(vovworld)- ໂດຍໄດ້ຮັບຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕິນຢຸງ, ວັນທີ 4/9, ທ່ານນາຍົກລັດຖະມົນຕີ ຕີມໍຕາເວັນອອກ Kay Rala Xanana Gusmao ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມຫວຽດນາມ ທີ່ແກ່ຍາວເປັນເວລາ 2 ວັນຄັ້ງນີ້ ແມ່ນການຢ້ຽມຢາມ ຄັ້ງທີ 2 ຂອງທ່ານ Gusmao ນັບແຕ່ເດືອນ 8/2005 ໃນຖານະເປັນປະທານາທິບໍດີ ຕີມໍຕາເວັນອອກ, ຈະປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງຫວຽດນາມ ແລະ ຕີມໍຕາເວັນອອກ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ໂດຍສະເພາະແມ່ນຍາດແຍ່ງການສະໜັບສະໜູນຂອງຫວຽດນາມ ເພື່ອໃຫ້ຕີມໍຕາເວັນອອກ ເຂົ້າເປັນສະມາຊິກອາຊຽນ.
ທ່ານນາຍົກລັດຖະມົນຕີຕີມໍຕາເວັນອອກ
ຢ້ຽມຢາມຫວຽດນາມຢ່າງເປັນທາງການ.
(ພາບ: nguyentandung.org)
ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຂອງທ່ານນາຍົກລັດ ຖະມົນຕີ ຕີມໍຕາເວັນອອກ Kay Rala Xanana Gusmao ດຳເນີນໄປໃນສະພາບຄວາມສະຫງົບປອດໄພ, ສະພາບການເມືອງ, ສັງຄົມຂອງຕີມໍຕາເວັນອອກ ສືບຕໍ່ໄດ້ຮັບການຮັກສາເປັນປົກກະຕິ. ລັດຖະບານຂອງທ່ານ Kay Rala Xanana Gusmao ໄດ້ປະກາດໃຊ້ໂຄງການດຳເນີນງານ, ວາງອອກບັນດາຈຸດໝາຍສຸມໃສ່ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ພັດທະນາພືນຖານໂຄງລ່າງ ແລະ ເປີດກ້ວາງການພົວພັນກັບຕ່າງປະເທດ.
ລັດຖະບານຕີມໍຕາເວັນອອກ ພວມສຸມໃສ່ຍູ້ແຮງການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ປັບປຸງດ້ານສາທາລະນະສຸກ ແລະ ການສຶກສາ, ຮັກສາຄວາມ ໝັ້ນຄົງ, ສືບຕໍ່ປະຕິບັດການໄກ່ເກ່ຍປອງດອງຊາດ. ແຜນງົບປະມານສືບຕໍ່ຜັນຂະຫຍາຍ 3 ເສົາຄ້ຳໃນແຜນການພັດທະນາຍຸດທະສາດໄລຍະ 2011-2030 ແມ່ນທຶນພັດທະນາສັງຄົມ, ພື້ນຖານໂຄງລ່າງ ແລະ ພັດທະນາເສດຖະກິດ.
ກ່ຽວກັບດ້ານເສດຖະກິດ, ໃນໄລຍະຜ່ານມາ, ຕີມໍຕາເວັນອອກ ກໍ່ມີບັນດາບາດກ້າວພັດທະນາທີ່ແນ່ນອນ. ລະດັບເຕີບໂຕຈີດີພີປີ 2012 ບັນລຸ 10%, ລາຍຮັບສະເລ່ຍຕໍ່ຫົວຄົນກ່ວາ 700 USD ແລະ ພວມສູ້ຊົນກາຍເປັນປະເທດມີລາຍຮັບສະເລ່ຍປານກາງໃນປີ 2015. ໃນນະໂຍບາຍການຕ່າງປະເທດ, ຕີມໍຕາເວັນອອກ ສືບຕໍ່ເລັ່ງໃສ່ການພັດທະນາການພົວພັນກັບບັນດາປະເທດໃຫ່ຍ ແລະ ປະເທດບ້ານໃກ້ເຮືອນຄຽງໃນພາກພື້ນ, ພ້ອມທັງຂົນຂວາຍເພື່ອເຂົ້າເປັນສະມາຊິກອາຊຽນ. ນັບແຕ່ມອບໃບຮ້ອງຂໍເຂົ້າເປັນສະມາຊິກອາຊຽນ ເມື່ອເດືອນ 3/2011, ຕີມໍຕາເວັນອອກ ໄດ້ຕັ້ງໜ້າຍູ້ໄວວິວັດການເປີດກ້ວາງການພົວພັນກັບອາຊຽນ. ໃນປີ 2013, ບັນດາການນຳ ຕີມໍຕາເວັນອອກ ຄາດວ່າຈະໄປຢ້ຽມຢາມບັນດາປະເທດສະມາຊິກອາຊຽນ ແລະ ຕີມໍຕາເວັນອອກ ໄດ້ໄປຢ້ຽມຢາມອິນໂດເນເຊຍ, ສິງກະໂປ, ຟິລິບປິນ ແລ້ວ ແລະ ປະຈຸບັນ ແມ່ນໄປຢ້ຽມຢາມຫວຽດນາມ.
