ເປີດໄລຍະໃຫມ່ໃນການພົວພັນລະຫວ່າງ ຫວຽດນາມ ແລະ ອີຕາລີ

(vovworld)- ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ພວມ​ຢ້ຽມຢາມ ສາທາລະນະ​ລັດ ອີ​ຕາ​ລີ ຢ່າງ​ເປັນ​ທາງ​ການ ​​ກົງ​ກັບ​ໂອກາດ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ ລະຫວ່າງ​ສອງ​ປະ​ເທດ, ການ​ຢ້ຽມຢາມ​ຂອງ​ຜູ້ນຳ​ພັກ​ກອມ​ມູນິດ ຫວຽດນາມ ຍັງ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ ນັ້ນ​ແມ່ນ ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ຖະ​ແຫລ​ງການ​ຮ່ວມ​ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຢ່າງ​ເປັນ​ທາງ​ການ. ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເມືອງ​ຢ່າງ​ແຂງ​ແຮງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ ຈະ​ເປັນ​ປະຖົມ​ປັດ​ໃຈ​ ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຕາ​ລີ​ກ້າວ​ເຂົ້າສູ່​ໄລ​ຍະ​ໃຫມ່, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ.

ກໍ​ເຊັ່ນ​ດຽວກັນ​ກັບ​ຫລາຍ​ປະ​ເທດ​ອື່ນ​ຢູ່ ​ເອີ​ລົບ, ​ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ,​ ຍາ​ດ​ເອົາ​ເອກະລາດ,​ ​ເສ​ລິ​ພາບ ​ແລະ ສັນຕິພາບ, ປະຊາຊົນ ຫວຽດນາມ ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຢ່າງ​ແຮງ​ຈາກ​​ເພື່ອນ​ມິດ ອີ​ຕາ​ລີ. ມີ​ ຊາວ​ຫວຽດນາມ ລຸ້ນຫນຶ່ງ​ຢູ່ອີ​ຕາ​ລີ ​ໃນ​ຊຸມ​ປີ​ທີ່​ຫຍຸ້ງຍາກ​ລຳ​ບາກ​ນັ້ນ ​ໄດ້​ລົງ​ຖະຫນົນ​ສະຫນັບສະຫນູນຫວຽດນາມ ​ເພື່ອ​ມະ​ໂນ​ທຳ ​ແລະ ຍຸຕິ​ທຳ.

ເປີດໄລຍະໃຫມ່ໃນການພົວພັນລະຫວ່າງ ຫວຽດນາມ ແລະ ອີຕາລີ - ảnh 1
ທ່ານ​ເລຂາທິການ​ໃຫຍ່ຫງວຽນ​ຟູ​ຈ້ອງ ແລະ ທ່ານ ປະທານາທິບໍດີ
 ອີຕາລີ Napolitano

40 ປີຜ່ານມາ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ, ​ພິ​ເສດ​ນັບ​ແຕ່​ພາຍຫລັງ ຫວຽດນາມ ດຳ​ເນີນ​ກິດຈະການ​ສ້າງສາ​ປະ​ເທດ​ຊາດ​ ພາຍຫລັງ​ສົງ​ຄາມ ຄືນ​ໃຫມ່​, ກ້າວ​ເຂົ້າ​ສູ່​ໄລຍະ​ປ່ຽນ​ແປງ​ໃຫມ່, ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຕາ​ລີ ​ໄດ້​ພັດທະນາ​ຢ່າງ​ຕັ້ງຫນ້າ,​ ຮອບດ້ານ. ອີ​ຕາ​ລີ ​ແມ່ນ​ປະ​ເທດ​ທຳ​ອິດຢູ່​​ເອີ​ລົບ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເຫນືອ ​ໄດ້​ຕັ້ງຫນ້າ​ສະຫນັບສະຫນູນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ລະຫວ່າງ ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ​ໃຫຍ່​ກໍ​ຄື​ຫັນ​ການ​ພົວພັນລະຫວ່າງ ຫວຽດນາມ ​ແລະ ບັນດາ​ອົງການ​ການ​ເງິນ,​ ການ​ຄ້າ, ​ເງິນຕາ​ສາກົນ​ເປັນ​ປົກກະຕິ.

