ເຂົ້າຮ່ວມການປ້ອງກັນລວມໝູ່: ການປ່ຽນໃໝ່ໃນນະໂຍບາຍປ້ອງກັນຄວາມສະຫງົບຂອງຍີ່ປຸ່ນ

ເຂົ້າຮ່ວມການປ້ອງກັນລວມໝູ່: ການປ່ຽນໃໝ່ໃນນະໂຍບາຍປ້ອງກັນຄວາມສະຫງົບຂອງຍີ່ປຸ່ນ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 1/7, ສຳພັນທະ​ມິດ​ກຳ​ອຳນາດ​ຢູ່​ຍີ່ປຸ່ນ, ​ເຊິ່ງລວມມີ​ພັກ​ປະຊາທິປະ​ໄຕ​ເສລີ ​(LDP) ແລະ ພັກ Komei (NKP) ​ໄດ້​ບັນລຸ​ຂໍ້​ຕົກລົງ​ອະນຸຍາດ​​ໃຫ້ປະຕິບັດ​ສິດ​ປ້ອງ​ກັນ​ລວມໝູ່​ຢ່າງ​ເປັນ​ທາງ​ການ. ຂໍ້​ຕົກລົງ​ນີ້​ໄດ້​ເປີດ​ຊ່ອງ​ທາງ​ໃຫ້​ລັດ​ຖະບານ​ຍີ່ປຸ່ນ​ຮັບຮອງ​ເອົາ​ມະຕິ​ອະທິບາຍ​ລັດຖະທຳ​ມະນູນສັນຕິພາບ​ປີ 1947 ​ຄືນ​ໃໝ່. ນີ້​ແມ່ນ​ການ​ປ່ຽນ​ແປງ​ທີ່​ມີ​ລັກສະນະ​ເປັນ​ບາດ​ລ້ຽວ​ໃນ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຍີ່ປຸ່ນ ນັບ​ແຕ່​ກຳລັງ​ປະກອບ​ອາວຸດ​ຍີ່ປຸ່ນ​​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນເມື່ອ​ປີ 1954.

        ນັບ​ແຕ່​ສິ້ນ​ສຸດ​ສົງຄາມ​ໂລກ​​​ເທື່ອ​ທີ 2, ມາດຕາ 9 ຂອງ​ລັດຖະທຳ​ມະນູນ, ຫຼື​ເອີ້ນ​ວ່າ ລັດຖະທຳ​ມະນູນສັນຕິພາບ​ປີ 1947, ກຳນົດວ່າ: ຍີ່ປຸ່ນ​ຍົກ​ເລີກ​ການ​ປຸກລະດົມ​ສົງຄາມ​ດ້ວຍ​ສິດ​ອຳນາດ​ແຫ່ງ​ລັດ, ບໍ່​ຮັກສາ​ກອງທັບ​ບົກ, ກອງທັບ​ເຮືອ, ກອງທັບ​ອາກາດ ​ແລະ ບັນດາ​ກຳລັງ​ສົງຄາມ​ອື່ນໆ​ໄວ້, ບໍ່ຮັບຮອງ​ສິດ​ສູ້​ຮົບ​ກັນ​ຂອງ​ລັດຕະຫຼອດ​ໄປ

        ພາຍຫຼັງ​ສົງຄາມເກືອບ 7 ທົດ​ສະ​ວັດ​, ຄຳ​ສັ່ງ​ດັ່ງກ່າວ​ໄດ້​ກົດ​ໜ່ວງ​​ໂຕ​ກຽວ​ ໃນ​ການ​ຮັບປະກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ກໍ່​ຄື​ເຂົ້າ​ຮ່ວມ​ການ​ຮັບປະກັນ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ. ຕໍ່ໜ້າ​ສະພາບ​ດັ່ງກ່າວ, ລັດຖະບານ​ຍີ່ປຸ່ນ ​ຢາກ​ອະທິບາຍ​ຄືນ​ມາດຕາ 9 ຂອງ ລັດຖະທຳ​ມະນູນສັນຕິພາບ​ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ. ​ແຕ່​ສິ່ງ​ດັ່ງກ່າວ​ຕ້ອງ​ໄດ້​ຮັບຄວາມ​ເຫັນ​ດີ​ຈາກ 2/3 ສສຊ ​ທັງ​ໝົດໃນ​ສະພາ​ແຫ່ງ​ຊາດ​ຍີ່ປຸ່ນ ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ສ່ວນ​ຫຼາຍ​ຂອງ​ປະຊາຊົນ​ໃນ​ການ​ທາ​ບທາມ​ຄວາມ​ເຫັນ.
ເປັນ​ເຈົ້າການ​ໃນ​ການປ້ອງ​ກັນ​ສະຫງົບ​​ແຫ່ງ​ຊາດ

