ເພື່ອໃຫ້ວິທະຍາສາດ ແລະ ເຕັກໂນໂລຊີເປັນກຳລັງໜູນຂອງການພັດທະນາ

(VOVWORLD) -ການເຄື່ອນໄຫວດ້ານວິທະຍາສາດ ແລະ ເຕັກໂນໂລຊີຂອງຫວຽດນາມ ໃນໄລຍະຜ່ານມາ ບັນລຸໄດ້ຜົນງານພົ້ນເດັ່ນຫຼາຍຢ່າງ, ເປີດບັນດາກາລະໂອກາດໃໝ່ເພື່ອພັດທະນາ, ມີໜ້າໃນທຸກໆຂົງເຂດແຫ່ງຊີວິດການເປັນຢູ່ຂອງປະຊາຊົນ. ໃນຊຸມມື້ຕົ້ນປີໃໝ່ 2018, ຜູ້ນຳລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເປັນພິເສດເຖິງບັນດາມາດຕະການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອໃຫ້ ວິທະຍາສາດ ແລະ ເຕັກໂນໂລຊີ ສືບຕໍ່ເປັນ ກຳລັງໜູນພັດທະນາປະເທດຊາດ.

ເພື່ອໃຫ້ວິທະຍາສາດ ແລະ ເຕັກໂນໂລຊີເປັນກຳລັງໜູນຂອງການພັດທະນາ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບປະກອບ: vietnamnet.vn)

ຫວຽດນາມ ໄດ້ມີຫຼາຍກົນໄກ, ນະໂຍບາຍບຸລິມະສິດເພື່ອໃຫ້ວິທະຍາສາດ ແລະ ເຕັກໂນໂລຊີພັດທະນາ ແລະ ປະກອບສ່ວນສຳຄັນເຂົ້າໃນຜົນງານພັດທະນາເສດຖະກິດ - ສັງຄົມລວມຂອງປະເທດຊາດ. ຍ້ອນເຫດນັ້ນ, ການຈັດອັນດັບດັດຊະນີປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງໃນທົ່ວໂລກຂອງຫວຽດນາມ ປະຈຸບັນພວມຢືນຢູ່ອັນດັບທີ 59 ໃນຈຳນວນ 140 ປະເທດ ແລະ ເຂດແຄ້ວນ, ສູງກວ່າອັນດັບດ້ານເສດຖະກິດ. ສະເພາະບັນດາຕົວເລກຄາດໝາຍສົ້ນອອກທີ່ກ່ຽວຂ້ອງໂດຍກົງເຖິງວິທະຍາສາດ ແລະ ເຕັກໂນໂລຊີຂອງຫວຽດນາມ ນອນໃນກຸ່ມ 50. ຈຳນວນວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ,  ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃນຫຼາຍຂົງເຂດບັນລຸໝາກຜົນທີ່ໜ້າຮັບຮູ້, ໂດຍສະເພາະແມ່ນໃນຂົງເຂດສາທາລະນະສຸກ, ກະສິກຳ. ວິທະຍາສາດສັງຄົມກໍ່ຕັ້ງໜ້າປະກອບສ່ວນໃນການສ້າງແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ.

ປະຕິບັດບັນດາຄາດໝາຍປ່ຽນໃໝ່ວິທະຍາສາດເຕັກໂນໂລຊີເປັນຢ່າງດີ

        ເພື່ອໃຫ້ວິທະຍາສາດ ແລະ ເຕັກໂນໂລຊີກາຍເປັນນະໂຍບາຍຂອງລັດ, ແມ່ນກຳລັງໜູນພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ, ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີເອົາໃຈໃສ່ເປັນພິເສດເຖິງການປະຕິບັດບັນດາຄາດໝາຍປ່ຽນໃໝ່ກ່ຽວກັບລະບອບ, ກົນໄກນະໂຍບາຍກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ; ຍູ້ແຮງການເບິ່ງແຍງດູແລ, ພັດທະນາແຫຼ່ງຊັບພະຍາກອນມະນຸດດ້ານວິທະຍາສາດ ແລະ ເຕັກໂນໂລຊີທີ່ມີລະດັບຄວາມຮູ້; ພັດທະນາພື້ນຖານໂຄງລ່າງ; ຍົກສູງກຳລັງຄວາມສາມາດເຊື່ອມໂຍງເຂົ້າກັບສາກົນຂອງວິທະຍາສາດ ແລະ ເຕັກໂນໂລຊີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ.

        “ຕ້ອງຕອບສະໜອງ 4 ຄວາມຮຽກຮ້ອງຕົ້ນຕໍນັ້ນແມ່ນລັກສະນະປ່ຽນໃໝ່, ລັກສະນະບຸກທະລຸ, ລັກສະນະເໝາະສົມ, ລັກສະນະໝັ້ນຄົງໃນຍຸດທະສາດຂອງຂະແໜງ, ຕິດແທດກັບໂຄງການເຄື່ອນໄຫວຂອງລັດຖະບານເພື່ອພັດທະນາ. ສະເພາະປີ 2018, ໂຄງການເຄື່ອນໄຫວຂອງລັດຖະບານແມ່ນສຸມໃສ່ຊີ້ນຳການປ່ຽນໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ເຊິ່ງຈຸດສຸມແມ່ນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ວິຫະກິດ, ປະຊາຊົນຢູ່ພາຍໃນປະເທດພັດທະນາ, ຊຸກຍູ້ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ຍົກສູງສະມັດຕະພາບຄຸນນະພາບກຳລັງແຮງງານແຫ່ງຊາດ”.