ຍາມ​ໃດ ສອງ​ປະ​ເທດກໍ​ຖື​ບົດບາດ, ທີ່​ຕັ້ງ​ຂອງ​ກັນ​ເປັນ​ສຳຄັນ, ​ແລກປ່ຽນ​ເສດຖະກິດ, ການ​ຄ້າ, ການ​ລົງ​ທືນສອງ​ຝ່າຍ​ໃຫ້​ພັດທະນາ​ເປັນ​ປົກກະຕິ. ຍາມ​ໃດ​ການ​ນຳ​ຂັ້ນ​ສູງ​ຂອງ ອີ​ຕາ​ລີ ກໍ​ຢືນຢັນ​​ເຖິງຄວາມ​ຕິດ​ສິນ​ໃຈ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ກັບ ຫວຽດນາມ, ຖື ຫວຽດນາມ ​ແມ່​ນປະ​ເທດ​ບຸລິມະສິດ​​ໃນ​ການພັດທະນາ​ການ​ພົວພັນ​ຢູ່ ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ​ແມ່ນ​ປະ​ເທດ​ຊຶ່ງ​ບັນດາ​ວິ​ສາ​ຫະກິດ ອີ​ຕາ​ລີ ເລືອກ​ເຟັ້ນ​ເຂົ້າມາ​ລົງທຶນນັບ​ແຕ່​ນີ້​ຮອດ​ປີ 2020. ພິ​ເສດ ​ໃນ​ຫລາຍ​ປີຜ່ານມາ, ອີ​ຕາ​ລີ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ຕົ້ນຕໍ​ຂອງ ຫວຽດນາມ ​ໃນ​ອີ​ຢູ. ​ໃນ​ສະພາບ​​ເສດຖະກິດ​ໂລກ ​ແລະ ປະ​ເທດ​ຈຳ​ນວນ​ຫນຶ່ງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ການ​ແລກປ່ຽນ​ດ້ານ​ການ​ຄ້າ​ສອງ​ສົ້ນ​ສືບ​ຕໍ່​ບັນລຸ​ລະດັບ​ຈະ​ເລ​ີນ​ເຕີບ​ໂຕ​ດີ​ພໍ​ສົມຄວນ​ໃນ​ປີ 2011 ​ແລະ 2012 (​​​ເພີ່ມ​ຂື້ນກວ່າ 38% ​ໃນປີ 2011, ບັນລຸ​ປະມານ 2,53 ຕື້​ໂດ​ລາ​ສະຫະລັດ ​ແລະ ເພີ່ມ​ຂຶ້ນ​ກວ່າ 10%​ ​​ໃນປີ 2012,  ​ບັນລຸປະມານ 2,8 ຕື້​ໂດ​ລາ​ສະຫະລັດ). ທ່ານ ​ເລ​ຫາຍ​ບີ່​ງ, ຫົວຫນ້າ​ກົມ​ນະ​ໂຍບາຍ​ການ​ຕ່າງປະ​ເທດ, ສັງ​ກັດ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຖື​ວ່າ:

ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຕາ​ລີ ພວມ​ພັດທະນາ​ຢ່າງ​ຕັ້ງຫນ້າ​ທີ່​ສຸດ.ສະ​ແດງ​ອອກ​ຜ່ານ​ເລື່ອງ: ທີ​ຫນຶ່ງ ອີ​ຕາ​ລີ ​ໄດ້​ຮັບ​ຮູ້​ກົດ​ລະບຽບ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຂອງ ຫວຽດນາມ​ໃນ​ປີ 2012, ປາດ​ຖະຫນາ​ຢາກ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ. ການ​ຢ້ຽມຢາມ​ທີ່​ສຳຄັນ​ຂອງ​ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນຟູ​ຈ້ອງ ຄັ້ງ​ນີ້ ກໍ​​ແມ່ນ​ເພື່ອ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ ລະຫວ່າງ ຫວຽດນາ ​ແລະ ອີ​ຕາ​ລີ, ສ້າງ​ເປັນ​ຂີດ​ໝາຍ​ໃນ​ໄລຍະ​ແຫ່ງ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ໃນ 40 ປີຜ່ານມາ.”