  ຕໍ່ໜ້າ​ບັນດາ​ການ​ປ່ຽນ​ແປງ​ຂອງ​ສະພາບ​ໂລກ, ການ​ແກ້ງ​ແຍ້​ງດ້ານ​ກຳລັງ​ແຮງ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຢູ່​ອາຊີ-​ປາຊີ​ຟິກ, ການ​ອະທິບາຍ​ລັດຖະທຳ​ມະນູນ​ສັນຕິພາບ​ຄືນ​ໃໝ່​ຖືກ​ຖື​ວ່າ ຈະ​ເປີດ​ກ້ວາງ​ຄວາມ​ສາມາດ​ດ້ານ​ການ​ທະຫານ​ຂອງ​ຍີ່ປຸ່ນ ຫຼາຍ​ພໍ​ສົມຄວນ ດ້ວຍ​ການ​ຍົກ​ເລິກ​ຄຳ​ສັ່ງ​ເກືອດ​ຫ້າມ​ປະຕິບັດ​ສິດ​ປ້ອງ​ກັນ​​ລວມໝູ່​ຫຼື​ໄດ້​ຮັບ​ອະນຸຍາດ​ໜູນ​ຊ່ວຍ​ປະ​ເທດ​ພັນທະ​ມິດ​ພວມຖືກ​ບຸກໂຈມ​ຕີ. ​ເປັນ​ອັນວ່າ, ຍີ່ປຸ່ນ ສາມາດ​ນຳ​ໃຊ້​ກຳລັງ​ທະຫານ​ໃນ​ລະດັບ​ຕ່ຳ​ສຸດ​ໃນ​ບັນດາ​ກໍລະນີ​ພັນທະ​ມິດ​ຂອງ​ເຂົາ​ເຈົ້າຖືກບຸກ​ໂຈມ​ຕີ ​ແລະ ການ​ບຸກ​ໂຈມ​ຕີຄັ້ງນີ້​ມີ​ທັງ​ບັນດາ​ປັດ​ໄຈ​ຄື: ນາບຂູ່​ເຖິງ​ການ​ຄົງ​ຕົວ​ຂອງ​ປະ​ເທດ​ຍີ່ປຸ່ນ, ນາບ​ຂູ່​ໂດຍກົງ​ຕໍ່​ສິດ​ໄດ້​ດຳລົງ​ຊີວິດ, ສິດ​ເສລີພາບ ​ແລະ ມີ​ຄວາມ​ຜາ​ສຸກ​ຂອງ​ຊາວ​ຍີ່ປຸ່ນ. ການ​ປ່ຽນ​ແປງ​ລັດຖະທຳ​ມະນູນ ກໍ່​ໄດ້​ຜ່ອນຄາຍ​ບັນດາ​ຂໍ້​ຈຳກັດ​ສຳລັບ​​ການ​ເຄື່ອນ​ໄຫວຕ່າງໆ ​ຂອງ​ຍີ່ປຸ່ນ ​ໃນ​ບັນດາ​ໜ້າ​ທີ່​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ຮັບ​ມື​ກັບ​ບັນດາ​ການ​ປະ​ທະ​ກັນ​ຢູ່​ໃນ​ລະດັບ​ຕ່ຳ​.

