(vovworld)- ໃນຊຸມມື້ຫວ່າງມໍ່ໆມານີ້ ໃນເຄືອຂ່າຍອິນເຕີແນັດ ມີກຸ່ມຄົນຫນຶ່ງໄດ້ອ້າງຊື່ວ່າ“ເຄືອຂ່າຍ blogger ຫວຽດນາມ” ເພືື່ອເຜີຍແຜ່ອັນທີ່ເອີ້ນວ່າ “ຖະແຫລງການ 258” ໂດຍຖືວ່າ: ຫວຽດນາມ ຂາດສິດເສລີໃນການປາກເວົ້າ ແລະ ທວງໃຫ້ນຳໃຊ້ຕາມຮູບແບບສິດເສລີໃນການປາກເວົ້າຂອງເອີລົບຢູ່ຫວຽດນາມ”. ເຖິງຢ່າງໃດກໍຕາມ, ສິ່ງທີ່ຜູ້ໃດກໍຮູ້ຈັກເຖິງນັ້ນແມ່ນ ຢູ່ບໍ່ວ່າໃນປະເທດໃດສິດເສລີໃນການປາກເວົ້າ ກໍລ້ວນແຕ່ມີຂອບເຂດຂອງມັນ.
ມາຮອດປະຈຸບັນ, ປະຊາຄົມໂລກໄດ້ຕົກລົງນຳກັນບັນດາມາດຖານລວມກ່ຽວກັບສິດພື້ນຖານຂອງມະນຸດ, ໃນນັ້ນມີສິດເສລີໃນການປາກເວົ້າ. ມາດຕາ 10 ຂອງສົນທິສັນຍາສິດທິມະນຸດເອີລົບ ຊື່ງມີຜົນສັກສິດນັບແຕ່ວັນທີ 3/9/1953 ເປັນຕົ້ນໄປ ໄດ້ລະບຸໄວ້ຢ່າງລະອຽດວ່າ: “ທຸກຄົນລ້ວນແຕ່ມີສິດເສລີໃນການສະແດງຄຳເຫັນ. ສິດນີ້ລວມມີ ມີສິດເສລີໃນການສະແດງຄຳເຫັນ ແລະ ສິດເສລີໃນການແລກປ່ຽນບັນດາຂໍ້ມູນຂ່າວສານຫາກບໍ່ຈຳເປັນໄດ້ຮັບອະນຸຍາດຈາກອົງການມີສິດອຳນາດໃດ ແລະ ບໍ່ຈຳແນກພົມແດນ.
ພາບປະກອບ: internet
|
ເຖິງຢ່າງໃດກໍຕາມ, ມາດຕາດັ່ງກ່າວບໍ່ໝາຍຄວາມວ່າຫ້າມທຸກປະເທດສະມາຊິກ ວາງອອກບັນດາມາດຕະການຄວບຄຸມສຳລັບບັນດາວິສາຫະກິດດຳເນີນທຸລະກິດໃນຂົງເຂດກະຈາຍສຽງ, ໂທລະພາບ, ຮູບເງົາ. ການປະຕິບັດບັນດາສິດທີ່ກ່າວມາຂ້າງເທິງ ລວມມີ ບັນດາພັນທະ ແລະ ຄວາມຮັບຜິດຊອບ, ຮູບການ, ເງື່ອນໄຂ, ບັນດາຂໍ້ຈຳກັດຫລືມາດຕະການປັບໄຫມລົງໂທດຕ້ອງລະບຸໄວ້ຢ່າງຈະແຈ້ງໃນບັນດາເອກະສານນິຕິກຳ ມີການຄິດໄລ່ຊັ່ງຊາເຖິງຄວາມຈຳເປັນສຳລັບສັງຄົມປະຊາທິປະໄຕ, ເພື່ອຜົນປະໂຫຍດສຳລັບຄວາມໝັ້ນຄົງແຫ່ງຊາດ, ຜືນແຜນດິນອັນຄົບຖ້ວນ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ສະກັດກັ້ນອາດຊະຍາກຳ, ຮັກສາສຸຂະພາບ ແລະ ຄຸນສົມບັດ, ກຽດຕິຄຸນ ຫລື ກຽດຕິຍົດຂອງມະນຸດ, ສະກັດກັ້ນເລື່ອງເຜີຍແຜ່ບັນດາຂໍ້ມູນຂ່າວລັບ ຫລືເພື່ອຮັບປະກັນສິດອຳນາດ ແລະ ລັກສະນະເອກະລາດຂອງບັນດາອົງການຕຸລາການ.