        ໃນ 4 ເສົາຄ້ຳຕົ້ນຕໍ່ຕ້ອງໄດ້ຮັບການປ່ຽນແປງໃໝ່ໃນການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຊີນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ເລື່ອງວິທະຍາສາດເຕັກໂນໂລຊີຕ້ອງປະກອບສ່ວນຫັນປ່ຽນຮູບແບບການເຕີບໂຕດ້ານເສດຖະກິດ, ໂດຍສະເພາະແມ່ນຮູບແບບພວມມີສະມັດຕະພາບຕ່ຳໃນການຜະລິດກະສິກຳຢູ່ຫວຽດນາມ. ພ້ອມກັນນັ້ນແມ່ນຍູ້ແຮງການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງກວ່າອີກ, ໃນເມື່ອປະຈຸບັນນີ້ ຈຳນວນວິສາຫະກິດເລີ່ມທຸລະກິດຢ່າງມີຫົວຄິດປະດີດສ້າງຍັງບໍ່ທັນມີຫຼາຍ. ຂະບວນການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງໃນເບື້ອງຕົ້ນພຽງສຸມໃສ່ຢູ່ເຂດຕົວເມືອງໃຫຍ່.

ຮັບໃຊ້ວິສາຫະກິດນຳໃຊ້ ແລະ ປ່ຽນໃໝ່ເຕັກໂນໂລຊີ

        ໂດຍເນັ້ນໜັກເຖິງເລື່ອງວິທະຍາສາດເຕັກໂນໂລຊີຕ້ອງສຸມໃສ່ຮັບໃຊ້ວິສາຫະກິດນຳໃຊ້ ແລະ ປ່ຽນໃໝ່ເຕັກໂນໂລຊີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ວິສາຫະກິດຕ້ອງແມ່ນໃຈກາງຂອງລະບົບປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ.

        “ພວມເຮົາຢືນຢັນອີກເທື່ອໜຶ່ງວ່າ ຕ້ອງຖືວິສາຫະກິດແມ່ນໃຈກາງຂອງການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ. ອັນນີ້ຕ້ອງຮັບຮູ້ຢ່າງຈະແຈ້ງກວ່າ. ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງໃນບັນດາອົງການຂອງລັດ ແມ່ນມີຄວາມຈຳເປັນ, ປ່ຽນໃໝ່ກ່ຽວກັບວິຖີການເຮັດວຽກ, ປະຕິຮູບດ້ານການບໍລິຫານ, ຫຼຸດຜ່ອນລະບຽບການ. ຢາກມີຜະລິດຕະພັນວິທະຍາສາດເຕັກໂນໂລຊີທີ່ມີລັກສະນະແກ່ງແຍ້ງລະດັບຊາດ, ລະດັບສາກົນຢ່າງແທດຈິງ, ວິສາຫະກິດ, ປະຊາຊົນຕ້ອງເປັນໃຈກາງ. ຕ້ອງມີມາດຕະການຢ່າງລະອຽດກວ່າ, ໂດຍສະເພາະແມ່ນສ້າງສະພາບແວດລ້ອມ, ຮັກສາສູນສຳພັນດ້ານເຕັກໂນໂລຢີເຊື່ອມຕໍ່ລະຫວ່າງຄວາມຕ້ອງການ ແລະ ຄວາມສາມາດຕອບສະໜອງເປັນຄົນກາງໃນການມອບສົ່ງວິທະຍາສາດເຕັກໂນໂລຊີ”.

        ຈາກບັນດາເສົາຄ້ຳນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກອອກ 3 ຂອດບຸກທະລຸທີ່ຂະແໜງວິທະຍາສາດ ເຕັກໂນໂລຢີຄວນສຸມໃສ່ປະຕິບັດໃນປີ 2018. ໃນຈຳນວນນັ້ນ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງການບຸກທະລຸກ່ຽວກັບລະບອບລະບຽບການ, ນະໂຍບາຍ, ລົບລ້າງຈີນຕະນາການຫັນເປັນບໍລິຫານ, ວາງແຜນວິທະຍາສາດເຕັກໂນໂລຊີ. ພ້ອມກັນນັ້ນແມ່ນປ່ຽນໃໝ່ກ່ຽວກັບຮູບແບບການລົງທຶນ, ກົນໄກຈ່ອງຊື້ໃຫ້ວິທະຍາສາດເຕັກໂນໂລຊີ ເພື່ອໃຫ້ 2% ຈຳນວນງົບປະງານຂອງລັດທີ່ລົງທຶນໃຫ້ວິທະຍາສາດເຕັກໂນໂລຊີໄດ້ຮັບການນຳໃຊ້ຢ່າງມີປະສິດທິຜົນກວ່າ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຮຽກຮ້ອງໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນເຈົ້າການ ພັດທະນາພື້ນຖານໂຄງລ່າງວິທະຍາສາດເຕັກໂນໂລຊີຕາມທິດທັນສະໄໝ, ຄົບຊຸດ, ໃນນັ້ນມີບັນດາເຂດອຸດສາຫະກຳເຕັກໂນໂລຊີສູງ ແມ່ນຕ້ອງປະຕິບັດໃຫ້ສຳເລັດໃນປີ 2018 ແລະ ຊຸມປີຕໍ່ໆໄປເພື່ອທ່ວງທັນກັບການປະຕິວັດອຸດສາຫະກຳ 4.0 ໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