   ​ເລື່ອງ​ໂຕ​ກຽວ ສາມາດ​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ໃນ​ພາກ​ພື້ນ​ຫຼາຍ​ກ່ວາ​ອີກ ຖືກ​ຖື​ວ່າ​ແມ່ນ​ບາດກ້າວ​ຫັນປ່ຽນ​ໃຫ່ຍສຳລັບ​​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ອາຊີ. ສາດສະດາຈານ Alan Dupont ຢູ່​ມະຫາວິທະຍາ​​ໄລ New South Wales ປະ​ເທດ​ອົດ​ສະ​ຕາ​ລີ ຕີ​ລາຄາ​ວ່າ, ຖ້າ​ຫາກ​ຜ່ານ​ລະບົບ​ການ​ເມື​ອງ​ຂອງຍີ່ປຸ່ນ​ໄດ້, ນີ້​ຈະ​ແມ່ນ​ການ​ປ່ຽນ​ແປງ​ສຳຄັນ​ທີ່​ສຸດ​ໃນ​ນະ​ໂຍບາຍ​ປ້ອງ​ກັນຊາ​ດຂອງ​ຍີ່ປຸ່ນ ນັບ​ແຕ່​ກຳລັງ​ປ້ອງ​ກັນ​​ໄດ້​ຮັບ​ການ​ສ້​າງຕັ້ງຂຶ້ນ​ເມື່ອ​ປີ 1954. ຕາມ​ທ່ານ Kunihiko Miyake ອະດີດ​ນັກ​ການ​ທູດ​ຍີ່ປຸ່ນ ​ແລ້ວ, ສຸດທ້າຍ, ຍີ່ປຸ່ນ ກໍ່​​ທ່ວງທັນ​ດ້ານມາດຖານ​​ຄວາມ​ສະຫງົບ​ປອດ​ໄພ​ທົ່ວ​ໂລກ​ໄດ້. ​ໃນ​ຂະນະ​ນັ້ນ, ທ່ານ Narushige Michishita ຜູ້​ຊ່ຽວຊານ​ດ້ານ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ໂຮງຮຽນ​ຄົ້ນຄ້ວາ​ນະ​ໂຍບາຍ​ແຫ່ງ​ຊາດ (GRIPS) ຢູ່​ຍີ່ປຸ່ນ ຖື​ວ່າ, ການ​ປ່ຽນ​ແປງ​ໃຫ່ຍສຳລັບນະ​ໂຍບາຍ​ປ້ອງ​ກັນ​ຊາດ ປ້ອງ​ກັນຄວາມ​ສະຫງົບຂອງ​ຍີ່ປຸ່ນ ຫຼັງ​ສົງຄາມ​ໂລກ​ຈະ​ຊ່ວຍ​ໃຫ້​ຍີ່ປຸ່ນ ​ປົກ​ປ້ອງ​ຕົນ​ເອງ​ໂດຍ​ພື້ນຖານ​ໄດ້.

ພັນທະ​ມິດ​ສະ​ນັບ​ສະ​ໜູນ, ຫຽງສຽງ​ສາກົນ​ບໍ່​ເຫັນ​ດີ​ເຫັນ​ພ້ອມ

   ມາ​ຮອດ​ປະຈຸ​ບັນ, ຫຼາຍ​ປະ​ເທດ, ​ໃນ​ນັ້ນມີ​ບັນດາ​ສຳພັນ​ທະ​ມິດ​ຂອງ​ຍີ່ປຸ່ນ ​ໄດ້ສະ​ໜັບສະ​ໜູນ​ແຜນການ​ອະທິ​ບາຍ​ລັດຖະທຳ​ມະນູນ​ສັນຕິພາບ​ຄືນ​ໃໝ່. ອາ​ເມ​ລິ​ກາ ສະໜັບສະໜູນ​ຍ້ອນ​ວ່າ​ຢາກ​ໃຫ້​ຍີ່ປຸ່ນ ມີ​ທີ່​ຕັ້ງດຸນ​ດ່ຽວ​ກ່ວາ​ໃນ​ພັນທະ​ມິດ​ການ​ທະຫານ​ອາ​ເມ​ລິ​ກາ-​ຍີ່ປຸ່ນ. ຖັດມາ​ແມ່ນ​ອົດ​ສະ​ຕາລີ, ຟີ​ລິບ​ປິນ ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ. ​ໃນ​ການ​ເຈລະຈາ​ຫວ່າງ​ແລ້ວ​ນີ້​ຢູ່​ພະ​ນົມ​ເປັນ ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Kishida, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ກຳປູ​ເຈຍ Hor Namhong ກໍ່​ຖື​ວ່າ, ​ແຜນການ​ຂອງ​ຍີ່ປຸ່ນ ​ເພື່ອ​ແນ​ໃສ່​ມອບ​ບົດບາດ​ໃຫ່ຍກ່ວາ​ໃຫ້​ແກ່​ກຳລັງ​ປ້ອງ​ກັນ​​ປະ​ເທດ​ນີ້ ​ແລະ ຈະ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ປະຊາ​ຄົມ​ໂລກ.

