ເສດຖະກິດຫວຽດນາມປີ 2015 ສືບຕໍ່ເຕີບໂຕ

(lvovword) - ພື້ນຖານ​ເສດຖະກິດ​ໂລກ​ພວມ​ຟື້ນ​ຕົວ​ຄືນ​ໃໝ່, ​ແຕ່​ຍັງ​ມີ​ຄວາມສ່ຽງ​ຫຼາ​ຍຢ່າງ. ​ໃນ​ສະພາບ​ການ​ນັ້ນ, ​ເສດຖະກິດ​ຫວຽດນາມ​ ສືບ​ຕໍ່​ເຕີບ​ໂຕ, ມີ​ແງ່​ຫວັງ​ຢ່າງ​ຕັ້ງໜ້າ, ​ແຕ່​ກໍ່ຍັງ​ມີສິ່ງທ້າ​ທາຍ​ຫຼາຍ​ຢ່າງ​ຢູ່. ວັນ​ທີ 20/7, ທະນາຄານ​ໂລກ​ໄດ້​ປະກາດ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ ​ໃນ 6 ​ເດືອນ​ຕົ້ນ​ປີ 2015 ດ້ວຍ​ບັນດາ​ສັນຍານ​ດີ​ພໍ​ສົມຄວນ.

ເສດຖະກິດຫວຽດນາມປີ 2015 ສືບຕໍ່ເຕີບໂຕ - ảnh 1
(ພາບປະກອບ)

     ຕາມ​ບົດ​ລາຍ​ງານ​ຂອງ​ທະນາຄານ​ໂລກ​ແລ້ວ, ​ໃນ​ເຄິ່ງຕົ້ນ​ປີ​ນີ້, ​ເສດຖະກິດ​ຫວຽດນາມ  ​ສືບ​ຕໍ່​ຟື້ນ​ຕົວ, ດ້ວຍ​ລະດັບ​ຈີ​ດີ​ພີ​ ເພີ່ມ​ຂຶ້ນ 6,28%. ນີ້​ແມ່ນ​ລະດັບ​ເຕີບ​ໂຕ​ສູງ​ສຸດ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ 5 ປີ ຜ່ານ​ມາ.

        ​ເສດຖະກິດ​ຫວຽດນາມ: ຟື້ນ​ຕົວ​ໄປ​ຄຽງ​ຄູ່​ກັບ​ການ​ທ້າ​ທາຍ

        ​ເສດຖະກິດ​ຫວຽດນາມ ​ໄດ້​ຮັບ​ການ​ຟື້ນ​ຕົວ​ຄື​ໃນ​ປະຈຸ​ບັນ, ຕົ້ນ​ຕໍ່​ແມ່ນ​ຍ້ອນອີງ​ໃສ່​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ໃນ​ຂະ​ແໜງ​ອຸດສາຫະກຳ​ປຸງ​ແຕ່ງ, ປະດິດ​ສ້າງ ​ແລະ ກໍ່ສ້າງ. ລະດັບ​​ສິນຄ້າຂາຍ​ຍ່ອຍ ​ແລະ ລາຍ​ຮັບ​ການ​ບໍລິການ​ກໍ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ຄຽງ​ຂ້າງ​ນັ້ນ, ​ໃນ​ສະພາບ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະດັບ​ຕຳ່, ທະນາຄານ​ແຫ່ງ​ລັດ​ຫວຽດນາມ​ ​ໄດ້ດຳ​ເນີນ​ການ​ຜ່ອນຄາຍ​ນະ​ໂຍບາຍ​ເງິນຕາ ​ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວດ້ານ​ເສດຖະກິດ, ພ້ອມ​ທັງດັດສົມ​ອັດຕາ​ແລກປ່ຽນ​ເງິນຕາ ​ເພື່ອ​ຮັບປະກັນ​ລັກສະນະ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ. ດຣ. Sandeep Mahajan, ຫົວໜ້ານັກ​ຊ່ຽວຊານ​ດ້ານ​ເສດຖະກິດຂອງ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ, ຖື​ວ່າ:

        “ການ​ປະຕິ​ຮູບ​ທະນາຄານ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຊື້​ຂາຍ ​ແລະ ​ໂອນ​ເອົາ. ບັນດາ​ທະນາຄານ​ການ​ຄ້າ​ໃຫຍ່​​ໄດ້​ໂອນ​ເອົາ ​ແລະ ຊື້​ທະນາຄານ​ນ້ອຍຄືນ​ໃໝ່. ຫວຽດນາມ​ ຄວນ​ເພີ່ມ​ອັດຕາ​ກຳມະສິດ​ຂອງ​ພາກສ່ວນ​​​ເສດຖະກິດເອກະ​ຊົນກັບ​ການ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ“.

        ຄຽງ​ຂ້າງ​ແງ່​ຫວັງ​ທີ່​ຕັ້ງໜ້າ​ໃນ​ໄລຍະ​ກາງ, ​ເສດຖະກິດ​ຫວຽດນາມ ​ຍັງ​ມີ​ຄວາມ​ສ່ຽງ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ພື້ນຖານ​ເສດຖະກິດ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ເຕີບ​ໂຕ​ຄືນ​ໃໝ່​, ​ແຕ່​ບັນດາ​ບັນຫາ​ກ່ຽວ​ກັບ​ໜີ້​ຂອງ​ລັດ ​ແລະ ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່, ການ​ລົງທຶນ​ຂອງ​ລັດ​ຍັງ​ຄົງ​​ເປັນ​ສິ່ງ​ທີ່ກີດຂວາງ​ເຖິງ​ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດຢູ່. ຄາດ​ວ່າ, ດຸນການ​ຄ້າ​ຈະ​ຖືກ​ຮັດ​ແຄບ​ພໍ​ສົມຄວນ​ໃນ​ປີ​ນີ້, ຍ້ອນ​ການ​ສົ່ງ​ອອກ​ເຕີບ​​ໂຕ​ຢ່າງ​ຊັກ​ຊ້າ ​ໃນ​ຂະນະ​ທີ່​ການ​ນຳ​ເຂົ້າ​ພັດ​ເພີ່ມ​ຂຶ້ນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ລົງທຶນ ​ແລະ ການ​ເຄື່ອນ​ໄຫວ​ທາງ​ດ້ານ​ເສດຖະກິດ​ພາຍ​ໃນ​ປະ​ເທດ. ດຣ. Sebastian Eckardt, ນັກ​ຊ່ຽວຊານດ້ານ​ເສດຖະກິດ​ຂັ້ນ​ສູງ​ຂອງ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ, ສະ​ເໜີ​ວ່າ:

        “ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ມີ​ລະດັບເຕີບ​ໂຕ​ສູງ​ສຸດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ຖ້າ​ສືບ​ຕໍ່​ທ່າ​ຟື້ນ​ຕົວ​​ແມ່ນຈະ​ລື່ນ​ກາຍ​ລະດັບ 6% ​ແລະ ​ໄພ​ເງິນ​ເຟີ້​ສາມາດ​ຄວບ​ຄູບ​ໄດ້. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄວນ​ຕິດຕາມ​ຢ່າງ​ໃກ້ຊິດ, ພິ​ເສດ, ​ໃນ​ສະພາບ​ສິນ​ເຊື່ອ​ພວມ​ເຕີບ​ໂຕ. ໜີ​້ຂອງ​ລັດ​ຍັງ​ຄົງ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ, ​ແຕ່​ຢູ່​ໃນ​ລະດັບ​ຕຳ່​ກວ່າ 75% ຈີ​ດີ​ພີ. ດັ່ງ​ນັ້ນ, ​ແຜ​ນການ​ປັບປຸງ​ປີ​ການ​ເງິນ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ໄລຍະ​ກາງ ພ້ອມ​ກັບ​ບັນດາ​ມາດ​ຕະການ​ປັບປຸງ​ສະພາບ​ການ​ເງິນ​ຂອງ​ລັດ​ວິ​ສາ​ຫະກິດ ​ແລະ ທະນາຄານ ຈະ​ມີ​ບົດບາດ​ສຳຄັນ​ໃນ​ການ​ເພີ່ມ​ຄວາມ​ໄວ້​ເນືອ​ເຊື່ອ​​ໃຈ​ໃຫ້​ພາກສ່ວນ​ເສດຖະກິດ​ເອກະ​ຊົນ“.