ເປັນອັນວ່າ ສົນທິສັນຍາສິດທິມະນຸດ ເອີລົບ ໄດ້ກຳນົດບັນດາຫລັກການລວມກ່ຽວກັບສິດເສລີໃນການປາກເວົ້າ, ຕາມນັ້ນແລ້ວ ຜູ້ໃດກໍມີສິດສະແດງ, ແລກປ່ຽນທັດສະນະຂອງຕົນ ຫາກບໍ່ຈຳແນກທີ່ຕັ້ງໃນສັງຄົມ, ທາງເພດ, ພົມແດນ. ແຕ່ວ່າ ສົນທິສັນຍາກໍໄດ້ກຳນົດການປະຕິບັດບັນດາສິດດັ່ງກ່າວ ແລະ ຂໍ້ຈຳກັດຕ່າງໆທີ່ຖືກລະບຸໄວ້ໃນກົດໝາຍຂອງແຕ່ລະປະເທດ. ເພາະວ່າ ແຕ່ລະປະເທດລ້ວນແຕ່ອິງໃສ່ສະພາບຕົວຈິງຂອງຕົນເພື່ອຍົກອອກບັນດາກົດໝາຍ ແນໃສ່ຫັນເປັນລະອຽດການປະຕິບັດສິດເສລີໃນການປາກເວົ້າຂອງພົນລະເມືອງ.
ເມື່ອເວົ້າເຖິງມາດຕາ 258 ປະມວນກົດໝາຍອາຍາຫວຽດນາມ, ມາດຕານີ້ໄດ້ກຳນົດບັນດາ“ໂທດກຳສວຍໃຊ້ສິດເສລີ, ປະຊາທິປະໄຕລ່ວງລະເມີດຜົນປະໂຫຍດຂອງລັດ, ສິດ, ຜົນປະໂຫຍດຖືກຕ້ອງກັບກົດໝາຍຂອງອົງການ, ພົນລະເມືອງ.”
ແຕ່ກ່ອນມາຮອດປະຈຸບັນ, ບັນດາອຳນາດນິຕິບັນຍັດ, ອຳນາດບໍລິຫານຂອງຫວຽດນາມ ຍາມໃດກໍມີຫລັກຖານຢ່າງຄົບຖ້ວນຢັ້ງຢືນລັກສະນະວິທະຍາສາດຂອງກົດໝາຍ. ໝາຍຄວາມວ່າ ກົດໝາຍ ພຽງແຕ່ກຳນົດການກະທຳລະເມີດກົດໝາຍສຳລັບກໍລະນີສວຍໃຊ້ ແລະ ການກະທຳນີ້ ແມ່ນການລ່ວງລະເມີດຜົນປະໂຫຍດຂອງລັດ, ສິດ, ຜົນປະໂຫຍດຖືກຕ້ອງກັບກົດໝາຍຂອງອົງການ, ພົນລະເມືອງ”. ຖ້າຫາກການກະທຳບໍ່ສວຍໃຊ້, ພຽງແຕ່ແມ່ນການເຄື່ອນໄຫວເສລີໃນການປາກເວົ້າ, ເສລີໃນດ້ານສື່ມວນຊົນ, ເສລີໃນການເຊື່ອຖືສາສະຫນາ, ເສລີການການປະຊຸມ ແລະ ບັນດາສິດເສລີປະຊາທິປະໄຕອື່ນ ແມ່ນໄດ້ຮັບການສະຫນັບສະຫນູນຈາກລັດຖະທຳມະນູນ ແລະ ກົດໝາຍຂອງຫວຽດນາມ.
ເປັນອັນວ່າ ການກຳນົດໃນມາດຕາ 258 ຂອງປະມວນກົດໝາຍອາຍາ ຫວຽດນາມ ແມ່ນເໝາະສົມກັບສົນທິສັນຍາກ່ຽວກັບສິດທິມະນຸດເອີລົບ.
ຕ້ອງຢືນຢັນຕື່ມອີກວ່າ ມາດຕາ 258 ຂອງປະມວນກົດໝາຍອາຍາ ຫວຽດນາມ ຍັງເໝາະສົມກັບສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງປີ 1966. ຕາມນັ້ນແລ້ວ, ສິດເສລີໃນການປາກເວົ້າບໍ່ແມ່ນສິດທີ່ບໍ່ມີຂອບເຂດ, ບໍ່ມີພົມແດນ. ສິດເສລີໃນການປາກເວົ້າ ຕ້ອງເຄົາລົບສິດຂອງຜູ້ອື່ນ ແລະ ຕ້ອງຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັບປະກັນສຸຂະພາບ ແລະ ຄຸນສົມບັດສັງຄົມ. ເປັນອັນວ່າ ບໍ່ອາດປະຕິເສດ ລັກສະນະດ້ານກົດໝາຍ, ວິທະຍາສາດຢ່າງຈະແຈ້ງຂອງມາດຕາ 258 ແມ່ນປະຕິບັດຕາມຫລັກການດັ່ງກ່າວຂອງສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເມືອງ ແລະ ການເມືອງປີ 1966 ແລະ ບັນດາສົນທິສັນຍາສາກົນອື່ນທີ່ກ່ຽວຂ້ອງເຖິງສິດເສລີໃນການປາກເວົ້າ.
