ເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ-ບັງກະລາເທດ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານປະທານນາທິບໍດີສປ.ບັງກະລາເທດ Mohammad Abdul Hamid, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ປະເທດສປ.ບັງກະລາເທດ ໃນລະຫວ່າງວັນທີ 04 – 06 ມີນາ.

ເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ-ບັງກະລາເທດ - ảnh 1 ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ

ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ປະເທດສປ.ບັງກະລາເທດ

ການຢ້ຽມຢາມ ບັງກະລາເທດ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຢືນຢັນ ຫວຽດນາມ ປາດຖະໜາຖືເປັນສຳຄັນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ບັງກະລາເທດ, ພິເສດ ຜ່ານການຢ້ຽມຢາມ, 2 ປະເທດປາດຖະໜາຈະເປີດກາລະໂອກາດການຮ່ວມມືໃໝ່ຫຼາຍກວ່າອີກໃນອະນາຄົດ.

        ບັງກະລາເທດ ແລະ ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 11 ກຸມພາ 1973. ໃນ 45 ປີຜ່ານມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໄດ້ຮັບການເພີ່ມທະວີໃນຫຼາຍຂົງເຂດ.

        ໃນຂອບເຂດການຢ້ຽມຢາມ ບັງກະລາເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມີການເຈລະຈາກັບນາຍົກລັດຖະມົນຕີ, ພົບປະກັບປະທານາທິບໍດີ, ປະທານສະພາແຫ່ງຊາດບັງກະລາເທດ ກໍຄືບັນດາການພົບປະກັບປະທານພັກກຳມະກອນ, ການນຳຫ້ອງການການຄ້າ - ອຸດສາຫະກຳ ບັງກະລາເທດ - ຫວຽດນາມ…

ພື້ນຖານການພົວພັນອັນດີງາມ

        ປະຊາຊົນ ບັງກະລາເທດ ແລະ ຫວຽດນາມ ມີຫຼາຍຈຸດຄ້າຍຄືກັນໃນການຕໍ່ສູ້ຍາດເອົາເອກະລາດ. ຜູ້ກໍ່ຕັ້ງຊົນຊາດຂອງ ບັງກະລາເທດ ແມ່ນທ່ານ Bangabandhu Sheikh Mujibu Rahman ແລະ ຫວຽດນາມ ແມ່ນປະທານໂຮ່ຈິມິນ ລ້ວນແຕ່ໄດ້ຊີ້ນຳນຳພາປະຊາຊົນຕໍ່ສູ້ໃນໄລຍະຍາວ ເພື່ອປົດປ່ອຍປະເທດຊາດ, ຍາດເອົາເອກະລາດ. ຕາມທ່ານນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina ແລ້ວ, ໃນການຕໍ່ສູ້ຍາດເອົາເອກະລາດຂອງຫວຽດນາມ ໄດ້ສ້າງແຮງບັນດານໃຈໃຫ້ແກ່ປະຊາຊົນ ບັງກະລາເທດ ໃນການຕໍ່ສູ້ຍາດເອົາເອກະລາດເມື່ອປີ 1971.

        ໃນຊຸມປີຜ່ານມາ, 2 ປະເທດໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງຫຼາຍຄັ້ງ. ທ່ານປະທານາທິບໍດີ Mohammad Abdul Hamid ໄດ້ມາຢ້ຽມຢາມຫວຽດນາມ ເມື່ອເດືອນ ສິງຫາ 2015 ແລະ ທ່ານປະທານສະພາແຫ່ງຊາດ Shirin Sharmin Chaudhury ເມື່ອເດືອນ ກໍລະກົດ 2017. ປະຊາຊົນ ບັງກະລາເທດ ມາທ່ອງທ່ຽວຢູ່ ຫວຽດນາມ, ຜ່ານນັ້ນ, ການພົວພັນແລກປ່ຽນປະຊາຊົນໄດ້ຮັບການເພີ່ມທະວີ. ການຮ່ວມມື 2 ຝ່າຍໃນບັນດາຂົງເຂດຕ່າງໆກໍ່ພວມໄດ້ຮັບການເປີດກວ້າງ. ບັນດາການເຄື່ອນໄຫວພົວພັນແລກປ່ຽນດ້ານວັດທະນະທຳຄື: ງານບຸນອາຫານການກິນຫວຽດນາມ ຢູ່ນະຄອນຫຼວງ Dhaka ຫຼື ບັນດາການເຄື່ອນໄຫວເຊີດຊູປະທານໂຮ່ຈິມິນ ຄືເລື່ອງແປ ແລະ ພິມຈຳໜ່າຍປື້ມ “ປະທານໂຮ່ຈິມິນ ຂຽນຄຳພິໄນກຳ” ດ້ວຍພາສາ Bangla ແລະ ຈັດຕັ້ງບັນດາກອງປະຊຸມສຳມະນາກ່ຽວກັບຊີວິດ ແລະ ພາລະກິດຂອງປະທານໂຮ່ຈິມິນ ອັນໄດ້ປະກອບສ່ວນສຳຄັນເພື່ອແນໃສ່ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດຢ່າງແຈ້ຈິງ.

