(vovworld)- ໃນບົດຂຽນທີ່ພາດຫົວຂໍ້ວ່າ: “ອະນາຄົດພວມເລັ່ງລັດພວກເຮົາສ້າງຫນ້າປະຫວັດສາດໃຫມ່” ເນື່ອງໃນໂອກາດສະເຫລີມສະຫລອງ 67 ປີ ແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2/9/2012, ທ່ານປະທານປະເທດ ຫວຽດນາມ Truong Tan Sang ຊີ້ແຈງວ່າ: ໄຊຊະນະຂອງການປະຕິວັດເດືອນສິງຫາ ແລະ ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ເມື່ອປີ 1945 ແມ່ນໄຊຊະນະຂອງຄຸນນະທາດ, ພູມປັນຍາ, ຄວາມພິລະອາດຫານຂອງຊາດ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ. ທ່ານປະທານປະເທດໄດ້ຮັບຮູ້ຢ່າງກົງໄປກົງມາຕໍ່ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຂໍ້ຂາດຕົກບົກຜ່ອງໃນວິວັດທະນາການປົກປັກຮັກສາ ແລະ ສ້າງສາປະເທດຊາດ ນັບແຕ່ຊຸມມື້ທຳອິດມາຮອດປະຈຸບັນ ແລະ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍເດີນຕາມເສັ້ນທາງດຽວ ແລະ ພ້ອມກັນຜ່ານຜ່າການທົດສອບໃນຕະຫລອດໄລຍະທາງແຫ່ງປະຫວັດສາດ. ທ່ານປະທານປະເທດຍັງຊີ້ໃຫ້ເຫັນ ຄວາມສາມັກຄີ, ປ່ອງດອງຊາດ, ໂຮມປະເທດຊາດເປັນເອກະພາບ ຄວນໄດ້ຮັບການຮັກສາ, ເສີມຂະຫຍາຍ, ສ້າງເປັນກຳລັງແຮງສັງລວມ ຊ່ວຍປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍປະຈຸບັນ ແລະ ໄລຍະຕໍ່ໄປ.
ຂຶ້ນຕົ້ນບົດຂຽນ, ທ່ານປະທານປະເທດ Truong Tan Sang ໄດ້ຢືນຢັນວ່າ: ການປະຕິວັດເດືອນສິງຫາປີ 1945 ແມ່ນບາດລ້ຽວສຳຄັນໃນປະຫວັດສາດຂອງຊາດຫວຽດນາມ ດ້ວຍຮູບພາບປະທານໂຮ່ຈິມິນ ອ່ານບົດຖະແຫລງປະກາດເອກະລາດ ຢູ່ ສະຫນາມຫລວງ Ba Dinh ປະຫວັດສາດ ເມື່ອວັນທີ 2/9/1945 ເປັນສັນຍາລັກ. ເຫດການນີ້ໄດ້ກາຍເປັນຂີດໝາຍແຫ່ງປະຫວັດສາດຍິ່ງໃຫຍ່ຂອງປະເທດຊາດ, ເປີດຫນ້າປະຫວັດສາດໃຫມ່ຢ່າງສະຫງ່າຜ່າເຜີຍໃນວິວັດທະນາການສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ, ແມ່ນການປ່ຽນແປງໃຫມ່ທີ່ບໍ່ເຄີຍມີມາກ່ອນສຳລັບຊາວ ຫວຽດນາມ ແຕ່ລະຄົນ. ເປັນຄັ້ງທຳອິດໃນປະຫວັດສາດຂອງຊາດ, ມີລັດແບບໃຫມ່, ລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໄດ້ຮັບການສ້າງຕັ້ງຂຶ້ນ. ຈາກປະເທດເປັນຂ້ອຍຂ້າຢູ່ພາຍໃຕ້ແອກປົກຄອງທີ່ໂຫດຮ້າຍສາມານຂອງອຳນາດການປົກຄອງລ່າເມືອງຂຶ້ນ - ສັກດີນາ, ຫວຽດນາມ ໄດ້ກາຍເປັນປະເທດມີຄວາມເສລີພາບ ແລະ ເອກະລາດ. ປະຊາຊົນ ຫວຽດນາມ ຈາກຊາຕາກຳເປັນຂ້ອຍຂ້າ ໄດ້ກາຍເປັນເຈົ້າຂອງປະເທດຊາດ, ເປັນເຈົ້າຂອງຊາຕາກຳຂອງຕົນ. ຕາມ ທ່ານປະທານປະເທດ Truong Tan Sang ແລ້ວ, ບໍ່ມີຜູ້ໃດ ສາມາດປະຕິເສດຄວາມຈິງ ປະຫວັດສາດທີ່ວ່າ: ໄຊຊະນະຂອງການປະຕິວັດເດືອນສິງຫາ ແລະ ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ແມ່ນໄຊຊະນະຂອງຄຸນນະທາດ, ພູມປັນຍາ ແລະ ນ້ຳໃຈຕໍ່ສູ້ອັນພິລະອາດຫານຂອງທົ່ວປະເທດຊາດ ຫວຽດນາມ ພາຍໃຕ້ການນຳພາອັນຖືກຕ້ອງ, ມີຫົວຄິດປະດິດສ້າງຂອງພັກກອມມູນິດ ຫວຽດນາມ, ໂດຍແມ່ນທ່ານປະທານໂຮ່ຈິມິນນຳຫນ້າ. ດ້ວຍບັນດາຄຸນຄ່າດ້ານປະຫວັດສາດອັນຍິ່ງໃຫຍ່ນັ້ນ ແລະ ບັນດາບົດຮຽນພຶດຕິກຳທີ່ອຸດົມສົມບູນ, ໃນຕະຫລອດ 67 ປີຜ່ານມາ ນັບແຕ່ມື້ສະຖາປະນາປະເທດຊາດ, ພັກກອມມູນິດ ຫວຽດນາມ ໄດ້ນຳພາປະເທດຊາດ ແລະ ປະຊາຊົນ ຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະໃຫມ່, ຈາກໄຊຊະນະຂອງບັ້ນຮົບ Dien Bien Phu ທີ່ກ້ອງກັນວານໄປທົ່ວ 5 ທະວີບ ຕະຫລອດຮອດໄຊຊະນະລະດູບານໃຫມ່ປີ 1975, ໂຮມປະເທດຊາດເປັນເອກະພາບ ແລະ ໄຊຊະນະອັນຍິ່ງໃຫຍ່ມີຄວາມໝາຍປະຫວັດສາດຂອງກິດຈະການປ່ຽນແປງໃຫມ່, ສ້າງສາ ແລະ ປົກປັກຮັກສາປະເທດ ສສ ຫວຽດນາມ. ທ່ານປະທານປະເທດ Truong Tan Sang ໄດ້ຕັ້ງຄຳຖາມວ່າ: “ພາຍຫລັງປະຫວັດສາດນັບພັນປີ, ປະເທດ ຫວຽດນາມ ບໍ່ເຄີຍມີຍຸກສະໄຫມໃດສະຫງ່າງາມຄືວັນນີ້.”
ປະທານໂຮ່ຈິມິນ ອ່ານບົດຖະແຫລງປະກາດເອກະລາດ ຢູ່ ສະຫນາມຫລວງ Ba Dinh ປະຫວັດສາດ ເມື່ອວັນທີ 2/9/1945
ພາບ: internet |
ບັນດາບົດຮຽນໄດ້ຊ່ວຍໃຫ້ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ ແລະ ບັນລຸໄດ້ບັນດາຜົນງານໃນປະຫວັດສາດແຫ່ງການປະຕິວັດ ຊື່ງທ່ານປະທານປະເທດໄດ້ຢ້ຳຄືນເນື່ອງໃນໂອກາດສະເຫລີມສະຫລອງ 67 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມທີ 2/9. ນັ້ນແມ່ນບົດຮຽນກ່ຽວກັບຄວາມເອກະລາດແຫ່ງຊາດຕິດພັນກັບສັງຄົມນິຍົມ, ບົດຮຽນກ່ຽວກັບພາລະກິດປະຕິວັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ແລະ ປະຊາຊົນເອງແມ່ນຜູ້ທີ່ສ້າງເປັນໄຊຊະນະປະຫວັດສາດ, ກົກເຄົ້າກຳລັງແຮງຂອງພັກແມ່ນມາຈາກຄວາມສະຫນິດຕິດພັນກັບປະຊາຊົນ. ນັ້ນແມ່ນບົດຮຽນກ່ຽວກັບການເພີ່ມທະວີປັບປຸງຄວາມສາມັກຄີ - ຄວາມສາມັກຄີໃນທົ່ວພັກ, ທົ່ວທັງຊາດ, ຄວາມສາມັກຄີສາກົນ, ຄວາມສາມັກຄີແມ່ນມູນເຊື້ອອັນລ້ຳຄ່າ ແລະ ແມ່ນແຫລ່ງກຳລັງອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ. ນັ້ນແມ່ນບົດຮຽນກ່ຽວກັບການນຳພາຢ່າງຖືກຕ້ອງຂອງພັກ, ແມ່ນປັດໄຈຕົ້ນຕໍຕັດສິນຊີ້ຂາດໄຊຊະນະຂອງການປະຕິວັດຫວຽດນາມ. ບັນດາບົດຮຽນນີ້ ຖ້າໄດ້ຮັບການຊາບຊືມປະຕິບັດຕົວຈິງຈາກທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ, ຫວຽດນາມ ຈະສາມາດຜ່ານຜ່າທຸກຄວາມຫຍຸ້ງຍາກໄດ້.
