ຕົ້ນອາທິດນີ້, ອາເມລິກາໄດ້ຢຸດການສະໜອງຂໍ້ມູນຂ່າວສານດ້ານການທະຫານຢູ່ເອີລົບໃຫ້ແກ່ລັດເຊຍ. ເຫດຜົນທີ່ອາເມລິກາຍົກອອກມານັ້ນ ແມ່ນ ລັດເຊຍບໍ່ປະຕິບັດບັນດາຂໍ້ມາດຕາໃນສົນທິສັນຍາບັນດາກຳລັງ ປະກອບອາວຸດທຳມະດາຢູ່ເອີລົບ. ເຫດການນີ້ໄດ້ເກີດຂຶ້ນໃນສະພາວະທີ່ລັດເຊຍຖະແຫຼງວ່າ ຍັງອາດຈະເຈລະຈາກັບ ອາາເມລິກາກ່ຽວກັບລະບົບປ້ອງກັນລູກສອນໄຟ NMD ຢູ່ເອີລົບ, ອັນໄດ້ເຮັດໃຫ້ຫາງສຽງຕ້ອງຕັ້ງຄຳຖາມວ່າ ອາເມລິກາພວມຄິດໄລ່ຊັ່ງຊາບັນຫາຫຍັງ ກັບລັດເຊຍ ແລະ ການກະທຳນີ້ຈະສົ່ງຜົນກະທົບຄືແນວໃດເຖິງການພົວພັນ ລັດເຊຍ- ອາເມລິກາໃນອະນາຄົດ ?
ດ້ວຍບັນດາເຫດການໃນມໍ່ມານີ້, ອາດຈະເຫັນໄດ້ວ່າ ອຳນາດການປົກຄອງ ວໍຊິງຕັນ ຕົກລົງຢຸດການສະໜອງຂໍ້ມູນຂ່າວສານກ່ຽວກັບອາວຸດບັນດາປະເພດທຳມະດາແລະ ການເຄື່ອນໄຫວດ້ານການທະຫານຂອງ ອາເມລິກາ ຢູ່ເອີລົບໃຫ້ແກ່ລັດເຊຍ, ແມ່ນສິ່ງທີ່ສາມາດທຳນາຍໄດ້ລ່ວງໜ້າ. ແຕ່ດົນນານມາແລ້ວ, ອາເມລິກາກໍ່ບໍ່ພໍໃຈກັບລັດເຊຍໃນຫຼາຍບັນຫາ, ໃນນັ້ນພົົ້ນເດັ່ນຂຶ້ນຍັງຄົງແມ່ນເລື່ອງລັດເຊຍຄັດຄ້ານ ອາເມລິກາ ກໍ່ສ້າງລະບົບປ້ອງກັນລູກສອນໄຟຢູ່ເອີລົບ NMD. ເຖິງວ່າ ວໍຊິງຕັນ ແລະ ມົດສະກູໄດ້ບັນລຸສັນຍາກ່ຽວກັບ NMD ຢູ່ທີ່ກອງປະຊຸມສຸດຍອດ ລັດເຊຍ-ນາໂຕ ຢູ່ ລິດບອນ ເມື່ອເດືອນພະຈິກປີກາຍແລ້ວກໍ່ຕາມ, ແຕ່ມາຮອດປະຈຸບັນ, ການຮ່ວມມືໃໝ່ນີ້ຍັງຄົງເປັນພຽງລາຍລັກອັກສອນເທົ່ານັ້ນ, ແລະຍັງບໍ່ທັນເຂົ້າສູ່ຕົວຈິງເທື່ອ. ຍາມໃດລັດເຊັຍ ກໍ່ຮັກສາທັດສະນະທີ່ວ່າ ລະບົບປ້ອງກັນລູກສອນໄຟ ດ້ວຍຮູບແບບທີ່ທາງຝ່າຍ ອາເມລິການຳສະເໜີນັ້ນ ອາດຈະເຮັດໃຫ້ລະບົບຫຼັກການສະເໝີພາບປ່ຽນແປງຢ່າງແຂງແຮງ, ພ້ອມກັນນັ້ນ, ອາດຈະເຮັດໃຫ້ລັດເຊຍຢືນຢູ່ຕໍ່ໜ້າສິ່ງທ້າທາຍດ້ານຄວາມ ສະຫງົບປອດໄພ.
