ອີຣັກຢືນຢູ່ຕໍ່ໜ້າໄພອັນຕາລາຍທີ່ສະພາບ ການໃຊ້ຄວາມຮຸ່ນແຮງ ຈະກັບຕ່າວຄືນມາ

  ອີຣັກຢືນຢູ່ຕໍ່ໜ້າໄພອັນຕາລາຍທີ່ສະພາບ ການໃຊ້ຄວາມຮຸ່ນແຮງ ຈະກັບຕ່າວຄືນມາ - ảnh 1

(ພາບ baomoi.com)

ວັນ​ທີ 19 ທັນວາ, ທ່ານ​ຮອງ​ປະທານາທິບໍດີ ອີຣັກ Tatriq al-Hashemi ຜູ້ນຳ​ສູງ​ສຸດ​ຂອງ​ຊາວ​ມຸດ​ສະ​ລິ​ມນິກາຍ​ຊັນ​ນີໃນ​ກົງຈັກ​ລັດ, ​ໄດ້​ຖືກ​ອອກ​ຄຳ​ສັ່ງຕາມລ່າ ດ້ວຍບັນດາຂໍ້ຫາທີ່ກ່ຽວຂ້ອງເຖິງບັນດາ ເຫດກໍ່ການຮ້າຍ ທີ່ແນໃສ່ ເຈົ້າໜ້າທີ່ລັດຖະ ບານ ແລະ ກຳລັງປ້ອງກັນຄວາມສະຫງົບ.  ການກະທຳດ່ັງກ່າວໄດ້ເປັນຂີດໝາຍ ແຫ່ງການປີນ​ຂັ້ນ​ໃດ​ຢ່າງ​ກະທັນຫັນ​ຂອງ​ສະພາບ​ຄວາມ​ເຄັ່ງ​ຕຶງ​ລະ​ຫ່ວາງບັນດາພັກ​ຝ່າຍ ​ແລະ ໄດ້​​ເປັນການ ເພີ່ມຄວາມ​ວິຕົກ​ກັງວົນຕໍ່ເລື່ອງທີ່ຈະ​ເກີດ​ມີ​ການ​ຍາດ​ຊິງ​ສິດ​ອຳນາດ​ຂະໜາດໃຫຍ່ຢູ່ ອີຣັກ ພາຍຫຼັງ​ທີ່​ ອາ​ເມ​ລິ​ກາ​ຖອນ​ກ​ຳລັງ​ທະຫານທັງ​ໝົດອອກ​ຈາກ​ ອີຣັກ.
  ອີຣັກໄດ້ອອກ ຄຳ​ສັ່ງ​ຈັບ​ຕົວ​, ​ພາຍຫຼັງ​ກຳລັງ​ໃກ້​ຊິດ​ຫຼາຍ​ຄົນ​ຂອງ​ທ່ານ Hashemi ​ໄດ້​ລາຍ​ງານວ່າ ຜູ້ນຳ​ຄົນ​ນີ້​ໄດ້​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ບັນດາ​ກໍລະນີ​ລອບ​ສັງຫານ ​ແລະ ບຸກ​ໂຈມ​ຕີ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ລັດຖະບານ​ອີຣັກ ບາງ​ທ່ານ, ​ໃນ​ນັ້ນ​ມີ​ກໍລະນີ​ລອບ​ສັງຫານ​ທີ່​ແນ​ໃສ່​ທ່ານ​ນາຍົກລັດຖະມົນຕີ Mouri al Maliki ​ເມື່ອ​ວັນ​ທີ່ 3 ທັນ​ວາທີ່​ຜ່ານ​ມາ. ມີ​ເທບ​ບັນທຶກ​ສຽງ​ ຄຳ​ສາລະພາບຕອນ​ໜຶ່ງ​ຂອງ ຜູ​້ກໍ່​ການ​ຮ້າຍ 3 ຄົນ​ຊຶ່ງ​ແມ່ນ​ສະມາຊິກ​ໃນ​ເຄືອຂ່າຍປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ທ່ານ Hashemi ​ໄດ້​ຖືກ​ປະກາດ. ​ໂດຍ​ມີປະຕິກິລິຍາ​ໂຕ້​ຕອບ​ຄືນ​ໃນ​ທັນທີ, ທ່ານ Hashemi ​ໄດ້​ປະຕິ​ເສດ​ຄຳ​ກ່າວ​ຫາ​ດັ່ງກ່າວ ​ແລະ ​ຖື​ວ່າ ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ: ບັນດາ​​ຫຼັກ​ຖານທີ່​ໄດ້​ປະກາດ​ນັ້ນ​ແມ່ນ​ມີ​ລັກສະນະ​ການ​ເມືອງ ​ແລະ ທ່ານ​ນາຍົກລັດຖະມົນຕີ Mouri al Maliki ກໍ່​ແມ່ນ​ຜູ້​ຢືນ​ຢູ່​ເບື້ອງ​ຫຼັງ​ຄຳ​ກ່າວ​ຫາ​ດັ່ງກ່າວ.
