ຫວຽດນາມເພີ່ມທະວີການປະຕິຮູບເພື່ອບັນລຸລະດັບເຕີບໂຕໃຫ້ມີຄຸນນະພາບກວ່າ

(VOVWORLD) -ນັບແຕ່ຕົ້ນປີ 2018, ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 01 ກ່ຽວກັບການບໍລິຫານເສດຖະກິດສັງຄົມ ແລະ ງົບປະມານປີ 2018, ໃນນັ້ນໄດ້ສຸມໃສ່ເຂົ້າໃນບັນມາດຕະການແກ້ໄຂທັງຮັບປະກັນຄາດໝາຍການເຕີບໂຕ GDP

ຫວຽດນາມເພີ່ມທະວີການປະຕິຮູບເພື່ອບັນລຸລະດັບເຕີບໂຕໃຫ້ມີຄຸນນະພາບກວ່າ - ảnh 1 ເຂດອຸດສາຫະກຳເຕັກໂນໂລຊີສູງ ຮ່ວາລາກ

(ພາບ: TTXVN)

ທັງຊຸກຍູ້ວິວັດການສ້າງໂຄງປະກອບ ແລະ ຫັນປ່ຽນຮູບແບບການເຕີບໂຕດ້ານເສດຖະກິດຄືນໃໝ່. ໃນອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສືບຕໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຫັນກົນໄກດຶງດູດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບເຂົ້າໃນບັນດາເຂດອຸດສາຫະກຳສູງ, ແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບລະບອບລະບຽບການ ເພື່ອໃຫ້ບັນດານັກລົງທຶນມີຄວາມເຊື່ອໝັ້ນ ແລະ ອຸ່ນອ່ຽນໃຈໃນການຜັນຂະຫຍາຍບັນດາໂຄງການລົງທຶນຢູ່ຫວຽດນາມ. ບັນດາການກະທຳດັ່ງກ່າວໄດ້ມຸ່ງໄປເຖິງເປົ້າໝາຍເພື່ອໃຫ້ເສດຖະກິດຫວຽດນາມ ເລີ່ມກ້າວເຂົ້າສູ່ໄລຍະເຕີບໂຕໃໝ່ດ້ວຍຄຸນນະພາບທີ່ສູງກວ່າ.

        ເລື່ອງຍົກອອກບັນດາການປະຕິຮູບດ້ານເສດຖະກິດຕາມກຳນົດທິດສັງຄົມນິຍົມ ໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດການຕະຫຼາດບັນລຸຜົນສຳເລັດທີ່ສຸດຂອງໂລກ. ພາກເອກະຊົນໄດ້ຮັບການສົ່ງເສີມ ແລະ ບັນດາລັດວິສາຫະກິດໄດ້ຮັບການສ້າງໂຄງປະກອບຄືນໃໝ່ ເພື່ອເຄື່ອນໄຫວພາຍໃຕ້ບັນດາຂໍ້ຜູກຮັດຂອງຕະຫຼາດ. ການຜະລິດ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ດຳເນີນທຸລະກິດເຕັກໂນໂລຊີສູງໃນປະຈຸບັນ ແມ່ນສ່ວນໜຶ່ງຂອງພື້ນຖານເສດຖະກິດແຫ່ງຊາດ. ອັດຕາຄວາມທຸກຍາກໄດ້ຫຼດລົງ ຍ້ອນບັນດານະໂຍບາຍຍຸຕິທຳຄືຈັດແບ່ງທີ່ດິນສະເລ່ຍ ເພື່ອແນໃສ່ຫຼຸດຜ່ອນການຂາດຄວາມສະເໝີພາບ.

