ໃນບັນດາເນື້ອໃນກ່ຽວຂ້ອງເຖິງສິດທິມະນຸດ, ລັດຫວຽດນາມ ມີຄວາມເອົາໃຈໃສ່ທີ່ສຸດເຖິງການຮັບປະກັນຊີວິດສັງຄົມ. ຍ້ອນຜົນກະທົບຈາກການຊຸດໂຊມເສດຖະກິດທົ່ວໂລກ, ໃນຊຸມປີຜ່ານມາ, ຫວຽດນາມ ຖືການປະຕິບັດຊີວິດສັງຄົມເປັນສຳຄັນຍິ່ງ, ຖືວ່າຊີວິດສັງຄົມແມ່ນປັດໄຈສຳຄັນເພື່ອປະກອບສ່ວນສ້າງ, ປັບປຸງ ແລະ ພັດທະນາສິດທິມະນຸດ. ຕໍ່ໄປແມ່ນບົດຂອງນັກຂ່າວທູຮວາ ທີ່ມີຫົວຂໍ້ວ່າ: ຮັບປະກັນຊີວິດສັງຄົມເພື່ອຊຸກຍູ້ສິດທິມະນຸດ
ຮັບປະກັນຊີວິດສັງຄົມແມ່ນແຜນນະໂຍບາຍ
ໃຫ່ຍຂອງພັກ-ລັດຫວຽດນາມ
(ພາບ:baodientu.chinhphu.vn)
ການຮັບປະກັນຊີວິດສັງຄົມຕິດພັນກັບສິດທິມະນຸດ, ຊື່ງລວມມີວຽກເຮັດງານທຳ, ລາຍຮັບ, ເຮືອນຢູ່, ໄດ້ຮ່ຳຮຽນ, ໄດ້ຮັບການເບິ່ງແຍງດູແລສຸຂະພາບ ແລະ ໃຊ້ນ້ຳສະອາດ, ໄດ້ດຳລົງຊີວິດໃນສະພາບແວດລ້ອມປອດໄພ, ໄດ້ຮັບການສ້າງເງື່ອນໄຂສ້າງຄວາມຜາສຸກ… ຮັຫບປະກັນຊີວິດສັງຄົມໃຫ້ແກ່ທຸກຄົນ, ໃນນັ້ນມີຄົນພິການ, ຄົນທຸກຍາກ, ຜູ້ເຖົ້າແກ່ຢູ່ໂດດດຽວ, ເດັກກຳພ້າກຳພອຍ….ແມ່ນເໝາະສົມກັບກຳລັງໜູນ, ຈຸດໝາຍໃນຕະຫຼອດໄລຍະການປະຕິວັດກ່ອນນີ້ ແລະ ໃນພາລະກິດປ່ຽນແປງໃໝ່ຢູ່ຫວຽດນາມ ໃນປະຈຸບັນ. ແຜນນະໂຍບາຍພັດທະນາຊີວິດສັງຄົມ ຊື່ງພັກ, ລັດຫວຽດນາມ ໄດ້ສະແດງອອກຢ່າງສະເໝີຕົ້ນສະເໝີປາຍດ້ວຍບັນດາເນື້ອໃນນັບມື້ນັບໄດ້ຮັບການປັບປຸງໃຫ້ສຳເລັດໃນບັນດາຄຳໝັ້ນໝາຍຢ່າງຂັນແຂງກ່ຽວກັບການພັດທະນາແບບຍືນຍົງ, ກໍ່ຄືໃນການນຳພາ, ຄຸ້ມຄອງ, ບໍລິຫານວິວັດທະນາການພັດທະນາເສດຖະກິດສັງຄົມຂອງປະເທດຊາດໃນຫຼາຍທົດສະວັດຜ່ານມາ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ຢັ້ງຢືນສິ່ງດັ່ງກ່າວທີ່ກອງປະຊຸມລັດຖະມົນຕີອາແຊມ ກ່ຽວກັບແຮງງານ ແລະ ວຽກເຮັດງານທຳຄັ້ງທີ 4 ຊື່ງດຳເນີນໃນຕົ້ນເດືອນ 10/2012 ຜ່ານມາຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ຊີ້ແຈງວ່າ:
“ການພັດທະນາເສດຖະກິດຕິດພັນກັບການຮັບປະກັນຊີວິດສັງຄົມແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຖະບານຫວຽດນາມ. ໃນຊຸມປີຜ່ານມາ, ເຖິງວ່າຍັງມີຫຼາຍສິ່ງຄົງຄ້າງໃນດ້ານແຫຼ່ງກຳລັງກໍ່ຕາມ ແຕ່ຍາມໃດລັດຖະບານຫວຽດນາມ ກໍ່ເອົາໃຈໃສ່ສ້າງ ແລະ ປະຕິບັດບັນດານະໂຍບາຍ, ມາດຕະການກ່ຽວກັບວຽກເຮັດງານທຳ, ຮັບປະກັນຊີວິດສັງຄົມ. ລັດຖະບານຫວຽດນາມ ໄດ້ຜັນຂະຫຍາຍບັນດາມາດຕະການກ່ຽວກັບວຽກເຮັດງານທຳ, ສອນວິຊາຊີບ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຮັບປະກັນຊີວິດສັງຄົມຢ່າງຄົບຊຸດ, ຂ້ຽວຂາດ ແລະ ບັນລຸໄດ້ໝາກຜົນສຳຄັນທີ່ສຸດ“.
(ພາບ:tinmoi.vn)
ໃນຫຼາຍປີຜ່ານມາ, ຫວຽດນາມ ບັນລຸໄດ້ຫຼາຍຜົນງານທີ່ໜ້າຮັບຮູ້ໃນຂົງເຂດຮັບປະກັນຊີວິດສັງຄົມຕິດພັນກັບການປະຕິບັດສິດທິມະນຸດ. ໄລ່ສະເພາະໃນປີ 2011, ທົ່ວປະເທດມີ 10.130.000 ຄົນເຂົ້າຮ່ວມການ ປະກັນໄພສັງຄົມແບບບັງຄັບ, ກ່ວາ 100.000 ຄົນເຂົ້າຮ່ວມການປະກັນໄພສັງຄົມໂດຍສະໝັກໃຈ, ປະມານ 7.600.000 ຄົນເຂົ້າຮ່ວມການປະກັນໄພຫວ່າງງານ, ກ່ວາ 57 ລ້ານຄົນ ເທົ່າກັບປະມານ 62% ຈຳນວນປະຊາກອນເຂົ້າຮ່ວມການປະກັນສຸຂະພາບ. ບັນດາດັດຊະນີຊີວິດສັງຄົມຂອງຫວຽດນາມ, ໃນນັ້ນມີການລົບລ້າງສະພາບທຸກຍາກທີ່ສຸດ ແລະ ອຶດຫິວ; ການສຶກສາຊັ້ນປະຖົມພາກບັງຄັບ; ເພີ່ມທະວີຄວາມສະເໝີພາບລະຫວ່າງຍິງ-ຊາຍ; ຫລຸດຜ່ອນອັນຕາສ່ວນການຕາຍຂອງເດັກ….ເຄີຍໄດ້ຮັບການຮັບຮອງຈາກ ສປຊ ເມື່ອປີ 2000, ຂະນະທີ່ຫວຽດນາມປະຕິບັດເປົ້າໝາຍສະຫັດສະວັດທີ່ໄດ້ວາງອອກໃນປີ 2015 ສຳເລັດເກືອບທັງໝົດ. ທ່ານນາງຫງວຽນທິກິມເງິນ ຮອງປະທານສະພາແຫ່ງຊາດຫວຽດນາມ ເຄີຍຢັ້ງຢືນໝາກຜົນແຫ່ງການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ຫວຽດນາມ ຢ່າງຈະແຈ້ງວ່າ:
“ໝາກຜົນແຫ່ງການປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍຢູ່ຫວຽດນາມ ແມ່ນຖືກຈັດອັນດັບສູງກວ່າເມື່ອທຽບໃສ່ຫຼາຍປະເທດທີ່ມີລະດັບການພັດທະນາ ແລະ ລາຍຮັບຄືກັນ. ຫວຽດນາມກໍໄດ້ຮັບການຮັບຮູ້ແມ່ນປະເທດສາມາດລົບລ້າງຄວາມແຕກໂຕນກັນລະຫວ່າງ ຍິງ-ຊາຍ ຢ່າງໄວທີ່ສຸດໃນຮອບເວລາ 20 ປີ ທີ່ຜ່ານມາຢູ່ອາຊີຕາເວັນອອກສ່ຽງໃຕ້. ດ້ວຍນະໂຍບາຍຂອງພັກ ແລະ ລັດ ພ້ອມກັບບັນດາຄວາມມານະພະຍາຍາມຂອງຕົນເອງ, ແມ່ຍິງຫວຽດນາມໄດ້ມີການປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນທຸກໆຂົງເຂດຄື: ການຄຸ້ມຄອງລັດ, ການຜະລິດ ດຳເນີນທຸລະກິດ, ການພົວພັນຕ່າງປະເທດ, ວິທະຍາຍສາດ-ເຕັກໂນໂລຢີ ແລະ ສ້າງຄອບຄົວທີ່ກ້າວໜ້າ ”
ມາຮອດປະຈຸບັນ, ຫວຽດນາມໄດ້ສ້າງລະບົບຮັບປະກັນຊີວິດສັງຄົມທີ່ນັບມື້ນັບມີຫຼາຍຮູບຫຼາຍແບບ ແລະ ຮອບດ້ານ, ສອດຄ່ອງກັບບັນດາຂໍ້ກຳນົດທີ່ລະບຸໃນລັດຖະທຳມະນູນ ສ.ປ.ຊ ກວ່າ. ນອກຈາກນັ້ນ, ຫວຽດນາມໄດ້ບັນລຸຈຸດໝາຍເຖິງປີ 2020 ກາຍເປັນປະເທດທີ່ມີ ລະບົບຮັບປະກັນຊີວິດສັງຄົມທົ່ງປວງຊົນ. ຫວຽດນາມສູ້ຊົນໃນໄລຍະ 2012-2020 , ຄິດສະເລຍໃນແຕ່ລະປີ ຈະຮັບປະກັນຍອດລາຍຈາຍໃຫ້ແກ່ຂົງເຂດຮັບປະກັນຊີວິດສັງຄົມບັນລຸປະມານ 13,5%GDP, ພ້ອມກັນນັ້ນ ກໍຍູ້ແຮງການປະຕິບັດມະຕິກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2011-2020. ຫວຽດນາມຈະປະຕິບັດການສ້າງບົດລາຍງານແຫ່ງຊາດກ່ຽວກັບການຮັບປະກັນຊີວິດສັງຄົມ, ສ້າງປະມວນມາດຖານກ່ຽວກັບການຮັບປະກັນຊີວິດສັງຄົມ ເພື່ອເປັນພື້ນຖານຕິດຕາມ ແລະ ຕີລາຄາປະສິດຕິຜົນແຫ່ງການປະຕິບັດການຮັບປະກັນຊີວິດສັງຄົມໃນແຕ່ລະໄລຍະ ແລະ ສົມທຽບກັບສາກົນ, ທັງນີ້ກໍເພື່ອແນໃສ່ສ້າງບັນດາບາດກ້າວເດີນໃໝ່ໃນການຮັບປະກັນຊີວິດສັງຄົມ, ມັນປຽບເໝືອນວຽກງານທີ່ແທດຈິງທີ່ສຸດເພື່ອຮັບປະກັນສິດທິມະນຸດ ./.