​ເພື່ອ​ຜັນ​ຂະຫຍາຍ​ຄວາມ​ຕັດສິນ​ໃຈ​ຢ່າງ​​​ແຮງຂອງ​ການ​ນຳ​ສອງ​ປະ​ເທດ ນຳ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຕາ​ລີ ​ໃຫ້ກ້າວ​ເຂົ້າ​ສູ່​ໄລຍະ​ໃຫມ່, ບັນດາ​ອົງການ​ກ່ຽວ​ຂອ້ງ, ກະຊວງ​ຂະ​ແຫນງ​ການ​ສອງ​ປະ​ເທດ ​ໄດ້ ​ແລະ ພວມ​ມີ​ແຜນການ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​. ຫນຶ່ງ​ໃນ​ບັນດາ​ເຫດການ​ເປີດ​ສາກ​ໃຫ້​ແກ່​​ການ​ເຄື່ອນ​ໄຫວ​ຕ່າງໆໃນ​ປີ​ນີ້, ​ແມ່ນ “ຊຸມ​ມື້​ວັດທະນະທຳ ຫວຽດນາມ ຢູ່ ອີ​ຕາ​ລີ ” ພວມ​ດຳ​ເນີນ​ໄປ​ຢູ່ ນະຄອນຫລວງ ​ໂຣມ. ບໍ່​ພຽງ​ແຕ່​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ອີ​ຕາ​ລີ ​ເທົ່າ​ນັ້ນ, ຊຸມ​ມື້​ວັດທະນະທຳ ຫວຽດນາມ ຍັງ​ປະກອບສ່ວນ​ເປີດ​ກວ້າງ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ, ​ແນະນຳ​ວັດທະນະທຳ, ​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ​​ເຖິງ ປະຊາຊົນອີ​ຕາ​ລີ ອີກ​ດ້ວຍ. ທ່ານ ​ເຈີ​ນ​ແທນ​ຫາຍ, ອະດີດ​ທີ່​ປຶກສາ​ດ້ານ​ການ​ຄ້າ ​ສະຖານ​ທູດ ຫວຽດນາມ ຢູ່ ອີ​ຕາ​ລີ ​ໃຫ້​ຮູ້​ວ່າ:

 “ອາດ​ເວົ້າ​ໄດ້​ວ່າ,​ ມາ​ຮອດ​ປະຈຸ​ບັນ ປະຊາຊົນ ອີ​ຕາ​ລີ ບໍ່​ທັນ​ເຂົ້າ​ໃຈ​ໄດ້​ວ່າ ຫວຽດນາມ ແມ່ນ ປະ​ເທດ ທີ່ມີ​ຄວາມ​ສາມາດ​ບົ່ມ​ຊ້ອນດ້ານ​ທ່ອງ​ທ່ຽວ​ຫລາຍ​ຢ່າງ​. ​ແລະ ພິ​ເສດ ແມ່ນ​ມີບັນດາ​ເຂດ​ປູຊະນີ​ຍາ​ສະຖານ​, ທັດ​ສະ​ນີຍະ​ພາບ​ລື​ຊື່​ຄື: ອ່າວ​ຮ້າ​ລອງ. ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ການເຮັດ​ວຽກ​ກັບກະ​ຊວງ​ທ່ອງ​ທ່ຽວ ອີ​ຕາ​ລີ ​ແລະ ສະຫະ​ສະມາຄົມ​ທ່ອງ​ທ່ຽວ​ຈຳນວນ​ຫນຶ່ງ​ຢູ່ບັນດາ​ນະຄອນ​ໃຫຍ່ຂອງ ອີ​ຕາລີ ​ເພື່ອ​ໂຄສະນາ​ພາບ​ພົດ​ກ່ຽວ​ກັບ​ການທ່ອງທ່ຽວ ຫວຽດນາມ ​ເວົ້າ​ລວມ. ການ​ເຄື່ອນ​ໄຫວ​ໂຄສະນາ​ແມ່ນ​ປັດ​ໄຈ​ຈຳ​ເປັນ​ທີ່​ສຸດ. ຜ່ານ​ນັ້ນ ຈະ​ດຶງ​ດູດ ນັກ​ທ່ອງ​ທ່ຽວ​ມາຢ້ຽມຢາມ ຫວຽດນາມ.”

