ທ່ານນາຍົກລັດຖະມົນຕີ ອຸກະແຣນ Mykola Azarov(ພາບ: internet)
|
(vovworld-) ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung , ວັນທີ 15/11, ທ່ານນາຍົກລັດຖະມົນຕີ ອຸກະແຣນ Mykola Azarov ໄດ້ເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການ. ໂດຍຖືກດຳເນີນໃນສະພາບທີ່ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານ ຫວຽດນາມ-ອຸກະແຣນ ພວມພັດທະນາຢ່າງດີງາມ, ພິເສດໃນປີ 2011ຜ່ານມາ, ຊຶ່ງແມ່ນປີບຸກທະລຸໃນການພົວພັນ 2 ຝ່າຍດ້ວຍເລື່ອງ 2 ຝ່າຍໄດ້ຍົກການພົວພັນຂຶ້ນເປັນ ການພົວພັນຄູ່ຮ່ວມມືຢ່າງຮອບດ້ານ, ການຢ້ຽມຢາມຫວຽດນາມຂອງ ທ່ານນາຍົກລັດຖະມົນຕີ ອຸກະແຣນ Mykola Azarovຄັ້ງນີ້ ຈະສືບຕໍ່ປັບປຸງ ແລະ ເຮັດໃຫ້ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ-ອຸກະແຣນ ໃນຫຼາຍຂົງເຂດມີຄວາມເລິກເຊິ່ງຍິ່ງຂຶ້ນ.
ໂດຍສືບທອດຈາກສາຍພົວພັນອັນດີງາມໃນສະໄໝອະດີດສະຫະພາບໂຊຫວຽດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ-ອຸກະແຣນໃນໄລຍະຫຼັງອະດີດສະຫະພາບໂຊຫວຽດ ກໍຍັງຄົງໄດ້ຮັບການຮັກສາໄວ້ ແລະ ຂະຫຍາຍຕົວຢ່າງດີງາມໂດຍບໍ່ຫົວຊາຕໍ່ບັນດາການຜັນແປຂອງປະຫວັດສາດ. ຫວຽດນາມ ແລະ ອຸກະແຣນ ມີບັນດາຈຸດຄ້າຍຄືກັນ ແລະ ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຫຼາຍຢ່າງເພື່ອສາມາດເພີ່ມເຕີມໃຫ້ແກ່ກັນເພື່ອພ້ອມກັນພັດທະນາ. ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ, 2 ປະເທດໄດ້ມານະພະຍາຍາມດຳເນີນຫຼາຍມາດຕະການເພື່ອຊຸກຍູ້ການພົວພັນຮ່ວມມື, ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ສາກົນເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງແຕ່ລະຝ່າຍໃຫ້ຫຼາຍກ່ວາອີກ.
ໃນໄລຍະທີ່ຜ່ານມາ, ຍ້ອນຮັບຜົນສະທ້ອນຈາກວິກິດການເສດຖະກິດທົ່ວໂລກ, ວົງເງິນການຄ້າລະຫວ່າງ 2 ປະເທດໄດ້ມີທ່າຫຼຸດລົງ. ແຕ່ວົງເງິນການຄ້າລະຫວ່າງ 2 ປະເທດໃນປີ 2011 ໄດ້ມີແນວໂນ້ມຄ່ອຍໆເພີ່ມຂຶ້ນ, ບັນລຸເກືອບ 300 ລ້ານ USD (ເພີ່ມຂຶ້ນ 17% ເມືອ່ທຽບໃສ່ປີ 2010 ) , 9 ເດືອນຕົ້ນປີ 2012 ບັນລຸ 175 ລ້ານ USD . ທາງຝ່າຍອຸກະແຣນໄດ້ສະຫງວນລະບອບບຸລິມະສິດໃຫ້ແກ່ຫວຽດນາມໃນການສົ່ງອອກສິນໃນນ້ຳໄປຍັງອຸກະແຣນ. ໂດຍໄດ້ເຫັນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ 2 ຝ່າຍຍັງໃຫຍ່ຫຼວງຢູ່ນັ້ນ, ການນຳ ຫວຽດນາມ ແລະ ອຸກະແຣນໄດ້ຕັດສິນໃຈສູ້ຊົນຍົກວົງເງິນການຄ້າ 2 ສົ້ນໃຫ້ສູງຂຶ້ນໃນໄລຍະທີ່ຈະມາເຖິງດ້ວຍບັນດາທິດທາງໃໝ່ ແລະ ມາດຕະການທີ່ລະອຽດ. ໃນການເດີນທາງຢ້ຽມຢາມອຸກະແຣນເມື່ອເດືອນ 11/2011, ທ່ານນາຍົກລັດຖະ ມົນຕີຫວຽດນາມ Nguyen Tan Dung ແລະ ທ່ານນາຍົກລັດຖະມົນຕີ ອຸກະແຣນ Mykola Azarov ໄດ້ລົງນາມໃນຖະແຫຼງການຮ່ວມ ນຳການພົວພັນຫວຽດນາມ-ອຸກະແຣນຂຶ້ນເປັນຄູ່ຮ່ວມມື ແລະ ຮ່ວມມືຢ່າງຮອບດ້ານ, ເຫັນດິເປັນເອກະສັນກັນດຳເນີນການເຈລະຈາກ່ຽວກັບເຂດການຄ້າເສລີ 2 ຝ່າຍໂດຍໄວ, ພ້ອມກັນນັ້ນ ກໍໄດ້ລົງນາມໃນສັນຍາຮ່ວມມືຫຼາຍສະບັບເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວດ້ານການຄ້າ, ການລົງທຶນ. ໃນການຢ້ຽມຢາມ, ທ່ານນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ເນັ້ນໜັກວ່າ :
“ ເພື່ອຊຸກຍູ້ດ້ານການຄ້າ, ຜະລິດຕະພັນດ້ານກະສີກຳ, ໃນນັ້ນມີຜະລິດຕະພັນກະເສດ, ສິນໃນນ້ຳຂອງ 2 ປະເທດນັ້ນ, ຄະນະກຳມາທິການລະຫວ່າງ ລັດຖະບານຂອງ 2 ປະເທດຕ້ອງຮີບເຮັ່ງຮຽບຮຽງອະນຸສັນຍາລະຫວ່າງ 2 ລັດຖະບານກ່ຽວກັບການກວດໂລກລະບາດສຳລັບພືດ ແລະ ກ້າວໄປເຖິງການເຊັນສັນຍາກ່ຽວກັບການກວດໂລກລະບາດສຳລັບສັດເພື່ອລົບລ້າງບັນດາຮົ້ວກີດຂວາງທີ່ໄຮ້ເຫດຜົນ, ສ້າງເງື່ອນໄຂໃຫ້ແກ່ຜະລິດຕະພັນກະສີກຳ, ສິນໃນນ້ຳ ຂອງຝ່າຍໄດ້ແຊກຊຶມຕະຫຼາດຂອງກັນ. ພ້ອມກັນນັ້ນ, ພວກຂ້າພະເຈົ້າຍັງສົ່ງເສີມບັນດາວິສາຫະກິດຂອງ 2 ປະເທດລົງທຶນເຂົ້າຂົງເຂດການຜະລິດ ແລະ ປຸ່ງແຕ່ງຜະລິດຕະພັນກະສີກຳ, ຍົກຕົວຢ່າງຄືປາໜັງຂອງຫວຽດນາມເປັນຕົ້ນ ” .
ປະຈຸບັນ, ອຸກະແຣນມີ 4 ໂຄງການລົງທຶນເຂົ້າຫວຽດນາມດ້ວຍຍອດເງິນລົງທຶນປະມານ 24 ລ້ານ USD. ສ່ວນຫວຽດນາມ ກໍມີ 4 ໂຄງການລົງທຶນຢູ່ອຸກະແຣນດ້ວຍຍອດເງິນລົງທຶນ 2,6 ລ້ານ USD. ໃນການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອຸກະແຣນ ເມືອ່ເດືອນ 3/2011 ຜ່ານມາ, ກຸ່ມບໍລິສັດໂທລະຄົມກອງທັບ Viettel ແລະ ອົງການຄຸ້ມຄອງໂຄງການແຫ່ງຊາດອຸກະແຣນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການປະຕິບັດໂຄງການ Internet ຄວາມໄວສູງດ້ວຍຍອດມຸນຄ່າ 600 ລ້ານ USD ຢູ່ອຸກະແຣນ.
