ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ-ອີຣານ

(vovworld) - ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ສ.ອິ​ດ​ສະ​ລາມ Hassan Rouhani ພວມ​ມີ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນດ້າຍກວາງ. ການ​ຢ້​ຽມ​ຢາມ​ຖືກ​ດຳ​ເນີນ​ແຕ່​ວັ​ນ​ທີ 5 – 6/10 ແມ່ນ​ເພ​ື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ກັບ ອີ​ຣ​ານ ໃນ​ສະ​ພາບ​ການ​ໃໝ່, ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່.


ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ-ອີຣານ - ảnh 1
(ພິ​ທີ​ຕ​້ອ​ນ​ຮັບທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ສ.ອິ​ດ​ສະ​ລາມ Hassan Rouhani)

(vovworld) - ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ສ.ອິ​ດ​ສະ​ລາມ Hassan Rouhani ພວມ​ມີ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນດ້າຍກວາງ. ການ​ຢ້​ຽມ​ຢາມ​ຖືກ​ດຳ​ເນີນ​ແຕ່​ວັ​ນ​ທີ 5 – 6/10 ແມ່ນ​ເພ​ື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ກັບ ອີ​ຣ​ານ ໃນ​ສະ​ພາບ​ການ​ໃໝ່, ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່.

        ປະ​ເທດ​ສ.ອິດ​ສະ​ລາມ​ອີ​ຣານ ຕັ້ງ​ຢູ່ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້​ອາ​ຊີ. ພາຍ​ຫຼັງ​ທີ່​ອີ​ຣານ ​ບັນ​ລຸ​ໄດ້​ຂໍ້​ຕົ​ກ​ລົງ​ນິວ​ເຄຼຍຢ່າງ​ຮ​ອ​ບ​ດ້ານ​ເມື່​ອ​ເດ​ື່ອນ 07/2015 ແລະ ຜັນ​ຂະ​ຫາຍ​ຂໍ້​ຕົກ​ລົງ​ນີ້​ນັບ​ແຕ່​ວັນ​ທີ 16/01/2016 ຢ່າງ​ເປັນ​ທາງ​ການ, ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ອີ​ຣານ ​ໄດ້​ຮັບ​ການ​ຟື້ນ​ຟູ​ເທ​ື່ອ​ລະ​ກ້າວ ພາຍ​ຫຼັງ​ທີ່​ສະ​ຫະ​ປະ​ຊາ​ຊາດ ແລະ ຫຼາຍ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ຍົກ​ເລີກ​ຄຳ​ສັ່ງ​ລົງ​ໂທດ​ສຳ​ລັບ​ເຕ​ເຣ​ຣານ.

ຫວຽດ​ນາມ​ແລະ​ອີ​ຣານ​ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ.

        ຫວຽດ​ນາມ ແລະ ອີ​ຣານ ​ໄດ້ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູ​ດ​ນັບ​ແຕ່​ປີ 1973. ປີ 1991, ອີ​ຣານ ​ໄດ້ເປີດ​ສະ​ຖານ​ທູ​ດ​ປະ​ຈຳ​ຮ່າ​ໂນ້ຍ ແລະ ຮອດ​ປີ 1997, ຫວຽດ​ນາມ ເປີດ​ສະ​ຖານ​ທູດ​ຢູ່​ນະ​ຄອນ​ຫຼວງ​ເຕ​ເຣ​ຣານ. ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ປັບ​ປຸງ ດ້ວຍ​​ການ​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອີ​ຣານ ເມື່​ອ​ເດື​ອນ 09/2009. 2 ປະ​ເທດ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ ແລະ ກັນ​ໃນ​ຂອບ​ເຂດ​ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ ແລະ ສົມ​ທົບ​ກັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ.