ຫັນນະໂຍບາຍດຶງດູດບັນດານັກຄົ້ນຄວ້າເຂົ້າໃນເຂດເຕັກໂນໂລຊີສູງໃຫ້ເປັນລະອຽດ

        ປະຈຸບັນ, ຫວຽດນາມ ສ້າງຕັ້ງໄດ້ 3 ເຂດອຸດສາຫະກຳເຕັກໂນໂລຊີສູງນັ້ນແມ່ນ, ເຂດອຸດສາຫະກຳເຕັກໂນໂລຊີສູງ ຮ່ວາລາກ (ຮ່າໂນ້ຍ), ເຂດອຸດສາຫະກຳເຕັກໂນໂລຊີສູງດ່ານັ້ງ ແລະ ເຂດອຸດສາຫະກຳເຕັກໂນໂລຊີສູງນະຄອນໂຮ່ຈິມິນ. ການເຄື່ອນໄຫວດຶງດູດການລົງທຶນຢູ່ເຂດອຸດສາຫະກຳເຕັກໂນໂລຊີສູງ 3 ແຫ່ງນັ້ນ ໄດ້ສ້າງພື້ນຖານເພື່ອພັດທະນາຄວາມສາມາດບົ່ມຊ້ອນດ້ານວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ. ຕາມບົດລາຍງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີແລ້ວ, ໄລ່ຮອດປະຈຸບັນ, ເຂດອຸດສາຫະກຳເຕັກໂນໂລຊີສູງແຫ່ງຊາດ 3 ແຫ່ງໄດ້ດຶງດູດ 200 ກວ່າໂຄງການລົງທຶນ ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 10 ຕື້ USD.

        ຄາດໝາຍສ້າງຕັ້ງບັນດາເຂດອຸດສາຫະກຳເຕັກໂລໂນຊີສູງແຫ່ງຊາດ ແມ່ນການປະກອບສ່ວນຊຸກຍູ້ເຕັກໂນໂລຊີສູງເພື່ອຮັບໃຊ້ການພັດທະນາເສດຖະກິດ, ສັງຄົມຂອງບັນດາທ້ອງຖິ່ນ, ເຂດພາກ. ສະນັ້ນ, ເລື່ອງສ້າງນະໂຍບາຍໃຫ້ສົມບູນແບບແມ່ນເພື່ອແນໃສ່ດຶງດູດການລົງທຶນເຂົ້າໃນບັນດາເຂດເຕັກໂລໂນຊີສູງຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ.

        ໃນການຢ້ຽມຢາມເຂດອຸດສາຫະກຳເຕັກໂນໂລຊີສູງ ຮ່ວາລາກ ໃນອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເນັ້ນໜັກວ່າ.

        “ນາຍົກລັດຖະມົນຕີ ມີຄວາມຫວັງກ່ຽວກັບເຂດອຸດສາຫະກຳເຕັກໂນໂລຊີສູງ ຮ່ວາລາກ, ແມ່ນເຂດປະກອບສ່ວນເຂົ້າໃນພື້ນຖານວິທະຍາສາດເຕັກໂນໂລຊີໃນຍຸກສະໄໝອຸດສາຫະກຳ 4.0; ເຊິ່ງແມ່ນແຫ່ງສ້າງຊີວະພາບ Starup ຂອງຫວຽດນາມ, ປະກອບສ່ວນເຂົ້າໃນການກໍ່ສ້າງນະຄອນຫຼວງຮ່າໂນ້ຍ ກໍ່ຄືຂອງປະເທດຊາດ. ຄວາມຫວັງຄືແນວນັ້ນ, ທຸກຂັ້ນ, ທຸກຂະແໜງການຕ້ອງສຸມໃສ່ໃຫ້ເປັນຢ່າງດີກວ່າອີກ ເພື່ອສ້າງເຂດນີ້ໃຫ້ບັນລຸຜົນສຳເລັດກວ່າ”.

        ເພື່ອແກ້ໄຂຄວາມຫຍຸ້ງຍາກກ່ຽວກັບລະບອບລະບຽບການ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການປະກາດບັນດາເອກະສານແນະນຳໂດຍໄວ ເພື່ອສ້າງເງື່ອນໄຂສະດວກໃຫ້ເຂດອຸດສາຫະກຳເຕັກໂນໂລຊີສູງພັດທະນາ, ຮຽກຮ້ອງສະເໜີປັບປຸງບັນດາຂໍ້ກຳນົດທີ່ຍັງຕິດຂັດໂດຍໄວ, ໃນນັ້ນມີບາງຈຸດຂອງກົດໝາຍວ່າດ້ວຍເຕັກໂນໂລຊີສູງປີ 2008.