ນອກຈາກ​ຂົງ​ເຂດ​ວັດທະນະທຳ, ການທ່ອງທ່ຽວ, ສອງ​ຝ່າຍ​ຍັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ກິລາ. ... ທີ່​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ. ການ​ຮ່ວມ​ມື​ດ້ານ​ສຶກສາ,​ບຳລຸງ​ສ້າງ ​ແລະ ຄົ້ນ​ຄ້ວາ​ວິທະຍາສາດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ສອງ​ຝ່າຍ. ຫວຽດນາມ ​ແລະ ອີ​ຕາ​ລີ ພວມ​ກະກຽມ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ຫລາຍ​ສະບັບ​ ເ​ພື່ອຜັນ​ຂະຫຍາຍ​ບັນດາ​ໂຄງການ​ຫນູນ​ຊ່ວຍ​ນັກ​ສຶກສາ ຫວຽດນາມ ​ໄປ​ຮ່ຳຮຽນ ​ແລະ ບັນດາ​ໂຄງກາ​ນຮ່ວມ​ມືຄົ້ນ​ຄ້ວາ​ວິທະຍາສາດ ຢູ່ ອີ​ຕາ​ລີ​ໃນ​ໄລຍະ​ຈະ​ມາ​ເຖິງ. ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງສອງ​ປະ​ເທດ​ຄື: ຮ່າ​ໂນ້ຍ ກັບ​ໂຣມ, ນະ​ຄອນ​ໂຮ່ຈິ​ມິນ ກັບ​ມີ​ລານ, ຫາຍ​ຟ່ອງ ກັບ Geona, ​ເຫ້ວ ກັບ ວຽນ .. ສືບຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ບົນ​ພື້ນຖານ​ນັ້ນ, ການ​ຢ້ຽມຢາມ​ອີ​ຕາ​ລີ​ ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ ຈະ​ສ້າງ​ເປັນ​ກຳລັງ​ຫນູນ​ໃຫມ່​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ການ​ເຈລະຈາ​, ການ​ພົບ​ປະ​ແລກປ່ຽນ​ຄຳ​ເຫັນຄັ້ງ​ຕ່າງໆ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ກັບ​ບັນດາ​ການ​ນຳ​ ອີ​ຕາ​ລີ ໃນ​ການ​ຢ້ຽມຢາມ​ອີ​ຕາ​ລີ​ຄັ້ງ​ນີ້ ​ແນ່ນອນ​ວ່າ ຈະ​ປະກອບສ່ວນເພ​ີ່ມພູນ​ຄູນ​ສ້າງ, ຍົກ​ການ​ພົວພັນ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ບັນດາ​ຂົງ​ເຂດ ການ​ເມືອງ, ການ​ຕ່າງປະ​ເທດ,​​ເສດຖະກິດ ການ​ຄ້າ,​ ວັດທະນະທຳ​,​ ການ​ສຶກສາ,​ ການ​ປ້ອງ​ກັນຊາ​ດ ປອ​້ງກັນ​ຄວາມ​ສະຫງົບ ຂຶ້ນ​ສູ່​ລະດັບ​ສູງ​​ໃຫມ່,​ ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ໝັ້ນຄົງ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