        ອາດເວົ້າໄດ້ວ່າ, ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ ແລະ ຄວາມເຂົ້າໃຈທາງດ້ານການເມືອງ ກໍຄືເຈດຕະນາດີເຊິ່ງລັດຖະບານ ກັບການນຳ 2 ປະເທດໄດ້ສ້າງຂຶ້ນ ແມ່ນບັນດາຜົນງານອັນໃຫຍ່ຫຼວງທີ່ສຸດ.

ເປີດແງ່ຫວັງຮ່ວມມືໃໝ່

        ການໄປຢ້ຽມຢາມ ບັງກະລາເທດ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ໃນຄັ້ງນີ້ ໄດ້ເປີດບັນດາກາລະໂອກາດຮ່ວມມືໃໝ່. ໃນການຢ້ຽມຢາມ, ຄາດວ່າຈະລົງນາມໃນບົດບັນທຶກຊ່ວຍຈຳບາງສະບັບ (MoU) ກ່ຽວກັບການຮ່ວມມື 2 ຝ່າຍໃນບັນດາຂົງເຂດຄື: ລ້ຽງສັດ, ສິນໃນນ້ຳ, ຜະລິດເຄື່ອງກົນຈັກ, ວັດທະນະທຳ, ບຳລຸງສ້າງ… ເຊິ່ງຈະໄດ້ຮັບການລົງນາມ. ພິເສດ, ທ່ານປະທານປະເທດກໍ່ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ບັງກະລາເທດ (06 ມີນາ) ແລະ ໄຂຊຸມວັນວັດທະນະທຳຢູ່ນະຄອນຫຼວງ Dhaka. ນີ້ແມ່ນຄັ້ງທຳອິດທີ່ເວທີປາໄສດ້ວຍຂອບຂະໜາດໃຫຍ່ສະຫງວນໃຫ້ແກ່ວິສາຫະກິດ 2 ປະເທດໄດ້ຮັບການຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງຜູ້ແທນເຊິ່ງແມ່ນນັກທຸລະກິດປະມານ 300 ແຫ່ງຂອງ 2 ປະເທດ. ນີ້ແມ່ນກາລະໂອກາດເພື່ອຫັນການປະຕິບັດຄາດໝາຍບັນລຸວົງເງິນການຄ້າ 2 ປະເທດໃນປີ 2018 ໃຫ້ບັນລຸໄດ້ 1 ຕື້ USD ໃຫ້ປະກົດຜົນເປັນຈິງ. ນີ້ແມ່ນລະດັບເພີ່ມຂຶ້ນຫຼາຍພໍສົມຄວນ ແລະ ຖືລັກສະນະບຸກທະລຸເມື່ອທຽບໃສ່ຊຸມປີກ່ອນໆ.

        ນອກນັ້ນ, ມີຜູ້ຕາງໜ້າບັນດາບໍລິສັດແຖວໜ້າຂອງຫວຽດນາມ ປະມມານ 100 ຄົນທີ່ເດີນທາງໄປພ້ອມກັບທ່ານປະທານປະເທດ ເຈີ່ນດ້າຍກວາງ ໃນການເດີນທາງຢ້ຽມຢາມຄັ້ງນີ້ ກໍມີການພົບປະສະເພາະກັບບັນດາຄູ່ຮ່ວມມື ບັງກະລາເທດ ເພື່ອຊອກຫາບັນດາຄວາມສາມາດບົ່ມຊ້ອນດ້ານການຄ້າ ແລະ ການລົງທຶນຢູ່ ບັງກະລາເທດ. 2 ຝ່າຍອາດຈະຮ່ວມມືກັນໃນຂົງເຂດການຜະລິດຂະໜາດກາງ ແລະ ໜ້ອຍ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT), ແບ່ງປັນສະພາບຕົວຈິງໃນເລື່ອງບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ.

        ບັນດາກາລະໂອກາດຮ່ວມມືຈະກາຍເປັນການປະຕິບັດຢ່າງງ່າຍກວ່າເມື່ອ ບັງກະລາເທດ ພວມປາດຖະໜາຢາກເຊື່ອມຕໍ່ກັບອາຊຽນ. ສະນັ້ນ, ວົງການນັກການທູດຢູ່ Dhaka ຖືການຢ້ຽມຢາມຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ແມ່ນມີຄວາມສຳຄັນຍິ່ງ.

        ການໄປຢ້ຽມຢາມທາງລັດຖະກິດຢູ່ ບັງກະລາເທດ ແມ່ນການໄປຢ້ຽມຢາມຄັ້ງທຳອິດຂອງປະທານປະເທດຫວຽດນາມ ຢູ່ປະເທດນີ້ ໃນຮອບເວລາ 14 ປີນັບແຕ່ປີ 2004. ການຢ້ຽມຢາມແມ່ນມີຄວາມໝາຍສຳຄັນພິເສດ ເຊິ່ງດຳເນີນໃນສະພາບ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ໝາກຜົນການຢ້ຽມຢາມໄດ້ເປັນການຢືນຢັນອີກຄັ້ງໜຶ່ງ ແລະ ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ຊ່ວຍໃຫ້ 2 ປະເທດຫຍັບມໍ່ເຂົ້າກັນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