        ໃນ​ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ແລະ ອີ​ຣານ ໄດ້​ຮັກ​ສາ​ການ​ຢ້ຽມ​ຢາ​ມ​​ເຊິ່ງ​ກັນ ແລະ ກັນລະ​ຫວ່າງ​ບັນ​ດາ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຂັ້ນ​ຕ່າງໆ. 2 ຝ່າຍ​ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ຂັ້ນ​ສູງ​ຄັ້ງ​ຕ່າງໆ, ​ໃນ​ນັ້ນ, ຫວ່າງ​ມໍ່ໆ​ມານີ້​ແມ່ນ​ການ​ຢ້ຽມ​ຢາມ​ອີ​ຣານ ຂອງ​ທ່ານ​ອະ​ດີດ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເມື່ອ​ເດື​ອນ 03/2016. ທ່ານ​ອະ​ດີດ​ປະ​ທານ​ນາ​ທິ​ບໍ​ດ​ີ​ອີ​ຣານ Mahmoud Amadinejad ​ມາຢ້ຽມ​ຢາມ​ຫວຽ​ດ​ນາມ ເມື່ອ​ປີ 2012. 2 ປະ​ເທດ​ໄດ້​ຈັດ​ກອງ​ປະ​ຊຸມ​​ທາບ​ທາ​ມ​ຄວາມ​ເຫັນ​ດ້ານ​ການ​ເມືອງ​ເປັນ 6 ຄັ້ງ ແລະ ກອງ​ປະ​ຊຸ​ມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ລະ​ຫວ່າງລັດ​ຖະ​ບານ 8 ຄັ້ງ. ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຣານ ໄດ້​ຮັບ​ການ​ຊຸກ​ຍູ້​​ເທື່ອ​ລະ​ກ້າວໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ຄ້າ, ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ, ວັດ​ທະ​ທຳ, ການ​ສຶກ​ສາ... 2 ຝ່າຍ​ໄດ້​ລົງ​ນາມ​ເອ​ກະ​ສານ​ຮ່ວມ​ມື​ຫຼາຍ​ສະ​ບັບ​ໃນ​ຫຼາຍ​ຂົງ​ເຂດ​ຄື: ກະ​ສິ​ກຳ, ສິນ​ໃນ​ນ້ຳ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ທະ​ນາ​ຄານ, ພາ​ສີ, ການ​ບິນ. ບັນ​ດາ​ເອ​ກະ​ສານນີ້​ແມ່ນ​ພື້ນ​ຖານ​ນິ​ຕິ​ກຳ​ເພື່ອ​ຊ່ວຍ​ໃຫ້​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ 2 ປະ​ເທດ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ.

ກາ​ລະ​ໂອ​ກາດ​ໃໝ່​ໃນ​ການຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາ​ມ-ອີ​ຣານ.

        ເຖິງວ່າ 2 ປະ​ເທດ​ມີ​ຄວາມ​ສາ​ມາດ​ບ​ົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ທີ່​ໃຫຍ່​ຫຼວງ, ແຕ່​ມາ​ຮອດ​ປະ​ຈ​ຸ​ບັນ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ 2 ຝ່າຍ​ຍັງ​ຢູ່​ລະ​ດັບບໍ່​ສູງ​ປານ​ໃດ. ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ - ອີ​ຣານ​ ຍັງ​ຈຳ​ກັດ​ຢູ່, ບັນ​ລຸ 106,7 ລ້ານ USD ໃນ​ປີ 2015, ໃນ​ນັ້ນ​ຫວຽດ​ນາມ ສົ່ງ​ອອກກວ່າ 77 ລ້ານ USD. ວົງ​ເງິນ​ການ​ຄ້າ 6 ເດືອນ​ຕົ້ນ​ປີ 2016 ບັນ​ລຸ 54 ລ້ານ USD.

        ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອີ​ຣານ ຫງວຽນ​ຮົ່ງ​ແທກ ແລ້ວ, ເຖິງວ່າ 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ສັນ​ຍ​າ​ ແລະ ຂໍ້​ຕົ​ກ​ລົງ​ຮ່ວມ​ມືບາງ​ສະ​ບັບກໍ່​ຕາມ, ແຕ່​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ຍັງ​ໃຫຍ່​ຫຼວງ​ຢູ່.

