ຫວຽດນາມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ


(vovworld) - ​ໂດຍ​ແມ່ນ​ປະ​ເທດ​ພວມ​ພັດທະນາ, ຫວຽດນາມ​​ໄດ້ ​ແລະ ພວມ​ປັບປຸງ​ໜ້າ​ໂຍບາຍ​ເສດຖະກິດ​ຕ່າງໆ, ​ໃນ​ນັ້ນ​ມີ​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ (FDI) ຈາກ​ຕ່າງປະ​ເທດ, ນະ​ໂຍບາຍ​ພັດທະນາ​ການ​ລົງທຶນ​ພາຍ​ໃນ​ປະ​ເທດ… ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ລົງທຶນ​ຫວຽດນາມ ບູ່​ຍກວາງ​ວີ​ງ ​ໄດ້ຢືນຢັນຄື​ດັ່ງກ່າວ ​​ເມືອ​ຕອບ​ສຳພາດຕໍ່​ນັກ​ຂ່າວສຳນັກ​ຂ່າວສານ​ຕ່າງໆ​ໃນ​ນັ້ນ​ມີ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເມື່ອ​ທ້າຍ​ສັບປະດາ​ຜ່ານ​ມາ.

ຫວຽດນາມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ - ảnh 1

ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ລົງທຶນ​ຫວຽດນາມ ບູ່​ຍກວາງ​ວີ​ງ 

(ພາບ: ອິນເຕີແນດ)

        ຕາມ​ການ​ສະຖິຕິ​ຫຼ້າ​ສຸດ, ​ໃນ 4 ​ເດືອນ​ຕົ້ນ​ປີ 2014, ຫວຽດນາມ​ ດຶງ​ດູດທຶນ FDI ຈາກ 36 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ​ໄດ້ 4.855 ຕື້ USD. ສ​ເກົາຫຼີ ​ແມ່ນ​ປະ​ເທດ​ນຳ​ໜ້າ​ດ້ວຍ​ຍອດ​ຈຳນວນ​ທຶນ​ກວ່າ 1.1 ຕື້ USD, ກວມ​ກວ່າ 23% ຍອດ​ຈຳນວນ​​ເງິນ​ລົງທຶນ​ເຂົ້າ​ຫວຽດນາມ, ຍີ່ປຸ່ນ​ຢືນ​ອັນ​ດັບ 2 ດ້ວຍ 530 ລ້ານ USD, ກວມ​ເກືອບ 11% ຍອດ​ຈຳນວນ​ເງິນ​ລົງທຶນ; ສິງ​ຄະ​ໂປ ຢືນ​ອັນ​ດັບ 3, ດ້ວຍ 479 ລ້ານ USD, ກວມ 9,9% ຍອດຈຳນວນ​​ເງິນ​ລົງທຶນ​ເຂົ້າ​ຫວຽດນາມ. ​ໃນ​ຂະນະ​ນັ້ນ, ​ໃນ​ງວດ​ທີ 1 ປີ 2014, ທັງ​ປະ​ເທດ​ມີ​ກວ່າ 18.300 ວິ​ສາ​ຫະກິດ​ຈົດ​ທະບຽນ​ສ້າງ​ຕັ້ງ​ໃໝ່ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ແມ່ນ​ເກືອບ 99.000 ຕື້​ດົ່ງ, ​ເພີ່ມ​ຂຶ້ນ​ເກືອບ 17% ກ່ຽວ​ກັບ​ຈຳນວນ​ວິ​ສາ​ຫະກິດ ​ແລະ ​ເພີ່ມ​ຂຶ້ນ​ກວ່າ 23% ກ່ຽວ​ກັບ​ຈຳນວນ​ທຶນ​ຈົດ​ທະບຽນ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ນີ້​ແມ່ນ​ງວດ​ທີ 4, ທີ່​ຫວຽດນາມ ​ມີ​ຈຳນວນວິ​ສາ​ຫະກິດ​ຈົດ​ທະບຽນ​ສ້າງ​ຕັ້ງ​ໃໝ່​ເພີ່ມ​ຂຶ້ນ​ຢ່າງ​ລຽນຕິດ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013.

        ຄວາມມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​​ເພື່ອ​ດຶງ​ດູດ​ການ​ລົງທຶນຈາກ​ຕ່າງປະ​ເທດ

        ບັນດາ​ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ ​ໄດ້​ສະ​ແດງ​ຄວາມ​ປະ​ເອີ​ບ​ໃຈ​ຕໍ່​ສະພາບ​ດຶງ​ດູດ FDI ​ແລະ ຖື​ວ່າ, ຫວຽດນາມ ພວມ​ມີ​ກາລະ​ໂອກາດ​ໃຫຍ່​ເພື່ອ​ດຶງ​ດູດ FDI ຍ້ອນ​ມີ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ສັງຄົມ ​ແລະ ຮັບປະກັນຄວາມ​ສະຫງົບ​ປອດ​ໄພ ​ເມື່ອ​ທຽບ​ໃສ່​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ອາ​ຊຽນ. ນອກ​ນັ້ນ, ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ກໍ່​ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຕະຫຼາດ​ຫວຽດນາມ ດ້ວຍ​ພົນລະ​ເມືອງ 90 ລ້ານ​ຄົນ ​ແລະ ຮອດ​ປີ 2020 ຈະ​ເພີ່ມ​ຂຶ້ນ​ເຖິງ 100 ລ້ານ​ຄົນ, ​ໃນ​ນັ້ນ​ຜູ້​ມີ​ລາຍ​ຮັບ​ກວ່າ 10.000 USD/ປີ ​ແມ່ນ​ປະມານ 15 ລ້ານ​ຄົນ. ບໍ່​ພຽງ​ແຕ່​ມີ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​, ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຕະຫຼາດເທົ່າ​ນັ້ນ. ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ຍັງ​ເຫັນ​ໄດ້​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ຫວຽດນາມ ​ໃນ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ອີກ. ຕາມ​ເຂົາ​ເຈົ້າ​ແລ້ວ, ​ເຖິງ​ວ່າ​ບໍ່​ທັນ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທັງໝົດຂອງ​ນັກ​ລົງທຶນ​ໄດ້​ກໍ່ຕາມ, ​ແຕ່​ລັດຖະບານ​ຫວຽດນາມ​ ຍາມ​ໃດ​ກໍ່​ຊອກ​ຫາ​ທຸກ​ວິທີ​ເພື່ອ​ເຮັດ​ໃຫ້​ສະພາບ​ເວດ​ລ້ອມ​ແຫ່ງ​ການ​ລົງທຶນ​ມີ​ຄວາມ​ສະດວກ​ສະບາຍ​ເຊັ່ນ: ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ປັບປຸງ​ກົດໝາຍ​ຫຼາຍ​ສະບັບ​ທີ່​ກ່ຽວຂ້ອງ​ເຖິງ​ການ​ລົງທຶນ. ​ທ່ານ​ລັດຖະມົນຕີ ບູ່​ຍກວາງ​ວີ​ງ ກ່າວ​ວ່າ:

        ”ຂ້າພະ​ເຈົ້າ​ຄິດ​ວ່າ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ​ ບໍ່​ທັນ​ສົມ​ບຸນ​ແບບ, ​ເພາະວ່າ​ຫວຽດນາມ​ ແມ່ນ​ປະ​ເທດ​ພວມ​ພັດທະນາ, ດັ່ງ​ນັ້ນ​ລະບົບ​ກົດໝາຍກໍ່​ພວມ​ໄດ້​ຮັບ​ການ​ປັບປຸງ​ເທື່ອ​ລະ​ກ້າວ. ​ ​ຫວຽດນາມ​ ພວມ​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນດຳ​ເນີນ​ທຸລະ​ກິດ​ຂອງ​ຕົນ​ຢ່າງ​ຕັ້ງໜ້າ ​ແລະ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ. ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ ດ້ວຍຈຳນວນ​ທຶນ ກໍ່​ຄື​ຈຳນວນ​ໂຄງການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢ່າງ​ແຮງ”.

        ການ​ປ່ຽນ​ແປງຕົ້ນຕໍ​ເພື່ອ​ພັດທະນາ​ພາກ​ສ່ວນ​ເສດຖະກິດ​ພາຍ​ໃນ​ປະ​ເທດ

        ຄຽງ​ຂ້າງ​ບັນດາ​ຄວາມ​ມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​​ເພື່ອ​ດຶງ​ດູດ​ການ​ລົງທຶນຈາກ​ຕ່າງປະ​ເທດ, ຫວຽດນາມ​ ເຂົ້າ​ໃຈ​ໄດ້​ວ່າ​ຄວນ​ເອົາ​ໃຈ​ໃສ່​​ເຖິງ​ກຸ່ມ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດຢ່າງ​ເໝາະ​ສົມ ​ແລະ ຄົບ​ຖ້ວນ, ​ແນ​ໃສ່​ປຸກລຸກ​ກຳລັງ​ໜູນ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ຕາມ​ນັ້ນ​ແລ້ວ, ບັນດາ​ລັດ​ວິ​ສາ​ຫະກິດ ​ໄດ້ ​ແລະ ພວມ​ໄດ້​ຮັບ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ຕາມ​ທິດ​ຮັດ​ແຄບ​ບັນດາ​ຂົງ​ເຂດ​ເຄື່ອນ​ໄຫວ, ພ້ອມ​ທັງ​ຫັນ​ເປັນ​ຫຸ້ນ​ສ່ວນ​ຢ່າງ​ແຮງ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ລັດ​ວິ​ສາ​ຫະກິດ. ສຳລັບ​ພາກສ່ວນ​ວິ​ສາ​ຫະກິດ​ເອກະ​ຊົນ, ​ທ່ານ​ລັດຖະມົນຕີ ບູ່​ຍກວາງ​ວີ​ງ ຊີ້​ແຈ້ງ​ວ່າ:

        ”ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວິ​ສາ​ຫະກິດ​ເອກະ​ຊົນ​ຫຼາຍ​ກວ່າ, ຄົບ​ຖ້ວນ​ກວ່າ. ​ເພາະວ່າ​ນີ້​ແມ່ນ​ກຳລັງ​​ໃຫຍ່​ຫຼວງ​ທີ່​ສຸດ, ສຳຄັນ​ທີ່​ສຸດ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ. ​ໃນ​ການ​ຮຽບຮຽງ​ກ່ຽວ​ກັບ​ທິດ​ທາງ​ພັດທະ ນາ​ເສດຖະກິດ​​​ໃນໄລຍະ​ຈະ​ມາ​ເຖິງ. ພວກ​ຂ້າພະ​ເຈົ້າ​ໄດ້​ຍົກ​ອອກ​ໜຶ່ງ​ໃນ​ບັນ ດາ​ຄາດໝາຍ​​ແມ່ນ​ສຸມ​ທຸກ​ແຫຼ່ງກຳລັງ, ມີ​ບັນດາ​ນະ​ໂຍບາຍ​ທີ່ແຮງ​ສົມຄວນ ​ເພື່ອ​ຊຸກຍູ້​ການ​ຂຸດ​ຄົ້ນ​ທ່າ​ແຮງ​ທັງ​ໝົດ​ຂອງ​ວິ​ສາ​ຫະກິດ​ເອກະ​ຊົນ ຢູ່​ພາຍ​ໃນ​ປະ​ເທດ. ອາດ​ເວົ້າ​ໄດ້​ວ່າ ວິ​ສາ​ຫະກິດ​ເອກະ​ຊົນຈະ​ເປັນ​ກຳລັງ​ໜູນ​ສຳຄັນ​ກວ່າ​ໝູ່ ທີ່​ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ”.

        ​ເພື່ອ​ເພີ່ມ​ທະວີການ​ດຶງ​ດູດ​​ເງິນ​ລົງທຶນ, ຫວຽດນາມ ​ພວມ​ປັບປຸງກົດ ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ ​ໃນ​ນັ້ນ​ມີ​ເລື່ອງ​ຊື້​ຂາຍ, ​ໂອນ​ເອົາ​ວິ​ສາ​ຫະກິດ ​ເພື່ອ​ຕອບ​ສະໜອງ​​ເລື່ອງ​ຍູ້​ແຮງການ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ ​ແລະ ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະ ກິດ​ຫວຽດນາມ ຄືນ​ໃໝ່. ກົດໝາຍ​ທັງ​ສອງ​ນີ້, ລ້ວນ​ແຕ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍົກ​ສູງ​ບົດບາດ​ຂອງ​ວິ​ສາ​ຫະກິດ​ທີ່​ປະກອບສ່ວນ​ໃຫ້​ພື້ນຖານ​ເສດຖະກິດ​ຕາມ​ທິດ​ບັນດາ​ຂະ​ແໜງ​ອາຊີບ​ໃດ​ເຊິ່ງກົດໝາຍ​ບໍ່​ຫ້າມ, ປະຊາ ຊົນ ​ແລະ ວິ​ສາ​ຫະກິດ​ລ້ວນ​ແຕ່​ສາມາດ​ລົງທຶນ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ໄດ້. ສ້າ​ງ​ເງື່ອນ​ໄຂ​ສະດວກ​​ໃຫ້​ແກ່​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ​ເພື່ອ​ຮັບປະກັນ​ວ່າ ທຸກ​ພາກສ່ວນ​ເສດຖະກິດ​ລ້ວນ​ແຕ່ມີ​ຄວາມ​ສະ​ເໝີ​ພາບ, ສ້າງ​ກຳລັງ​ໜູນ​ເພື່ອ​ໃຫ້​ປະ​ເທດ​ຊາດ​ພັດທະນາ​ໃນ​ຕໍ່ໜ້າ.

 

ຕອບກັບ

ຂ່າວ/ບົດ​ອື່ນ