ກ່ຽວກັບເລື່ອງ “ກຸ່ມ blogger ຫວຽດນາມ” ທວງນຳໃຊ້ຮູບແບບສິດເສລີໃນການປາກເວົ້າຂອງຝ່າຍຕາເວັນອຕົກຢູ່ຫວຽດນາມ. ກຸ່ມຄົນດັ່ງກ່າວບໍ່ຮູ້ວ່າ ບໍ່ສາມາດມີສິດເສລີໂດຍບໍ່ກຳນົດຂອບເຂດ, ນັບທັງບັນດາປະເທດ ເອີລົບ ທີ່ໄດ້ເຂົ້າຮ່ວມການຮຽບຮຽງບັນດາສົນທິສັນຍາສາກົນ ທີ່ມີສ່ວນກ່ຽວຂ້ອງເຖິງສິດເສລີໃນການປາກເວົ້າ ແລະ ໄດ້ຮັບຖືວ່າ ແມ່ນແບບຢ່າງກ່ຽວກັບສິດເສລີໃນການປາກເວົ້າ. ກົດໝາຍກ່ຽວກັບສິດເສລີໃນການປາກເວົ້າຂອງ ຝລັ່ງ ໄດ້ວາງອອກບັນດາຂໍ້ກຳນົດຢ່າງເຂັ້ມງວດເພື່ອປັບໄຫມລົງໂທດຜູ້ໃດສວຍໃຊ້ສິດເສລີໃນການປາກເວົ້າທີ່ສົ່ງຜົນສະທ້ອນເຖິງສິດ, ຜົນປະໂຫຍດຖືກຕ້ອງກັບກົດໝາຍຂອງຜູ້ອື່ນ. ກົດໝາຍຂອງປະເທດນີ້ ກໍໄດ້ວາງອອກບັນດາຂໍ້ກຳນົດເພື່ອປົກປ້ອງຜົນປະໂຫຍດພື້ນຖານຈຳນວນຫນຶ່ງຂອງປະເທດຊາດ ຄື: ຫ້າມຈຳຫນ່າຍບາງເອກະສານທີ່ກ່ຽວຂ້ອງເຖິງຄວາມສະຫງົບປອດໄພແຫ່ງຊາດ ຫລື ບັນດາເອກະສານກ່ຽວຂ້ອງເຖິງລາຍຄະດີພວມໃນວິວັດການພິພາກສາ, ຍ້ອງຍໍນັກໂທດສົງຄາມ ແລະ ໂທດກຳຕ້ານມວນມະນຸດ.
ຄວາມຈິງ ບໍ່ພຽງແຕ່ຢູ່ ຫວຽດນາມ ຈຶ່ງມີຂໍກຳນົດປັບໄຫມລົງໂທດສຳລັບບັນດາການກະທຳສວຍໃຊ້ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນເພື່ອລະເມີດກົດໝາຍ ຫາກຢູ່ ຝລັ່ງ ຫລື ອາເມລິກາ, ເຢຍລະມັນ, ສເກົາຫລີ, ສິງກະໂປ… ລ້ວນແຕ່ມີກົດໝາຍ ແລະ ມາດຕາປັບໄຫມລົງໂທດຢ່າງເຂັ້ມງວດບັນດາການກະທຳສວຍໃຊ້ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ.
ເປັນທີ່ຈະແຈ້ງແລ້ວວ່າ ບໍ່ວ່າຢູ່ປະເທດໃດ ສິດເສລີໃນການປາກເວົ້າກໍລ້ວນແຕ່ກຳນົດໃນຂອບເຂດດ້ານກົດໝາຍ. ສິ່ງດັ່ງກ່າວແມ່ນນອນໃນຂອບເຂດການປະຕິບັດສິດທິມະນຸດຕາມບັນດາກົດໝາຍລະຫວ່າງປະເທດ ແລະ ສົນທິສັນຍາສາກົນ ຊື່ງປະຊາຄົມໂລກໄດ້ຕົກລົງນຳກັນ.