        “ກົນໄກນະໂຍບາຍດຶງດູດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຄວນໄດ້ຫັນເປັນລະອຽດ ເພື່ອສ້າງເງື່ອນໄຂໃຫ້ບັນດານັກຄົ້ນຄວ້າເຂົ້າເຂດອຸດສາຫະກຳເຕັກໂນໂລຊີສູງ. ບັນດາຂໍ້ຕິດຂັດຕ້ອງໄດ້ເຕົ້າໂຮມ, ອາດຈະແມ່ນທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ຈະເປັນປະທານໃນການຮັບຟັງຄືນ ເພື່ອໃຫ້ມີບັນດາລັດຖະນະໂຍບາຍພ້ອມກັບກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແກ້ໄຂໂດຍໄວ. ທ່ານນາຍົກລັດຖະມົນຕີພ້ອມແລ້ວທີ່ຈະສະໜັບສະໜູນແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບຂໍ້ກຳນົດດ້ານກົດໝາຍ, ພ້ອມແລ້ວທີ່ຈະຍື່ນສະເໜີຕໍ່ລັດຖະບານ ເພື່ອລົງຄະແນນສຽງສະໜັບສະໜູນໃຫ້ນະໂຍບາຍດຶງດູດຜູ້ມີຄວາມເກັ່ງກ້າສາສາດນີ້. ນີ້ແມ່ນສິ່ງສຳຄັນຍິ່ງໃຫ້ Starup ກໍຄືສ້າງລະບົບຊີວະພາບ Starup ຢູ່ຫວຽດນາມ”.

ສືບຕໍ່ຊຸກຍູ້ການປະຕິຮູບໃນຫຼາຍຂົງເຂດ

        ປີ 2018 ໄດ້ຮັບການຕີລາຄາວ່າແມ່ນປີ “ບາດລ້ຽວ” ຂອງຫວຽດນາມ ໃນການເຊື່ອມໂຍງດ້ານເສດຖະກິດເຂົ້າກັບສາກົນ. ນີ້ແມ່ນໂອກາດ ແລະ ກໍທັງແມ່ນສິ່ງທ້າທາຍຢ່າງໃຫຍ່ຫຼວງສຳລັບຫວຽດນາມ. ເພື່ອບັນລຸໄດ້ລະດັບເຕີບໂຕສູງ ແລະ ໝັ້ນຄົງກວ່າໃນປີ 2018, ຫວຽດນາມ ຕ້ອງຕັ້ງໜ້າປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຫຼຸດຜ່ອນລາຍຈ່າຍບໍ່ເປັນທາງການໃຫ້ແກ່ວິສາຫະກິດ. ນອກນັ້ນ, ແມ່ນຊຸກຢູ່ພື້ນຖານເສດຖະກິດການຕະຫຼາດ ແລະ ສົ່ງເສີມວິສາຫະກິດເພີ່ມທະວີການລົງທຶນໃຫ້ວິທະຍາສາດເຕັກໂນໂລຊີ, ຍາດແຍ່ງກາລະໂອກາດຈາກການປະຕິວັດອຸດສາຫະກຳຄັ້ງທີ 4. ລັດຖະບານກໍ່ກຳນົດການສຸມໃສ່ປະຕິຮູບລະບຽບການບໍລິຫານ, ສູ້ຊົນໃນປີ 2018 ນຳຫວຽດນາມ ຈັດເຂົ້າກຸ່ມ ອາຊຽນ - 4 ກ່ຽວກັບກຳລັງແກ່ງແຍ້ງ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.

        ເບິ່ງລວມແລ້ວ, ແງ່ຫວັງການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນສະດວກທີ່ສຸດ, ຖ້າຫາກວິວັດທະນາການປະຕິຮູບຢູ່ພາຍໃນປະເທດສືບຕໍ່ໄດ້ຮັບການປະຕິບັດຢ່າງຄົບຊຸດ.

        3 ປີທີ່ຍັງເຫຼືອ (2018, 2019 ແລະ 2020) ຂອງຍຸດທະສາດພັດທະນາເສດຖະກິດ, ສັງຄົມ 2011 – 2020 ແລະ ແຜນການສ້າງໂຄງປະກອບການຫັນປ່ຽນຮູບແບບການເຕີບໂຕດ້ານເສດຖະກິດ 2016 – 2020 ມີຄວາມໝາຍສຳຄັນຍິ່ງສຳລັບ 15 ປີແຫ່ງການພັດທະນາຕໍ່ໄປຂອງຫວຽດນາມ. ນີ້ແມ່ນໄລຍະຫັນປ່ຽນຕົນເອງຈາກພື້ນຖານເສດຖະກິດເຕີບໂຕຄວາມສະຖຽນລະພາບ; ຖືກຜົນສະທ້ອນ ໄປສູ່ພື້ນຖານເສດຖະກິດເຕີບໂຕດ້ານຄຸນນະພາບ, ມີກຳລັງແກ່ງແຍ້ງສູງ. ເລື່ອງນັບແຕ່ຕົ້ນປີ 2018, ລັດຖະບານຊຸກຍູ້ການປະຕິຮູບຢ່າງຂ້ຽວຂາດ ໄດ້ປະກອບສ່ວນຫັນຄາດໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