ວິກິດການໜີ້ສິນຂອງ ເກຼັກພວມກ້າວໄປເຖິງໄລຍະສຸດທ້າຍ ຂະນະທີ່ອຳນາດການປົກຄອງສູນກາງ ຍັງເຫຼືອເງິນບໍ່ເທົ່າໃດເພື່ອຊຳລະບັນດາບ້ວງເງິນໃຊ້ຈາຍໂດຍດ່ວນ. ໃນຈຸດເວລານີ້, ຄວາມມານະພະຍາຍາມເຈລະຈາລະຫວ່າງ ເກຼັກກັບກຸ່ມ 3 ຝ່າຍ ຊຶ່ງເປັນເຈົ້າໜີ້ ລວມມີ: EU, ທະນາຄານສູນກາງເອີລົບ ECB ແລະກອງທຶນສາກົນ IMF ເພື່ອຮັບບ້ວງເງິນຊ່ວຍກູ້ນັ້ນ, ພັດຖືກຕົກຢູ່ໃນສະພາບບໍ່ມີທາງອອກ. ການຄົງຕົວຂອງ ເກຼັກ ໃນພາກພື້ນໃຊ້ສະກຸນເງິນເອີໂຣລວມ ແມ່ນພວມຢູ່ໃນໄລຍະປະສົບກັບຄວາມຫຍຸ້ງຍາກກວ່າເວລາໃດໝົດ.
ໃນການຜັນແປທີ່ຫຼ້າສຸດ, ທະນາຄານສູນກາງເອີລົບ ECB ໄດ້ປະກາດໃນວັນທີ 22/4 ວ່າ : ECB ພຽງສືບຕໍ່ສະໜອງເງິນໃຫ້ບັນດາທະນາຄານຂອງ ເກຼັກ, ຕາບໃດທີ່ບັນດາລະບອບການເງິນນີ້ ຍັງສາມາດຊຳລະໜີ້ສິນ ແລະ ຍັງມີຊັບສົມບັດຄ້ຳປະກັນທີ່ມີມຸນຄ່າ. ກ່ອນໜ້ານັ້ນ, ຜູ້ອຳນວຍການໃຫຍ່ ກອງທຶນສາກົນ IMF Christine Lagarrde ຖະແຫຼງວ່າ ຈະບໍ່ອະນຸຍາດໃຫ້ ເກຼັກ ເລື່ອນເວລາຊຳລະບ້ວງໜີ້ 2,5 ຕື້ ເອີໂຣ ຮອດເດືອນ 5 ໜ້ານີ້. ເຫດຜົນກໍແມ່ນວ່າ ບັນດາເຈົ້າໜີ້ຍັງບໍ່ທັນເຫັນດີສືບຕໍ່ຊ່ວຍກູ້ດ້ານການເງິນໃຫ້ ເກຼັກເພາະລັດຖະບານປະເທດນີ້ ຍັງບໍ່ທັນຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ເງື່ອນໄຂທີ່ໄດ້ວາງອອກຄືປະຕິຮູບການບໍລິຫານ ແລະ ສັງຄົມ, ຍູ້ແຮງການຫັນເປັນເອກະຊົນ ແລະ ປະຕິບັດການປະຢັດໃນການໃຊ້ຈາຍດ້ວຍເງິນງົບປະມານ. ທັງນີ້ກໍເປັນສິ່ງທ້າທາຍຕໍ່ອຳນາດການປົກຄອງ ເກຼັກ ແລະ ພາໃຫ້ ເກຼັກພວມຢືນຢູ່ຕໍ່ໜ້າໄພລົ້ມລະລາຍ.
ເກຼັກຍັງຄົງປາຖະໜາບັນລຸຂໍ້ຕົກລົງກັບບັນດາເຈົ້າໜີ້ສາກົນເພື່ອຮັບການປ່ອຍບ້ວງເງິນ 7,2 ຕື້ ເອີໂຣ |
ພື້ນຖານເສດຖະກິດພວມຕົກຢູ່ໃນສະພາບບໍ່ມີທາງອອກ
ໃນຈຸດເວລານີ້, ຄວາມເຄັ່ງຕຶງພວມປົກຄຸມໄປທົ່ວ ເກຼັກ , ພາຍຫຼັງທີ່ລັດຖະບານຂອງປະເທດນີ້ເກນໃຊ້ຊົ່ວຄາວ ສຳລັບແຫຼ່ງເງິນສະສົມຂອງບັນດາສຳນັກງານອຳນາດການປົກຄອງ, ອົງການແຫ່ງລັດ, ຈາກໂຮງໝໍ, ມະຫາວິທະຍາໄລຕະຫຼອດຮອດກອງທຶນຕ່າງໆເພື່ອຊ່ວຍລັດຊຳລະໜີ້ສິນ. ຈຳນວນເງິນທີ່ຕ້ອງຊຳລະຂອງ ເກຼັກໄດ້ຂຶ້ນເຖິງ 3 ຕື້ ເອີໂຣ. ໃນຕະຫຼອດໄລຍະເກີດ ວິກິດການໜີ້ສິນ ເປັນເວລາ 6 ປີທີ່ຜ່ານມາ, ເກຼັກ ຍັງບໍ່ທັນນຳໃຊ້ມາດຕະການໂດຍບັງຄັບເຊັ່ນນັ້ນ, ຊຶ່ງສະແດງໃຫ້ເຫັນສະພາບບໍ່ທາງອອກຂອງລັດຖະບານ ເກຼັກ ຂະນະທີ່ເງິນທຶນຍັງເຫຼືອບໍ່ເທົ່າໃດ ແລະ ຕໍ່ໜ້າກຳລັງດັນຈາກເຈົ້າໜີ້ນັບມື້ນັບເພີ່ມຂຶ້ນ.
