ອາເມລິກາເພີ່ມທະວີຜົນສະທ້ອນຢູ່ອາຊີ - ປາຊີຝິກ

ອາເມລິກາເພີ່ມທະວີຜົນສະທ້ອນຢູ່ອາຊີ - ປາຊີຝິກ - ảnh 1
ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hilllary Clinton
ຢ້ຽມຢາມອາຊີ - ປາຊີ​ຝິກ
(ພາບ: google.com.vn)

(vovworld)- ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hilllary Clinton ພວມ​ປະຕິບັດ​ການ​ຢ້ຽມຢາມອາຊີ - ປາຊີ​ຝິກ ​ເປັນ​ເວລາ 11 ວັນ. ນອກ​ຈາກ​ຢ້ຽມຢາມ 3 ປະ​ເທດ​ຄື: ຈີນ, ອິນ​ໂດ​ເນ​ເຊຍ ​ແລະ ລັດ​ເຊຍ​ແລ້ວ, ທ່ານ​ນາງລັດຖະມົນຕີການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຍັງ​ຢ້ຽມຢາມ​ໝູ່​ເກາະ Cook, Brunei  ​ແລະ ຕີ​ມໍ​ຕາ​ເວັນ​ອອກ. ​ໃນ​​ສະຖານະ​ການພາກ​ພື້ນ​ພວມ​ເຄັ່ງ​ຕຶງ​ຍ້ອນ​ການ​ພິພາດ​ອະທິປະ​ໄຕ​ບົນ​ທະ​ເລ, ການ​ຢ້ຽມຢາມ​ຂອງ​ທ່ານ​ນາງ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ອິດ​ທິພົນ​ທາງ​ດ້ານ​ການ​ຕ່າງປະ​ເທດ ​ແລະ ການ​ທະຫານ​ຢູ່ພາກ​ພື້ນອາຊີ - ປາຊີ​ຝິກ , ຢັ້ງຢືນ​ທີ່​ຕັ້ງ​ຂອງ​ພາກ​ພື້ນ​ນີ້​ໃນ​ຍຸດ​ທະ​ສາດ​ການ​ຕ່າງປະ​ເທດ​ມຸ້ງ​ໄປ​ສູ່​ທິດຕາ​ເວັນ​ອອກ​ຂອງ​ວໍ​ຊິງ​ຕັນ.

        ​ໃນ​ການ​ຢ້ຽມຢາມ​ໝູ່​ເກາະ Cook. ທ່ານ​ນາງ Clinton​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເຂດ​ໝູ່​ເກາະ​ປາຊີ​ຝິກຄັ້ງ​ທີ 43  ​ແລະ ກາຍ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ​ ຜູ້​ທຳ​ອິດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ນີ້. ໝູ່​ເກາະ​ນີ້​ມີ​ພົນລະ​ເມືອງ​ເກືອບ 11.000 ຄົນ ດ້ວຍ​ເນື້ອ​ທີ່​ກວ່າ 240 ຕາລາງ​ ກມ. ​ແຕ່​ໃນ​ການ​ຊ່ວງ​ເສ​ັງ​ເພີ່ມ​ທະວີ​ຜົນ​ສະທ້ອນ​ຢູ່ ອາຊີ - ປາຊີ​ຝິກ, ອາ​ເມ​ລິ​ກາ​ ໄດ້​ເຫັນ​ຄູນ​ຄ່າ, ຄວາມ​ສຳຄັນ​ທາງ​ດ້ານ​ຍຸດ​ທະ​ສາດ​ຢູ່​ໝູ່​ເກາະ​ນ້ອຍໆ​ແຫ່ງ​ນີ້. ​ເຖິງ​ວ່າ​ຈະ​ແມ່ນ​ປະ​ເທດ​ນ້ອຍ​ກໍ່ຕາມ ​ແຕ່​ພັດ​ມີ​ຄວາມ​ຮັ່ງມີ​ດ້ານ​ຊັບພະຍາກອນ. ຍ້ອນ​ເຫດ​ນັ້ນ, ຕາມວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ການ​ຢ້ຽມຢາມໝູ່​ເກາະ Cook ຂອງ​ທ່ານ​ນາງ Clinton​ ຄັ້ງ​ນີ້ ກໍ່​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ເຂດ​ໝູ່​ເກາະ ​ແລະ ຈຳກັດ​ຜົນ​ສະທ້ອນ​ຂອງ​ຈີນ​ເຖິງ​ພາກ​ພື້ນ​ນີ້.

