ອາຊຽນ - 45 ປີ ມຸ່ງໄປເຖິງຈຸດໝາຍສ້າງຕັ້ງປະຊາຄົມອາຊຽນ

(vovworld) - ວັນ​ທີ 8/8, ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງຄົບຮອບ 45 ປີ, ນີ້​ແມ່ນ​​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ​ສຳ​ຫຼັບ 10 ປະ​ເທດ​ສະມາຊິກ ​ໃນ​ນັ້ນ​ມີ ຫວຽດນາມ. ​ໃນ 45 ປີຜ່ານມາ, ອາຊຽນ​ໄດ້​ມີ​ບັນດາ​ບາດກ້າວ​ເດີນ​ທີ່​​ຂັນແຂງ​ ໃນຂະ​ບວນ​ວິວັດ​ແຫ່ງ​ການ​ສ້າງ​ເປັນ​ອົງການ​ໜຶ່ງ​ດຽວ, ​ເພື່ອ​ແນ​ໃສ່​ຢັ້ງຢືນ​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ອົງການ​ສາກົນ​ພາກ​ພື້ນ​ທີ່​ປະສົບ​ຜົນສຳ​ເລັດ​, ປະກອບສ່ວນ​ຮັບປະກັນ​ ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ຢູ່​​ໃນພາກ​ພື້ນ​ອາຊີ ​ແລະ ສ່ົງຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງອອກ​ສູ່​ທົ່ວ​ໂລກ.

ອາຊຽນ - 45 ປີ ມຸ່ງໄປເຖິງຈຸດໝາຍສ້າງຕັ້ງປະຊາຄົມອາຊຽນ - ảnh 1

(ພາບ: .google.com.vn)

        ​ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ວັນ​ທີ 8/8/1967 ຢູ່ ບາງກອກ, ​ແຫ່ງ​ປະ​ເທດ​ໄທ, ຈາກ​ອົງການ​ໜຶ່ງ​ທີ່​ມີ​ 5 ປະ​ເທດສະມາຊິກ, ປະຈຸ​ບັນ, ອາ​ຊຽນ​ໄດ້​ມີ​ 10 ປະ​ເທດສະມາຊິກ, ອັນ​ໄດ້​ນຳ​ມາ​ເຊິ່ງການ​ປ່ຽນ​ແປງ​ທີ່​ເປັນ​ພື້ນຖານ​ໃນ​ສະຫະ​ສະມາຄົມ​ກໍ່​ຄື​ໃນ​ພາກ​ພື້ນ. ອາ​ຊຽນ -10 ​ໄດ້​ສ້າງ​ເປັນ​ກຳລັງ​ແຮງ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ເພື່ອ​ສ້າງ​ການ​ພົວພັນ​ໃໝ່​ບົນ​ພື້ນຖານ​ມິດຕະພາບ, ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ຊ່ວຍ​ອົງການ​ນີ້​ມີ​ບັນດາ​ບາດກ້າວ​ບຸກທະລຸ​ທາງ​ດ້ານ​ເສດຖະກິດ ​ແລະ  ການ​ເງິນ.

        ຜົນ​ສຳ​ເລັດ​ອັນໃຫຍ່​ກວ່າ​ໝູ່​ຂອງ​ອາ​ຊຽນ​ໃນ 45 ປີ ທີ່​ຜ່ານ​ມາ ​ນັ້ນ​ແມ່ນ​​ໄດ້ຮັບຮອງ​​ເອົາກົດ​ບັດ​ອາ​ຊຽນ, ຊິ່ງ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ອາ​ຊຽນປະຕິບັດ​ຄຳ​ໝັ້ນ​ສັນຍາ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນດ້ວຍ 3 ​ເສົາ​ຄ້ຳ​ຕົ້ນ​ຕໍ​ຄື: ຄວາມ​ໝັ້ນຄົງ, ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ​​ໃນ​ປີ 2015. ​ໃນ​ສະຖານະ​ການ​ໂລກ​ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ຄວາມ​ໝັ້ນຄົງ​ຖືກ​ຂົ່ມ​ຂູ່​ນັ້ນ, ອາ​ຊຽນຈຳ​ເປັນ​ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ ​ແລະ ​ຖື​ວ່າ​ນີ້​ແມ່ນ​ຂໍ​ກຸນ​ແຈ​ເພື່ອ​ແກ້​ໄຂ​ການ​ພິພາດ​ກັນ​ທີ່​ພວມ​​ເກີດຂຶ້ນ. ທ່ານ Pham Binh Minh ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ ຢັ້ງຢືນ​ວ່າ:

