ອາຍຸການໃໝ່ທີ່ບໍ່ງາຍດາຍຂອງປະທານາທິບໍດີລັດເຊຍຄົນໃໝ່

ອາຍຸການໃໝ່ທີ່ບໍ່ງາຍດາຍຂອງປະທານາທິບໍດີລັດເຊຍຄົນໃໝ່ - ảnh 1
ທ່ານ Putin ຜູ້ຈະຮັບຕຳແໜ່ງປະທານາທິບໍດີລັດເຊີຍໃນເດືອນ 5 ຈະມາເຖິງ

ທ່ານນາຍົກລັດຖະມົນຕີສະຫະພັນ​ລັດ​ເຊຍ Vladimir Putin ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ​ ຮອບ​ທຳ​ອິດ ​ເຊິ່ງຈັດ​ຂຶ້ນ​ໃນ​ວັນ​ທີ 4/3 ຜ່ານ​ມາ, ອັນ​ໄດ້​ຊ່ວຍ​ໃຫ້​ທ່ານ​ກາຍ​ເປັນ​ປະທາ​ນາ​ທິບໍດີ​ລັດ​ເຊຍ​ອີກ​ສະ​ໄໝ​ໃໝ່ ພາຍຫຼັງ​ເປັນ​ນາຍົກລັດຖະມົນຕີມາ​ເປັນ​ເວລາ 4 ປີ. ​ໄຊຊະນະ​ຂອງ​ທ່ານ Putin ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ມີ​ຕໍ່​ແນວທາງ ​ເຊິ່ງທ່ານ​ພວມ​ປະຕິບັດ ​ເພື່ອ​ພັດທະນາ​ປະ​ເທດ​ລັດ​ເຊຍ ​ແມ່ນ​ສູງ​ສຸດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວົງ​ການ​ນັກ​ໄຈ້​ແຍກ​ຍັງ​ຄາດ​ຄະ​ເນ​ວ່າ, ອາຍຸ​ການ​ປະທານາທິບໍດີ​ຈະ​ມາ​ເຖິງ​ຂອງ​ທ່ານ Putin ຈະ​ບໍ່​​ແມ່ນ​ອາຍຸ​ການ​ທີ່ງ່າຍດາຍ.

ບັນດາ​ນັກ​ສັງ​ເກດ​ການ​ສາກົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ຕີ​ລາຄາ​ວ່າ, ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ແມ່ນ​ຊື່​ຕົງ, ປະຊາທິປະ​ໄຕ ​ແລະ​ ເສລີ. ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມມຸ້ງ​ຫວັງ​ຂອງ​ຊາວ​ລັດ​ເຊຍ ຕໍ່​ກັບປະ​ເທດ​ທີ່​ມີ​ສະຖຽນ​ລະ​ພາບ, ພັດທະນາ ​ແລະ ນັບ​ມື້​ນັບ​ຢືນຢັນ​ທີ່​ຕັ້ງ​ບົດບາດຂອງ​ຕົນ​ໃນ​ເວທີ​ສາກົນ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະໜັບສະໜູນ​ທ່ານ Putin ກັບ​ຄືນ​ສູ່​ວັງ Kremli ຍ້ອນ​ຫຼາຍ​ປັດ​ໃຈ, ​ໃນ​ນັ້ນ​ສິ່ງ​ທີ່​ໜ້າ​ເອົາ​ໃຈ​ໃສ່​ທີ່​ສຸດ​ນັ້ນ​ແມ່ນ ​ໃນອາຍຸ​ການ​ 2 ສະ​ໄໝ ທີ່​ເປັນ​ປະທານາທິບໍດີ ນັບ​ແຕ່​ປີ 2000 – 2008 ​ແລະ ຕໍ່​ຈາກ​ນັ້ນ​ແມ່ນ​ອາຍຸ​ການ​ເປັນ​ນາຍົກລັດຖະມົນຕີ ​ໃນ​ໄລຍະ 4 ປີ ຂອງ​ທ່ານ Putin ນັ້ນ, ປະ​ເທດ​ລັດ​ເຊຍ ​ຮັກສາ​ໄດ້​ລະດັບພັດທະນາ ​ໃນ​ຂະນະ​ທີ່​ຫຼາຍ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຢູ່​ໃນ​ສະພາບ​ຊຸດ​ໂຊມ​ດ້ານ​ເສດຖະກິດ. ສະຫະພັນ​ລັດ​ເຊຍ ບໍ່​ພຽງ​ແຕ່​ຢັ້ງຢືນ​​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ເວທີ​ສາ​ກົນ​ຄືນ​ໃໝ່​ເທົ່າ​ນັ້ນ, ຫາກ​ຍັງ​ຟື້ນ​ຟູ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ພາຍຫຼັງ​ໄລຍະ​ທີ່​ສັບສົນ​ວຸ້ນວາຍ​ໃນ​ຊຸມ​ປີ 90 ຂອງ​ສະຕະວັດ​ກ່ອນ. ຈີ​ດີ​ພີ ​ລັດ​ເຊຍໄດ້​ເພີ່ມຈາກປະມານ 250 ຕຶ້ USD ມາ​ເປັນ 1,500 ຕຶ້ USD ​ໃນ​ປະຈຸ​ບັນ. ກ່ຽວ​ກັບ​ທາງ​ດ້ານ​ການ​ຕ່າງປະ​ເທດ, ທ່ານ Putin ​ແມ່ນ​ນັກ​ການ​ເມືອງ​ທີ່​ມີ​ຫຼັກ​ໝັ້ນ​ທີ່ໝັ້ນ​ແກ່ນ, ມີ​ຄວາມສະດຸ້ງ​ໄວ ​ໃນ​ການ​ເຈລະຈາ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ.

