ພາຍຫລັງ 2 ປີ ແຫ່ງການປະຕິບັດ ບັ້ນຂົນຂວາຍ “ຊາວຫວຽດນາມບຸລິມະສິດນຳໃຊ້ສິນຄ້າຂອງຫວຽດນາມ“ ບັນລຸໄດ້ໝາກຜົນອັນຕັ້ງຫນ້າຫລາຍຢ່າງ. ສິນຄ້າຂອງຫວຽດນາມໄດ້ສົ່ງໄປເຖິງທົ່ວທຸກແຂວງ, ນະຄອນ ຕະຫລອດຮອດບັນດາເຂດຫ່າງໄກສອກຫລີກເພື່ອຮັບໃຊ້ໃຫ້ແກ່ປະຊາຊົນຊົນເຜົ່າສ່ວນຫນ້ອຍ. ບັ້ນຂົນຂວາຍໄດ້ເຮັດໃຫ້ຜູ້ ບໍລິໂພກປ່ຽນແປງຄວາມຮັບຮູ້ກ່ຽວກັບສິນຄ້າຂອງຫວຽດນາມ, ສ້າງຄວາມສະດວກໃຫ້ແກ່ການຜະລິດຢູ່ພາຍໃນປະເທດກໍຄືການພັດທະນາ ແບບຍື່ນຍົງ ຂອງ ວິສາຫະກິດຫວຽດນາມ.
ປີ 2011, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດຕັ້ງການນຳສິນຄ້າໄປຍັງເຂດຊົນນະບົດເປັນ 160 ຄັ້ງ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ ກວ່າ 1.600 ເທຶ່ອແຫ່ງ, ລາຍຮັບທີ່ເກັບມາໄດ້ແມ່ນກວ່າ 57 ຕຶ້ດົ່ງ. ໃນບັນດາຮ້ານສັບພະສິນຄ້າ, ສູນການຄ້າ, ມີສິນຄ້າຜະລິດຢູ່ພາຍໃນປະເທດກວມອັດຕາສ່ວນສູງພໍສົມຄວນ ຕົວຢ່າງຄື: ສັບພະສິນຄ້າຂອງ Saigon Co -op ສິນຄ້າຜະລິດພາຍໃນປະເທດ ກວມເກືອບ 95%. ຜູ້ບໍລິໂພກນັບມື້ນັບຕີລາຄາສູງສິນຄ້າຂອງຫວຽດນາມ. ບັນດາວິສາຫະກິດກໍເປັນເຈົ້າການໃນການສ້າງຍຸດທະສາດພັດທະນາບັນດາຜະລິດຕະພັນ ແລະ ເປີດກວ້າງຕະຫລາດລົງສູ່ເຂດຊົນນະບົດ, ເຂດອຸດສາຫະກຳ, ເຂດຫ່າງໄກສອກຫລີກ. ໃນບົດລາຍງານຂອງຄະນະຂົນຂວາຍລາຍການ ຢູ່ ກອງປະຊຸມສະຫລຸບ 2 ປີ ແຫ່ງການປະຕິບັດລາຍການ “ຊາວຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າຂອງຫວຽດນາມ“ ຫາກໍດຳເນີນໄປຢູ່ຮ່າໂນ້ຍ ໄດ້ຊີ້ໃຫ້ເຫັນວ່າ ມີ 59% ຈຳນວນຜູ້ບໍລິໂພກຢືນຢັນວ່າ: ເມື່ອຊື້ສິນຄ້າຈະບຸລິມະສິດນຳໃຊ້ສິນຄ້າຫວຽດນາມ ແລະ ມີ 38% ຈຳນວນຜູ້ບໍລິໂພກໄດ້ ຕັກເຕືອນໃຫ້ຍາດຕິພີ່ນ້ອງ, ບັນດາສະມາຊິກໃນຄອບຄົວກໍຄືເພື່ອນມິດ ຄວນຊື້ສິນຄ້າຂອງຫວຽດນາມ, 36% ຈຳນວນຜູ້ບໍລິໂພກຖືວ່າ: ກ່ອນນີ້ມີຄວາມຊີນເຄີຍຊື້ສິນຄ້າມີຕົ້ນກຳເນີດຈາກຕ່າງປະເທດ ແຕ່ປະຈຸບັນບໍ່ຊື້ອີກ ຫລື ຊື້ຫນ້ອຍ ແລະ ຫັນມາຊື້ສິນຄ້າຂອງຫວຽດນາມ. ບໍ່ພຽງແຕ່ຢູ່ບັນດານະຄອນໃຫຍ່ເທົ່ານັ້ນ ຫາກຢູ່ເຂດຊົນນະບົດ, ກ່ອນນີ້ ປະຊາຊົນເຄີຍຊື້ສິນຄ້າຂອງຕ່າງປະເທດ, ສິນຄ້າເຖື່ອນ ຫລື ສິນຄ້າມີຄຸນນະພາບຕຳ່ ແຕ່ປະຈຸບັນ ດ້ວຍນະໂຍບາຍກະຕຸນເສດຖະກິດຂອງລັດຖະບານ, ຜ່ານບັນດາລາຍການສົ່ງສິນຄ້າຫວຽດນາມ ລົງໄປຂາຍຢູ່ເຂດຊົນນະບົດ, ມີວິສາຫະກິດຫລາຍແຫ່ງກໍມີຄວາມຕົກສະເຫງີ້ ຍ້ອນສິນຄ້າຂາຍແມ່ນຫລາຍທີ່ສຸດ.
ໝວດສິນຄ້າຜະລິດຢູ່ພາຍໃນປະເທດ ທີ່ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກກວ່າເມື່ອທຽບໃສ່ຊຸມປີກ່ອນນີ້ ນັ້ນແມ່ນ: ເຄື່ອງຕຳແຜ່ນຕັດຫຍິບ, ໂສ້ງເສື້ອ, ເກີບຫນັງ, ອາຫານ, ຜັກໝາກໄມ້, ເຄື່ອງໃຊ້ສອຍໃນຄອບຄົວ, ວັດສະດຸກໍ່ສ້າງ, ເຄື່ອງເຟີນີເຈີ, ອຸປະກອນຮັບໃຊ້ຫ້ອງການ. ທ່ານນາງ ຫງວຽນທິຮົ່ງຕີນ, ຫົວຫນ້າຄະນະຕະຫລາດພາຍໃນປະເທດ ສັງກັດກຸ່ມບໍລິສັດຕຳ່ແຜ່ນຕັດຫຍິບ ຫວຽດນາມ ໃຫ້ຮູ້ວ່າ: ປີ 2011 ໄດ້ຈັດຕັ້ງການສົ່ງສິນຄ້າລົງໄປຂາຍຢູ່ເຂດຊົນນະບົດໄດ້ກວ່າ 60 ຄັ້ງແລ້ວ:
“ບັນດາວິສາຫະກິດກໍມີສະຕິຮູ້ສຶກໄດ້ວ່າ ຕະຫລາດເຄື່ອງຕຳ່ແຜ່ນຕັດຫຍິບພາຍໃນປະເທດຮັບໃຊ້ໃຫ້ແກ່ພົນລະເມືອງກວ່າ 80 ລ້ານຄົນ ແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນຫລາຍ, ສະນັ້ນ ມີວິສາຫະກິດຫລາຍແຫ່ງໄດ້ສ້າງຍຸດທະສາດພັດທະນາຕະຫລາດພາຍໃນປະເທດຢ່າງແຂງແຮງຄື: ຫວຽດຕຽນ, ຟອງຟູ, ຍ່າແບ່, ຕັດຫຍິບເລກ 10 ແລະ ວິສາຫະກິດອື່ນອີກຈຳນວນຫນຶ່ງ. ລາຍຮັບຈາກການຂາຍສິນຄ້າພາຍໃນປະເທດບັນລຸສູງທີ່ສຸດ, ກຳໄລທີ່ເກັບມາໄດ້ຈາກຕະຫລາດພາຍໃນກໍສູງພໍສົມຄວນ.“