         ”ອາ​ຊຽນ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ​ຄວນ​ຍູ້​ໄວ, ຍູ້​ແຮງ​ວິວັດ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015. ​ໃນ​ນັ້ນ​ເນັ້ນ​ໜັກ​​ເຖິງການ​ສ້າງ​ຄວາມ​ສາມັກຄີ, ​ເປັນອົງການ​ໜຶ່ງ​ທີ່​ໝັ້ນຄົງ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ເຊື່ອມ​ຈອດ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ກໍ່​ຄື​ການ​ຮັດແຄບ​ຊ່ອງ​ຫວ່າງ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ. ທີ​ສອງ​ແມ່ນ, ຄວນ​ເພີ່ມ​ທະວີ​ບົດບາດ​ເປັນ​ສູນ​ກາງຂອງ​ອາ​ຊຽນ; ​ເພີ່ມ​ທະວີ​ໂຄງ​ສ້າງ​ໃນ​ພາກ​ພື້ນ; ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ອາ​ຊຽນກັບ​ພາຍ​ນອກ. ທີ​ສາມ​ແມ່ນ​ຄວນ​ເພີ່ມ​ທະວີ​ການ​ປະກອບສ່ວນ​ຂອງ​ອາຊຽນ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​​ໃນ​ພາກ​ພື້ນ ​ແລະ ​ເພີ່ມ​ທະວີ​ບັນດາ​ກົນ​ໄກ​ປະພຶດຕໍ່ ກໍ່​ຄື ກົດ​ລະບຽບ​ໄດ້​ມີ​ຢູ່​ແລ້ວ. ນັ້ນ​ແມ່ນ​ສົນທິສັນຍາ​ໄມຕີ​ຈິດ - ຮ່ວມ​ມື, ກໍ່​ຄື​ຖະ​ແຫຼ​ງການ​ກ່ຽວ​ກັບ​ບັນດາ​ຂໍ້​ກຳນົດ​ການ​ປະພຶດ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ DOC ​ແລະ ກ້າວ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ

ອາຊຽນ - 45 ປີ ມຸ່ງໄປເຖິງຈຸດໝາຍສ້າງຕັ້ງປະຊາຄົມອາຊຽນ - ảnh 2
(ພາບ: .google.com.vn)

        ອາ​ຊຽນມີ​ຄວາມ​ສາມາດ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ທີ່​ໄດ້​ວາງ​ອອກ​ຖືກ​ກັບ​ກຳນົດ​ເວລາ ອີງ​ບົນ​ພື້ນຖານ​ເຫຼົ່າ​ນັ້ນ. ກ່ອນ​ອື່ນ​ໝົດ​ແມ່ນ​ທາງ​ດ້ານ​ເສດຖະກິດ. ຕາມ​ຂໍ້​ສັງ​ເກດ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ແລ້ວ, ອາ​ຊຽນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ອົງການ​ເຕີບ​ໂຕ​ເສດຖະກິດ​ຢືນ​ອັນ​ດັບ 3, ຖັດຈາກ​ຈີນ ​ແລະ ອິນ​ເດຍ. ດ້ວຍ​ລະດັບ​ເຕີບ​ໂຕ ຈີ​ດີ​ພີ​ບັນລຸ​ປະມານ 5,7 – 6,4%. ບໍ່​ພຽງ​ແຕ່​ແມ່ນ​ພາກ​ພື້ນ​ທີ່​ພົ້ນ​ເດັ່ນ​ທາງ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ, ອາຊຽນພວມ​ພົ້ນ​ເດັ່ນ​ຂຶ້ນ ດ້ວຍ​ບົດບາດ​ລິ​ເລີ່​ມ, ຈັດ​ຕັ້ງ​​ເວທີ​ປາ​ໄສ​ສາກົນສຳ​ເລັດ​ຜົນ ​ແລະ ສວມ​ບົດບາດ​ຕົ້ນ​ຕໍໃນ​ຫຼາຍ​ກົນ​ໄກ​ຮ່ວມ​ມື​ທີ່​ສຳຄັນ​.

        ​ແຕ່​ປະຈຸ​ບັນ, ອາ​ຊຽນພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ. ສະພາບ​ຄວາມ​ໝັ້ນຄົງ, ການ​ເມືອງຢູ່​ບາງ​ປະ​ເທດ​ສະມາຊິກ​ມີ​ສັນຍານ​ຂາດ​ສະຖຽນ​ລະ​ພາບ, ລະດັບ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຂອງ​ໂລກ​ຄາດ​ວ່າ​ຈະ​ສືບ​ຕໍ່​ຫຼຸ​ດລົງ, ລາຄາ​ທັນ​ຍາ​ຫານ, ​ເຊື້ອ​ເພິີງ​ເພີ່ມ​ຂຶ້ນ​ສູງ. ພິ​ເສດ, ອາ​ຊຽນຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຊ່ອງ​ຫວ່າງ​ແຫ່ງ​ການ​ພັດທະນາ​ໃນ​ບັນດາ​ປະ​ເທດ​ສະມາຊິກ. ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ອາ​ຊຽນສືບ​ຕໍ່​ມີການ​ປັບປຸງ​ເພື່ອ​ບືນ​ຕົວ​ຂຶ້ນ. ທ່ານ ສຸ​ຮິນ​ພິດ​ສຸວັນ ​ເລຂາທິການ​ໃຫຍ່​ອາ​ຊຽນ ​ໄດ້​ຢືນຢັນ​ວ່າ:

        ”ຊ່ອງ​ຫວ່າງ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ສະມາ​ຊິກ, ​ແມ່ນ​ການ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ສຳ​ຫຼັບ​ພວກ​ເຮົາ. ພວກ​ເຮົາ​ຈະ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ກວ່າ​ອີກ, ຕ້ອງ​ຊຸກຍູ້​ການ​ຮ່ວມ​ມື​ກວ່າ​ອີກ ​ເພາະວ່າ​ອາ​ຊຽນ​ໃນ​ປະຈຸ​ບັນ ບໍ່​ພຽງ​ແຕ່ພວມ​ປະ​ເຊີນ​ໜ້າກັບ​ການ​ທ້າ​ທາຍ​ທີ່​ມີ​ຢູ່​ແລ້ວ​ຫາກ​ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າທາຍຄື​ໄພ​ທຳ​ມະ​ຊາດ, ​ໂລກລະບາດ, ດິນ​ເຊາະ​ເຈື່ອນ, ຄື້ນຍັກ… ສິ່ງດັ່ງກ່າວ​ກໍ່​​ເປັນ​ການຂົ່ມຂູ່​ເຖິງ​ຄວາມ​ມານະ​ພະຍາຍາມ​ຮັດ​ແຄບ​ຊ່ອງ​ຫວ່າງ​ພັດທະນາອີກ​ດ້ວຍ

        ຄຽງ​ຂ້າງ​ນັ້ນ, ການ​ພິພາດ​ກ່ຽວ​ກັບ​ບັນຫາ​ອະທິປະ​ໄຕ​ທະ​ເລທີ່​ເກີດ​ຂຶ້ນ​ຫວ່າງ​ມໍ່ໆ​ນີ້​ລະຫວ່າງ​ບາງ​ປະ​ເທດ​ສະມາຊິກ​ອາ​ຊຽນນັ້ນ ທັງ​ແມ່ນ​ການ​ທ້າ​ທາຍ​ຕໍ່​ກັບອາ​ຊຽນ, ທັງ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ອາ​ຊຽນປັບປຸງ​ອົງການ​ຂອງ​ຕົນ​ໃຫ້​ສົມບູນ​ແບບ. ວິທີ​ເຊິ່ງອາ​ຊຽນພວມ​ມານະ​ພະຍາຍາມ​ປະຕິບັດ​ນັ້ນ​ແມ່ນ​ຖື​ຜົນ​ປະ​ໂຫຍ​ດລວມຂອງ​ກຸ່ມ​ສູງ​ກວ່າ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ. ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ. ນັ້ນ​ຈະ​ແມ່ນ​ມາດ​ຕະການ​ເພື່ອ​ແກ້​ໄຂ​ສິ່ງ​ທີ່​ກີດຂວາງ, ​ເຮັດ​ໃຫ້​ອາ​ຊຽນກາຍ​ເປັນ​ອົງການ​ທີ່​ມີຄວາມ​ສາມັກຄີ ​ແລະ ​ເປັນ​ເອກະ​ພາບ​ກັນ​ກວ່າ​ຕໍ່ໜ້າ​ການ​ທ້າ​ທາຍ​​​ທີ່​ຈະ​​ເກີດ​ຂື້ນໃນ​ຂ້າງ​ໜ້າ. ສຳ​ຫຼັບ​ຫວຽດນາມ, ​ໃນ​ຖານະ​ແມ່ນ​ປະ​ເທດ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ, ​ແລະ ພວມ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ວິວັດ​ແຫ່ງ​ການ​ກໍ່ສ້າງ​ອາ​ຊຽນ​ແຫ່ງ​ຄວາມ​ສາມັກຄີ,​ເອກະ​ພາບນັ້ນ. ຫວຽດນາມຈະ​ຮັບ​ຕຳ​ແໜ່​ງ​ເປັນ​ເລຂາທິການ​ໃຫຍ່​ອາ​ຊຽນ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ. ​ໃນ​ໄລຍະ​ທາງ​ຕໍ່​ໄປ​ຂອງ​ອາ​ຊຽນ ຍາມ​ໃດ​ກໍ່​ມີ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອື່ນໆ, ​ເພື່ອ​ສ້າງ​ເປັນ​ອົງການ​ອາ​ຊຽນທີ່​ຂະຫຍັນຂັນ​ເຄື່ອນ, ພັດທະນາ​ຢ່າງ​ໝັ້ນຄົງ, ​​ເປັນ​ພື້ນຖານ​ທີ່​ໝັ້ນຄົງ​ໃຫ້​

ຕອບກັບ

ຂ່າວ/ບົດ​ອື່ນ