 ​ໃນ​ຂະນະ​ນັ້ນ, ຈີນ​ໃຫ້​ຮູ້​ວ່າ ປັກ​ກິ​ງຈະ​ຍົກ​ສູງ​ສະຕິ​ລະວັງ​ຕົວ​ຕໍ່​​ແຜນການຂອງ​ຍີ່ປຸ່ນ. ​ສ່ວນເຊີ​ອູ​ນ ກໍ່​ຍອມຮັບ​ວ່າການ​ປ້ອງ​ກັນ​​ລວມໝູ່ ​ແມ່ນ​ສິດ​ແຫ່ງ​ຊາດ​ຂອງ​ໂຕ​ກຽວ ​ແຕ່​ບໍ່​ຮັບ​ຮູ້​ຕໍ່​ເລື່ອງ​ກຳລັງ​ປ້ອງ​ກັນ​ຍີ່ປຸ່ນ (SDF) ​ຍື່ນ​ມື​​ເຂົ້າການ​ປະ​ທະ​ກັນ​ຢູ່​ແຫຼມ​ເກົາຫຼີ ​ເມື່ອ​ບໍ່​ທັນ​ມີ​ຂໍ້ສະ​ເໜີ​ໂດຍ​ກົງຈາກ ສ​ເກົາຫຼີ.

        ​ເລື່ອງ​ອະທິບາຍລັດຖະທຳ​ມະນູນສັນຕິພາບ​ຄື​ນ​ໃໝ່​ໄດ້​ກໍ່​ຄວາມ​ຖົກ​ຖຽງ​ກັນ​ໃນ​ຫາງ​ສຽງ​ຍີ່ປຸ່ນ, ​ໂດ​ຍບໍ່​ຫົວຊາ​ຕໍ່​ເລື່ອງ​ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ໄດ້ຢືນຢັນ​​ແລ້ວວ່າ​, ຍີ່ປຸ່ນ​ຈະ​ສືບ​ຕໍ່​ເປັນ​ປະ​ເທດ​ສັນຕິ​ພາບ ​ແລະ ກຳລັງ​ປ້ອງ​ກັນ​ຍີ່ປຸ່ນ (SDF) ຈະ​ບໍ່​ເຂົ້າ​ຮ່ວມ​​ບັ້ນ​ຮົບ​ດ້ານ​ການ​ທະຫານ​ຢູ່​ຕ່າງປະ​ເທດ. ໝາກຜົນ​ແຫ່ງ​ການ​ຢັ່ງ​ຄວາມ​ເຫັນ​ຈາກ​ປະຊາຊົນ​ຍີ່ປຸ່ນ​ ຫວ່າງ​ແລ້ວ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ທີ່​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​ກວ່າເຄິ່ງໜຶ່ງ​ໄດ້​ຄັດຄ້ານ​ແຜນການ​ນີ້ ​ແລະ ​ ປະຊາຊົນ​ຍີ່ປຸ່ນກວມ ​ເຄິ່ງໜຶ່ງ​ກໍ່​ໄດ້​ຄັດຄ້ານ​ການ​ຍົກ​ເລີກຄຳ​ສັ່ງ​ຫ້າມ​ກອງທັບ​ເຂົ້າ​ຮ່ວມບັ້ນ​ຮົບ​ຢູ່​ຕ່າງປະ​ເທດ.

        ​ເລື່ອງ​ບັນດາ​ພັກ​ການ​ເມືອງ​ໃນ​ສຳພັນ​ທະ​ມິດ​ກຳ​ອຳນາດ​ຢູ່​ຍີ່ປຸ່ນ​ ເຫັນ​ດີ​ຕໍ່​ການ​ປ່ຽນ​ໃໝ່​ໃນ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍຫຼັງ​ສົງຄາມ​ແມ່ນ​ສ້າງ​ຄວາມ​ສະດວກ​ໃນ​ເບື້ອງ​ຕົ້ນ​ໃຫ້​ແກ່​ທ່ານນາຍົກລັດຖະມົນຕີ Shinzo Abe​ ໃນ​ການ​ປະຕິບັດ​ແຜນການ​ເປັນ​ເຈົ້າ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ. ​ແຕ່​ຢາກ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມຈາກ​ປະຊາຊົນນັ້ນ ກໍ່​ແມ່ນສິ່ງ​​ທ້າ​ທາຍ​ຍາກ​ທີ່​ຈະ​ຜ່ານ​ຜ່າ​ໄດ້ ​ສຳລັບ​ສຳພັນ​ທະ​ມິດ​ກຳ​ອຳນາດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