ເພີມທະວີການຮ່ວມມືກັບຍີປຸ່ນ ແລະ ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ

  

ເພີມທະວີການຮ່ວມມືກັບຍີປຸ່ນ ແລະ  ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ - ảnh 1
ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ແມ່​ຂອງ​-ຍີ​ປຸ່ນ ຄັ້ງທີ່ 3 ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່ Bali, Indonesia
(ພາບ: nguyentandung.vn )
ໂດຍ​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ນາຍົກລັດຖະມົນຕີຍີປຸ່ນ Noda Yoshiko, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ແມ່​ຂອງ​-ຍີ​ປຸ່ນ ຄັ້ງທີ່ 4 ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່ Tokyo ​ໃນ​ວັນ​ທີ 20 ​ແລະ 21 ​ເມສາ. ​ໃນ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້, ຫວຽດນາມ​ຢາກ​ຢືກຢັນຄວາມ​ຕັດສິນ​ໃຈ​ພ້ອ​ມກັບ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນແມ່​ນ້ຳຂອງ ​ແລະ ຍີ​ປຸ່ນ ຊຸກຍູ້​ການ​ຮ່ວມມື​ເພື່ອ​ຄວາມ​ວັດທະນາ​ຖາວອນ ​ແລະ ສະຖຽນ​ລະ​ພາບ, ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນແມ່ນ້ຳຂອງ​ເວົ້າສະ​ເພາະ ​ແລະ ອາຊີ​ຕາ​ເວັນ​ອອກ​ເວົ້າ​ລວມ, ພ້ອມ​ກັນ​ນັ້ນ​ກໍ​ແມ່ນ​ໂອກາດ​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຍີ​ປຸ່ນ​ເຂົ້າ​ສູ່​ຕົວຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ.

  ​ເຂົ້າ​ຮ່ວມ ຮ່ວມກອງ​ປະຊຸມ​ສຸດ​ຍອດ​ແມ່​ຂອງ​-ຍີ​ປຸ່ນ ຄັ້ງທີ່ 4, ທ່ານນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ພ້ອມ​ກັບ​ ນາຍົກ ລັດຖະມົນຕີຍີ​ປຸ່ນ, ນາຍົກລັດຖະມົນຕີ ກຳປູ​ເຈຍ, ນາຍົກລັດຖະມົນຕີ ລາວ, ນາຍົກລັດຖະມົນຕີ ມຽນມາ ​ແລະ ນາຍົກລັດຖະມົນຕີ​ໄທ ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນແມ່​ນ້ຳຂອງ ​ແລະ ຍີ​ປຸ່ນ ​ໃນ​ການຊຸກຍູ້​ການ​ຮ່ວມມື​ເພື່ອ​ຄວາມ​ວັດທະນາ​ຖາວອນ ​ແລະ ສະຖຽນ​ລະ​ພາບ, ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນແມ່ນ້ຳຂອງ​ເວົ້າສະ​ເພາະ ​ແລະ ອາຊີ​ຕາ​ເວັນ​ອອກ​ເວົ້າ​ລວມ. ຄາດ​ຄະ​ເນ​ວ່າ ມີ 3 ​ເນື້ອ​ໃນ​ຖືກ​ນຳ​ມາ​ແລກປ່ຽນ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ຊຶ່ງ​ລວມມີ​ການ​ສຳ​ຫຼວດກວດຄືນ​ການ​ປະ​ຕິ​ບັດ​ໂຄງການ​ດຳ​ເນີນ​ງານ 63, ຂໍ້ລິ​ເລີ່ີມຮ່ວມ​ມື​ເສດ​ຖະກິດ - ອຸດສາຫະກຳ ​ແລະ ຂໍ້​ລິ​ເລີ່​ມທົດ​ສະ​ວັດ​ແມ່​ຂອງ​ຂຽວ. ກອງ​ປະຊຸມ​ຍັງ​ປຶກສາ​ຫາລືບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ແມ່​ຂອງ-ຍີ​ປຸ່ນ​ໃຫ້​ແກ່​ໄລຍະ 2013-2015. ທີ່​ກອງ​ປະຊຸມ, ຄາດ​ວ່າ ບັນດາ​ການ​ນຳ​ຈະ​ຮັບຮອງ​ເອົາ​ຍຸດ​ທະ​ສາດ Tokyo ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພົວພັນ ​ແມ່​ຂອງ-ຍີ​ປຸ່ນ ​ໄລຍະ​ໃໝ່ ດ້ວຍ​ຈຸດ​ໃຈກາງ​ແມ່ນ​ຊຸກຍູ້​ລັກສະນະ​ເຊື່ອມ​ຕໍ່​ກັນ​ໃນ​ອະນຸ​ພາກ​ພື້ນແມ່​ນ້ຳຂອງ, ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ພັດທະນາ​ລະຫວ່າງບັນດາ​ປະ​ເທດ​ແມ່​ນ້ຳຂອງ ​ແລະ ຍີ​ປຸ່ນ, ຮ່ວມ​ມື​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ມະນຸດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປຶກສາ​ຫາລື​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ.