        “ຫວຽດ​ນາມ ສາ​ມາດ​ສົ່ງ​ອອກ​ໄປ​ຍັງ​ອີ​ຣານ ສິນ​ຄ້າ​ຫຼາຍ​ປະ​ເພດ​ທີ່​ສຸດ ຕົວ​ຢ່າງ​ຄື: ຜະ​ລິດ​ຕະ​ພັນ​ກະ​ເສດ, ໝາກ​ໄມ້, ເກີບ​ໜັງ… ໃນ​ຕົວ​ຈິງ ຈຳ​ນວນ​ເກີດ​ໜັງ​ຫວຽດ​ນາມ ​ທີ່ສົ່ງ​ໄປ​ຍັງ​ອີ​ຣານ ​ແມ່ນໄດ້​ຮັບ​ຄວາມນິ​ຍົມ​ຢູ່​ປະ​ເທດນີ້​ທີ່​ສຸດ. ກົງ​ກັນ​ຂ້າມ, ອີ​ຣານ ສາ​ມາດ​ສົ່ງ​​ອອກມາ​​ຍັງຫວຽດ​ນາມສິນ​ຄ້າ​ຫຼາຍ​ປະ​ເພດ​ຄື: ນ້ຳ​ມັນ​, ອາຍ​ແກັ​ສ, ທາ​ດ​ເຄ​ມີ, ບັນ​ດາ​ຜະ​ລິດ​ຕະ​ພັນ​ນ້ຳ​ມັນ…”

        ​​ຄຽງ​ຂ້າງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ, ​ການທ່ອງ​ທ່ຽວ ກໍ​ແມ່ນ​ຂົງ​ເຂດ​​ທີ່ມີ​ຄວາມ​ສາ​ມາດ​ບົ່​ມ​​ຊ້ອນ​ເຊິ່ງ 2 ປະ​ເທດ​ຈະ​ສຸ​ມ​ໃສ່​ຊຸກຍ​ູ້​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກໍ່​ຕ​າມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ຫວຽດ​ນາມ ປະ​ຈຳ​ອີ​ຣານ ຫງວຽນ​ຮົ່ງ​ແທກ ແລ້ວ, ໃນ​ຕ​ົວ​ຈິງ, ຊາວ​ອີ​ຣານ ​ໄດ້ຮູ້​ຈັກ​​ເຖິງຫວຽດ​ນາມ ແຕ່ບໍ່​ແມ່ນ​ສະ​ຖານ​ທ​ີ່​ທ່ອງ​ທ່ຽວ, ຫາກ​ແມ່ນ​ສະ​ຖານ​ທີ່​ຂອງ​ສົງ​ຄາມ. ເພາະ​ສະ​ນັ້ນ, ສະ​ຖານ​ທູດ​ຫວຽດ​ນາມ ໄດ້​ ແລະ ພວມ​ສົ່ງ​ເສີມ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື ກອງ​ປະ​ຊຸມ​ສຳ​ມະ​ນາ, ເຊື້ອເຊີນ​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽ​ວ​ຂອງ​ຫວຽດ​ນາມ ໄປ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ, ສົມ​ທົບ​ກັນ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ ແລະ ສະ​ແດງ​ສິ​ລະ​ປະ​ທີ່​ເປັນ​ມູ​ນ​ເຊື້ອ. ພິ​ເສດ, ໃນ​ເດືອນ 01 ຜ່ານ​ມາ, ສະ​ຖານ​ທ​ູ​ດ​ຫວຽດ​ນາມ ໄດ້​ເຊີນ​ຄະ​ນະ​​ຖ່າຍ​ທຳ​ຮ​ູບ​ເງົາ​ອີ​ຣານ ມາ​ຫວຽດ​ນາມ ເພື່ອ​ຖ່າຍ​ທຳ​ຮູບ​ເງົາ​​ເລື່ອງ​ທຳ​ອິດ​ດ້ວຍ​ພາ​ສາ​​ພາ​ຊີ ທີ່​ມີ​ຊື່​ວ່າ “ແດນ​ສະ​ຫວັ​ນ​ຢູ່ບໍ່​ໄກ” ກ່ຽວ​ກັບ​ການ​ທ່ອ​ງ​ທ່ຽວ​ຂອງ​ຫວຽດ​ນາມ. ​​ເປົ້າ​ໝາຍ​ແມ່ນ​ເພື່ອ​ຊຸກຍ​ູ້​​ການ​ທ່ອ​ງ​ທ່ຽວ​ຢືນ​ຢູ່​ແຖວ​ໜ້າ. ສິ່ງ​ດັ່ງ​ກ່າວບໍ່​ແມ່ນ​ວ່າບໍ່​ມີ​ສາຍ​ເຫດ ເມື່ອ​ນັ​ກ​ທ່ອງ​ທ່ຽວ​ຂອງ​ອີ​ຣານ ໄປ​ທ່ຽວ​ຢູ່​ໄທ ແມ່ນ 700.000 ເທື່ອ​ຄົນ/ປີ. ໃນ​ຂະ​ນະ​ນັ້ນ, ນັກ​ທ່ອງ​ທ່ຽ​ວ​​ອີ​ຣານ ມາ​ທ່ຽວ​ຢູ່ຫວຽດ​ນາມ ພຽງ​​ແຕ່ປະ​ມານ​ 1.000 – 2.000 ເທື່ອ​ຄົນ​ເທົ່າ​ນັ້ນ. ສິ່ງນັ້ນ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້າ​ນ​ການ​ທ່ອງ​ທ່ຽວ​ຍັງ​ໃຫຍ່​ຫຼວງ​ຢູ່. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ ຫງວຽນ​ຮົ່ງ​ແທກ ໃຫ້​ຮູ້​ວ່າ.

