(vovworld) - ທ່ານນາຍົກລັດຖະມົນຕີຈີນ ເວີນເຈຍປາວ ພວມທຳການເຄື່ອນໄຫວຢ້ຽມຢາມ 4 ປະເທດເອີລົບຄື: ເຢຍລະມັນ, ອຽກລັງ, ຊູແອດ ແລະໂປໂລຍ ເປັນເວລາ 7 ວັນ (20-27/4). ການຢ້ຽມຢາມມີຄວາມໝາຍອັນໃຫຍ່ຫຼວງໃນການເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການລົງທຶນລະຫວ່າງຈີນກັບບັນດາປະເທດທີ່ຂຶ້ນກັບສະຫະພາບເອີລົບ.
ອາດສາມາດເຫັນໄດ້ວ່າ, 4 ປະເທດເຊິ່ງທ່ານນາຍົກລັດຖະມົນຕີຈີນ ເວີນເຈຍປາວ ໄປຢ້ຽມຢາມໃນຄັ້ງນີ້ ລ້ວນແຕ່ມີບົດບາດສຳຄັນທີ່ມີຕໍ່ຈີນ, ພິເສດແມ່ນທາງດ້ານເສດຖະກິດ. ຖ້າຫາກວ່າເຢຍລະມັນ ໄດ້ຮັບການຮັບຮູ້ວ່າແມ່ນພື້ນຖານເສດຖະກິດໃຫຍ່ກວ່າໝູ່ຢູ່ເອີລົບ, ໂປໂລຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າໃຫຍ່ກວ່າໝູ່ຂອງຈີນ ຢູ່ເອີລົບ ຕາເວັນອອກ, ອຽກລັງ ແລະ ຊູແອັດພັດແມ່ນສອງປະເທດຢູ່ເອີລົບ ເໜືອທີ່ມີປະລິມານນ້ຳມັນອາຍແກດສະສົມຫຼາຍທີ່ສຸດ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຈີນ ເວີນເຈຍປາວ ຍັງເຂົ້າຮ່ວມງານຕະຫຼາດນັດອຸດສາຫະກຳ Hannover ຢູ່ເຢຍລະມັນ ເພື່ອພົບປະກັບວົງການນັກທຸລະກິດເຢຍລະມັນ, ພ້ອມທັງຊອກຫາຄວາມສາມາດກ່ຽວກັບເລື່ອງຈີນເຂົ້າຮ່ວມການຂຸດຄົ້ນນ້ຳມັນຢູ່ຂົ້ວໂລກເໜືອ ແລະ ເປີດທາງເດີນທະເລເພື່ອຂົນສົ່ງນ້ຳມັນດິບຈາກອຽກລັງມາຊຽງໄຮ້.
ຄວາມຈິງແລ້ວ, ການຢ້ຽມຢາມເຢຍລະມັນ ແລະ ອຽກລັງ ໄດ້ດຳເນີນໄປຖືກກັບແຜນການທີ່ໄດ້ວາງອອກຂອງຜູ້ຕ່າງໜ້າກະຊວງການຕ່າງປະເທດຈີນ. ໃນການເຄື່ອນໄຫວທຳອິດຂອງການຢ້ຽມຢາມເຢຍລະມັນ, ເມື່ອເຂົ້າຮ່ວມພິທີເປີດສະຫຼອງງານວາງສະແດງອຸດສາຫະກຳ Hannover, ທ່ານນາຍົກລັດຖະມົນຕີຈີນ ໄດ້ຢັ້ງຢືນຄືນໃໝ່ລັດຖະນະໂຍບາຍພື້ນຖານຂອງຈີນໃນການພົວພັນຕ່າງປະເທດແມ່ນຈະບໍ່ມີການປ່ຽນແປງ. ບັນດາບໍລິສັດທີ່ເຂົ້າຮ່ວມງານຕະຫຼາດນັດອຸດສາຫະກຳ Hannover ລ້ວນແຕ່ແມ່ນເສົາຄ້ຳ ຫຼືບໍລິສັດໃຫຍ່ຂອງພື້ນຖານອຸດສາຫະກຳທົ່ວໂລກ ແລະ ຈີນ ຢາກເຊີນບໍລິສັດເຫຼົ່ານັ້ນເຂົ້າຮ່ວມຂະບວນການປະຕິຮູບຂອງຈີນ. ແລະ ກໍ່ໃນການຢ້ຽມຢາມເຢຍລະມັນຄັ້ງນີ້, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບເລື່ອງອະນຸຍາດໃຫ້ກຸ່ມບໍລິສັດ Volkswagen ຂອງເຢຍລະມັນຕັ້ງໂຮງງານຜະລິດລົດໂອໂຕໃໝ່ຢູ່ ຈິນຊ່ຽງ ຂອງຈີນ.