ບັນດາອຳນາດການປົກຄອງທ້ອງຖິ່ນຢູ່ ເກຼັກໄດ້ຄັດຄ້ານຢ່າງຮຸນແຮງຕໍ່ຂໍ້ຕົກລົງນີ້ ແລະ ຖືວ່າ ເລື່ອງລັດຄຸ້ມຄອງແຫຼ່ງເງິນຂອງບັນດາທ້ອງຖິ່ນ ແມ່ນບໍ່ຍຸດຕິທຳ ແລະ ບໍ່ອາດຮັບຮູ້ໄດ້ ແລະ ສິ່ງນີ້ອາດຈະເຮັດໃຫ້ບັນດາອົງການສຳນັກງານທ້ອງຖິ່ນຕ້ອງຢຸດການເຄື່ອນໄຫວ. ແຕ່ເຖິງຢ່າງໃດກໍຕາມ, ໂດຍບໍ່ຫົວຊາຕໍ່ບັນດາຄຳເຫັນຄັດຄ້ານ, ລັດຖະບານ ເກຼັກ ຍັງຄົງປະຕິບັດຂໍ້ຕົກລົງນີ້ ຂະນະທີ່ຖືວ່າ ໃນຕົວຈິງ, ນີ້ແມ່ນຮູບການກູ້ຢືນທຶນໄລຍະສັ້ນຂອງລັດ ແລະ ແຫຼ່ງທຶນຕ່າງໆຈະຖືກມອບສົ່ງຄືນໃຫ້ທ້ອງຖິ່ນຕາມຄວາມຕ້ອງການໂດຍຈຳເປັນໃນຮອບເວລາ 15-20 ວັນ.
ແຕ່, ຈະເອົາແຫຼ່ງເງິນມາຈາກໃສ ເພື່ອຊຳລະບັນດາບ້ວງເງິນລະດົມນັ້ນ ? ລັດຖະບານ ເກຼັກ ຍັງບໍ່ທັນໃຫ້ຄຳຕອບເທື່ອ.
ແຜນການໃດເພື່ອໃຫ້ ເກຼັກ ສືບຕໍ່ປະຕິບັດ ?
ວັນທີ 24/4 ຊຶ່ງແມ່ນກຳນົດເວລາສຸດທ້າຍທີ່ບັນດາລັດຖະມົນຕີການເງິນເອີລົບ ໂຮມປະຊຸມຢູ່ລາດເວັຍ ເພື່ອຍົກອອກຂໍ້ຕົກລົງກ່ຽວກັບການຊ່ວຍກູ້ ເກຼັກ, ແຕ່ຮອດຈຸດເວລານີ້, ເກຼັກ ຍັງຄົງບໍ່ທັນມີໂຄງການປະຕິຮູບເສດຖະກິດຕາມຄວາມຕ້ອງການຂອງບັນດາເຈົ້າໜີ້ສາກົນເພື່ອຮັບການປ່ອຍບ້ວງເງິນ 7,2 ຕື້ ເອີໂຣທີ່ຍັງເຫຼືອໃນບ້ວງເງິນຊ່ວຍກູ້ລວມມຸ່ນຄ່າ 240 ຕື້ ເອີໂຣ ຊຶ່ງ EU ແລະ ກອງທຶນສາກົນ IMF ໄດ້ເຫັນດີສະຫງວນໃຫ້ແກ່ ເກຼັກ ນັບແຕ່ປີ 2010.
ປະຈຸບັນ, ຍັງບໍ່ທັນຮູ້ແຈ້ງວ່າ ເກຼັກ ຈະຖືກບັງຄັບຕ້ອງຖອນອອກຈາກ EU ຖ້າຫາກປະເທດນີ້ຖອນອອກຈາກພາກພື້ນນຳໃຊ້ສະກຸນເງິນເອີໂຣລວມ ຫຼືບໍ່ ?. ບັນດາມາຕະຖານຂອງ EU ອະນຸຍາດໃຫ້ບັນດາປະເທດຖອນອອກຈາກສະຫະພາບ, ແຕ່ກົດໝາຍທີ່ກ່ຽວຂ້ອງເຖິງບັນດາປະເທດບໍ່ເຂົ້າຮ່ວມການ ນຳໃຊ້ສະກຸນເງິນເອີໂຣລວມ ພັດບໍ່ຈະແຈ້ງ. ຖ້າຫາກ ເກຼັກຕ້ອງຖອນອອກຈາກ EU ນັ້ນ, ປະເທດນີ້ຈະຕ້ອງຕີລາຄາຄືນເລື່ອງສຳພັນທະມິດດ້ານເສດຖະກິດ, ການເມືອງ ແລະ ການທະຫານຂອງຕົນ. ເຖິງແມ່ນວ່າ ແຜນການນີ້ຍາກທີ່ຈະປະກົດຜົນເປັນຈິງ, ແຕ່ປະຈຸບັນ, ເກຼັກ ກະກຽມໃຫ້ແກ່ກໍລະນີທີ່ຊົ່ວຮ້າຍທີ່ສຸດຊຶ່ງອາດຈະເກີດຂຶ້ນ.