍາກຫລຸດລົງ 2% ແມ່ນຄວາມພະຍາຍາມອັນໃຫ່ຍຫຼວງ. ທ່ານ Tomoyuki Kimura ຜູ້ອຳນວຍການແຫ່ງຊາດ ທະນາຄານພັດທະນາອາຊີ ຫລື ADB ຢູ່ຫວຽດນາມໃຫ້ຮູ້ວ່າ ADB ພ້ອມກັບຜູ້ຕາງໜ້າລັດຖະບານ, ບັນດາອົງການການເງິນ ໄດ້ຢັ້ງຢືນການສະໜັບສະໜູນຍຸດທະສາດການພັດທະນາເສດຖະກິດ-ສັງຄົມຂອງຫວຽດ ນາມໃນໄລຍະທີ່ຈະມາເຖິງ, ໂດຍສະເພາະແມ່ນການສ້າງໂອງປະກອບພື້ນຖານເສດຖະກິດຄືນໃໝ່ດ້ວຍ 3 ຈຸດສຸມແມ່ນ: ສ້າງໂຄງປະກອບການລົງທຶນຂອງລັດ, ລັດວິສາຫະກິດ ແລະລະບົບທະນາຄານຄືນໃໝ່. ທ່ານ Tomoyuki Kimura ຖືວ່າ: “ເຖິງວ່າປີ 2011 ແມ່ນປີຫຍຸ້ງຍາກຂອງພື້ນຖານເສດຖະກິດໂລກ ແລະຫວຽດນາມກໍ່ຕາມ ແຕ່ຫວຽດນາມຍັງຍຶດໝັ້ນການປະຕິບັດນະໂຍາຍເງິນຕາ, ປີການເງິນຢ່າງແໜ້ນແຟ້ນ ແລະຫລຸດຜ່ອນໄພເງິນເຟີ້. ສະນັ້ນ, ຄວາມໄວ້ເນື້ອເຊື່ອໃຈຕໍ່ພື້ນຖານເສດຖະກິດຂອງຫວຽດ ນາມໄດ້ເພີ່ມຂຶ້ນສູງ ແລະພວກຂ້າພະເຈົ້າຊົມເຊີຍວິໄສທັດກໍ່ຄືແຜນການພັດທະນາເສດຖະກິດສັງຄົມປີ 2011-2015, ພິເສດແມ່ນການສ້າງໂອງປະກອບພື້ນຖານເສດຖະກິດຄືນໃໝ່ ເພື່ອແກ້ໄຂບັນດາບັນຫາສຳຄັນຂອງໄພເງິນເຟີ້. ເລື່ອງປະຕິຮູບນະໂຍບາຍ, ລະບອບເສດຖະກິດແມ່ນຈຳເປັນທີ່ສຸດ ເພື່ອຮັບປະກັນລາຍຮັບສະເລັ່ຍຂອງປະຊາຊົນ ແລະພື້ນຖານເສດຖະກິດມະຫາພາກເປັນປົກກະຕິກ່ວາ…”
ໃນຂະນະນັ້ນ, ຕາມທ່ານນາງ Victoria Kwakwa ຜູ້ອຳນວຍການທະນາຄານໂລກປະຈຳຫວຽດນາມແລ້ວ, ປີ 2011 ແມ່ນປີຫຍຸ້ງຍາກຂອງ ເສດຖະກິດທົ່ວໂລກ ແຕ່ດ້ວຍເລື່ອງຍຶດໝັ້ນແນວທາງພັດທະນາ, ເສດຖະກິດຫວຽດນາມ ຍັງຄົງມີການຈະເລີນເຕີບໂຕ ແລະສົມກັບບັນດາການຕີລາຄາສູງ ຍ້ອນໄດ້ສ້າງບັນດານະໂຍບາຍເສດຖະກິດມະຫາພາກເປັນປົກກະຕິສຳເລັດ. ສິ່ງດັ່ງກ່າວໄດ້ປະກອບສ່ວນຮັກສາຕະຫຼາດເງິນຕາຕ່າງປະເທດ, ສະສົມເງິນຕາຕ່າງປະເທດເປັນປົກກະຕິ ແລະຫລຸດຜ່ອນໄພເງິນເຟີ້. ແຕ່ເຖິງຢ່າງໃດກໍ່ຕາມ ຫວຽດນາມຄວນສືບຕໍ່ຮັກສາ ຮັດແໜ້ນບັນດານະໂຍບາຍເສດຖະກິດມະຫາພາກ ຈົນເຖິງເວລາຮັບປະກັນຄວາມມຸ້ງຫວັງກ່ຽວກັບໄພເງິນເຟີ້ ແລະສ້າງຄວາມໄວ້ເນື້ອເຊື່ອໃຈຂອງຕະຫຼາດຄືນໄດ້. ທ່ານນາງ VictoriaKwakwa ໄດ້ເນັ້ນໜັກວ່າ: “ຫວ່າແລ້ວນີ້, ຫວຽດນາມໄດ້ກຳນົດການສ້າງໂຄງປະກອບການລົງທຶນຂອງລັດສຳລັບບັນດາລັດວິສາຫະກິດ ແລະເຂດການເງິນຄືນໃໝ່ ແມ່ນການໃຫ້ບຸລິມະສິດປະຕິຮູບໃນ 5 ປີທີ່ຈະມາເຖິງ. ນີ້ແມ່ນບາດກ້າວພັດທະນາອັນສຳຄັນ. ບາດກ້າວຕໍ່ໄປແມ່ນ ຈຳເປັນຕ້ອງມີເຈດຈຳນົງການເມືອງອັນເຂັ້ມແຂງ ເພື່ອຫັນການສ້າງໂຄງປະກອບນີ້ຄືນໃໝ່ເປັນລະອຽດ ເພື່ອແນໃສ່ຊຸກຍູ້ການປະຕິບັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຢ່າງມີຄວາມໄວ້ເນື້ອເຊື່ອໃຈ. ຫວຽດນາມຄວນປະຕິບັດຢ່າງຮີບດ່ວນ ຍ້ອນວ່າ ການກະທຳຢ່າງຊັກຊ້າ ຈະພາໄປເຖິງເກີດວິກິດການເສດຖະກິດ. ພວກຂ້າພະເຈົ້າພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມຊຸກຍູ້ໂຄງການປະຕິຮູບນີ້”
ຕາມການຕີລາຄາຂອງຜູ້ຕາງໜ້າສະຫະປະຊາຊາດປະຈຳຫວຽດນາມ ແລ້ວ, ຫວຽດນາມບັນລຸໄດ້ລະດັບພັດທະນາໃນກຸ່ມປະເທດປະສົບຜົນສຳເລັດກ່ວາໝູ່ໃນພາກພື້ນ. ການຈະເລີນເຕີບໂຕດ້ານເສດຖະກິດຢ່າງໄວວາ ໄດ້ຊ່ວຍໃຫ້ປະຊາຊົນນັບລ້ານໆຄົນ ຫລຸດພົ້ນອອກຈາກຄວາມທຸກຍາກ. ທ່ານນາງ Pratibha Mehta ຜູ້ປະສານງານຂອງສະຫະປະຊາຊາດປະຈຳຫວຽດນາມຖືວ່າ, ລະດັບການຈະເລີນເຕີບໂຕເສດຖະກິດຈະສວມບົດບາດຕົ້ນຕໍໃນວຽກງານຫລຸດຜ່ອນຄວາມທຸກຍາກ. ທ່ານນາງ Pratibha Mehta ເວົ້າວ່າ: “ຮັດແໜ້ນການໃຊ້ຈາຍບໍ່ແມ່ນມີໝາຍຄວາມຄືກັນກັບການຫລຸດຜ່ອນການລົງທຶນຂອງລັດ ໃຫ້ແກ່ວຽກງານຫລຸດຜ່ອນຄວາມທຸກຍາກ ແລະອາລັກຂາທາງສັງຄົມ. ສະຫະປະຊາຊາດສະໜັບສະໜູນລັດຖະບານຫວຽດນາມ ແລະຊົມເຊີຍເລື່ອງລັດຖະບານຫວຽດນາມຕັດສິນສ້າງຕັ້ງ ຮູບແບບການຈະເລີນເຕີບໂຕເສດຖະກິດໃໝ່, ພ້ອມທັງຂົນຂວາຍການມຸ້ງໄປເຖິງການຈະເລີນເຕີບໂຕໃຫ້ທຸກໆຄົນ, ການຈະເລີນເຕີບໂຕຂຽວ ເພື່ອຄົນທຸກຍາກ”
ຕາມບັນດາຜູ້ແທນເຂົ້າຮ່ວມກອງປະຊຸມກຸ່ມທີ່ປຶກສາບັນດານັກອຸປະ ຖຳໃຫ້ແກ່ຫວຽດນາມປີ 2011 ແລ້ວ, ປີ 2012, ພື້ນຖານເສດຖະກິດຫວຽດນາມຍັງສືບຕໍ່ຕ້ອງປະເຊີນໜ້າກັບຄວາມຫຍູ້ງຍາກ ການທ້າທາຍຫລາຍຢ່າງ. ນອກຈາກນັ້ນແລ້ວ, ຄາວ່າ ເສດຖະກິດໂລກປີ 2012 ຍັງສືບຕໍ່ມີການຜັນແປ່ອັນສັບສົນ. ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍເລື່ອງລັດຖະບານປະເທດຕ່າງໆ, ບັນດາອົງການຈັດຕັ້ງສາກົນ, ບັນດານັກອຸປະຖຳໄດ້ໃຫ້ຄຳໝັ້ນສັນຍາຈະສະຫງວນທຶນ ODA ເກືອບ 7 ຕື້ 400 ລ້ານໂດລາສະຫະລັດໃຫ້ແກ່ຫວຽດນາມໃນປີ 2012, ກໍ່ແມ່ນຄຳຢືນຢັນຈະຮຽງບ່າຮຽງໄລ່ກັບຫວຽດນາມ, ແບ່ງປັນບົດຮຽນ, ຄວາມຮູ້ ເພື່ອຜ່ານຜ່າວິກິດການເສດຖະກິດໃນໂລກກັບຫວຽດນາມ… ອີກເທື່ອໜື່ງ ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມມຸ້ງຫັວງຂອງປະຊາຄົມໂລກເຂົ້າໃນບັນດາການປະຕິຮູບດານເສດຖະກິດຢ່າງໝັ້ນຄົງເຂັ້ມແຂງ, ຖືກທິດ ຊື່ງລັດຖະບານຫວຽດນາມພວມປະຕິບັດ.
ຫວີງຟອງ