ຮ່ວມແຮງຮ່ວມໃຈເບິ່ງແຍງຄົນທຸກຍາກໃນໂອກາດບຸນເຕັດ


(vovworld)- ​ເຖິງ​ວ່າ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ່ຕາມ​ແຕ່​ທັງສັງຄົມ​ຍັງ​ເອົາ​ໃຈ​ໃສ່​ເບິ່ງ​ແຍງຄົນ​ທຸກ​ຍາກ​​ໃນ​ໂອກາດ​ບຸນ​ເຕັດຢູ່. ​ໃນ​ຊຸມ​ມື້​ນີ້, ລົດ​ຂົນ​ສົ່ງ​ສິນຄ້າ​ນັບ​ຮອ້ຍຖ້ຽວ​ຂອງ​ບັນດາ​ອົງການສຳນັກງານ, ອົງການ​ຈັດຕັ້ງມະຫາຊົນ​​ໄດ້​ແລ່ນ​ຈາກເຂດ​ທົ່ງພຽງ​ຂຶ້ນ​ຮອດເຂດ​ພູດ​ອຍ, ຈາກເຂດ​ຕົ​ວ​ເມືອງ​ລົງ​ຮອດເຂດ​ຊົນນະບົດ​ ​ເພື່ອ​ໜູນ​ຊ່ວຍ​ຄວາມ​ຕ້ອງການ​ຕອ້ນຮັບ​ບຸນ​ເຕັດ​ຂອງ ປຊຊ. ຂອງ​ຂັວນບຸນ​ເຕັດ​ນັບ​ລ້ານ​ພູດ​ຖືກ​ສົ່ງ​​ເຖິງຄອບຄົວ​ທຸກ​ຍາກ​​ໂດຍ​ກົງ. ​ໃນ​ສະພາບ​ການ​ທີ່​ອັດຕາ​ສວ່ນຄອບຄົວ​ທຸກ​ຍາກ​ຍັງ​ສູງ​ຢູ່​ນັ້ນ, ການ​ເບິ່ງ​ແຍງ​ຜູ້​ທຸກ​ຍາກ​​​ໃນ​ໂອກາດບຸນ​ເຕັດ​ໄດ້ກາຍ​ເປັນການ​ເຄື່ອນ​ໄຫວ​ທີ່​ຈຳ​ເປັນ ​ແລະ ​ເຕັມ​ໄປ​ດ້ວຍ​ລັກສະນະ​ວັດທະນະທຳ​ມະນຸດ.

  ​ການເບິ່ງ​ແຍງ​ແກ່​ຄົນ​ທຸກ​ຍາກ​ໃນ​ໂອກາດບຸນ​ເຕັດ​, ​ເປົ້າໝາຍ​ນະ​ໂຍບາຍ ບໍ່​ພຽງ​ແຕ່​ແມ່ນ​ວຽກ​ງານ​ຂອງ​ອຳນາດ​ການ​ປົກຄອງ, ຂັ້ນຕ່າງໆ​​ເທົ່າ​ນັ້ນ, ນັບ​ແຕ່​ດົນ​ນາມາ​ແລ້ວ, ວຽກ​ງານ​ນີ້​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ທົ່ວ​ສັງຄົມອີກ​ດ້ວຍ.

ຮ່ວມແຮງຮ່ວມໃຈເບິ່ງແຍງຄົນທຸກຍາກໃນໂອກາດບຸນເຕັດ - ảnh 1
ມອບ​ຂອງຂວັນ​ໃຫ້ ປຊຊ ທຸກ​ຍາກ​ແຂວງ​ຟູ​ອຽນ

(ພາບ: .thanhnien.com.vn)

ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ຂອງ​​ຂັ້ນ, ຂະ​ແໜງ​ການຕ່າງໆ

​  ແຕ່ລະ​ປີ, ການ​ເບິ່ງ​ແຍງ​ຄົນ​ທຸກ​ຍາກ​ໃນ​ໂອກາດບຸນ​ເຕັດ​ກໍ່​ໄດ້​ຮັບຄວາມ​ເອົາ​ໃຈ​ໃສ່​ຈາກຂະ​ແໜງ​ການຂັ້ນຕ່າງໆ. ​ກ່ອນບຸນປີ​ໃໝ່​ປະຈຳ​ຊາດ​ເດືອນໜຶ່ງ, ທານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ​ໄດ້​ເຊັນຂໍ້​ຕົກລົງ​ກ່ຽວ​ກັບ​ການ​ມອບ​ຂອງຂວັນ​ຂອງ​ປະທານ​ປະ​ເທດ​ໃຫ້​ແກ່​ບັນດາ​ເປົ້າໝາຍ​ມີ​ຄຸນງາມຄວາມດີ​ກໍ່​ການ​ປະຕິວັດ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ກໍ່​ຕົກລົງ​ໜູນ​ຊ່ວຍ​ເຂົ້າສານ​ກ່ວາ 12.000 ​ໂຕນ​ໃຫ້​ແກ່ ປຊຊ 12 ​ແຂວງ​ໃນ​ໂອກາດ​ນີ້. ທ່ານ​ນາງ​ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “ພັກ ​ແລະ ລັດ​ໄດ້​ມີ​ນະ​ໂຍບາຍ​ໜູນ​ຊ່ວຍ​ໂດຍ​ກົງ​ໃຫ້​ບັນດາ​ເປົ້າ ໝາຍ​ທຸກ​ຍາກ​ໃນ​ປີ​ແລ້ວ. ສ່ວນ​ໃນ​ໂອກາດ​ບຸນ​ເຕັດ, ບັນດາ​ທ້ອງ​ຖິ່ນ​ຕ້ອງ​ກວດກາ, ກຳ​​ແໜ້ນເປົ້າໝາຍ, ບົນ​ພື້ນ​ຖານ​ນັ້ນຈະນຳ​ໃຊ້ງົບປະມານ​ທ້ອງ​ຖິ່ນ ກໍ່​ຄື​ລະດົມ​ບັນດາ​ແຫຼ່ງກຳລັງ​ອື່ນ​ເພື່ອ​ໜູນ​ຊ່ວຍ​ຄົນ​ທຸກ​ຍາກ. ພວກ​ຂ້າພະ​ເຈົາຊີ້​ນຳ​ບັນດາ​ທ້ອງ​ຖິ່ນ​ກວດກາ, ກຳ​​ແໜ້ນເປົ້າໝາຍທຸກ​ຍາກ ​ເພື່ອ​ໃຫ້ ປຊຊ ໝົດ​ທຸກ​ຄົນ​ໄດ້​ຕ້ອນຮັບ​ບຸນເຕັດ ​ແລະ ສະ​ເໜີໃຫ້​ທ້ອງ​ຖິ່ນ​ຕ່າງໆ​ຈົ່ງ​ເອົາ​ໃຈ​ໃສ່​ເຖິງ​ຜູ້​ອອກ​ແຮງ​ງານ​ຢູ່​ບັນດາ​ວິ​ສາ​ຫະກິດ​ຖືກລົ້ມລະລາຍ”.

ຮ່ວມແຮງຮ່ວມໃຈເບິ່ງແຍງຄົນທຸກຍາກໃນໂອກາດບຸນເຕັດ - ảnh 2

 (ພາບປະກອບ)

