ເພີ່ມທະວີການພົວພັນຍຸດທະສາດລັດເຊຍ - ຈີນ

(vovworld) -  ວັນ​ທີ 5/6,ປະທານ​ນາ​ທິບໍດີ​ລັດ​ເຊຍ Vladimir Putin​   ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຈີນ​ເປັນ​ເວລາ 3 ວັນ, ພ້ອມ​ທັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ຢູ່​ປັກ​ກິ​່ງ (SCO) ຄັ້ງ​ທີ 12. ນີ້​ແມ່ນ​ການ​ຢ້ຽມຢາມ​ຈີນ​ຄັ້ງ​ທຳ​ອິດ​ໃນ​ອະ​ຍຸ​ການ​ເປັນ​ປະທານາທິບໍດີ​ເທື່ອ​ທີ 3 ຂອງ​ທ່ານ Putin, ນີ້​ກໍ່​ແມ່ນ​ເຫດການ​ສຳຄັນ​ຍິ່ງ​ໃນ​ການ​ພົວພັນ​ລະຫວ່າງ​ລັດ​ເຊຍ - ຈີນ ​ໃນ​ປີ​ນີ້. ຄາດ​ວ່າ, ສອງ​ຝ່າຍ​ຈະ​ອອກ​ຖະ​ແຫຼ​ງການ​ຮ່ວມ ​ແລະ ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ຈຳນວນ​ໜຶ່ງ.

ເພີ່ມທະວີການພົວພັນຍຸດທະສາດລັດເຊຍ - ຈີນ - ảnh 1

ທ່ານປະທານປະເທດຈີນຫູຈິນເທົາ ແລະ ທ່ານປະທານາທິບໍດີລັດເຊຍ  Vladimir Putin

(ພາບ: vietinfo.eu)

        ​ໃນ​ການ​ຢ້ຽມຢາມ, ປະທານ​ນາ​ທິບໍດີ​ລັດ​ເຊຍ Vladimir Putin ຈະ​ມີ​ການ​ພົບ​ປະ​ເຈລະຈາ​ສອງ​ຝ່າຍ​ກັບ​ທ່ານ​ປະທານ​ປະ​ເທດ​ຈີນ ຫູ​ຈີນ​ທ່າວ, ພົບ​ປະ​ກັບ​ປະທານ​ສະພາ​ແຫ່ງ​ຊາດ ອູ​ປາງ​ກົ້ວ, ທ່ານ​ນາຍົກລັດຖະມົນຕີ ​ເວີນ​ເຈຍ​ປ້າວ ​ເພື່ອ​ປຶກສາ​ຫາລື​ຫຼາຍ​ບັນຫາ​ສາກົນ​ອັນ​ຮີບ​ດ່ວນ, ​ໃນ​ນັ້ນ​ມີ​ແງ່​ຫວັງ​ສົມທົບ​ກັນ​ເຄື່ອນ​ໄຫວ​ລະຫວ່າງ​ລັດ​ເຊຍ - ຈີນ ​ໃນ​ຂອບ​ເຂດ​ສະຫະ​ປະຊາ​ຊາດ, ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (G – 20), ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝິກ (APEC), ອົງການ​ຮ່ວມ​ມື​ຊຽງ​ໄຮ້ (SCO), ​ແລກປ່ຽນຄວາມ​ເຫັນກ່ຽວ​ກັບ​ສະພາບ​ການ​ຢູ່​ແຫຼມ​ເກົາຫຼີ ​ແລະ ຕາ​ເວັນ​ອອກ​ກາງ ກໍ່​ຄື​ໂຄງການ​ນິວຄະ​ເລຍ​ຂອງ​ອີ​ຮານ. ກ່ອນ​ການ​ຢ້ຽມຢາມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​​ເຈິ​ງ​ກົວ​ຜິ​ງ​ ໄດ້ສະ​ແດງ​ຄວາມ​ຫວັງ​ວ່າ​ໃນ​ການ​ພົບ​ປະ​ເຈລະຈາ​ສອງ​ຝ່າຍ, ການ​ນຳ​ສອງ​ປະ​ເທດ​ຈະ​ບັນລຸ​ໄດ້​ຄວາມ​ຮັບ​ຮູ້​ລວມກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນບາງ​ຂົງ​ເຂດ​ໃຫຍ່ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ.