ຕາມ ທ່ານປະທານປະເທດ Truong Tan Sang, ຄວາມສາມັກຄີ, ປ່ອງດອງຊາດ, ເປັນເອກະພາບ ເຄີຍເປັນບົດຮຽນ ແລະ ແມ່ນເຫດຜົນຊ່ວຍໃຫ້ພວກເຮົາໄດ້ຮັບໄຊຊະນະໃນທຸກໄລຍະປະຫວັດສາດຂອງຊາດ ຫວຽດນາມ ໃນອະດີດຕະການ, ສືບຕໍ່ແມ່ນຫນຶ່ງໃນບັນດາມາດຕະການສຳຄັນທີ່ສຸດຂອງປະເທດຊາດເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປະຈຸບັນ ແລະ ໄລຍະຕໍ່ໄປ. ໃນໄລຍະໃຫມ່, ຄວາມສາມັກຄີ, ປອງດອງຊາດ, ຄວາມເປັນເອກະພາບ ຄວນໄດ້ຮັບການຮັກສາ, ເສີມຂະຫຍາຍ ແລະ ເພີ່ມເຕີມບັນດາຄຸນຄ່າໃຫມ່ເພື່ອຮັດແຄບຄວາມແຕກຕ່າງກັນ, ສິ່ງທັງໝົດກໍເພື່ອຈຸດໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ”. ທ່ານປະທານປະເທດ Truong Tan Sang ຖືວ່າ ຫນ້າທີ່ຮັບຜິດຊອບຂອງພັກ, ລັດ ແມ່ນຕ້ອງສ້າງບັນດາເງື່ອນໄຂເພື່ອໃຫ້ການກະທຳທີ່ຕັ້ງຫນ້າຂອງທົ່ວພັກ, ທົ່ວປວງຊົນໃຫ້ປະກົດຜົນເປັນຈິງເພື່ອປະເທດຊາດ, ການປັບປຸງ ແລະ ສ້າງສາລັດ ຫວຽດນາມ ໃຫ້ນັບມື້ນັບປອດໃສ, ເຂັ້ມແຂງກວ່າ. ທ່ານປະທານປະເທດ Truong Tan Sang ຊີ້ແຈງວ່າ: “ພວກເຮົາສູ້ຊົນເພື່ອອະນາຄົດໃກ້ໆນີ້, ປີ 2020 ເຮັດໃຫ້ຫວຽດນາມ ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄຫມ, ພັດທະນາລະດັບປານກາງ; ການເມືອງ ສັງຄົມມີຄວາມສະຖຽນລະພາບ, ປະຊາທິປະໄຕ, ຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນສືບຕໍ່ໄດ້ຮັບການປັບປຸງ; ເອກະລາດ, ອະທິປະໄຕ, ເປັນເອກະພາບ ແລະ ຜືນແຜນດິນອັນຄົບຖ້ວນຂອງປະເທດຊາດໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ; ທີ່ຕັ້ງບົດບາດຂອງ ຫວຽດນາມ ໃນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ; ສ້າງປະຖົມປັດໄຈອັນໝັ້ນແກ່ນເພື່ອພັດທະນາສູງກວ່າ, ວ່ອງໄວ, ໝັ້ນຄົງກວ່າໃນໄລຍະຕໍ່ໄປ.
ມ້ວນທ້າຍບົດຂຽນ, ທ່ານປະທານປະເທດ Truong Tan Sang ເນັ້ນຫນັກວ່າ: “ພວກເຮົາບໍ່ອາດຫລົງລືມໄດ້ວ່າ: ພວກເຮົາແມ່ນລຸ້ນສືບທອດຜົນງານຂອງການປະຕິວັດເດືອນສິງຫາອັນຍິ່ງໃຫຍ່. ໃນຈຸດເວລານີ້, ພວກເຮົາສະແດງຄວາມເຄົາລົບນັບຖື ແລະ ອາໄລຫາປະທານໂຮ່ຈິມີນ - ຜູ້ນຳທີ່ປີຊາສາມາດ, ວິລະຊົນປົດປ່ອຍຊາດທີ່ຍິ່ງໃຫຍ່ ແລະ ນັກວັດທະນະທຳລ້ຳເລີດ. ພວກເຮົາມີຄວາມເອກອ້າງທະນົງໃຈຕໍ່ສິ່ງຕ່າງໆທີ່ບັນລຸໄດ້ ແລະ ສືບທອດມູນເຊື້ອອັນດີງາມຂອງຊາດ, ພວກເຮົາຕ້ອງພ້ອມກັນບືນຕົວຂຶ້ນ ປະກອບສ່ວນເຮັດໃຫ້ປະເທດຫວຽດນາມ ພັດທະນາ ແລະ ຍືນຍົງຄົງຕົວໄປຊົ່ວກາລະນານ.