        “ອາດ​​ຈະ​ຖື​ການ​ທ່ອງ​ທ່ຽ​ວ​ຈະ​ແມ່ນ​ບາດ​ກ້າວ​ບຸກ​ທ​ະ​ລຸ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຣານ. ຊາວ​ອີ​ຣານ ໄດ້​ໄປ​ທ່ອງ​ທ່ຽວ​ຢູ່ໄທ, ໃກ້​ກ​ັບ​ຫວຽດ​ນ​າມ ແລ້ວ. ພວກ​ເຮົາ​ມີ​ທັດ​ສະ​ນີ​ຍະ​ພາບ​ສວຍ​ງາມ​ຫຼາຍ​ແຫ່ງ, ມີ​ທະ​ເລ​ທີ່​ສວຍ​ງາມ ສະ​ນັ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ. ເມືອ​ມາ​ທ່ອງ​ທ່ຽ​ວ​ຢູ່ຫວຽດ​ນາມ ເຂົາ​ເຈົ້າ​ຍັງ​ຊອກ​ເຫັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອື່ນໆ​ດ້ວຍ​ຕົນ​ເອງນັ້ນ ຈະ​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ໃຫ້​ການ​ພົວ​ພັນ​ໃນບັນ​ດາ​ຂົງ​ເຂດ​ອື່ນ”.

        ຫວຽດ​ນາມ ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​ຢ້ຽມ​ຢາມ 3 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ Hassan Rouhani, ເຊິ່ງ​ລວມ​ມີ: ຫວຽດ​ນາມ, ມາ​ເລ​ເຊຍ ແລະ ໄທ. ການ​ຢ້ຽມ​ຢາມ​ຖືກ​ດຳ​ເນີນ​ພາຍ​ຫຼັງ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ​ອີ​ຣານ ຂອງ​ທ່ານ​ອະ​ດີດ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເມື່ອ​ເດືອນ 03/2016. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ຫາ​ຍາກ​ໃນທຳ​ນຽມການ​ພົວ​ພ​ັນ​ທາງ​ການ​ທູດ ເມື່ອ​ປະ​ມູກລັດ 2 ປະ​ເທດ​ຢ້​ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຊິ່ງ​ກັນ ແລະ ກັນ​ໃນ​ປີ​ໜຶ່ງ. ໃນ​ສະ​ພາບ​ການນັ້ນ, ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້​ຂອ​ງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Hassan Rouhani ສືບ​ຕໍ່​ຮັດ​ແໜ້ນກ​ານ​ພົວ​ພັນ​ຮ່ວມ​ມື​ກັບ​ຫວຽດ​ນາມ ກວ່າ​ອີກ. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, 2 ຝ່າຍ​ຈະ​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ທ່ອ​ງ​ທ່ຽວ, ກະ​ສິ​ກຳ… 2 ຝ່າຍກໍ່​ຈະ​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