ຍ້ອນເຫດນີ້ເອງ, ຂໍ້ຕົກລົງຂອງ ອາເມລິກາຖືກຖືວ່າແມ່ນການກະທຳເພື່ອແນ່ໃສ່ໂຕ້ຕອບລັດເຊຍ. ພວກເຮົາຄວນຄິດຄືນເບິ່ງວ່າ ໃນຕົ້ນອາທິດນີ້, ປະທານາທິບໍດີລັດເຊຍ Medvedev ໄດ້ຖະແຫຼງວ່າ ຍັງອາດຈະເຈລະຈາກັບ ອາເມລິກາກ່ຽວກັບ NMD ຢູ່ເອີລົບ. ຫຼັກໝັ້ນທີ່ ລັດເຊຍຍົກອອກມານັ້ນ ແມ່ນການພົວພັນ ລັດເຊຍ - ອາເມລິກາ ເຖິງວ່າໃນຂົງເຂດເສດຖະກິດ ຫຼື ການທະຫານ ແມ່ນຕ້ອງໄດ້ຮັບການກໍ່ສ້າງບົນຫຼັກການສະເໝີພາບ ຕ່າງຝ່າຍຕ່າງມີຜົນປະຫຍດ. ປັດໃຈສະເໝີພາບ ໄດ້ຮັບການເນັ້ນໜັ້ກເປັນພິເສດຈາກ ປະທານາທິບໍດີລັດເຊັຍ Medvedev ຂະນະທີ່ທ່ານຖືວ່າ ບັນດາເງື່ອນໄຂທີ່ລັດເຊຍຍົກອອກມາແມ່ນເພື່ອແນ່ໃສ່ປົກປັກຮັກສາອະທິປະໄຕ ແລະ ຜົນປະໂຫຍດແຫ່ງຊາດ ແລະ ໃນຂະນະທີ່ປະເທດລັດເຊຍ ຍັງບໍ່ທັນໄດ້ຮັບການຮັບປະກັນເປັນລາຍລັກອັກສອນ ກ່ຽວກັບເລື່ອງລະບົບ NMD ແມ່ນບໍ່ເພື່ອແນ່ໃສ່ຕ້ານຄືນລັດເຊຍນັ້ນ, ປະເທດ ລັດເຊຍ ຈະມີສິດປ້ອງກັນຕົວ. ປະທານາທິບໍດີລັດເຊຍ Medvedev ຫາກໍ່ປະກາດບັນດາມາດຕະການໂຕ້ຕອບ ທີ່ລັດເຊຍຈະນຳໃຊ້ໃນກໍລະນີ ເອເມລິກາ ແລະ ນາໂຕ ຜັນຂະຫຍາຍລະບົບປ້ອງກັນລູກສອນໄຟຢູ່ເອີລົບ ຫາກບໍ່ຄິດໄລ່ເຖິງຫຼັກໝັ້ນແລະຜົນປະ
ໂຫຍດຂອງລັດເຊຍ. ແຕ່ສຳລັບ ອາເມລິກາແລ້ວ, ປະຕິກິລີຍາຂອງ ລັດເຊຍ ສືບຕໍ່ແມ່ນສິ່ງທີ່ບໍ່ອາດຮັບຮູ້ໄດ້. ວົງການນັກໃຈ້ແຍກຖືວ່າ : ອາເມລິກາຕັດສິນຢຸດການສະໜອງຂໍ້ມູນຂ່າວສານໃຫ້ແກ່ ລັດເຊຍນັ້ນ ກໍ່ແມ່ນການປ່ຽນແປງຍຸດທະສາດຂອງ ອາເມລິກາ ທີ່ມີຕໍ່ລັດເຊຍ ແລະ ເປັນທີ່ຈະແຈ້ງແລ້ວວ່າ ນັ້ນແມ່ນສານກ່າວເຕືອນສະບັບໃໝ່ວ່າ ຈະບໍ່ມີເລື່ອງ ອາເມລິກາ ສືບຕໍ່ຜ່ອນສັ້ນຜ່ອນຍາວກັບ ລັດເຊຍ ໃນບັນຫາ NMD ຢູ່ເອີລົບກໍຄືໃນທຸກໆຂົງເຂດອື່ນໆ.