  ຢູ່​ທ້ອງ​ຖິ່ນ, ຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ, ບັນດາ​ອົງການ, ກະຊວງ, ຂະ​ແໜງ​ການ, ບັນດາ​ແຂວງ, ນະຄອນ​ໄດ້​ກະກຽມ​​ເພື່ອ​ເບິງ​ແຍງ​​​ຄົນ​ທຸກຍາກ​ໃນ​ໂອກາດບຸນ​ເຕັດ. ຄະນະ​ກຳມະການ ປຊຊ ​ແຂວງ​ກວາງ​ບິ່ງ ​ໄດ້​ຫັກ​ງົບປະມານ​ແຂວງ​​ເປັນ​ຈຳນວນ 1 ຕື້​ດົ່ງ​ເພື່ອ​ໜູນ​ຊ່ວຍ 5000 ຄອບຄົວ​ທຸກ​ຍາກ, ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ພິ​ເສດ​ເພື່ອ​ຕ້ອນຮັບ​ບຸນ​ເຕັດ, ​ແຈກ​ຢາຍ​ເຂົ້າສານ 3400 ​ໂຕນ​ຂອງ​ລັດຖະບານ​ເຖິງ​ແຕ່ລະ​ຄອບຄົວ​ທຸກ​ຍາກ​ກ່ອນ​ບຸນ​ເຕັດ. ຢູ່​ແຂວງ​ກວາງ​ຈິ, ນອກຈາກ​ງົບປະມານ​ທ້ອງ​ຖິ່ນ, ​ແຂວງ​ຍັງ​ຂົນຂວາຍ​ບັນດາ​ອົງການ​ວຳ​ນັກ​ງານ, ອົງ​ການຈັດຕັ້ງມະຫາຊົນ ​ແລະ ວິ​ສາ​ຫະກິດ​ຫັກ​ເງິນໄດ້​ກ່ວາ 5 ຕື້​ດົ່ງ​ເ​ພື່ອ​ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ເປົ້າໝາຍ​ນະ​ໂຍບາຍ, ຄອ​ບຄົວ​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ​ແລະ ນັກ​ປະຕິວັດ​ຜູ້​ອາວຸ​​ໂສ. ທ່ານ​ຟານ​ແທງ​ຈຸ​ງ, ປະທານ​ຄະນະ​ກຳມະການ ປຊຊ ຕາ​ແສງ​ອານ​ຫາຍ-​ເມືອງ​ຫາຍ​ລັງ-​ແຂວງ​ກວາງ​ຈິ ​ໃຫ້​ຮູ້​ວ່າ:

   “ຄະນະ​ພັກ, ຄະນະ​ກຳມະການ ປຊຊ ຕາ​ແສງ​ກໍ່​ຄື​ບັນດາ​ຄະນະ, ຂະ​ແໜງ​ການ, ອົງການຈັດຕັ້ງມະຫາຊົນ​ມີ​ຄວາມເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ນະ​ໂຍບາຍ​ຮັບປະກັນຊີວິດ​ສັງຄົມ. ພວກ​ຂ້າພະ​ເຈົ້າ​ໄດ້​ໜູນ​ຊ່ວຍ​ບັນດາ​ຄອບຄົວ​ທຸກ​ຍາກ​ດ້ວຍ​ຈຳນວນ​ເງິນ​ທັງ​ໝົດ​ກ່ວາ 60 ລ້ານ​ດົ່ງ. ຄອນ​ຄົວ​ໄດ້​ຮັບ​ເງິນໜ້ອຍ​ສຸດ​ແມ່ນ 200.000 ດົ່ງ, ຫຼາຍ​ສຸດ​ແມ່ນ 500.000 ​ດົ່ງ. ພິ​ເສດ​ແມ່ນ​ພວກ​ຂ້າພະ​ເຈົ້າ​ໄດ້​ຫັກ​​ເງິນຈາກ​ກອງ​ທຶນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ເພື່ອ​ໄປ​ຢື້​ຢາມ​ບັນດາ​ເປົ້າໝາຍ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທຸກ​ຍາກ​ເພື່ອ​ໃຫ້​ເຂົ​າ​ເຈົ້າຕ້ອນຮັບ​ບຸນ​ເຕັດ​ດ້ວຍ​ຄວາມ​ເບີກ​ບ້ານ​ມ່ວນ​ຊື່ນ​ກ່ວາ​ອີກ“.

ການ​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ອົງການ​ຈັດຕັ້ງມະຫາຊົນ, ວິ​ທະຫະ ກິດ, ອົງການ​ຈັດຕັ້ງສັງຄົມ

  ພ້ອມ​ກັບ​ລັດຖະບານ, ບັນດາ​ອົງການ​ຈັດຕັ້ງມະຫາຊົນ, ວິ​ສາ​ຫະກິດ, ​ອົງການ​ຈັດຕັ້ງສັງຄົມ​ໄດ້​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸສົນ​​ແນ​ໃສ່​ຊ່ວຍ​ຄົນ​ທຸກ​ຍາກ​ຕ້ອນຮັບ​ບຸນ​ເຕັດ.