ເຖິງຢ່າງໃດກໍຕາມ, ຂະບວນວິວັດແຫ່ງການປະຕິບັດບັ້ນຂົນຂວາຍນີ້ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ຕາມທ່ານນາງ ດີງທິໝີລວານ, ເລຂາທິການສະຫະ ສະມາຄົມຂາຍຍ່ອຍຫວຽດນາມ ແລ້ວ, ຢາກໃຫ້ຜູ້ບໍລິໂພກບຸລິມະສິດນຳໃຊ້ສິນຄ້າຂອງຫວຽດນາມ ຜູ້ຂາຍເຄື່ອງເອງຕ້ອງແມ່ນຄົນຂະຫຍັນຂັນເຄື່ອນ ແລະ ມີຄວາມຊຳນານງານກວ່າໃນການໂຄສະນາສິນຄ້າຫວຽດນາມເຖິງຜູ້ບໍລິໂພກແຕ່ລະຄົນ ກໍຄື ພ້ອມກັບບໍລິສັດຜະລິດສິນຄ້າ ຖືເປັນສຳຄັນຄຸນນະພາບ ບໍລິການຂາຍສິນຄ້າ, ເອົາໃຈໃສ່ລູກຄ້າ, ພິເສດແມ່ນບໍລິການຫລັງການຂາຍ.
“ພໍ່ຄ້າຊາວຂາຍຢູ່ຕະຫລາດ ຢາກຂາຍສິນຄ້າຂອງຫວຽດນາມ, ວິສາຫະກິດ ຜະລິດກໍຢາກນຳສິນຄ້າຫວຽດນາມເຂົ້າຂາຍຢູ່ຕະຫລາດ, ສ່ວນຜູ້ບໍລິໂພກກໍຢາກຊື້ສິນຄ້າຫວຽດນາມ. ບັນຫາວາງອອກໃນປະຈຸບັນ ແມ່ນຂອດເຊື່ອມຈອດ, ຮ່ວມສຳພັນລະຫວ່າງບໍລິສັດຜະລິດສິນຄ້າ, ຜູ້ບໍລິໂພກຍັງບໍ່ທັນຂະຫຍັນຂັນເຂື່ອນ.“
ທ່ານນາງ ໂຮ່ທິກີມທວາ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມຖືວ່າ: ເພື່ອໃຫ້ບັ້ນຂົນຂວາຍເຂົ້າສູ່ລວງເລິກ ແລະ ໝັ້ນທ່ຽງ, ຄວນມີມາດຕະການຢ່າງຄົບຊຸດ, ໃນນັ້ນ ກ່ອນອື່ນໝົດ ວິສາຫະກິດຕ້ອງຜະລິດສິນຄ້າທີ່ມີຄຸນນະພາບ, ຕອບສະຫນອງຄວາມນິຍົມຂອງລູກຄ້າ ແຕ່ລາຄາຕ້ອງຕຳ່ກວ່າເມື່ອທຽບໃສ່ສິນຄ້າມີຕົ້ນກຳເນີດຈາກຕ່າງປະເທດ. ພ້ອມກັນນັ້ນ ຊາວຫວຽດນາມ ແຕ່ລະຄົນ ເມື່ອໄປຊື້ສິນຄ້າ ຈົ່ງຄິດເຖິງການພັດທະນາຂອງປະເທດຊາດ ດ້ວຍການກະທຳຢ່າງແທ້ຈິງ ຂອງຕົນນັ້ນແມ່ນ ບຸລິມະສິດນຳໃຊ້ຜະລິດຕະພັນ, ສິນຄ້າ ແລະ ການບໍລິການໂດຍບັນດາວິສາຫະກິດຫວຽດນາມ ຜະລິດ ແລະ ສະຫນອງ.