ຖ້າຫາກວ່າການຢ້ຽມຢາມເຢຍລະມັນ ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ຈຸດປະສົງຂອງການຢ້ຽມຢາມອຽກລັງ ນັ້ນແມ່ນ ເອົາໃຈໃສ່ເປັນພິເສດເຖິງບັນດາຂໍ້ຕົກລົງສຳຄັນທີ່ກ່ຽວຂ້ອງເຖິງພະລັງງານຄວາມຮ້ອນຂອງໜ່ວຍໂລກ ແລະ ຂົ້ວໂລກເໜືອ. ໃນການຢ້ຽມຢາມເມື່ອວັນທີ 20/4, ການນຳສອງຝ່າຍໄດ້ລົງນາມໃນສັນຍາຮ່ວມມື 6 ສະບັບ ໃນຂົງເຂດວິທະຍາສາດ, ເຕັກໂນໂລຢີເດີນທະເລ, ໄຟຟ້າພະລັງຄວາມຮ້ອນ. ພິເສດ, ໃນບັນດາສັນຍາທີ່ໄດ້ລົງນາມນັ້ນ, ມີສັນຍາແມ່ກ່ຽວກັບຂົ້ວໂລກເໜືອ. ອາດເວົ້າໄດ້ວ່າ, ນີ້ແມ່ນບັນດາໝາກຜົນທີ່ໜ້າສົນໃຈໃນການຢ້ຽມຢາມ, ເພາະວ່າ ອຽກລັງ ແມ່ນຕັ້ງຢູ່ລະຫວ່າງກາງທະວີບເອີລົບ ແລະ ຂົ້ວໂລກເໜືອ. ໃນ 30 ປີທີ່ຜ່ານມາ, ຢູ່ເຂດນີ້ໄດ້ເປີດເສັ້ນທາງເດີນທະເລໃໝ່, ທີ່ຊ່ວຍຫຼຸດຜ່ອນໄລຍະເວລາຂົນສົ່ງສິນຄ້າຈາກຈີນ ເຖິງ ເອີລົບ, ວົງການນັກວິທະຍາສາດໄດ້ໃຫ້ຂໍ້ສັງເກດວ່າ ຂົ້ວໂລກເໜືອອາດສາມາດກາຍເປັນເສັ້ນທາງການຄ້າສຳຄັນທີ່ສຸດຂອງໂລກໃນອານາຄົດ. ຖ້າຫາກຂຸດຄົ້ນໄດ້ຮັບຜົນສຳເລັດເສັ້ນທາງເດີນທະເລເຊື່ອມຕໍ່ຊຽງໄຮ້ກັບເອີຮົບ ຜ່ານຂົ້ວໂລກເໜືອຈະຫຼຸດຜ່ອນໄລຍະທາງໄດ້ປະມານ 6400 ກິໂລແມັດ ເມື່ອທຽບກັບເສັ້ນທາງຜ່ານຄອງ Suez ໃນປະຈຸບັນ. ນອກຈາກຜົນປະໂຫຍດກ່ຽວກັບການເດີນທະເລແລ້ວ, ການຮ່ວມມືຂຸດຄົ້ນນ້ຳມັນກໍ່ໄດ້ຮັບການເອົາໃຈໃສ່ເປັນພິເສດຈາກການນຳຈີນ.
