ອິນເດຍສ້າງຄວາມດຸນດຽງກ່ຽວກັບທີ່ຕັ້ງ ບົດບາດຄືນໃໝ່ໃນພາກພື້ນມະຫາສະມຸດອິນເດຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ພວມ​ທຳ​ການ​ຢ້ຽມ​ຢາມ​ເປັນ​ເວ​ລາ 5 ວັນ​ຢູ່ 3 ປະ​ເທດ​ເກາະ​ທີ່​ມະ​ຫາ​ສະ​ມຸດ​ອິນ​ເດຍ ນັ້ນ​ແມ່ນ Seychelles, Mauritius ແລະ Sri Lanka. ການ​ຢ້ຽມ​ຢາມ​ແມ່ນ​ຖືກວົງ​ການ​ນັກ​ສັງ​ເກດ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ເພື່ອ​ແນ​ໃສ່​​ທັງສ້າງ​ການ​ສົ່ງ​ຜົນ​ສະ​ທ້ອນ​ຂອງ​ຕົນ​ຄືນ​ໃໝ່​ຢູ່​ພາກ​ພື້ນທີ່​ເຄີຍ​ຮັບ​ຖື​ວ່າ ແມ່ນ​ດ້ານຫຼັງ​ຂອງ​ນິວ​ເດ​ລີ​ໃນ​ຕະຫຼອດ​ໄລ​ຍະ​ຍາວ​ນານ, ທັງ​ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​ການ​ຕ່າງ​ປະ​ເທດ​ທີ່​ແຂງ​ແຮງ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງອິນ​ເດຍ Narendra Modi ນັບ​ແຕ່​ຂຶ້ນ​ກຳ​ອຳ​ນາດ, ແນ​ໃສ່​ສ້າງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ອິນ​ເດຍ​ໃນ​ໂລກ​ໃໝ່.

ອິນເດຍສ້າງຄວາມດຸນດຽງກ່ຽວກັບທີ່ຕັ້ງ ບົດບາດຄືນໃໝ່ໃນພາກພື້ນມະຫາສະມຸດອິນເດຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ແລະ ທ່ານ
ປະ​ທາ​ນາ​ທິ​ບໍ​ດີ Seychelles  James Michel  (ພາບ:Seychelles News)

    ກ່ອນ​ການ​ຢ້ຽມ​ຢາມ, ສື່ມວນ​ຊົນ​ອິນ​ເດຍ ແລະ ສາ​ກົນ​ໄດ້​ວິ​ຈານຫຼາຍ​ກ່ຽວ​ກັບ​ການ​ເດີນ​ທາງ​ຢ້ຽ​ມ​ຢາມ​ບັນ​ດາ​ປະ​ເທດ​ຢູ່​ໃກ້​ຄຽງ​ທາງ​ທະ​ເລຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi. ນັກ​ຂ່າວ​ເກືອບທັງໝົດ​ຕ່າງ​ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ການ​ຢ້ຽມ​ຢາມ​ແມ່ນ​ເພື່ອ​ແນ​ໃສ່​ແກ່​ດຶງ​ບັນ​ດາ​ປະ​ເທດ​ໃນ ມະ​ຫາ​ສະ​ມຸດ​ອິນ​ເດຍ​ນີ້​ຫຍັບ​ມໍ່​ເຂົ້າ​ກັບ​ອິນ​ເດຍຫຼາຍກວ່າ​ໂດຍ​ຜ່ານ​ບັນ​ດາ​ບ້ວງ​ເງິນ​ໜູນ​ຊ່ວຍ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ທະ​ຫານ. ໃນ​ມໍ່​ໆ​ມານີ້, ຕໍ່​ໜ້າ​ການ​ເພີ່ມ​ທະ​ວີ​ການ​ປະ​ກົດ​ຕົວ​ຂອງ​ຈີນ​ຢູ່​ບັນ​ດາ​ປະ​ເທດ​ໃນ​ເຂດ​ຄື ການກໍ່​ສ້າງ​ທາງຫຼວງ, ໂຮງ​ງານ​ໄຟ​ຟ້າ ແລະ ບັນ​ດາ​ທ່າ​ກຳ​ປັ່ນ​ນ້ອຍ… ນິວ​ເດ​ລີ​ພວມ​ຮູ້​ສຶກວ່າ ນັບ​ມື້​ນັບ​ຂາດ​ຄວາມ​ປອດ​ໄພ ແລະ ຊອກ​ຫາ​ວິ​ທີສ້າງ​ການ​ສົ່ງ​ຜົນ​ສະ​ທ້ອນ​ຂອງ​ຕົນ​ຄືນ​ໃໝ່​ຢູ່​ພາກ​ພື້ນ.