        ພາຍຫຼັງ​ໄປ​ຢ້ຽມຢາມໝູ່​ເກາະ Cook, ທ່ານ​ນາງ Clinton​ ​ໄດ້​ໄປ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ ດ້ວຍ​ຈຸດປະສົງ​ແມ່ນ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ການ​ພົວພັນ ”ຄູ່​ຮ່ວມ​ມື​ຮອບດ້ານ” ສອງ​ຝ່າຍ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ສອງ​ປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ທົ່ວ​ໂລກ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ວົງ​ການ​ນັກ​​ໄຈ້​ແຍກ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ບັນດາ​ບັນຫາ​ຂອງ​ປະຊາ​ຄົມອາ​ຊຽນ ​ແມ່ນ​ຫົວ​ຂໍ້​ຕົ້ນ​ຕໍ່​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້. ທ່ານ​ນາງ Clinton​ ຮຽກຮ້ອງ​ໃຫ້​ມີ​ຄວາມ​ສາມັກຄີ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ​ເພື່ອ​ແນ​ໃສ່​ແກ້​ໄຂ​ການ​ພິພາດ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​ຮຽກຮ້ອງ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຈີນ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພິພາດ​ດັ່ງກ່າວ ຜ່ານ​ວິວັດ​ການ​ເຈລະຈາ​ທາງ​ການ​ທູດ.

        ຖັດຈາກ Jakarta, ທ່ານ​ນາງ Clinton​ ​ໄດ້​ມີໜ້າ​ຢູ່​ປັກ​ກິ​ງ​ ​ໃນ​ເວລາ 2 ວັນ ​​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ ”ບາງ​ບັນຫາ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ຈີນ - ອາ​ເມ​ລິ​ກາ”. ນັ້ນ​ແມ່ນ​ບັນຫາ​ມະນຸດສະທຳ, ວິທີ​ການ​ແກ້​ໄຂ​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່​ຊີ​ຮີ ​ແລະ ​ເນື້ອ​ໃນ​ສຳຄັນ​ອື່ນໆ ​ແມ່ນ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພິພາດ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ບ້ານ​ໄກ້​ເຮືອນ​ຄຽງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ກໍ່​ຄື​ທະ​ເລຕາ​ເວັນ​ອອກ​ຂອງ​ຈີນ. ​ເຖິງ​ວ່າ​ບໍ່​ຖະ​ແຫຼ​ງອະທິປະ​ໄຕ ​ແຕ່​ຍາມ​ໃດ​ອາ​ເມ​ລິ​ກາ ​ກໍ່​ຢັ້ງຢືນ​ວ່າ ປະ​ເທດ​ນີ້​ມີ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ວໍ​ຊິງ​ຕັນ ”ຮຽກຮ້ອງ​ໃຫ້​ມີ​ການ​ເຈລະຈາ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຄິດ​ວ່າ​ນີ້​ແມ່ນ​ວິທີ​ດີ​ທີ່​ສຸດ​ເພື່ອ​ແກ້​ໄຂ​ການ​ພິພາດ​ຢູ່​ເຂດ​ທ​ເລ​ນີ້”. ທ່ານ​ນາງ Clinton​ ກໍ່​ປຶກສາ​ຫາລື​ກັບ​ວົງ​ການ​ເຈົ້າ​ໜ້າ​ທີ່​ຈີນ​ກ່ຽວ​ກັບ​ບັນຫາ​ການ​ພິພາດ​ລະຫວ່າງ​ຈີນ ​ແລະ ຍີ່ປຸ່ນ ກ່ຽວ​ກັບ​ໝູ່​ເກາະ Senkaku​ເຊິ່ງນອນ​ໃນ​ຂອບ​ເຂດ​ປັບປຸງ​ຂອງ​ສົນທິສັນຍາ​ປ້ອງ​ກັນ​ຄວາມ​ສະຫງົບ​ອາ​ເມ​ລິ​ກາ - ຍີ່ປຸ່ນ. ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງທ່ານ​ນາງ Clinton​ ​ຍັງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຄວາມ​ມານະ​ພະຍາຍາມ​ຂອງ​ວໍ​ຊິງ​ຕັນ ​ເພື່ອ​ແນ​ໃສ່​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ ​ເຊິ່ງອາດຈະ​ຮັບ​ເອົາ​ສິດ​ອຳນາດຂອງ​ຈີນໃນ​ທ້າຍປີ​ນີ້.

        ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Clinton​ ກໍ່​ຈະ​ໄປ​ຍັງ​ຕີ​ມໍ​ຕາ​ເວັນ​ອອກ ​ແລະ ກາຍ​ເປັນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ​ຂອງ​ອາ​ເມ​ລິ​ກາ​ ທີ່​ມາ​ຢ້ຽມຢາມ​ປະ​ເທດ​ນີ້ ນັບ​ແຕ່​ຕີ​ມໍ​ຕາ​ເວັນ​ອອກ ​ໄດ້​ຮັບ​ເອກະລາດ​ຈາກ​ອິນ​ໂດ​ເນ​ເຊຍ ​ເມື່ອ​ປີ 2002. ​ໃນ​ການ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ຕີ​ມໍ​ຕາ​ເວັນ​ອອກ, ທ່ານ​ນາງ Clinton​ ຈະ​ເນັ້ນ​ໜັກ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ເມ​ລິ​ກາ​ ທີ່ສະໜັບສະໜູນພື້ນຖານ​ອະທິປະ​ໄຕ​ທີ່​ຍັງ​ໜຸ່ມ​ແໜ້ນ​ຂອງ​ປະ​ເທດ​ນີ້. ທ່ານ​ນາງ Clinton​  ກໍ່​ຈະ​ມາ​ຢ້ຽມຢາມ Brunei ​ເຊິ່ງ​ແມ່ນ​ປະ​ເທດ​ຈະ​ເປັນ​ປະທານ​ພັດ​ປ່ຽນ​ຂອງ​ອາ​ຊຽນ​ໃນ​ປີ 2013. ສຸດ​ທ້າ​ຍທ່ານ​ນາງ Clinton​ ຈະ​ຕາງ​ໜ້າ​ປະທານາທິບໍດີ Barack Obama ນຳ​ໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ​ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝິກ (APEC) ​ໃນ​ວັນ​ທີ 8-9/9 ຢູ່ Vladivostok ​ແຫ່ງ​ລັດ​ເຊຍ. ນອກຈາກ​ບັນດາ​ຫົວ​ຂໍ້​ຕົ້ນ​ຕໍ່​ແມ່ນ ”​ການຄ້າ​ເສລີ, ຄ້ຳປະກັນ​ສະບຽງ​ອາຫານ ​ແລະ ການ​ເຕີບ​ໂຕ​ຂຽວ” ທ່ານ​ນາງ Clinton​  ຈະ​ປຶກສາ​ຫາລື​ກັບ​ຄູ່​ຕຳ​ແໜ່​ງລັດ​ເຊຍ Sergei Lavrov ກ່ຽວ​ກັບ​ຫຼາຍ​ບັນຫາ​ໃນ​ນັ້ນ​ມີ​ບັນຫາຊີ​ຮີ.

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ການ​ຢ້ຽມຢາມ​ຂອງທ່ານ​ນາງ Clinton​  ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ຈຸດປະສົງ​ສ້າງ​ຜົນ​ສະທ້ອນ​ຢູ່​ອາຊີ - ປາຊີ​ຝິກ ​ແລະ ຈີນ. ດ້ານ​ອື່ນ, ​ໃນ​ຂະນະ​ທີ່​ອາ​ເມ​ລິ​ກາ​ພວມ​ຫັນປ່ຽນ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທ​ດ້ວຍ​ທິດ​ກັບ​ຄືນ​ສູ່​ອາຊີ​ນັ້ນ, ອຳນາດ​ການ​ປົກຄອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ພວມ​ມານະ​ພະຍາຍາມ​ສ້າງ​ຜົນ​ສະທ້ອນ​ຢູ່​ປາຊິ​ຝິກ ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ຈີນ​ທີ່​ພວມ​ເພີ່ມ​ສິດ​ອຳນາດ ​ແລະ ຜົນ​ສະທ້ອນ ດ້ວຍ​ຄວາມ​ເຄັ່ງ​ຕຶງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່​ພາກ​ພື້ນ. ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Clinton​ ​ເຄີຍ​ຖະ​ແຫຼ​ງວ່າ ”ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈະ​ດຳ​ເນີນ​ຢູ່​ອາຊີ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ ຈະ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຫຼວງ​ຫຼາຍ​ເຖິງ​ອະນາຄົດ​ຂອງ​ອາ​ເມ​ລິ​ກາ”. ຍ້ອນ​ເຫດ​ນັ້ນ, ການ​ຢ້ຽມຢາມ​ຂອງທ່ານ​ນາງ Clinton​ ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ພິສູດ​ໃຫ້​ເຫັນ​ວ່າ ວໍ​ຊິງ​ຕັນ​ຖື​ເປັນ​ສຳຄັນ​ພາກ​ພື້ນ​ນີ້, ສະ​ແດງ​ໃຫ້​ເຫັນ​ບົດບາດ​ຂອງ​ຕົນ​ໃນ​ການ​ສ້າງ​ຄວາມ​ມີ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ສິ່ງ​ສຳຄັນ​ກວ່າ ນັ້ນ​ແມ່ນ​ສ້າງ​ການ​ພົວພັນ​ຢ່າງ​​ໃກ້​ສິດ​ຕິດ​ແທດ​ກວ່າ​ກັບ​ພາກ​ພື້ນ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