ຫວຽດນາມຢືນຢັນທີ່ຕັ້ງບົດບາດຢູ່ສະພາສິດທິມະນຸດສະຫະປະຊາຊາດ


(vovworld)- ຫວຽດ​ນາມ ຫາກໍ່​ສິ້ນ​ສຸດ​ປີ​ທຳ​ອິດ​ໃນ​ອາ​ຍຸ​ການ ເປັນ​ສະ​ມາ​ຊິກ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ) ໄລ​ຍະ 2014-2016. ເຖິງວ່າ​ເປັນ​ສະ​ມາ​ຊິກ​ໃຫມ່​ກໍ​ຕາມ ແຕ່​ຍາມ​ໃດ ຫວຽດ​ນາມ ກໍ​ສະ​ແດງ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ​ສູງ​ໃນ​ບັນ​ດາວຽ​ກ​ງານ​ລວມ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ສິດ​ຂອງ​ບັນ​ດາ​ກຸ່ມ​ຄົນຖືກ​ສ່ຽງໄພ​ສູງ​ກວ່າ​ເພື່ອນ, ​ບັນ​ຫາສະ​ບຽງ​ອາ​ຫານ, ສຸ​ຂະ​ພາບ, ນ້ຳ​ສະ​ອາດ.. ເຄີຍ​ແມ່ນ​ບັນ​ດາ​ບັນ​ຫາ​ຂອງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ.     ເດືອນ 3/2014, ຄະ​ນະ​ຜູ້​ແທ​ນ ຫວຽດ​ນາມ ໂດຍ​ທ່ານ ຟ້າມ​ບີງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ ຫວຽດ​ນາມ ນຳ​ຫນ້າ, ເປັນ​ຄັ້ງ​ທຳ​ອິດ​ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຂັ້ນ​ສູງ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ, ເປີດ​ສາກ​ໃຫ້​ປີ​ເຄື່ອນ​ໄຫວ​​ຢ່າງຕັ້ງ​ຫນ້າ​ຂອງ ຫວຽດ​ນາມ​ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການນີ້. ພຽງ​ໃນໄລ​ຍະ 1 ປີ, ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ຢ່າງ​ເປັນ​ທາງ​ການນັບ​ຮ້ອຍ​ຄັ້ງ ແລະ ບັນ​ດາ​ການ​ທາບ​ທາມ​ຄຳ​ເຫັນ​ຢູ່ ສະ​ພາ​ສິດ​ທິ​ມະ​ນຸດ, ປຶກ​ສາ​ຫາ​ລື, ປ່ອນ​ບັດ​ເກືອບ 200 ມະ​ຕິ, ຂ​ໍ​້​ຕົກ​ລົງ​ກ່ຽວ​​ຂ້ອງ​ເຖິງ​ແງ່​ມູມແຕກ​ຕ່າງ​ກັນ​ຂອງ​ສິດ​ທິ​ມະ​ນຸດ.

ຫວຽດນາມຢືນຢັນທີ່ຕັ້ງບົດບາດຢູ່ສະພາສິດທິມະນຸດສະຫະປະຊາຊາດ - ảnh 1
ວາ​ລະ​ປະ​ຊຸມ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ
ພາບ​:dantri.com.vn

        ເຂັ້ມ​ງວດ, ເປັນ​ເຈົ້າ​ກາ​ນ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ກົນ​ໄກ​ຫລາຍ​ຝ່າຍ, ສອງ​ຝ່າຍ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ

