ເພີ່ມທະວີການຮ່ວມມືລະຫວ່າງສອງພັກ, ສອງລັດຫວຽດນາມ - ລາວ

(vovworld) - ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ສປປ ລາວ ບຸນ​ຍັງ ວໍລະ​ຈິດ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສັນຖະ​ວະ​ໄມຕີ​ ຫວຽດນາມຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 25/4. ນີ້​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ ບຸນ​ຍັງ​ ວໍລະ​ຈິດ ​ໃນ​ຖານະ​ເປັນ​​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ, ອາຍຸ​ການ 2016-2020, ປະກອບສ່ວນ​ຢືນຢັນ​ແນວທາງ​ການ​ຕ່າງປະ​ເທດສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ຖື​ເປັນ​ສຳຄັນ, ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ, ນຳ້​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ເພີ່ມທະວີການຮ່ວມມືລະຫວ່າງສອງພັກ, ສອງລັດຫວຽດນາມ - ລາວ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ
​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ສປປ ລາວ ບຸນ​ຍັງ ວໍລະ​ຈິດ)

ປະຈຸ​ບັນ, ​ເຖິງ​ວ່າ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ສະພາບ​ການ​ພາຍ​ໃນ​ປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ການ​ຮ່ວມ​ມື, ຄວາມ​ສາມັກຄີ​ແບບ​ພິ​ເສດ ລາວ - ຫວຽດນາມ ຍັງ​ຄົງ​ຮັກສາ​ໄວ້, ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ.

ການ​ພົວພັນ​ຫວຽດນາມ-ລາວ​ໄດ້​ຮັບ​ການ​ຍູ້​ແຮງ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ ນັບ​ມື້​ນັບ​ສະໜິດ​ຕິດ​ພັນ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ

​ໃນ​ໄລຍະ​ຜ່ານ​ມາ, ສອງ​ປະ​ເທດ​ໄດ້​ຈັດ​ຕັ້ງ​ການ​ຢ້ຽມຢາມ, ການ​ພົບ​ປະ​ຕ່າງໆ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ; ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ບັນດາ​ຄະນະ, ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນຕ່າງໆ.

ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ນັບ​ມື້​ນັບ​ສະໜິດ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ, ສອງ​ຝ່າຍ​ໄດ້​ສົມທົບ​ກັນ​ປະຕິບັດ​ບັນດາ​ອານຸສັນຍາ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສອງ​ປະ​ເທດກໍ່​ຄື​ສັນຍາ​ກ່ຽວ​ກັບ​ຂໍ້​ກຳນົດ​ຄຸ້ມ​ຄອງ​ຊາຍ​ແດນ. ສອງ​ຝ່າຍ​ໄດ້​ສຳ​ເລັດ​ໂຄງການ​ປັກ​ຫຼັກ​ໝາຍ​ຖີ່ ​ແລະ​ບູລະນະ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ ຫວຽດນາມ - ລາວ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ເອກະສານ​ນິຕິ​ກຳ​ທີ່​ສຳຄັນ​ແມ່ນ “ອະນຸ​ສັນຍາ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ​ທາງບົກ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ລັດຖະບານ ລາວ“. ​ເລື່ອງ​ສຳ​ເລັດ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ ​ໄດ້​ປະກອບສ່ວນ​ສຳ​ເລັດ​ເສັ້ນ​ຊາຍ​ແດນ ຫວຽດນາມ - ລາວ​ຢ່າງ​ມີ​ຄຸນ​ນະພາ​ບ, ນັບ​ທັງ​ດ້ານ​ນິຕິ​ກຳ ​ແລະ ພຶດຕິ​ກຳ​ຕົວ​ຈິງ. ສອງ​ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຊອກ​ຫາ, ສົ່ງ​ອັດຖິ​ນັກຮົບອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ ຫວຽດນາມ​ທີ່​ເສຍສະຫຼະ​ຊີວິດ​ຢູ່​ລາວກັບ​ເມືອ​ປະ​ເທດ.

ເພີ່ມທະວີການຮ່ວມມືລະຫວ່າງສອງພັກ, ສອງລັດຫວຽດນາມ - ລາວ - ảnh 2
(ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ,
ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ)