    ສ້າງ​ຄວາມ​ສະ​ໜິດ​ຕິດ​ພັນ​ກັບ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ

 ປະ​ເທດ​ທຳ​ອິດໃນ​ການ​ເດີນ​ທາງ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ແມ່ນ Seychelles ຊຶ່ງ​ແມ່ນ​ໝູ່​ເກາະ​ທີ່​ມີ​ປະ​ຊາ​ກອນ 90.000 ຄົນ, ແຕ່​ພັດ​ມີ​ທີ່​ຕັ້ງ​ດ້ານ​ພູມ​ສາດ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ທີ່​ສຸດ, ໄດ້​ຮັບ​ຖື​ວ່າ​ແມ່ນ 3 ລ່ຽ​ມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ພາກ​ພື້ນ ມະ​ຫາ​ສະ​ມຸດ​ອິນ​ເດຍ. ຢູ່​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ພ້ອມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ Seychelles ທ່ານ James Michel ໄດ້​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາສະ​ບັບ​ໜຶ່ງ ໃນ​ນັ້ນ​ກໍ​ເປັນ​ເອ​ກະ​ສັນ​ກັນ​ວ່າ ນິວ​ເດ​ລີ​ສືບ​ຕໍ່​ແມ່ນ​ຜູ້​ສະ​ໜອງ​ດ້ານ​ພາ​ຫະ​ນະ​ອຸ​ປະ​ກອນ​ການ​ທະ​ຫານ​ຕົ້ນ​ຕໍ​ໃຫ້ Seychelles ເຊັ່ນ: ກຳ​ປັ່ນ​ລາດ​ຕະ​ເວນ, ລະ​ບົບ​ຣາ​ດາ​ຕິດ​ຕາມ, ພິ​ເສດ​ແມ່ນ​ການ​ສ້າງ​ແຜນ​ທີ່​ທະ​ເລ​ຂອງ​ປະ​ເທດ​ເກາະ​ນີ້. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ຜົນ​ສຳ​ເລັດ​ໃນ​ເບື້ອງ​ຕົ້ນ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ໂດຍ​ຜ່ານ​ການ​ຍູ້​ແຮງ​ການ​ໜູນ​ຊ່ວຍ​ດ້ານ​ການ​ທະ​ຫານ​ໃຫ່​ແກ່ Seychelles, ໂດຍ​ສະ​ເພາະ​ໃນ​ມໍ່ໆ​ມານີ້, ໄດ້​ມີ​ຂ່າວ​ຄາວ​ທີ່​ຖື​ວ່າ ທັງ​ຈີນ ແລະ ລັດ​ເຊຍ​ຕ່າງ​ກໍ​ພວມ​ຊອກ​ຫາ​ຂໍ້​ຕົກ​ລົງ​ກັນ​ເພື່ອ​ສ້າງ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ຢູ່ Seychelles .

          ປະ​ເທດ​ທີ່ 2 ໃນ​ການ​ເດີນ​ທາງ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ນັ້ນແມ່ນ Mauritius. ນີ້​ແມ່ນ​ເກາະ​ແຫ່ງ​ໜຶ່ງ​ ທີ່​ມີ​ປະ​ຊາ​ກອນ 1,2 ລ້ານຄົນ, ແມ່ນ​ເຂດ​ຮັບ​ຜົນ​ສະ​ທ້ອນ​ຈາກ​ນິວ​ເດ​ລີ. ກ່ອນ​ທີ່​ດຳ​ເນີນ​ການ​ຢ້ຽມ​ຢາມ, ອົງ​ການກ​ານ​ທູດ​ຂອງ​ອິນ​ເດຍ​ເນັ້ນ​ໜັກ​ວ່າ ຈຸດ​ສຸມ​ຂອງການ​ຢ້ຽມ​ຢາມ ແມ່ນ​ການ​ເປີດ​ກ້​ວາງ​ການ​ພົວ​ພັນ​ດ້ານ​ການ​ທະ​ຫານ​ໃຫ້​ດີ​ຍິ່ງ​ຂຶ້ນ​ອີກ ດ້ວຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ປະ​ກອບ​ໃຫ້ Mauritius ບັນ​ດາ​ກຳ​ປັ່ນ​ຮົບ​ໂດຍ​ອິນ​ເດຍ​ຜະ​ລິດ​ເພື່ອ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຝັ່ງ​ທະ​ເລ ແລະ ເຂ​ດ​ເສດ​ຖະ​ກິດ​ພິ​ເສດ. Mauritius ມີ​ແຜນ​ການ​ສັ່ງ​ຊື້ ກຳ​ປັ່ນ​ລາດ​ຕະ​ເວນ Barracuda , ນອກ​ຈາກນັ້ນ, ອິຍ​ເດຍ​ຍັງ​ສະ​ໜອງ​ກຳ​ປັນ່​ຮົບ​ອື່ນ​ອີກ 13 ລຳ​ໃຫ້​ແກ່ Mauritius.