ຫວຽດນາມຖືການພົວພັນກັບຕີມໍຕາເວັນອອກເປັນສຳຄັນ
(ພາບ: dantri.com.vn)
ໃນໄລຍະມໍ່ໆມານີ້, ການພົວພັນລະຫວ່າງຫວຽດນາມ ແລະ ຕີມໍຕາເວັນອອກ ໄດ້ມີບັນດາບາດກ້າວພັດທະນາເປັນຢ່າງດີ, ຊື່ງພົ້ນເດັ່ນແມ່ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຂອງປະທານາທິບໍດີ Hoxe Ramos Hosta ເມື່ອເດືອນ 4/2010, ໃນນັ້ນ, ສອງຝ່າຍໄດ້ລົງນາມໃນສັນຍາແມ່ກ່ຽວກັບການຮ່ວມມືດ້ານເສດຖະກິດ, ເຕັກນິກ ແລະ ສ້າງຕັ້ງກົນໄກຄະນະກຳມະການປະສົມຫວຽດນາມ-ຕີມໍຕາເວັນອອກ. ຕີມໍຕາເວັນອອກ ໄດ້ເປີດສະຖານທູດປະຈຳຮ່າໂນ້ຍນັບແຕ່ເດືອນ 4/2012 ແລະ ແຕ່ງຕັ້ງເອກອັກຄະລັດຖະທູດປະຈຳຫວຽດນາມ ນັບແຕ່ເດືອນ 12/2012. ການຮ່ວມມືດ້ານການຄ້າສອງສົ້ນບັນລຸເກືອບ 35 ລ້ານ USD ໃນປີ 2012, ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບກັບລະດັບ 13 ລ້ານ USD ໃນປີ 2011. ໃນ 6 ເດືອນຕົ້ນປີ 2013, ວົງເງິນການຄ້າບັນລຸເກືອບ 20 ລ້ານ USD, ໃນນັ້ນ, ສ່ວນຫຼາຍແມ່ນຫວຽດນາມ ສົ່ງອອກເຂົ້າສານ, ສິນໃນນ້ຳ, ສິນທະເລ....ໄປ ຕີມໍຕາເວັນອອກ. ປະຈຸບັນ, ບໍລິສັດໂທລະຄົມກອງທັບຫວຽດນາມ (Viettel) ພວມລົງທຶນໂຄງການສະໜອງການບໍລິການໂທລະຄົມຢູ່ ຕີມໍຕາເວັນອອກທີ່ມີມູນຄ່າເກືອບ 15 ລ້ານ USD. ສອງປະເທດມີຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຫຼາຍຢ່າງ, ໂດຍສະເພາະແມ່ນໃນຂົງເຂດກະສິກຳ, ນ້ຳມັນອາຍແກັດ, ສິນໃນນ້ຳ, ກໍ່ສ້າງພື້ນຖານໂຄງລ່າງ…ເພື່ອຊຸກຍູ້ການຮ່ວມມື ແລະ ແບ່ງປັນບົດຮຽນ.
ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຕີມໍຕາເວັນອອກ Kay Rala Xanana Gusmao ຄັ້ງນີ້ ເພື່ອແນໃສ່ຢັ້ງຢືນ, ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນສອງຝ່າຍ, ການຮ່ວມມືຫຼາຍດ້ານກັບຫວຽດນາມ; ແລກປ່ຽນບົດຮຽນກ່ຽວກັບການສ້າງສາ ແລະ ພັດທະນາປະເທດຊາດ, ບັນດາບັນຫາພາກພື້ນ ແລະ ສາກົນຊື່ງສອງຝ່າຍຕ່າງມີຄວາມສົນໃຈ. ສຳລັບຫວຽດນາມ ແລ້ວ, ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ເພີ່ມທະວີການຮ່ວມມືກັບ ຕີມໍຕາເວັນອອກ, ຊື່ງແມ່ນປະເທດໜຶ່ງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຖິງວ່າບໍ່ທັນແມ່ນສະມາຊິກອາຊຽນກໍ່ຕາມ, ຊອກຫາ, ຊຸກຍູ້ບັນດາຂົງເຂດຮ່ວມມືເພື່ອຜົນປະໂຫຍດຂອງທັງສອງຝ່າຍ ກໍ່ຄືແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນຊື່ງທັງສອງຝ່າຍຕ່າງມີຄວາມສົນໃຈ./.