“ພວກຂ້າພະເຈົ້າມີລາຍການສົມທົບ ແລະ ຜັນຂະຫຍາຍການຮ່ວມສຳພັນ ລະຫວ່າງບໍລິສັດຜະລິດ, ຈຳຫນ່າຍ ແລະ ຜູ້ບໍລິໂພກຢ່າງລະອຽດ. ນອກນັ້ນ ປີຫນ້າຄວນເອົາໃຈໃສ່ເປັນພິເສດເຖິງພື້ນຖານໂຄງລ່າງດ້ານການຄ້າ. ຢາກຈໍລະຈອນ ຈຳຫນ່າຍ ສິນຄ້າ ຕ້ອງມີຮາກຖານເພື່ອຂາຍສິນຄ້າໄດ້. ປະຈຸບັນ ສິນຄ້າໄດ້ສົ່ງໄປຂາຍຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫລີກ ໃນບັນດາຕະຫລາດນັດ, ແຕ່ເມື່ອຕະຫລາດນັດອັດລົງແລ້ວ, ສິນຄ້າຍາກທີ່ຈະຂາຍໄດ້. ປີຫນ້າ ພວກຂ້າພະເຈົ້າຈະສົມທົບກັບບັນດາທ້ອງຖິ່ນ ເພື່ອເຮັດແນວໃດນຳສິນຄ້າຂອງຫວຽດນາມເຂົ້າສູ່ບັນດາສູນການຄ້າ, ຕະຫລາດ ແລະ ເຂດຫ່າງໄກສອກຫລີກ.“
ໃນປີ 2012, ເພື່ອຍູ້ແຮງການຜັນຂະຫຍາຍບັ້ນຂົນຂວາຍ “ ຊາວຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ“ ແລະ ທະວີຄູນ, ໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈະສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ຈັດຕັ້ງສະຖານທີ່ຂາຍສິນຄ້າທີ່ມີເຄື່ອງໝາຍການຄ້າຫວຽດນາມ ເພື່ອຮັບໃຊ້ຄວາມຕ້ອງການຂອງຜູ້ບໍລິໂພກໃນໂອກາດບຸນປີໃຫມ່ປະຈຳຊາດ, ເປັນຕົ້ນແມ່ນຢູ່ເຂດຫ່າງໄກສອກຫລີກ, ເຂດຊາຍແດນ, ເຂດໝູ່ເກາະ. ພ້ອມກັນນັ້ນ ຈັດຕັ້ງງານວາງສະແດງ, ງານຕະຫລາດນັດຄັ້ງຕ່າງໆ ເພື່ອໃຫ້ຜູ້ບໍລິໂພກຫວຽດນາມ ເຫັນໄດ້ຈຸດພົ້ນເດັ່ນຂອງສິນຄ້າຂອງຫວຽດນາມ ເມື່ອທຽບໃສ່ສິນຄ້ານຳເຂົ້າ ເພື່ອຫນູນຊ່ວຍວິສາຫະກິດໂຄສະນາເຄ່ືອງໝາຍການຄ້າ ແລະ ຊອກຫາເປີດກວ້າງຕະຫລາດພາຍໃນ, ຮ່ວມສຳພັນ ລົງທຶນດ້ວຍຫລາຍຮູບການ. ທາງກະຊວງຍັງມີແຜນການເໝາະສົມເພື່ອສົ່ງເສີມບັນດາວິສາຫະກິດຍູ້ແຮງການຮ່ວມມື,ຮ່ວມສຳພັນໃນບັນດາຂອດສະຫນອງຂໍ້ມູນຂ່າວສານ, ຂຸດຄົ້ນຕະຫລາດ, ຕ້ານການແກ້ງແຍ້ງ, ຂາຍບຸບລາຄາ, ປະກອບສ່ວນຍົກສູງປະສິດທິຜົນການດຳເນີນທຸລະກິດຂອງວິສາຫະກິດ. ດ້ານອື່ນ, ຍູ້ແຮງວຽກງານອອກຫນັງສືຮັບຮູ້ຄຸນນະພາບ ດ້ວຍລະບົບມາດຕະຖານເພື່ອຊ່ວຍໃຫ້ຜູ້ບໍລິໂພກບໍ່ມີຄວາມອຸ່ນອ່ຽງໃຈເມື່ອນຳໃຊ້ສິນຄ້າຂອງຫວຽດນາມ./.