   ມາ​ຮອດ​ຈຸດ​ເວລາ​ນີ້, ບໍ່​ມີ​​ໃຜສາມາດ​ຢັ້ງຢືນ​ໄດ້​ວ່າ​ທ່ານ Hashemi ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ບັນດາ​ຄຳ​ກ່າວ​ຫາ​ດັ່ງກ່າວ​ຫຼື​ບໍ່ ​ແລະ ​ແມ່ນ​ບໍ່​ວ່ານີ້​ຈະ​ແມ່ນ​ແຜນການ​ດ້ານການ​ເມື​ອງໄດ້ຮັບການສ້າງ​ຂຶ້ນ? ​ແຕ່​ເບິ່ງ​ຄື​ວ່າ​ຄຳ​ສັ່ງ​ຈັບ​ຕົວ​ນີ້​ໄດ້​ພາ​ໃຫ້​ເກີດ​ແປວ​ໄຟ​ແຫ່ງ​ການ​ປະ​ທະ​ກັນ​ລະຫວ່າງ​ພັກ​ຝ່າຍ​ຊຶ່ງ​ໄດ້​ຊ້ອນ​ແຝງ​ຢູ່​ ໃນປະ​ເທດ​ນີ້​ແຕ່​ດົນ​ນານ​ມາ​ແລ້ວ. ນັບ​ແຕ່​ເວລາ​ ກອງທັບອາ​ເມ​ລິ​ກາ ​ໂຄນ​ລົ້ມອະ​ດີ​ດ ປະທານາທິບໍດີ Saddam hussein ນັ້ນ, ປະຊາ​ຄົມ​ຊາວ​ມຸດ​ສະ​ລິ​ມນິກາຍ​ຊັນ​ນີ ຊຶ່ງ​ກວມ​ອັດຕາ​ສ່ວນໜ້ອຍ​ໃນ​ປະຊາກອນ​ອີຣັກ ​ໄດ້​ກ່າວ​ຫາ​ປະຊາ​ຄົມຊາວ​ມຸດ​ສະ​ລິ​ມນິກາຍຊີ​ອາຍ​ວ່າ​ໄດ້​ຊອກ​ຫາ​ວິທີ​ປັດ​ເຂັ່ຍ​ເຂົາ​ເຈົ້າ​ອອກ​ຈາກ​ເວທີ​ການ​ເມືອງ. ການ​ແບ່ງ​ແຍກ​ລະ ຫວ່າງຊາວ​ຊັນ​ນີ ​ແລະ ຊາວ​ຊີ​ອາຍ​ພັດ​ມີ​ໂອກາດ​ເກີດ​ຂຶ້ນ ຂະນະ​ທີ່​ໃນ​ມໍ່ໆ​ມາ​ນີ້, ກຸ​່ມ ການ​ເມືອງຂອງ​ຊາວ​ຊັນ​ນີ ​ໄດ້​ຖະ​ແຫຼ​ງປະຕິ​ເສດ​ສະພາ​ແຫ່ງ​ຊາດ ​ແນ​ໃສ່​ຄັດຄ້ານ ທ່ານ​ນາຍົກລັດຖະມົນຕີ Mouri al Maliki ມີ​ການກະທຳທີ່​ຊັກ​ຊ້າ​ໃນ​ການ​ແກ້​ໄຂ​ສະພາບ​ຈົນ​ຕະ​ແຈ​ທາງ​ການ​ເມືອງ​ຂະນະ​ທີ່​ມຸ່ງ​ໄປ​ສູ່ການ​ສ້າງ​ຕັ້ງ​ລັດຖະບານ​ໂດຍ​ການ​ແບ່ງ​ປັນ​ສິດ​ອຳ​ນາດ. ອະ​ດີ​ດປະທານາທິບໍດີອີ​ຣັກ Saddam hussein ກໍ່​ແມ່ນ​ຊາວ​ຊັນ​ນີ ​ແລະ​ ຊາວ​ຊັນ​ນີຫຼາຍ​ຄົນ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ເຂົາ​ເຈົ້າ​ພວມ​ຖືກ ຊາວ ​ມຸດ​ສະ​ລິ​ມນິກາຍຊີ​ອາຍ​ບຽດ​ບັງ. ຝ່າຍ​ຊັນ​ນີ ກໍ່​ໄດ້​ກ່າວ​ຟ້ອງ ທ່ານ​ນາຍົກລັດຖະມົນຕີ Mouri al Maliki ​ໄດ້​ບໍລິ​ຫານ​ລັດຖະບານແບບ​ຕາຍ​ຕົວ​ເພາະ​ວ່າ​ມາ​ຮອດ​ປະ​ຈຸ​ບັນ ບາງ​ຕຳ​ແໜ່​ງທີ່​ສຳຄັນ​ໃນ​ກົງຈັກ​ລັດຖະບານ​ຍັງ​ປະ​ວ່າງ​ຢູ່. ພ້ອມ​ກັນ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ Mouri al Maliki ພັດສະ​ເໜີ​ສະພາ​ແຫ່ງ​ຊາດ​ດຳ​ເນີນ​ການ​ປ່ອນ​ບັດ​ບໍ່​ໄວ​້ວາງ​ໃຈ​ສຳລັບ ທ່ານ​ຮອງນາຍົກລັດຖະມົນຕີ Saleh al Mutlaq ຊຶ່ງ​ແມ່ນ​ຜູ້ນຳ​ຄົນ​ສຳຄັນ ຂອງປະຊາ​ຄົມຊາວ​ມຸດ​ສະ​ລິ​ມນິກາຍຊັນ​ນີ ຍ້ອນ​ວ່າ​ຂາດ​ຄວາມ​ສັດ​ຊື່​ໄດ້​ພາ​ໃຫ້​ກຸ​ມ່ການ​ເມ​ືອງຂອງ​ຊາວ​ຊັນ​ນີມີ​ຄວາມ​ໂກດ​ແຄ້ນ​ທີ່​ສຸດ ​ແລະ​ໄດ້​ໂຈະ​ການ​ເຂົ້າ​ຮ່ວມ​ສະພາ​ແຫ່ງ​ຊາດ. ​ເລື່ອງ​ອອກ​ຄຳ​ສັ່ງ​ຈັບ​ຕົວ ຮອງ​ປະທານາ ທິບໍດີ ອີຣັກ Tatriq al-Hashemi ປຽບ​ເໝືອນ​ບາດຄ້ອນຟາດໃສ່ປະຊາ​ຄົມ ຊາວ​ມຸດ​ສະ​ລິ​ມນິກາຍຊັນ​ນີ ຊຶ່ງ​ເຄີຍ​ຖືກ​ເອົາ​ປຽບ​ໃນ​ລັດຖະບານ​ສາມັກຄີ​ແຫ່ງ​ຊາດ. ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ບັນດາ​ກໍລະນີ​ດັ່ງກ່າວ​ບໍ່​ພຽງ​ແຕ່​ກໍ່​ໃຫ້​ເກີດ​ແປວ​ໄຟ​ແຫ່ງ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ບັນດາ​ພັກ​ຝ່າຍ​ຢູ່ ອີຣັກ ​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້​ສັນຍາຈັດ​ແບ່ງ​ສິດ​ອຳນາດຢູ່ ອີຣັກ ລະຫວ່າງ​ປະຊາ​ຄົມ​ຊາວ​ຊັນ​ນີ, ຊີ​ອາຍ ​ແລະ ຊາວ​ເຄີ​ດ ອາດ​ຈະ​ຖືກແຕກ​ສະຫຼລາຍ​ໃນ​ບໍ່​ວ່າ​ເວລາ​ໃດ, ພ້ອມ​ທັງ​ຍູ້​ປະ​ເທດ ອີຣັກຕົກ​ເຂົ້າ​ສູ່​ສະພາບ​ເກີດ​ສົງຄາມ​ກາງ​ເມືອງ​ກໍ່​ເປັນ​ໄດ້.