​ເພື​່ອ​ເປັນ​ການຕອບ​ສະໜອງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຊາວ​ລັດ​ເຊຍ, ກ່າວ​ຄວາມ​ເຫັນ​ພາຍຫຼັງ​ໄດ້​ຮູ້​ໝາກຜົນ​ແຫ່ງ​ການນັບ​ບັດ​ໃນ​ເບື້ອງ​ຕົ້ນ, ທ່ານ Putin ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ສືບ​ຕໍ່​ເຮັດ​ວຽກ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ, ພ້ອມ​ທັງ​ຢືນຢັນ​ໂຄງການ​ຫາ​ສຽງ​ເລືອກ​ຕັ້ງ​ທັງ​ໝົດ​ຂອງ​ທ່ານ​ແມ່ນ​ກ່ຽວຂ້ອງ​ເຖິງ 4 ຂົງ​ເຂດ​ຕົ້ນ​ຕໍຄື: ປະຕິ​ຮູບ​ລະບົບ​ການ​ເມືອງ ​ແລະ ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ; ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ; ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ ​ແລະ ​ປັບ​ປຸ້ງ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ; ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດນັ້ນ, ​ແມ່ນ​ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ໄລຍະ 6 ປີ ທີ່​ທ່ານ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ.

​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ​ການ​ປະຕິບັດບັນດາ​ໜ້າ​ທີ່​ເຊິ່ງທ່ານ Putin ຍົກ​ອອກ​ມານັ້ນ​ ບໍ່​ແມ່ນ​ເລື່ອງ​ທີ່ງ່າຍດາຍ. ກ່ອນ​ອື່ນ​ໝົດ, ​ເພື່ອ​ຫັນ​ພື້ນຖານ​ເສດຖະກິດ​ເປັນ​ທັນ​ສະ​ໄໝ, ທ່ານ​ນາຍົກລັດຖະມົນຕີ Putin ຕ້ອງ​ຍົກ​ອອກ​ບັນດາ​ແຜນການ​ປະຕິ​ຮູບ ​ເພື່ອ​ບັນລຸ​ລະດັບ​ເຕີບ​ໂຕ​ ຈີ​ດີ​ພີ ໃຫ້​ໄດ້​ແຕ່ 6 – 7%, ນຳ​ເສດຖະກິດ​ລັດ​ເຊຍ ຈາກ​ອັນ​ດັບ​ທີ 11 ​ໃນ​ປະຈຸ​ບັນ ກາຍ​ເປັນ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 5 ຢູ່​​​ໃນໂລກ ​ໃນ​ທ້າຍ​ທົດ​ສະ​ວັດ​ນີ້, ປັບປຸງ​ລະດັບ​ຄ່າຄອງ​ຊີບ​ພື້ນຖານ​ໃຫ້​ແກ່​ປະຊາຊົນ, ປະຕິ​ຮູບ​ກອງທັບ, ສາທາລະນະ​ສຸກ, ​ເງິນ​ເດືອນ… ສິ່ງ​ດັ່ງກ່າວ​ແມ່ນ​ຍາກ​ທີ່​ຈະ​ປະຕິບັດ​ໄດ້, ຂະນະ​ທີ່ຢູ່​ລັດ​ເຊຍ, ຈຳນວນ​ຄົນ​ທຸກ​ຍາກ​ກວມ 14,3% ຈຳນວນ​ພົນລະ​ເມືອງ. ​ໃນ​ຂະນະ​ນັ້ນ​ຈຳນວນ​​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ພຽງ​ແຕ່​ບັນລຸ​ລະດັບ​ຕຳ່. ທ່ານ Putin ກໍ່​ຕ້ອງ​ແກ້​ໄຂ​ບັນຫາ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ທີ່​ຂຶ້ນ​ກັບ​ເລື່ອງ​ສົ່ງ​ອອກ​ວັດຖຸ​ດິບ ​ໃນ​ຂະນະ​ທີ່​ປີ​ກາຍ​ນີ້, ນ້ຳມັນ ​ແລະ ອາຍ​ແກ​ດກວມ​ເກືອບ 50% ລາຍ​ຮັບ​ງົບປະມານ​ຂອງ​ລັດ​ເຊຍ. ປີ 2011, ​ອົງການຄວາມ​ໂປ່​ງ​ໃສ​ສາກົນ​ໄດ້​ຈັດ​ລັດ​ເຊຍ​ເຂົ້າ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ທີ່​ມີ​​ໄພ​ສໍ້​ລາດ​ບັງ​ຫຼວງ​ຢູ່​ໃນ​ລະດັບສູງ. ນອກ​ນັ້ນ, ທ່ານ Putin ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຂະ​ບວນການ​ຄັດຄ້ານ, ທີ່​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ໃຫ້​ແກ່​ປະ​ເທດ, ​ເຊິ່ງປະກົດ​ມີ​ນັບ​ແຕ່​ພາຍຫຼັງ​ການ​ເລືອກ​ຕັ້ງ​ສະພາ​ຕຳ່​ເມື່ອ​ເດືອນ 12/2011.