​ໃນ​ຂົງ​ເຂດ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ຫວຽດນາມ ​ແລະ ລາວ​ໄດ້​ເປັນ​ເຈົ້າ​ການ, ຕັ້ງໜ້າ​ຜັນ​ຂະຫຍາຍ​ສັນຍາ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດ​ທິຜົນ; ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ສອງ​ຝ່າຍ​ສະບັບ​ໃໝ່, ສັນຍາ​ການ​ຄ້າ​ຊາຍ​ແດນ, ຜັນ​ຂະຫຍາຍ​ກົນ​ໄກ “ປະຕູ​ດຽວ, ຢຸດ​ເທື່ອ​ດຽວ“ ຢູ່ຄູ່​ດ່ານ​ຊາຍ​ແດນສາກົນ ລາວ​ບາ​ວ - ​ແດນ​ສະຫວັນ. ການ​ລົງທຶນ​​ຂອງ​ວິ​ສາ​ຫະກິດ​ຫວຽດນາມ​ຢູ່ ລາວ​ມີ​ການ​ເຕີບ​ໂຕ​ຫຼາຍ​ຢ່າງ. ປະຈຸ​ບັນ ຫວຽດນາມ​ ນຳ​ໜ້າໃນ​ບັນຊີ​ລາຍ​ຊື່ບັນດາ​ປະ​ເທດ​ລົງທຶນ​ເຂົ້າ​ລາວ, ດ້ວຍ 15 ​ໂຄງການ​ລົງທຶນ​ໃນ​ຂົງ​ເຂດ​ເຂື່ອນ​ໄຟຟ້າ​ຢູ່​ລາວ ດ້ວຍ​ກຳລັງ​ຕິດ​ຕັ້ງ​ທັງ​ໝົດ​ແມ່ນ 3.000 KW, ​ແລະ​ຍອດ​ຈຳນວນ​ທຶນ​ປະມານ 1,4 ຕື້ USD, 57 ​ໂຄງການ​ກ່ຽວ​ກັບ​ຊັບພະຍາກອນ​ໂລຫະ, 18 ​ໂຄງການ​ປູກ​ຕົ້ນ​ຢາງພາລາ ​ແລະ ຕົ້ນ​ໄມ້​ອຸດສາຫະກຳ​ຢູ່​ລາວ. ການ​ຮ່ວມ​ມື​ທາງ​ດ້ານ​ການ​ເມືອງມີ​ຄວາມ​ແໜ້ນ​ແຟ້ນນັ້ນ, ​ແມ່ນ​ພື້ນຖານ​​ໃຫ້​ແກ່​ການ​ພັດທະນາ​ການ​ຮ່ວມ​ມື​ຂອງ​ບັນດາ​ຂະ​ແໜງ​ການ​ອື່ນໆ, ພິ​ເສດ​ແມ່ນ​ຂົງ​ເຂດ​ບຳລຸງ​ສ້າງ. ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ, ກຳມະການ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະຕິວັດ​ລາວ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ, ​ໃຫ້​ຮູ້​ວ່າ

(ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ)

ປັບປຸງ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ​ໃນ​ສະພາບ​ການ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ

ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ຂອງ​ຜູ້ນຳ​ພັກ, ລັດ ສປປ ລາວ​ດຳ​ເນີນ​ໄປ​ໃນ​ສະພາບ​ທີ່​ຫວຽດນາມ - ລາວ​ຫາ​ກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ​ຄັ້ງ​ທີ 12 ​ແລະ ກອງ​ປະຊຸມ​ໃຫຍ່​ພັກ​ປະຊາຊົນ ປະຕິວັດ​ລາວ​ຄັ້ງ​ທີ 10 ສຳ​ເລັດ​ຜົນ. ພິ​ເສດ, ປະຊາຊົນ​ລາວ​ບັນດາ​ເຜົ່າ​ຫາ​ກໍ່​ຈັດ​ຕັ້ງການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງ, ນະຄອນ​ສຳ​ເລັດ. ວັນ​ທີ 20/4 ຜ່ານ​ມາ, ທີ່​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະ​ເລິີກ, ຂອງສະພາ​ແຫ່ງ​ຊາດ ລາວ​ຊຸດ​ທີ 8, ທ່ານ​ ບຸນ​ຍັງ​ວໍລະ​ຈິດ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ປະ​ເທດ ສປປ ລາວ. ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ, ກຳມະການ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະຕິວັດ​ລາວ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ, ​​ໄດ້​ເວົ້າ​ກ່ຽວ​ກັບ​ຄວາມ​ໝາຍ​ການ​ຢ້ຽມຢາມ​ນີ້​ວ່າ:

(ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ)

​ໃນ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ຫວຽດນາມຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້, ທ່ານ​ ບຸນ​ຍັງ​ວໍລະ​ຈິດ, ​ເລຂາທິການ​ໃຫຍ່​, ປະທານ​ປະ​ເທດ​ລາວ ​ແລະ ບັນດາ​ການ​ນຳ ຫວຽດນາມ ສືບ​ຕໍ່​ແລກປ່ຽນ, ຢືນຢັນ​ເຈດ​ຕະນາ​ດີ ​ແລະ ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ທັງ​ສອງ​ຝ່າຍ ​ແມ່ນ​ສືບ​ຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ລາວ - ຫວຽດນາມ​ທີ່​ມີ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ. ການ​ຢ້ຽມຢາມ​, ອີກ​ເທື່ອ​ໜຶ່ງ​ໄດ້​ເປັນ​ພະຍານ​ຫຼັກ​ຖານ​ແຫ່ງ​ການ​ພົວພັນ​ທີ່​ຫາ​ຍາກ​ນີ້, ກຳລັງ ​ແລະ ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ສູ່​ລະດັບສູງ​​ໃໝ່.

 

ຂ່າວ/ບົດ​ອື່ນ