    ປະ​ເທດ​ສຸດ​ທ້າຍໃນ​ການ​ເດີນ​ທາງ​ຢ້ຽມ​ຢາມ​ແຕ່​ວັນ​ທີ 13 – 14/3 ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ​ແລະ ກໍ​ແມ່ນປະ​ເທດ​ທີ່​ສຳ​ຄັນ​ກວ່າ​ໝູ່, ນັ້ນ​ແມ່ນ​ປະ​ເທດ Sri Lanka . ນີ້​ແມ່ນ​ການ​ຢ້ຽມ​ຢາມ​ໃນ​ຂອບ​ເຂດ​ພົວ​ພັນ 2 ຝ່າຍ​ຄັ້ງ​ທຳ​ອິດ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍໄປ​ເຖິງ​ປະ​ເທດ​ເພື່ອ​ບ້ານ​ໃກ້​ຄຽງທາງ​ທິດ​ໃຕ້​ພາຍຫຼັງ 28 ປີ. ອິນ​ເດຍ​ເຄີຍ​ຖື Sri Lanka ແມ່ນ​ດ້ານຫຼັງ​ຂອງ​ຕົນ, ແຕ່​ຢູ່​ໃຕ້​ສະ​ໄໝ​ອະ​ດີດ​ປະ​ທາ​ນາ​​ທິ​ບໍ​ດີ Sri Lanka ທ່ານ Rajapaksa ນັ້ນ, ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດນີ້​ກັບ​ອິນ​ເດຍ​ໄດ້​ແຕກ​ແຫງ​ຢ່າງ​ຮ້າຍ​ແຮງ, ກົງ​ກັນ​ຂ້າມ, ສຳ​ລັບການ​ພົວ​ພັນ​ກັບ​ຈີນນັ້ນ, ປັກກິງ ໄດ້​ກາຍ​ເປັນ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃຫຍ່​ກ່​ວາ​ໝູ່​ຢູ່ Sri Lanka, ຊຶ່ງ​ໄດ້​ລົງ​ນາມ​ໃນ​ສັນ​ຍາຫຼາຍ​ສະ​ບັບ​ກ່ຽວ​ກັບ​ການກໍ່ສ້າງພື້ນ​ຖານ​ໂຄງ​ລ່າງ​ໃຫຍ່. ໃນ​ຂະ​ນະ​ນັ້ນ, ທາງ​ດ້ານ​ການ​ທະ​ຫານ, ບັນ​ດາ​ກຳ​ປັ່ນ​ຮົບ​ຂອງ​ຈີນ​ໄດ້​ເຂົ້າ​ທຽບ​ທ່າ Sri Lanka ຢ່າງ​ລຽນ​ຕິດ. ສິ່ງນີ້​ໄດ້​ເຮັດ​ໃຫ້​ນິວ​ເດ​ລີ ບໍ່​ພໍ​ໃຈ​ທີ່​ສຸດ. ເພາະ​ສະ​ນັ້ນ, ເລື່ອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຂອງ Sri Lanka ຂຶ້ນ​ກຳ​ອຳ​ນາດນັ້ນ, ກໍ​ເປັນ​ກາ​ລະໂອ​ກາດທີ່​ດີ​ທີ່​ສຸດ​ເພື່ອ​ໃຫ້​ອິນ​ເດຍ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ທະ​ຫານ, ເປີດ​ກ້​ວາງ​ການ​ພົ​ວ​ພັນ​ດ້ານ​ເສດ​ຖະ​ກິດ​ກັບ Sri Lanka, ຟື້ນ​ຟູ​ທີ່​ຕັ້ງ​ບົດ​ບາດ​ຢູ່​ປະ​ເທດ​ເກາະ​ຕັ້ງ​ຢູ່ມໍ່​ກັບ​ຕົນ​ເອງ. ນອກ​ຈາກນັ້ນ, ການ​ຢ້ຽມ​ຢາມ​ກໍ​ຖືກ​ດຳ​ເນີນ​ໃນ​ຈຸດ​ເວ​ລາ​ທີ່​ການ​ພົວ​ພັນ​ຈີນ- Sri Lanka ພວມ​ປະ​ສົບ​ກັບ​ສິ່ງ​ກີດ​ຂວາງ ຂະ​ນະ​ທີ່ Sri Lanka ຫາ​ກໍ​ໃຫ້​ຢຸດ​ການ​ເຄື່ອນ​ໄຫວ​ສຳ​ລັບ​ໂຄງ​ການ​ອະ​ສັງ​ຫາ​ລິ​ມະ​ຊັບຂອງ​ຈີນ​ທີ່​ມີ​ມຸນ​ຄ່າ 1,5 ຕື້ USD ຢູ່​ໂກ​ລົ​ມ​ໂບຍ້ອນ​ຖືກ​ກ່າວ​ຫາ​ວ່າ ຂາດ​ຄວາມ​ກະ​ຈ່າງ​ແຈ້ງ ແລະ ບໍ່​ສາ​ມາດ​ຕອບ​ສະ​ໜອງ​ມາ​ຖານ​ດ້ານ​ສິ່ງ​ແວດ​ລ້ອມ.

    ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ​ອິນ​ເດຍ​ໃນ​ໂລກ​ໃໝ່

   ນັບ​ແຕ່​ຂຶ້ນ​ກຳ​ອຳ​ນາດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ໄດ້​ມີຫຼາຍ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ປ່ຽນ​ແປງ​ເມື່ອ​ທຽບ​ໃສ່ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍຜູ້​ເກົ່າ. ຫວນ​ຄືນ​ຊຸມ​ປີ​ທີ່​ຜ່ານ​ມາ, ບັນ​ດາ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ຊຸດ​ກ່ອນ ແມ່ນ​ໄດ້​ຮັບ​ຖືກວ່າ​ແມ່ນ​ອ່ອນ​ດ້ວຍ ແລະ ຂາດ​ຄວາມ​ສາ​ມາດ​ຕັດ​ສິນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ພິ​ເສດ​ໃນ​ການ​ພົວ​ພັນ​ກັບ​ຈີນ ແລະ ປາ​ກິ​ສະ​ຖານ. ໂດຍ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ແລະ ປາ​ຖະ​ໜາ​ນຳ​ມາ​ເຊິ່ງ​ການ​ປ່ຽນ​ແປງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອິນ​ເດຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ພ້ອມ​ກັບ​ພັກ​ຂອງ​ທ່ານ ບໍ່​ມີ​ການ​ເລືອກ​ເຟັ້ນ​ໃດໆ​ອີກນອກ​ເໜືອ​ຈາກ​ການ​ຕ້ອງ​ກະ​ທຳ​ເພື່ອ​ຄ່ອຍ​ຟື້ນ​ຟູ​ທີ່​ຕັ້ງ​ບົດ​ບາດ​ເປັນ​ປະ​ເທດ​ມະ​ຫາ​ອຳ​ນາດ ແລະ ຄຸນ​ຄ່າ​ດ້ານ​ພູມ​ສາດ, ການ​ເມືອງ​ຍຸດ​ທະ​ສາດ​ຂອງ​ຕົນ.

     ເຖິງ​ເວ​ລ​າ​ແລ້ວ ທີ່​ອິນ​ເດຍ​ຕ້ອງ​ພິ​ຈາ​ລະ​ນາ​ຢ່າງ​ເຂັ້ມ​ງວດ​ກ່ຽວ​ກັບ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຕົນ​ໃນ​ທົ່ວ​ໂລກ. ຄວນ​ສ້າງ​ສຳ​ພັນ​ທະ​ມິດ ລັດ​ເຊຍ-ຈີນ-ອິນ​ເດຍ ຫຼື​ຮ່ວມ​ມື​ກັບ​ຈີນ​ເພື່ອ​ຈຳ​ກັດ​ການ​ຟື້ນ​ຕົວ​ຂອງ​ຈີນ ກໍ​ລ້ວນ​ແຕ່​ແມ່ນບ​ັນ​ຫາ​ທີ່ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ຊັ່ງ​ຊາ​ເລືອກ​ເຟັ້ນ. ພິ​ເສດ​ໃນ​ການ​ແຂ່ງຂັນ​ຍາດ​ເອົາ​ການ​ສົ່ງ​ຜົນ​ສະ​ທ້ອນ​ຢູ່​ທັງ​ອາ​ຊີ​ໃຕ້ ແລະ ອາ​ຊີ​ຕາ​ເວັນ​ອອກ, ອິນ​ເດຍ​ກໍ​ບໍ່​ຢາກ​ແມ່ນ​ຜູ້​ຊັກ​ຊ້າ​. ເມື່ອ​ສາ​ບານ​ຕົວ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ Narendra Modi ໄດ້​ເລືອກ​ເອົາ​ປະ​ເທດ​ຍີ​ປຸ່ນ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ. ແລະ ປະ​ຈຸ​ບັນ, ການ​ຢ້ຽມ​ຢາມ​ບັນ​ດາ​ປະ​ເທດ​ທີ່​ເປັນ​ດ້ານຫຼັງ​ຂອງ​ອິນ​ເດຍນັ້ນ, ສ່ວນ​ໃດ​ສ່ວນ​ໜຶ່ງ​ກໍ​ເປັນ​ການ​ໃຫ້​ຄຳ​ຕອບ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ທູດ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi.

ຕອບກັບ

ຂ່າວ/ບົດ​ອື່ນ