        ນອກ​ນັ້ນ, ຕາມ​ບັນດາ​ນັກ​​ໄຈ​້ແຍກ​ແລ້ວ, ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ແງ່​ມູມທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ໃນ​ການ​ຢ້ຽມຢາມ​ທີ່​​ແກ່​ຍາວ​ໃນ​ເວລາ 3 ວັນ ຂອງ​ປະທານາທິບໍດີ​ ລັດ​ເຊຍ, ພິ​ເສດ​ແມ່ນ​ຂົງ​ເຂດ​ພະລັງງານ ຂະນະ​ທີ່​ລັດ​ເຊຍ​ພວມ​ຊອກ​ຫາ​ບັນດາ​ຕະຫຼາດ​ໃໝ່. ສ່ວນ​ຈີນ ພັດ​ຢາກ​ມີ​ບັນດາ​ແຫຼ່ງຊັບພະຍາກອນ​ທີ່​ມີ​ລາຄາ​ຖືກ. ​ເບິ່ງ​ຄື​ວ່າ​ສອງ​ຝ່າຍ​ໄດ້​ມີ​ການ​ກະກຽມ​ລະອຽດ​ພໍ​ສົມຄວນ​ເພື່ອ​ສາມາດ​ບັນລຸ​ໄດ້ຂໍ້​ຕົກລົງ​ຮ່ວມ​ມື​​ໃນ​ການ​ຢ້ຽມຢາມ​ເມື່ອ​ວັນ​ທີ 1/6, ທ່ານ​ຮອງ​ນາຍົກລັດຖະມົນຕີຈີນ ຫວາງ​ຈີ​ຊານ ແລະ ​ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດ​ເຊຍ Dvorkovich ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ກໍ່ສ້າງ​ທໍ່​ສົ່ງ​ອາຍ​ແກ​ັດ. ກ່ອນ​ໜ້າ​ນັ້ນ, ການ​ນຳ​ບໍລິສັດ​ພະລັງງານ Gazprom ຂອງ​ລັດ​ເຊຍ ​ໄດ້​ມີ​ການ​ເຈລະຈາ​ກັບ​ຝ່າຍ​ຈີນ ​ເພື່ອ​ແນ​ໃສ່​ແກ້​ໄຄຂຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ກ່ຽວຂ້ອງ​ເຖິງ​ລາຄາ​ອາຍ​ແກັ​ດລະຫວ່າງ​ສອງ​ຝ່າຍ. ນອກ​ນັ້ນ, ບັນດາ​ພາຫະນະ​ສື່​ມວນ​ຊົນ​ຂອງ​ລັດ​ເຊຍ​ກໍ່​ໃຫ້​ຮູ້​ວ່າ ສອງ​ປະ​ເທດ​ພວມ​ກະກຽມ​ເລີ່​ມຕົ້ນ​ໂຄງການ​ການບິນ ​ເພື່ອ​ແນ​ໃສ່ພັດທະນາ​ເຮືອບິນ​ຂົນ​ສົ່ງ​ຜູ້​ໂດຍສານໄລຍະ​ໄກ​. ສອງ​ຝ່າຍ​ກໍ່​ມີ​ແຜນ​ນະ​ໂຍບາຍ​ຊຸກຍູ້​ການ​ລົງທຶນ​​ແລະ​ພັດທະນາ​ການ​ຮ່ວມ​ມື​ຢ່າງ​ຄົບ​ຊຸດ​ໃນ​ບັນດາ​ຂົງ​ເຂດ​ວິທະຍາສາດ - ​ເຕັກນິກ, ການ​ປະດິດ​ສ້າງ. ຕັດສິນ​ໃຈ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ​ ຮອບດ້ານ ​ເຊິ່ງຄາດ​ຄະ​ເນ​ວ່າ ສອງ​ຝ່າຍ​ຈະ​ຫັນ​ເປັນ​ລະອຽດ ດ້ວຍ​ຖະ​ແຫຼ​ງການ​ຮ່ວມ​ລັດ​ເຊຍ - ຈີນ, ພ້ອມ​ກັນ​ນັ້ນ​ແມ່ນ ​ເອກະສານ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ 17 ສະບັບ. ອາດ​ເວົ້າ​ໄດ້​ວ່າ, ການ​ກະທຳ​ທັງ​ໝົດ​ເຫຼົ່າ​ນັ້ນ, ຈະ​ຊ່ວຍ​ໃຫ້​ສອງ​ຝ່າຍ​ຍົກ​ວົງ​ເງິນ​ແລກປ່ຽນ​ສິນຄ້າ ​ເຊິ່ງປະຈຸ​ບັນ​ພວມ​ຢູ່​ໃນ​ລະດັບ 80 ຕື້ USD/ປີ, ຂຶ້ນ​ເຖິງ 100 ຕື້USD​ ​ໃນ​ປີ 2015 ​ແລະ 200 ຕື້USD​ໃນປີ 2020.