ໃນບັນດາຂົງເຂດຮ່ວມມື, 2 ຝ່າຍລ້ວນແຕ່ມີບາດກ້າວພັດທະນາຢ່າງຕັ້ງໜ້າ. ມາຮອດປະຈຸບັນ, 2 ປະເທດໄດ້ລົງນາມໃນສັນຍາຮ່ວມມື 20 ກ່ວາສະບັບໃນຫຼາຍຂົງເຂດທີ່ສຳຄັນຄື ຮ່ວມມືດ້ານເສດຖະກິດ-ການຄ້າ, ການຂົນສົ່ງທາງທະເລ, ການຂົນສົ່ງທາງອາກາດ, ວັດທະນະທຳ, ວິທະຍາສາດ, ສົ່ງເສີມ ແລະ ອາລັກຂາແກ່ການລົງທຶນ, ຫຼີກເວັ້ນການເກັບພາສີຊ້ອນ. ພິເສດ, ໃນຂົງເຂດການສຶກສາ, ແຕ່ລະປີ, ອຸກະແຣນ ແລະ ຫວຽດນາມໄດ້ສະໜອງທຶນສຶກສາໃຫ້ແກ່ກັນດ້ວຍຈຳນວນກ່ວາ 30 ທຶນ. ປະຈຸບັນ, ຫວຽດນາມມີນັກສຶກສາ ແລະ ນັກຄົ້ນຄ້ວາປະມານ 1400 ຄົນພວມສຶກສາຮ່ຳຮຽນ ຢູ່ອຸກະແຣນ. ພ້ອມກັບຊາວຫວຽດນາມລຸ່ນຕ່າງໆຊຶ່ງໄດ້ເຄີຍຮ່ຳຮຽນ ແລະ ດຳລົງຊີວິດຢູ່ອຸກະແຣນ ຊຶ່ງແມ່ນກຳລັງເປັນຂົວເຊື່ອມຕໍ່ ປະກອບສ່ວນນຳການພົວພັນຫວຽດນາມ-ອຸກະແຣນນັບມື້ນັບສະໜິດຕິດພັນກັນ, ທ່ານປະລິນຍາໂທ Dinh Tan Hung ຮອງເລຂາທິການໃຫຍ່ສະມາຄົມມິດຕະພາບຫວຽດນາມ-ອຸກະແຣນນະຄອນ ຮ່າໂນ້ຍແບ່ງປັນວ່າ : “ ອຸກະແຣນແມ່ນບ້ານເກີດເມືອງນອນແຫ່ງທີ່ 2 ຂອງຂ້າພະເຈົ້າ, ຄາວໄວໜຸ່ມ, ຂ້າພະເຈົ້າໄດ້ດຳລົງຊີວິດ ແລະ ຮ່ຳຮຽນຢູ່ອຸກະແຣນ. ຊວງເວລານັ້ນ ໄດ້ຊ່ວຍຂ້າພະເຈົ້າມີຄວາມເຂົ້າໃຈຫຼາຍຢ່າງກ່ຽວກັບປະເທດຊາດ ແລະ ຊາວອຸກະແຣນ. ເມືອ່ກັບຄືນຫວຽດນາມ, ຂ້າພະເຈົ້າຕິດຕໍ່ພົວພັນ ເປັນຂົວຕໍ່, ເຂົ້າຮ່ວມບັນດາການເຄື່ອນໄຫວ, ນຳຄວາມຮູ້ຕ່າງໆທີ່ໄດ້ຮຽນຢູ່ອຸກະແຣນມາໝູນໃຊ້ໃນບັນດາຂົງເຂດທີ່ຫວຽດນາມມີຄວາມຕ້ອງການ, ຜ່ານນັ້ນ ກໍເປັນການເພີ່ມທະວີ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ ”
ບໍ່ພຽງແຕ່ພົວພັນຮ່ວມມື ໃນຂອບເຂດ 2 ຝ່າຍເທົ່ານັ້ນ, ຫວຽດນາມ ແລະ ອຸກະແຣນຍົງສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນຊຶ່ງກັນ ແລະ ກັນຍເປັນປະຈຳຢູ່ບັນດາເວທີປາໄສ ແລະ ອົງການຈັດຕັ້ງສາກົນ, ໃນນັ້ນມີ ສ.ປ.ຊ. ຫວຽດນາມໄດ້ສະໜັບສະໜູນອຸກະແຣນກາຍເປັນນັກສັງເກດການຂອງປະຊາຄົມບັນດາປະເທດໃຊ້ພາສາຝະລັ່ງ, ອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດຄືນໃໝ່. 2 ຝ່າຍຕ່າງກໍຮັບຮູ້ຊຶ່ງກັນ ແລະ ກັນ ເປັນປະເທດມີພື້ນຖານເສດຖະກິດການຕະຫຼາດ. ຫວຽດນາມໄດ້ສະໜັບສະໜູນອຸກະແຣນເຂົ້າເປັນສະມາຊິກອົງການການຄ້າໂລກ.
ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ, ບັນດາທິດທາງ ແລະ ມາດຕະການຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ພິເສດແມ່ນເສດຖະກິດ-ການຄ້າ-ການລົງທຶນ, ວິທະຍາສາດ-ເຕັກນິກ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການແລກປ່ຽນລະຫວ່າງທ່ານນາຍົກ ລັດຖະມົນຕີ ອຸກະແຣນ Mykola Azarov ແລະ ການນຳຫວຽດນາມໃນການຢ້ຽມຢາມຄັ້ງນີ້, ແນ່ນອນວ່າຈະນຳການພົວພັນຫວຽດນາມ-ອຸກະແຣນ ຂຶ້ນສູ່ລະດັບສູງໃໝ່.