   ​ໂດຍ​ມີ​ການ​ເຂົ້າຮ່ວມຢ່າງ​ຕັ້ງໜ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ກົນ​ໄກ​ຮ່ວມ​ມື ​ແມ່​ຂອງ-ຍີ​ປຸ່ນນັບ​ຕັ້ງ​ແຕ່​ກົນ​ໄກ​ນີ້​ໄດ້​ຮັບ​ການ​ສ້າງຂຶ້ນມື້​ທຳ​ອິດປີ 2007, ຫວຽດນາມ​ໄດ້​ມີ​ການ​ປະກອບສ່ວນ​ຫຼາ​ຍຢ່າງ​ທີ່​ສຳຄັນ. ມີ​ຫຼາຍ​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ຂອບ​ເຂດ​ຮ່ວມ​ມື ແມ່​ຂອງ-ຍີ​ປຸ່ນ, ຊຶ່ງ​ພົ້ນ​ເດັ່ນ​ແມ່ນ​ໂຄງການ​ກໍ່ສ້າງ​ທ່າ​ກຳ​ປັ່ນ​ນ້ຳ​ເລິກ Lach Huyen – Hai phong , ​ໂຄງການ​ກໍ່ສ້າງ​ສູນ​ບຳລຸງ​ສ້າງ​ວິຊາ​ຊີບ ແມ່​ຂອງ-ຍີ​ປຸ່ນ, ​ໂຄງການ​ສ້າງຕັ້ງ​ສູນ​ບຳລຸງ​ສ້າງ Logistics ອະນຸ​ພາກ​ພື້ນ​ຢູ່​ຫວຽດນາມ, ​ໂຄງການ​ຮ່ວມ​ມື​ພາກ​ພື້ນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ໃນ​ຂົງ​ເຂດ​ພາສີ​ພາກ​ພື້ນແມ່​ນ້ຳຂອງ, ​ໂຄງການ​ກໍ່ສ້າງ​ບາງ​ເສັ້ນທາງ​ຄວາມ​ໄວ​ສູງ. ຫວຽດນາມ​ຍັງ​ແຕ່ງ​ຕັ້ງ​ພະນັກງານໜຸ່ມຫຼາຍ​ຄົນ​ເຂົ້າ​ຮ່ວມ​ລາຍການ​ພົ​ບປະ​ແລກປ່ຽນ​ປະຊາຊົນ​ຢູ່​ຍີ​ປຸ່ນ, ປະກອບ​ສ່ວນ​ເພີ່ມ​ທະວີຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງ​ກັນ ​ແລະ ກັນ​ລະຫວ່າງ​ຫວຽດນາມ ​ແລະ ຍີ​ປຸ່ນ ​ແລະ ບັນດາ​ປະ​ເທດ​​ແມ່ນ້ຳຂອງ​ອື່ນໆ. ​ໂດຍ​ສືບຕໍ່​ປະກອບສ່ວນ​ຢ່າ​ງຕັ້ງໜ້າ​ໃຫ້​ແກ່​ກົນ​ໄກ​ຮ່ວມ​ມື ແມ່​ຂອງ-ຍີ​ປຸ່ນ, ທີ່​ກອງປະຊຸມ​ຄັ້ງ​ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຈະ​ກ່າວ​ປາ​ໄສ​ກ່ຽວ​ກັບ​ບັນດາ​ທິດ​ທາງ​ຮ່ວມ​ມື ແມ່​ຂອງ-ຍີ​ປຸ່ນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ກໍ​ຄື​ຊີ້​ໃຫ້​ເຫ​ັນບັນດາ​ບຸລິ​ມະ​ສິດຂອງ​ຫວຽດນາມ​ໃນ​ຂອບ​ເຂດ​ຮ່ວມ​ມື ແມ່​ຂອງ-ຍີ​ປຸ່ນ, ​ໃນ​ນັ້ນ​ມີ​ບັນ​ຫາ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງນ້ຳ​ໃນ​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ.

   ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ການ​ເຊື່ອມ​ຕໍ່​ໃນ​ພາກ​ພື້ນ​ແມ່​ນ້ຳຂອງຍິ່ງ​ກ່ວາ​ອີກ​ນັ້ນ, ຄາດ​ຄະ​ເນ​ວ່າ ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຈະ​ຍົກ​ອອກ​ຂໍ່ລິ​ເລີ່​ມ​ໃໝ່​ກ່ຽວ​ກັບ​ການ​ພັດທະນາ​ລະບົບ​ຂົນ​ສົ່ງ​ຫຼາຍ​ຮູບ​ແບບ​ເພື່ອ​ນຳ​ໃຊ້​ຕາ​ນ່າງ​ແມ່​ນ້ຳ​ລຳ​ເຊ, ປະສານ​ສົມທົບ ​ແລະ ໜູນ​ຊ່ວຍ​ໃຫ້​ແກ່​ການ​ຂົນ​ສົ່ງ​ທາງບົກ ​ແລະ ທາງ​ທະ​ເລ. ຂໍ້​ລິ​ເລີ່​ມຈະ​ນຳ​ມາ​ເຊິ່ງຫຼາຍ​ຜົນ​ປະ​ໂຫຍ​ດທີ່​ສຳຄັນ​ໃຫ້​​ແກ່ພາກ​ພື້ນ​ຄື: ຊ່ວຍ​ຂຸດ​ຄົ້ນ​ລະບົບ​ທາງບົກ, ​ແລວ​ຄົມມະນາຄົມ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ເກົ່າ ​ແລະ ຫຼຸດ​ຜ່ອນ​ບັນດາ​ຍານພາຫະນະ​ຢູ່​ຕາມ​ເສັ້ນທາງ​ຄົມມະນາຄົມ​ຕົ້ນ​ຕໍ່, ສ້າງ​ເງື່ອນ​ໄຂ​ສະດວກ​ແກ່​ການທ່ອງທ່ຽວ, ການ​ແລກປ່ຽນ​ຄ້າຂາຍ​ຈໍລະ​ຈອນ​ສິນຄ້າດ້ວຍ​ການ​ຫຼຸດ​ຄ່າ​ໃຊ້​ຈາ​ຍ ​ແລະ ​ເວລາ​ຂົນ​ສົ່ງ, ປະກອບສ່ວນປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໂດຍ​ຜ່ານ​ການຫຼຸດຜ່ອນ​ອາຍ​ພິດ​ຂອງ​ຍານພາຫະນະ​ໃນ​ການ​ສັນຈອນ​ໄປມາ.

     ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້, ນອກຈາກ​ຈຸດປະສົງ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມືແມ່​ຂອງ-ຍີ​ປຸ່ນ, ຢືນຢັນ​ບົດບາດ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ ​ແລະ ​ໃນ​ຂອບ​ເຂດ​ການ​ຮ່ວມ​ມືແມ່​ຂອງ-ຍີ​ປຸ່ນ, ປັບປຸງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນແມ່​ນ້ຳຂອງນັ້ນ, ຈຸດໝາຍ​ຂອງ​ຄະນະ​ຜູ້​ແທນ​ຫວຽດ ນາມ ຍັງ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ ຫວຽດນາມ​-ຍີ​ປຸ່ນ, ຊຸກຍູ້​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ ທີ່​ໄດ້​ບັນລຸ​ມາ​ໄດ້ລະຫວ່າງ 2 ປະ​ເທດ. ​ໃນ​ໄລຍະ​ເຮັດ​ວຽກ​ຢູ່​ຍີ​ປຸ່ນ, ຄາດ​ວ່າ ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຈະ​ມີ​ການ​ເຈລະຈາ 2 ຝ່າຍ​ກັບ ທ່ານ​ນາຍົກລັດຖະມົນຕີຍີປຸ່ນ Noda Yoshiko, ກ່າວ​ປາ​ໄສ​ຢູ່​ສະ​ໂມ​ສອນ​ສື່​ມວນ​ຊົນ​ແຫ່ງ​ຊາດ​ຍີ​ປຸ່ນ, ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໂດຍພະ​ບໍລົມ​ວົງສາ​ນຸວົງ ຍີ​ປຸ່ນຈັດ​ຂຶ້ນ, ພົບ​ປະ​ກັບ​ຜູ້ຕາງໜ້​າ ສະຫະພັນ​ເສດຖະກິດ​ຍີ​ປຸ່ນ ​ແລະ ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຍີ​ປຸ່ນ ​ແລະ ອື່ນໆ.

   ​ໂດຍ​ຖືກ​ດຳ​ເນີນ​ໃນ​ສະພາວະ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ- ຍີ​ປຸ່ນ, ການ​ພົວພັນ​ລະຫວ່າງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​ໃນ​ອະນຸ​ພາກ​ພື້ນແມ່​ນ້ຳຂອງສືບຕໍ່​ພັດທະນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມສະ​ແດງ​ໃຫ້​ເຫັນ​ບົດບາດ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ​ໃນ​ກົນ​ໄກ​ຮ່ວມ​ມື ແມ່​ຂອງ-ຍີ​ປຸ່ນ, ຍູ້​​ແຮງການ​ພົວພັນ​ກັບ​ຍີ​ປຸ່ນ ​ແລະ ບັນດາ​ປະ​ເທດ​ໃນ​ອະນຸ​ພາກ​ພື້ນແມ່​ນ້ຳຂອງ​ໃຫ້​ຍິ່ງ​ຂຶ້ນ​ອີກ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ ​ແລະ ຂອງ​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