  ນັບ​ແຕ່​ກ່ອນ​ບຸນປີ​ໃໝ່​ປະຈຳ​ຊາດ​ເປັນ​ເວລາ​ເຄິ່ງ​ເດືອນ, ບັນດາຄະນະ​ປະຕິບັດ​ງານ​ຂອງ​ສູນ​ກາງ​ສະພາກາ​ແດງ​ຫວຽດນາມ ​ໄດ້​ມອບ​ຂອງຂວັນ 1 ລ້ານ​ພູດ​ໃຫ້​ບັນດາ​ຄອບຄົວປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ໃນ​ທົ່ວ​ປະ​ເທດ. ທ່ານ​ດ່ວານ​ວັນ​ທາຍ, ຮອງ​ປະທານ ທັງ​ເປັນ​ເລຂາທິການ​ໃຫ່ຍສູນ​ກາງ​ສະພາກາ​ແດງ​ຫວຽດນາມ ​ໃຫ້​ຮູ້​ວ່າ:

    “​​ແຕ່ 1/3 ​ເຖິງ 1/2 ຈຳນວນຄອບຄົວ​ທຸກ​ຍາກຢູ່ຫວຽດນາມ, ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກສູນ​ກາງ​ສະພາກາ​ແດງ​ຫວຽດນາມ. ພ້ອມ​ກັບສູນ​ກາງ​ສະພາກາ​ແດງ​ຫວຽດນາມ, ສະມາຄົມ​ຂັ້ນຕ່າງໆ​ໄດ້​ພ້ອມ​ກັນ​​ແຕ່ງຕັ້ງບັນດາ​ຄະນະ​ຜູ້​ແທນ​ໄປ​ມອບ​ຂອງ​ຂັວນ​ໃຫ້​ແກ່​ບັນດາ​ຄອບຄົວ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ພິ​ເສດ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ​“.

  ​ໃນ​ຂະນະ​ນັ້ນ, ​ໂດຍ​ໄດ້​ປະຕິບັດ​ແຜນ​ນະ​ໂຍບາຍ​ຊ່ວຍ​ເຫຼືອ​ກຳມະກອນ​ຜູ້​ອອກ​ແຮງ​ງານ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ ທີ່ພວມ​ເຮັດ​ວຽກ​ຢູ່​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ປຸງ​ແຕ່​ສົ່ງ​ອອກ​ຢູ່​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິນມິນ, ບໍລິສັດ​ໃຫ່ຍຂົນ​ສົ່ງ​ຮ່າ​ໂນ້ຍ ​ໄດ້​ປະຕິບັດ​ໂຄງການ “ປີ້​ລົດແຫ່ງ​ສາຍ​ຈິດ​ມິດ​ໃຈ“ ​ແລະ “ລົດ​ສົ່ງ​ກຳມະກອນ​ກັບ​ບ້ານ​ຕ້ອນຮັບ​ບຸນ​ເຕັດ, ປີ​ມະ​ເມຍ“. ທ່ານ​ຫງວຽນ​ຮ່ວາ​ງຈຸ​ງ, ຮອງ​ຜູ້ອຳນວຍການ​ໃຫ່ຍ ບໍລິສັດ​ໃຫ່ຍຂົນ​ສົ່ງ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

  “​ໃນ​ໂຄງການ​ນີ້, ພວກ​ຂ້າພະ​ເຈົ້າມີ​ລົດ​ຂົນ​ສົ່ງ 74 ຄັນ, ​ໃນ​ນັ້ນ, ພວກ​ຂ້າພະ​ເຈົ້າຊ່ວຍ​ເຫຼືອກ​ການ​ຂົນ​ສົ່ງ 11 ຄັນ. ພວກ​ຂ້າພະ​ເຈົ້າຈັດ​ລົດ​ເກືອບ 50 ຄັນ​ເພື່ອ​ສົ່ງ​ກຳມະກອນ​ຢູ່​ບັນດາ​ເຂດ​ອຸສາ​ຫະກຳຂອງ​ນະຄອນ​ໂຮ່ຈິ​ມີນ, ຢິງ​ເຢືອງ​ ໄປບັນດາ​ແຂວງ​ພາກ​ເໜືອ. ນອກ​ຈາກ​ນັ້ນ, ພວກ​ຂ້າພະ​ເຈົ້າກໍ່​ໄດ້​ສົມທົບ​ກັບ​ບັນດາ​ມະຫາ​ວິທະຍາ​ໄລ​ເພື່ອ​ສົ່ງ​ນັກ​ສຶກສາ​ກັບ​ເມືອ​ບ້ານ​ຕ້ອນຮັບ​ບຸນ​ເຕັດ“.