        ​ຈຸດເວ​ລາເລີ່​ມ​ອາ​ຍຸ​ການເປັນ​ສະ​ມາ​ຊິກ ສະ​ພາ​ສິດ​ທິ​ມະ​ນຸດ ກໍ​ແມ່ນ​ຈຸດ​ເວ​ລາ​ທີ່​ຫວຽດ​ນາມ ກະ​ກຽມ​ລາຍ​ງານ​ກ່ຽວ​ກັບ​ກົນ​ໄກ​ທົບ​ທວນ​ຄືນ​ປະ​ຈຳ​ໄລ​ຍະ​ດ້ານ​ສິດ​ທິ​ມະ​ນຸດ(UPR) ຄັ້ງ​ທີ 2. ດ້ວຍ​ເຫດ​ການນີ້, ຫວຽດ​ນາມ ໄດ້​ສ​ະ​ແດງ​ໃຫ້​ເ​ຫັນ​ແມ່ນ​ປະ​ເທດ​ຫນຶ່ງ​ຍາມ​ໃດ​ກໍ​ ​​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິ​ດ​ທິ​ມະ​ນຸດ​ຢ່າງເຂັ້ມ​ງວດ, ຍາມ​ໃດ​ກໍ​ຮ​ັບ​ຟັງ, ຮັບ​ເອົາ​ການ​ປະ​ກອບ​ຄຳ​ເຫັນ​ຈາກ​ເພື່ອນ​ມິດ​ສາ​ກົນ ແລະ ຍາມ​ໃດ​ກໍ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ຊົມ​ໃຊ້​ບັນ​ດາ​​ແງ່​ມູມ​ຂອງສິດ​ທິ​ມະ​ນຸດ​ນັບ​ມື້ນ​ັບ​ດີກວ່າ. ຫວຽດ​ນາມ ຍັງ​ເປັນ​ເຈົ້າ​ການເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ ກ່ຽວ​ຂ້ອງ​ເຖິງ​ສິດ​ທິ​ມະ​ນຸດ​ຄື: ກອງ​ປະ​ຊຸມ​​ສະ​ມັດ​ຊາໃຫຍ່ ສ​ປ​ຊ, ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ສັງ​ຄົມ ແລະ ຄະ​ນະ​ກຳ​ມະ​ການ​ຕຳ​ແຫນ່ງແມ່​ຍິງ(ຂຶ້ນ​ກັບ​ສະ​ພາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ສ​ປ​ຊ), ອົງ​ການ​ແຮງ​ງານ​ສາ​ກົນ… ຢູ່​​ລະ​ດັບພາກ​ພື້ນ, ຫວຽດ​ນາມ ກໍ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ຕັ້ງ​ຫນ້າ​ໃນ​ອົງ​ການ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ ອາ​ຊຽນ(AICHR) ເມື່ອ​ເປັນ​ປະ​ທານ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຂອງ AICHR ຢູ່ ຮ່າ​ໂນ້ຍ. ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ຮ່ວມ​ມື ອາ​ຊີ - ເອີ​ລົບ (ASEM), ເປັນ​ຄັ້ງ​ທຳ​ອິດ, ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາບໍ່​ເປັນ​ທາງ​ການ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ດ້ວຍ​ຫົວ​ຂໍ້​ວ່າ: “ວິ​ສາ​ຫະ​ກິດ ແລະ ສິດ​ທິ​ມະ​ນຸດ”.

        ພ້ອມ​ກັບ​ບັນ​ດາ​ກົນ​ໄກ​ຫລາຍ​ຝ່າຍ, ໃນ​ປີ​ຜ່ານ​ມາ ຫວຽດ​ນາມ ສືບ​ຕໍ່​​ຜັນ​ຂະ​ຫຍາຍກົນ​ໄກ​​ເຈ​ລະ​ຈາ​ສອງ​ຝ່າຍ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​, ໃນ​ນັ້ນ ພົ້ບ​ເດັ່ນ​ແມ່ນ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ສະ​ວິດ. ເຖິງວ່າ​ຍັງ​ມີ​ຈຸ​ດ​ທີ່​ແຕກ​ຕ່າງ​ກັນ, ແຕ່​ບັນ​ດາ​​ການ​ເຈ​ລະ​ຈາລ້ວນ​ແຕ່​ດຳ​ເນີນ​ໄປ​ບົນ​ຈິດ​ໃຈ​ເປີດ​ເຜີຍ, ກົງ​ໄປ​ກົງ​ມາ, ສ້າງ​ສັນ, ຊ່ວຍ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ ແລະ ຫນູນ​ຊ່ວຍ​ວິ​ວັດ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ຕ່າງ​ທີ່ມີ​ຄວາມ​ສົນ​ໃຈ.

        ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃນ​ທຸກ​ແງ່​ມູມ

        ໄປ​ຄຽງ​ຄູ່​ກັບ​ເລື່ອງ​ຕັ້ງ​ຫນ້າ​ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ, ຫວຽດ​ນາມ ສືບ​ຕໍ່​ບັນ​ລຸ​ບັນ​ດາ​ໝາກ​ຜົນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ສ້າງ​ລະ​ບົບ​ກົດ​ໝາຍ​, ນະ​ໂຍ​ບາຍ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດໃຫ້​ສົມ​ບູນ​ແບບ ກໍ​ຄື​ການ​ປະ​ຕິ​ບັດ​ສິດ​ທິ​ມະ​ນຸດ​ໃນ​ຕົວ​ຈິງ. ປີ 2014, ຫວຽດ​ນາມ ເປັນ​ຄັ້ງ​ທຳ​ອິດ​ຜັນ​ຂະ​ຫຍາຍ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ດ້ວຍ​ລາຍ​ການ​ສະ​ເພາະ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ. ປີ 2014 ກໍ​ເປັນ​ຂີດ​ໝາຍ​ສຳ​ຄັນ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ, ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ເມື່ອ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໃຫ້​ສັດ​ຕະ​ຍາ​ບັນ​ເລື່ອງ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ຕ້ານ​ການ​ທໍ​ລະ​ມານ ແລະ ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ ແລະ ຫວຽດ​ນາມ ປ້ອງ​ກັນບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ບັນ​ດາ​ສິດ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ສັງ​ຄົມ​ເມື່ອ​ເດືອນ 11/2014 ສຳ​ເລັດ​ຜົນ. ເປັນ​ຫນ້າ​ສົນ​ໃຈ​ແມ່ນບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ພາ​ວະ​ວິ​ໄສ​ດ້ານເສດ​ຖະ​ກິດ ສັງ​ຄົມ, ຫວຽດ​ນາມ ຍັງ​ຄົງ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ສຳ​ຄັນ​ກ່ຽວ​ກັບ​ການ​ຮັບ​ປະ​ກັນສິດ​ທິ​ມະ​ນຸດ​ໃນ​ທຸກ​ແງ່​ມູມ, ຈາ​ກ​ການ​ລົບ​ລ້າງ​ຄ​ວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສ້າງວຽກ​ເຮັດ​ງານ​ທຳ​, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມຕະ​ຫລອດ​ຮອດ​ການ​ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ຈິດ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ. ຕາມນັ້ນ​ແລ້ວ, ການ​ດຳ​ເນີນ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ, ສາ​ສະ​ຫນາ, ການ​ເຫລື້ອ​ມ​ໃສ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຕອບ​ສະ​ຫນອງ​ຢ່າງ​ຟົດ​ຟື້ນ ແລະ ເປັນ​ຫລາຍ​ຮູບ​ຫລາຍ​ແບບ ຜ່ານ​ບັນ​ດາ​ເຫດ​ການ​ຄື: ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາສາ​ກົນ- Vesak ສ​ປ​ຊ, ວັ​ນ​ບຸນ ຄຼິດ​ສະ​ມາດ ກໍ​ຄື​ບັນ​ດາ​ງານ​ບຸນ​​ທີ່​ເປັນ​ມູນ​ເຊື້ອ​ໃນ​ທົ່ວ​ເຂດ​ພາກ​ຂອງ​ທັງ​ປະ​ເທດ. ນອກນັ້ນ ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ອິນ​ເຕີ​ແນັດ ຢູ່​ຫວຽດ​ນາມ ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ຊາ​ຊົນ​ນັບ​ມື້​ນັບ​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ໄຈ້​ແຍກ​ຕີ​ລາ​ຄາ​ໃນ​ວິ​ວັດ​ການ​ສ້າງ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ.

        ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ ແລະ ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າ​ຍ, ສອງ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ສິດ​ທິ​ມະ​ນຸດ​ໃນ​ປີ 2014, ຫ​ວ​ຽດ​ນາມ ໄດ້​ສະ​ແດງ​ໃຫ້​ເຫັນ​ແມ່ນ​ສະ​ມາ​ຊິກ​ຕັ້ງ​ຫນ້າ, ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະ​ພ​າ​ສິດ​ທິ​ມະ​ນຸດ ສ​ປ​ຊ. ໝາກ​ຜົນ​ພົ້ນ​ເດັ່ນ​ໃນ​ການ​ປະ​ຕິ​ບັດ​ສິດ​ທິ​ມະ​ນຸດ​ຂອງ​ຫວຽດ​ນາມ ໃນ​ຕົວ​ຈິງກ​ໍ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ. ບັນ​ດາ​ໝາກ​ຜົນ​​ດັ່ງ​ກ່າວ ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ, ຊ່ວຍ​ໃຫ້​ຫວຽດ​ນາມ ສ້າງ​ພາບ​ພົດ​ອັນ​ດີ​ງາມ​ກ່ຽວ​ກັບ​ປະ​ເທດ​ທີ່​ສຳ​ເລັດ​ຜົນ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ຂອງ ສ​ປ​ຊ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ໃນ​ນັ້ນ ມີ​ບັນ​ຫາ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິ​ງ​ຊາຍ, ແຮງ​ງານ, ການ​ຫນູນ​ຊ່ວຍ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