        ຄວາມ​ສາມາດ​ບົ່ມ​ຊ້ອນ​ເຕີບ​ໂຕ​ເສດຖະກິດ​ໃນ​ອະນາຄົດ

        ບັນດາ​ນັກ​ຊ່ຽວຊານຂອງທະນາຄານໂລກ ຄາດຄະເນວ່າ, ການເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ ຈະຢູ່ໃນລະດັບ 6-6,2% ຍ້ອນຄວາມຕ້ອງການພາຍໃນປະເທດສືບຕໍ່ເພີ່ນຂຶ້ນ, ການລົງທຶນ ແລະ ການໃຊ້ສອຍສືບຕໍ່ໄດ້ຮັບການປັບປຸງ. ໃນຂະນະນັ້ນ, ຄາດວ່າໄພເງິນເຟີ້ຈະຢູ່ໃນລະດັບ 2,5% ​ແລະ ດຸນ​ບັນຊີ​​ເຂົ້າ​ອອກ​ຂອງ​ຫວຽດນາມ​ ຈະ​ຢູ່​ໃນ​ລະດັບ 0,5% ຂອງ​ຈີ​ດີ​ພີ​, ການ​ຂາດ​ດຸນ​ງົບປະມານ​ຄາດ​ວ່າ​ຈະ​ຮັບ​ການ​ປັບປຸງ​ຜ່ານ​ຄວາມ​ມານະ​ພະຍາຍາມ​ຫຼຸດຜ່ອນ​ການ​ໃຊ້​ຈ່າຍ​​ເພື່ອຫຼີກ​ເວັ້ນບໍ່​ໃຫ້​ໜີ້​ຂອງລັດ​ເພີ່ມ​ຂຶ້ນ. ດຣ. Sebastian Eckardt ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ຫວຽດນາມ​ ສາມ​າດ​ເພີ່ມ​​ການ​ສົ່ງ​ອອກ​ຂຶ້ນ​ຕື່ມ, ພິ​ເສດ​ແມ່ນ​ບັນດາ​ຂະ​ແໜງ​ທີ່ຫວຽດນາມ​ ມີທ່າ​ແຮງ​ໃນ​ການ​ແກ່ງ​ແຍ້​ງ​ເຊັ່ນ​ບັນດາ​ຜະລິດ​ຕະພັນ​ອຸດສາຫະກຳ​ປະດິດ​ສ້າງ, ​ເອ​ເລັກ​ໂຕ​ນິກ.

        ພິ​ເສດ, ປີ 2015​ ແມ່ນ​ປີ​ກຸນ​ແຈ​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ຂອງ​ຫວຽດນາມ, ດ້ວຍ​ສັນຍາ​ການ​ຄ້າ​ຫຼາຍ​ສະບັບ​ໄດ້​ຮັບ​ການ​ລົງ​ນາມ ​ແລະ ພວມ​ຢູ່​ໃນ​ວິວັດ​ແຫ່ງ​ການ​ເຈລະຈາ. ນີ້​ແມ່ນ​ຂີດ​ໝາຍ​ສຳຄັນ​ຂອງ​ຫວຽດນາມ​ ບົນ​ເສັ້ນທາງ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງເຂົ້າ​​ກັບເສດຖະກິດ​ໂລກ​. ​ເມື່ອ​ເຂົ້າ​ຮ່ວມ​ສັນຍາ​ການ​ຄ້າ​ເສລີ ຈະ​ສ້າງ​ກຳລັງ​ໜູນ​ໃຫ້​ພື້ນຖານ​ເສດຖະກິດ​ຫວຽດນາມ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ພັດທະນາ, ​ເພາະ​ເມື່ອ​ຮົ້ວ​ພາສີ​ຖືກ​ຍຸບ​ເລີກ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ ຈະ​ມີ​ເງື່ອນ​ໄຂ​ສຳ​ຜັດ​ກັບ​ຕະຫຼາດ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ. ຈາກ​ນັ້ນ​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ອອກ​ຂອງ​ຫວຽດນາມ. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ອາດ​ຈະ​ເພີ່​ມຂຶ້ນ​ກວ່າ 20% ​ໃນ​ຊຸມ​ປີຕໍ່ໜ້າ. ທ່ານ ຫວູຕ໋ຽນ​ໂລກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ (VCCI), ຖື​ວ່າ:

        “ຄວາມ​ເປັນ​ເຈົ້າ​ການ​ຂອງ​ວິ​ສາ​ຫະກິດ​ລວມມີ​ຫຼາຍ​ວຽກ​ຈະ​ຕ້ອງ​ເຮັດ ​ແລະ ຕ້ອງ​​ເລີ່​ມ​ເຮັດ​ໃນ​ທັນທີ, ຫາກ​ບໍ່​​ໄດ້ລໍຖ້າ​ບັນດາ​ສັນຍາ​ນັ້ນ​ມີ​ຜົນ​ສັກ​ສິດ​ຈຶ່ງ​ເຮັດ. ການ​ກະກຽມ​ຂອງ​ບັນດາ​ວິ​ສາ​ຫະກິດ​ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ສຳຜັດ​ກັບ​ຂໍ້​ມູນ​ຂ່າວ. ທີ​ສອງ​​ແມ່ນຕ້ອງ​ໄຈ້​ແຍກ​ການ​ກະທົບ​​ເຖິງ​ຂະ​ແໜງ​ສິນຄ້າ​ຂອງ​ຕົນ, ບົນ​ພື້ນຖານ​ນັ້ນ, ວາງ​ອອກ​ລາຍການ​ດຳ​ເນີນ​ງານ, ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ສຳຜັດ​ກັບ​ຂະ​ແໜງ​ສິນຄ້າ ​ແລະ​ທິດ​ທາງ​ຂອງ​ຂະ​ແໜງ​ສິນຄ້າ​ຂອງ​ຕົນ​ໃນ​ຕະຫຼາດ​ທີ່​ໄດ້​ຮັບ​ບຸລິ​ມາ​ສິດ​ດ້ານ​ພາສີ“.

        ດ້ວຍ​ບັນດາ​ຜົນງານດ້ານ​ເສດຖະກິດ​ທີ່​ຫວຽດນາມ​ ບັນລຸ​ໄດ້​ໃນ 6 ​ເດືອນ​ຕົ້ນ​ປີ 2015 ​ນັ້ນ, ທະນາຄານ​ໂລກ​ຖື​ວ່າ, ​ແງ່​ຫວັງ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຫວຽ​ດນາມ​ແມ່ນ​ຕັ້ງໜ້າ. ພ້ອມ​ນັ້ນ​ຄາດ​ວ່າການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຢູ່​ອາ​ເມ​ລິ​ກາ, ​ເອີ​ລົບ ​ແລະ ຍີ່ປຸ່ນ, ​ເຊິ່ງ​ແມ່ນ​ບັນດາ​ຄູ່​ຄ້າ​ໃຫຍ່​ຂອງ​ຫວຽດນາມ ກໍ່ຈະ​ມີ​ຄວາມ​ປະ​ເອີ​ບ​ໃຈ​ໃນ​ປີ 2015, ສິ່ງ​ດັ່ງກ່າວ​ຈະ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ສົ່ງ​ອອກ​ຂອງ​ຫວຽດນາມ, ປະກອບສ່ວນ​​ ​ເຮັດ​ໃຫ້ເສດຖະກິດ​ຫວຽດນາມ​ ຮັກສາ​ໄດ້​ລະດັບ​ເຕີບ​ໂຕ​ດີ​ພໍສົມຄວນ​ຄື​ໃນ​ປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