ເພີ່ມທະວີການພົວພັນຍຸດທະສາດລັດເຊຍ - ຈີນ - ảnh 2
ຄະນະຜູ້ແທນຂັ້ນສູງຈີນ ແລະ ລັດເຊຍພົບປະເຈລະຈານຳກັນ

        ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ​ເລື່ອງ​ນຳ​ຈີນ ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ທຳ​ອິດທີ່​ທ່ານ​ປະທານາທິບໍດີ Putin ມາ​ຢ້ຽມຢາມ ພາຍຫຼັງ​ໄດ​້ຮັບ​ຕຳ່​ແໜ່​ງນັ້ນ ​ໄດ້​​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ​ລັດ​ເຊຍຖື​ການ​ພັດທະນາ​ສາຍ​ພົວພັນ​ກັບ​ຈີ​ນເປັນ​ສຳຄັນ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໝັ້ນຄົງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະ​ພະ​ພັນ​ລັດ​ເຊ​ຍ. ການ​ຢ້ຽມຢາມ​ຈີນ​ຂອງ​ປະທານາທິບໍດີ Putin ກໍ່​ສອດຄ່ອງ​ກັບ​ບັນດາ​ຖະ​ແຫຼ​ງ ການ​ເຊິ່ງທ່ານ​ໄດ້​ຍົກ​ອອກ​ມາ​ກ່ອນ​ນັ້ນ. ​ໃນ​ບົດ​ໜັງສືພິມ​ທີ່​ລົງ​ພິມ​ເມື່ອ​​ເດືອນ 2 ຜ່ານ​ມາ​ດ້ວຍ​ຫົວ​ຂໍ້​ວ່າ ”ລັດ​ເຊຍ ​ແລະ ​ໂລກ​ພວມ​ມີ​ການ​ປ່ຽນ​ແປງ”, ທ່ານ​ປະທາ​ນິບໍດີ Putin ​ໄດ້​ຈັດ​ຈີນ​​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຝິກທີ່​ໄດ້​ຮັບ​ບຸລິມະສິດ​​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ມົດ​ສະ​ກູ. ທ່ານ​ຖື​ວ່າ ການ​ພັດທະນາ​ຂອງ​ຈີນ ​ແມ່ນ​ໂອກາດ​ອັນໃຫຍ່​ຫລວງ ສຳລັບ​ລັດ​ເຊຍ. ຍິ່ງ​ກວ່າ​ນັ້ນ, ລັດ​ເຊຍ​ກໍ່​ພວມ​ຕ້ອງການ​ຈີນ​​ໃຫ້ການ​ປະສານ​ສົມທົບນຳ​ກັນ​ໃນ​ເລື່ອງ​ແກ້​ໄຂ​ບັນດາ​ບັນຫາ​ສາກົນ ກໍ່​ຄື​ໃນ​ຄວາມ​ມານະ​ພະຍາຍາມ​ກໍ່ສ້າງ​ໂລກ​ຫຼາຍ​ຂົ້ວ. ສ່ວນ​ຕາມ​ຜູ້​ຊ່ຽວຊານ​ກ່ຽວກັບ​ຈີນ ສັງກັດ​ສະ​ຖາ​ບັນ ວິທະຍາສາດ​ລັດ​ເຊຍ Georgy Kunadze ​ແລ້ວ, ການ​ຢ້ຽມຢາມ​ປັກ​ກິ​່ງຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ການກຳນົດ​ທິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ມົດ​ສະ​ກູ.

        ການ​ພົວພັນ​ລະຫວ່າງ​ມົດ​ສະ​ກູ - ປັກ​ກິ່​ງ​ໃນ 8 ປີ ທີ່​ທ່ານ Putin ເປັນປະທານາທິບໍດີ ແລະ 4 ປີ ທີ່ເປັນນາຍົກໆ ຍັງສະໜິດຕິດພັນຢູ່. ແລະ ການຢ້ຽມຢາມຈີນຄັ້ງນີ້ຂອງປະທານາທິບໍດີ Putin ຈະສືບຕໍ່ສະແດງ ໃຫ້ເຫັນທ່າອ່ຽງນີ້ຢ່າງຈະແຈ້ງ, ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມື ຍຸດທະສາດທີ່​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຮອບດ້ານລະຫວ່າງ​ລັດ​ເຊຍ - ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