ໃນການຢ້ຽມຢາມ ຊູແອັດຢ່າງເປັນທາງການ, ໜຶ່ງໃນບັນດາສາຍເຫດເຊິ່ງການນຳຈີນມຸ້ງໄປເຖິງນັ້ນແມ່ນຊອກຫາລະບຽບການຂອງປະເທດສັງເກດປະຈຳໃນສະພາຂົ້ໂລກເໜືອ ຊື່ງແມ່ນເວທີປາໄສລະຫວ່າງລັດຖະບານ ທີ່ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 1996 ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ 8 ປະເທດມີເສັ້ນຊາຍແດນຕິດຈອດກັນຢູ່ຂົ້ວໂລກເໜືອ ຊື່ງລວມມີອຽກລັງ, ຊູແອດ, ການາດາ, ອາເມລິກາ, ລັດເຊຍ, ນອກແວ, ແຟງລັງ ແລະ ແດນມາກ. ບັນດາບັນຫາຄືການຂຸດຄົ້ນນ້ຳມັນ ແລະ ອາຍແກດ, ບັນດາເສັ້ນທາງຂົນສົ່ງ…. ແມ່ນບັນດາປັດໃຈສຳຄັນ ແລະ ກໍແມ່ນວຽກງານຕົ້ນຕໍຂອງສະພາ. ແລະ ຊູແອດ ຊື່ງແມ່ນປະເທດສະມາຊິກຂອງ ສະພາຂົ້ວໂລກເໜືອ ໄດ້ສະໜັບສະໜູນຈີນ ເຂົ້າຮ່ວມອົງການນີ້ ດ້ວຍຖານະແມ່ນຜູ້ສັງເກດການຖາວອນ. ສະນັ້ນ, ການຮັດແໜ້ນການພົວພັນກັບຊູແອດ ເພື່ອຍາດແຍ່ງການສະໜັບສະໜູນຂອງປະເທດນີ້ຖືກຖືວ່າ ແມ່ນສຳຄັນທີ່ສຸດ ສຳລັບຈີນ ໃນສະພາບການປະຈຸບັນນີ້.
ປະເທດສຸດທ້າຍໃນການຢ້ຽມຢາມເອີລົບ ຂອງທ່ານນາຍົກລັດຖະມົນຕີຈີນ ເວິນເຈຍປາວ ແມ່ນໂປໂລຍ ຊື່ງແມ່ນ 1 ໃນບັນດາຄູ່ຮ່ວມມືການຄ້າໃຫ່ຍສຸດຂອງຈີນ ຢູ່ ເອີລົບຕາເວັນອອກ. ຄາດວ່າ ສອງຝ່າຍຈະມີການປຶກສາຫາລືຄັ້ງຕ່າງໆ ເພື່ອເພີ່ມທະວີວົງເງິນການຄ້າສອງຝ່າຍກ່ວາອີກໃນໄລຍະທີ່ຈະມາເຖິງ.
ການໄປປະຕິບັດປະເທດງານຢູ່ເອີລົບຕາເວັນອອກຈຳນວນ 1 ເປັນເວລາ 7 ວັນ ຂອງທ່ານນາຍົກລັດຖະມົນຕີຈີນ ເວິນເຈຍປາວ ນັບມື້ນັບສະແດງໃຫ້ເຫັນຄວາມປາດຖະໜາ ຢາກເພີ່ມທະວີການຊຸກຍູ້ການຮ່ວມມືດ້ານເສດຖະກິດຂອງຈີນ ກັບບັນດາຄູ່ຮ່ວມມືການຄ້າໃຫ່ຍຂອງຕົນໃນປະຈຸບັນ, ຜ່ານນັ້ນ ຈະປັບປຸງທີ່ຕັ້ງບົດບາດຂອງພື້ນຖານເສດຖະກິດທີ່ໃຫ່ຍອັນດັບທີ 2 ຂອງໂລກນີ້.