    ​ໂດຍ​ມີ​ຄວາມ​ວິຕົກ​ກັງວົນຕໍ່ໜ້າ​ໄພ​ອັນ​ຕາລາ​ຍຈະ​ຍູ້ ອີຣັກ ກັບ​ຄືນ​ສູ່​ການ​ປະ​ທະ​ກັນ​ລະຫວ່າງ​ພັກ​ຝ່າຍ​ນັ້ນ, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ປະ​ເທ​ດ​ນີ້ ​ໄດ້​ໂຮມ​ປະຊຸມ​ກັບ ທ່ານ​ນາຍົກລັດຖະມົນຕີ Mouri al Maliki ​ແລະ​ການ​ນຳ​ຄົນ​ອື່ນໆ ​ເພື່ອ​ຈຳກັດ​ຄວາມ​ຂັດ​ແຍ້​ງກັນ. ສະພາ​ຜູ້​ພິພາກສາ​ສູງ​ສຸດ​ຂອງ ອີຣັກ ​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ໜຶ່ງ​ເພື່ອ​ສືບສວນຄຳ​ກ່າວ​ຫາ​ດັ່ງກ່າວ.  ​ປະທານາທິບໍດີ ອີຣັກ Jalal Talabani ​ໄດ້​ກ່າວ​ຕຳ​ໜິຕິຕຽນ​ຂໍ້ຕົກລົງ​ທີ່​ຟ້າວ​ຟັງ​ຂອງ ສະພາ​ຜູ້​ພິພາກສາ​ສູງ​ສຸດ​ອີຣັກ. ສ່ວນ​ທ່ານ Massoud Barzani ຜູ້ນຳ​ຂອງ​ປະຊາ​ຄົມ​ຊາວ​ເຄີ​ດ ກໍ່​ໄດ້​ກ່າວ​ເຕືອນ​ວ່າ ສະພາບການໃນປະຈຸບັນພວກຕົກເຂົ້າສູ່ວິກິດ​ການຢ່າງຮ້າຍແຮງ​, ການ​ພົວພັນ​ລະຫວ່າງ​ບັນດາພັກ​ກ​ຳອຳນາດ​ພວມ​ຖືກ​ນາບ​ຂູ່ ​ແລະ​ ຮຽກຮ້ອງ​ໃຫ້​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ສະກັດ​ກັ້ນການລົ້ມລະລາຍຂອງລັດຖະບານ​ເອກະ​ພາບ​ແຫ່ງ​ຊາດ. ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ອີຣັກ ​ໃນ​ທັນ​ໃດ​ກໍ່​ໄດ້​ຕິດ​ຕໍ່​ພົວພັນ​ກັບ​ການ​ນຳ​ສູງ​ສຸດ​ຂອງ​ອີຣັກ. ສ່ວນ​ໂຄສົກ​ທຳນຽບຂາວ ທ່ານ jay Carney ​ນັ້ນ​ໜັ້ກວ່າ ອາ​ເມ​ລິ​ກາ​ພວມ​ມານະ​ພະຍາຍາມ​ກະຕຸກ​ຊຸກຍູ້​ບັນດາ​ພັກ​ຝ່າຍ​ຈົ່ງ​ເຮັດ​ວຽກ​ນຳ​ກັນ ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ໂດຍ​ສັນຕິ​ວິທີ, ຜ່ານ​ການ​ເຈລະ​ຈາ, ສອດ​ຄອງ​ກັບ​ກົດໝາຍ ​ແລະ​ວິວັດທະນາ​ການ​ການ​ເມືອງ​ປະຊາທິປະ​ໄຕ.
    ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ : ຄວາມ​ວິຕົກ​ກັງວົນ​ແຕ່​ດົ​ນນານ​ມາ​ແລ້ວ​ຂອງ​ວົງ​ຄະນະ​ຍາດ​ສາກົນ​ກ່ຽວ​ກັບ ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ອີຣັກ ພາຍຫຼັງ​ທີ່​ອາ​ເມ​ລິ​ກາ​ຖອນ​ທະຫານ​ທົງ​ໝົດ​ອອກ​ຈາກ ອີຣັກນັ້ນ ​ແມ່ນ​ມີ​ພື້ນຖານ​ແທ້. ດ້ວຍ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ໃນປະຈຸ​ບັນ, ອີຣັກພວມ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ການ​ເມືອງ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ລັດຖະບານ​ສາມັກຄີ​ແຫ່ງ​ຊາດ ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ກ່ອນ​ນີ້ 1 ປີ. ສັນຍາ​ຈັດ​ແບ່ງ​ສິດ​ອຳນາດ​ລະຫວ່າງ​ຝ່າຍ​ ຊາວ​ມຸດ​ສະ​ລິ​ມນິກາຍຊີ​ອາຍ ​ແລະ ຝ່າຍຊາວ​ມຸດ​ສະ​ລິ​ມນິກາຍ​ຊັນ​ນີ ອາດ​ຈະ​ກາຍ​ເປັນ​ໂມຄະ​ໃນ​ບໍ່​ວ່າ​ຈຸດເວ​ລາ​ໃດ ​ແລະ ຈະ​ເຮັດໃຫ້​ສະພາບການ​ໃຊ້​ຄວາມ​ຮຸ່ນ​ແຮງ​ກັບ​ຕ່າວ​ຄືນ​ມາ.
ແອງຮວຽນ

ຕອບກັບ

ຂ່າວ/ບົດ​ອື່ນ