ໃນຕົວຈິງ, ຄວາມຂັດແຍ່ງກັນ ລະຫວ່າງ ລັດເຊຍ - ອາເມລິກາ ບໍ່ແມ່ນເລື່ອງໃໝ່ອ່ຽມແຕ່ຄຳຖະ
ແຫຼງຂອງ ອາເມລິກາ ໂດຍຢຸດການສະໜອງຂໍ້ມູນຂ່າວສານດ້ານການທະຫານຢູ່ເອີລົບໃຫ້ແກ່ລັດເຊຍນັ້ນ, ໄດ້ສະແດງໃຫ້ເຫັນການຄິດໄລ່ຊັ່ງຊາໃໝ່ ຂອງປະທານາທິບໍດີ ອາເມລິກາ. ພາຍຫຼັງຫຼາຍປີທີ່ບໍ່ສາມາດຊອກຫາໄດ້ສຽງເວົ້າລວມນັ້ນ, ກາລະໂອກາດສົນທະນາຫາລື ລັດເຊຍ - ອາເມລິກາ ນັບມື້ນັບມີຄວາມສະດວກຫຼາຍຂຶ້ນ ຂະນະທີ່ເວທີການເມືອງ ອາເມລິກາ ແລະ ລັດເຊຍ ພວມກະກຽມໃຫ້ແກ່ການເຄື່ອນໄຫວໃໝ່. ປະທານາທິບໍດີ ອາເມລິກາ ພວມຢູ່ໃນໄລຍະສຸດທ້າຍຂອງອາຍຸການຂອງຕົນ ແລະ ປະທານາທິບໍດີລັດເຊຍ Medvedev ກໍ່ໃກ້ຈະໝົດອາຍຸການນຳພາປະເທດ ລັດເຊຍ 4 ປີ . ສຳລັບທ່ານ Obama ຜູ້ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນຂົງເຂດເສດຖະກິດສັງຄົມນັ້ນ, ການຊອກຫາກາລະໂອກາດໃໝ່ເພື່ອປັບປຸງອິດທິພົນຊື່ສຽງແລະດຶງດູດການສະໜັບສະໜູນຂອງຜູ້ມີສິດເລືອກຕັ້ງ ອາເມລິກາ ແມ່ນສິ່ງທີ່ຈຳເປັນທີ່ສຸດ. ບັນດາການຢັ່ງຫາງສຽງຄັ້ງມໍ່ໆມານີ້ລ້ວນແຕ່ສະແດງໃຫ້ເຫັນວ່າ ອິດທິພົນຊື່ສຽງຂອງປະທານາທິບໍດີ Obama ຖືກຫຼຸດລົງຫຼາຍ. ເພາະສະນັ້ນ, ການຊອກຫາວິທີການແກ້ໄຂໃໝ່ຈະຊ່ວຍທ່ານ Obama ມີຄວາມໝັ້ນໃຈກ່ວາກ່ອນກ້າວສູ່ການເລືອກຕັ້ງປະທານາທິບໍດີ ອາເມລິກາປີ 2012.
ການຕັດສິນທີ່ແຂງກະດ້າງຂອງ ອາເມລິກາ ອາດຈະກໍ່ຄວາມຂັດແຍ່ງໃໝ່ໃນ ການພົວພັນ ລັດເຊຍ - ອາເມລິກາ ແລະທຸກຂໍ້ຕິດຂັດໃນສາຍພົວພັນນີ້ ລ້ວນແຕ່ພາໄປເຖິງໄພອັນຕະລາຍທີ່ບໍ່ອາດຄາດຄິດລ່ວງໜ້າໄດ້. ເຖິງວ່າຍັງໄວເກີນໄປເມື່ອເວົ້າເຖິງເລື່ອງສົງຄາມເຢັນອາດຈະກັບຕ່າວຄືນມາ, ແຕ່ດ້ວຍທຸກສິ່ງທຸກຢ່າງ ທີພວມເກີດຂຶ້ນ, ພິເສດແມ່ນທ່າທີແຂງແກ່ນຂອງ ອາເມລິກາ ທີ່ມີຕໍ່ລັດເຊຍນັ້ນ, ກໍ່ຍາກທີ່ຈະຄອຍຖ້າສັນຍານອັນຕັ້ງໜ້າໃນການພົວພັນ ລັດເຊຍ - ອາເມລິກາ ໃນໄລຍະທີ່ຈະມາເຖິງ.