​ເປີດ​ກ້ວາງ​ເປົ້າໝາຍ​ໄດ້​ຮັບ​ການໜູນຊ່ວຍ

​  ໃນ​ໂອກາດ​ບຸນ​ເຕັດ, ນອກຈາກ​ບັນດາ​ຄອບຄົວ​ປະສົບ​ກັບ​ຄວາມ​ຫຍູ້​ງ ຍາກ​ພິ​ເສດ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີສົ້ມ/ດີ​ໂອ​ຊິນ​, ກຳມະ ກອນ​ທຸກຍາກ​ຢູ່​ບັນດາ​ເຂ​ດອຸດສາຫະກກຳ, ​ເຂດ​ຜະລິດ​​ສົງ​ອອກ​ແລ້ວ,  ປຊຊ ຫຼາຍ​ຄົນ​ຢູ່​ບັນດາ​ແຂວງ​ປະສົບ​ໄພ​ນ້ຳຖ້ວມ, ພະຍຸ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດຈາກ​ບັນດ​າອົງການ​ຈັດຕັ້ງມະຫາຊົນ. ທ່ານ​ນາງ​ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ໃຫ້​ຮູ້​ວ່າ:

​   “​​ໃນ​ໂອກາດ​ບຸນ​ເຕັດ, ກະຊວງແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ໄດ້​ສະ​ເໜີ​ຕໍ່​ລັດຖະບານ​ໜູ​ນຊ່ວຍ​ເຂົ້າສານ 55.000 ​ໂຕນ​ໃຫ້​ແກ່​ບັນດາ​ຄອບຄົວ​ຖືກ​ຜົນ​ເສຍ​ຫາຍ​ຈາກ​​ໄພ​ທຳ​ມະ​ຊາດ. ນີ້​ແມ່ນ​ການ​ໜູນ​ຊ່ວຍ​ກະທັນຫັນ​ໃຫ້​ແກ່​ບັນດາ​ເປົ້າໝາຍ​ນີ້ ​ແລະ ຮຽກຮ້ອງ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ຈົ່ງ​ສືບ​ຕໍ່​ກວດກາ​ບັນດາ​ເປົ້າໝາຍ​ທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກນີ້ ​ເພື່ອ​ສືບ​ຕໍ່​ສະ​ເໜີ​ການ​ໜູນ​ຊ່ວຍ​ໃນ​ທັນທີ. ກໍ່​ເຊັ່ນ​ດຽວ​ກັນ​ກັບ​ປີ 2013, ພວກ​ຂ້າພະ​ເຈົ້າກໍ່​ໄດ້​ສະ​ເໜີ​ເພື່ອ​ໜູນ​ຊ່ວຍ​​ເຂົ້າສານ​ເພື່ອ​ໃຫ້ ປຊຊ ທຸກ​ຄົນ​ມີ​ເຂົ້າສານ​ກິນ​ໃນ​ໂອກາດ​ບຸນ​ເຕັດ”.

​  ປະຈຸ​ບັນ, ອັດຕາ​ສ່ວນ​ຄົນ​ທຸກ​ຍາກຢູ່​ຫວຽດນາມ ຍັງ​ຫຼາຍ​ຢູ່, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ: ​ເຂດ​ພູດ​ອຍ, ​ເຂດ​ຊົນນະບົດ. ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ, ລັດຖະບານ, ການ​ແບ່ງປັນ​ຢ່າງ​ທັນ​ການ​ຂອງ​ປະຊາ​ຄົມ​ຈະ​ຊ່ວຍ​ບັນດາ​ຄອບຄົວ​ທຸກ​ຍາກ, ຄົນ​ທຸກ​ຍາກ​ໄດ້​ພ້ອມ​ກັນ​ຕ້ອນຮັບ​ລະດູບານ​ໃໝ່, ປີ​ມະ​ເມຍ ດ້ວຍ​ຄວາມ​ອົບ​ອຸ່ນ ​ແລະ ​ເບີກບານ​ມ່ວນ​ຊື່ນ./.

ຕອບກັບ

ຂ່າວ/ບົດ​ອື່ນ