​ໃນ​ຂົງ​ເຂດ​ການ​ຕ່າງປະ​ເທດ, ຕາມ​ນັກ​​ໄຈ້​ແຍກ​ຫຼາຍ​ຄົນ​ແລ້ວ, ການ​ທ້າ​ທາຍ​ໃຫຍ່​ທີ່​ສຸດ​ຕໍ່​ກັບ​ທ່ານ Putin ນັ້ນ​ແມ່ນ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ທັດສະນະ​ທີ່​ມີ​ຕໍ່ ອາ​ເມ​ລິ​ກາ ​ແລະ ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ກ່ຽວ​ກັບ​ໂລກ​ໃໝ່ ຕາມ​ທິດ​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ຕາ​ເວັນ​ຕົກ. ການ​ແຊກ​ແຊງ​ດ້ວຍ​ກຳລັງ​ອາວຸດ ຫຼື ການ​ຂົ່ມຂູ່​ແຊກ​ແຊງ​ດ້ວຍ​ກຳລັງ​ອາວຸດ​ຂອງ​ອາ​ເມ​ລິ​ກາ ​ແລະ​ບັນດາ​ພັນທະ​ມິດ​ຢູ່​ຫຼາຍ​ປະ​ເທດ​ເຄີຍ​​ເປັນ​ພັນທະ​ມິດ​ຂອງ​ລັດ​ເຊຍ, ກໍ່​ຄື​ແຜນການ​ປ້ອງ​ກັນ​ລູກ​ສອນ​ໄພ​ຢູ່​ເອີ​ລົບ ກໍ່​ແມ່ນ​ບັນດາ​ສິ່ງ​ທ້າ​ທາຍ​ໃຫຍ່​ທີ່​ສຸດ​ສຳ​ລັັບ​ທ່ານ Putin.

​ໃນ​ສະຖານະ​ການຄື​ດັ່ງກ່າວ, ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ ​ແລະ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ ທັງ​ແມ່ນ​ກາລະ​ໂອກາດ​ໃຫຍ່​ສຳ​ຫຼັບ​ລັດ​ເຊຍ, ທັງ​ແມ່ນ​ການ​ທ້າ​ທາຍ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ພັດທະນາ.

ທ່ານ Putin ຈະ​ກັບ​ຄືນ​ສູ່ວັງ Kremli ​ໃນ​ຕົ້ນ​ເດືອນ 5 ຈະ​ມາ​ເຖິງ ​ເພື່ອ​ຮັບ​ຖານະ​ຕຳ​ແໜ່​ງປະທານາທິບໍດີ. ​ແຕ່ດ້ວຍ​ການ​ສະໜັບສະໜູນ​ຂອງ​ປະຊາຊົນ ພ້ອມ​ກັບຄຸນ​ນະທາດດ້ານ​ການ​ເມືອງ​ຂອງ​ທ່ານ Putin , ຜູ້​ມີ​ສິດ​ເລືອກ​ຕັ້ງ​ລັດ​ເຊຍ​ມີ​ສິດ​ມຸ້ງ​ຫວັງ​ຕໍ່​ອະນາຄົດ​ທີ່​ຈົບງາມ​ຂອງ​ຕົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