(vovworld) - ການແຫ່ຂະບວນປະທ້ວງຢູ່ 2 ປະເທດເອີລົບແມ່ນ ແອດສະປາຍ ແລະ ປອກຕູຍການ ເພື່ອຄັດຄ້ານບັນດາມາດຕະການເພີ່ມພາສີອາກອນ ແລະ ຫຼຸດຜ່ອນການໃຊ້ຈ່າຍເຊິ່ງລັດຖະບານປະກາດໃຊ້ຕາມເງື່ອນໄຂຂອງບ້ວງກູ້ຊ່ວຍດ້ານການເງິນພວມແຜ່ຂະຫຍາຍອອກຢ່າງກວ້າງຂວາງ ແລະ ອາດຈະເກີດການຈະລາຈົນ. ມາດຕະການໃດທີ່ສາມາດຊ່ວຍໃຫ້ເອີລົບຂ້າມຜ່ານໄລຍະທີ່ມືດມົວໃນປະຈຸບັນ ນັ້ນແມ່ນຄຳຖາມ ເຊິ່ງບັນດາການນຳເອີລົບຍັງບໍ່ທັນມີຄຳຕອບ. ເພາະວ່າຄວາມຈິງແລ້ວ, ເລື່ອງຫຼຸດຜ່ອນໜີ້ສິນ ແລະ ເພີ່ມງົບປະມານດ້ວຍການຫຼຸດຜ່ອນການໃຊ້ຈ່າຍ ຫຼືເພີ່ມພາສີອາກອນ ແມ່ນໜຶ່ງໃນບັນດາມາດຕະການທີ່ພວມນຳໃຊ້ໃນພາກພື້ນແຕ່ຍັງບໍ່ທັນເສີມຂະຫຍາຍຜົນປະໂຫຍດໄດ້ເທື່ອ.
ວິກິດການໜີ້ສິນຢູ່ພາກພື້ນນຳໃຊ້ສະກຸນເງິນລວມເອີລົບ
(ພາບ: google.com.vn)
ໃນ 3 ມື້ຜ່ານມາ, ຊາວແອດສະປາຍທີ່ມາຈາກທົ່ວປະເທດ ນັບໝື່ນຄົນໄດ້ເຕົ້າໂຮມກັນຢູ່ນະຄອນຫຼວງ ມາດຮິດ ເພື່ອເຂົ້າຮ່ວມການແຫ່ຂະບວນຄັດຄ້ານບັນດາມາດຕະການຮັດເຂັມຄັດຂອງລັດຖະບານປະເທດນີ້. ການແຫ່ຂະບວນປະທ້ວງໂດຍສຳພັນທະມິດ ”ກອງປະຊຸມສຸດຍອດສັງຄົມ” ເຊິ່ງລວມມີນັບຮ້ອຍອົງການຈັດຕັ້ງສັງຄົມເປັນຜູ້ຮຽກຮ້ອງ. ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງສ່ວນຫຼາຍແມ່ນບັນດາລັດຖະກອນ, ເຂົາເຈົ້າໄດ້ຄັດຄ້ານເລື່ອງເພີ່ມພາສີອາກອນ ແລະ ຫຼຸດຜ່ອນການໃຊ້ຈ່າຍໃຫ້ແກ່ການບໍລິການສັງຄົມ. ການແຫ່ຂະບວນລະເບີດຂຶ້ນພາຍຫຼັງທີ່ລັດຖະບານປະເທດນີ້ຖະແຫຼງວ່າຈະຍົກອອກບັນດາມາດຕະການປະຕິຮູບເສດຖະກິດໃໝ່ໃນທ້າຍເດືອນນີ້, ຕາມນັ້ນແລ້ວຈະເພີ່ມທະວີບັນດາມາດຕະການຮັດເຂັມຄັດ, ຫຼຸດຜ່ອນການໃຊ້ຈ່າຍລົງປະມານ 125 ຕື້ USD ໃນຮອບເວລາ 3 ປີ. ປ່ຽນແທນດ້ວຍເລື່ອງ, ມາດຮິດຈະໄດ້ຮັບບ້ວງເງິນ 36 ຕື້ USD ໃນເດືອນ 9 ນີ້ຈາກບ້ວງກູ້ຊ່ວຍທີ່ມີມູນຄ່າ 122 ຕື້ USD ຈາກ IMF ແລະ ບັນດາອົງການການເງິນເອີລົບ, ເພື່ອແນໃສ່ຊ່ວຍບັນດາທະນາຄານນີ້ຮັບມືກັບບ້ວງໜີ້ສິນເສຍ ແລະ ໄພວ່າງງານທີ່ຂຶ້ນເຖິງລະດັບ 25%.
ສ່ວນຢູ່ປອກຕູຍການ, ການແຫ່ຂະບວນປະທ້ວງກໍ່ໄດ້ເກີດຂຶ້ນຢູ່ນະຄອນຫຼວງ ລິດສະບອນ ແລະ ນະຄອນອື່ນໆ ດ້ວຍການເຂົ້າຮ່ວມຂອງປະຊາຊົນເກືອບແສນຄົນ, ຊ້ຳບໍ່ໜຳໄດ້ເກີດການປະທະກັນລະຫວ່າງບັນດາຜູ້ແຫ່ຂະບວນກັບກຳລັງປ້ອງກັນຄວາມສະຫງົບຢູ່ນອກສຳນັກງານສະພາແຫ່ງຊາດ. ຫ້ອງການຂອງ IMF ກໍ່ແມ່ນເປົ້າໝາຍບຸກໂຈມຕີຂອງຜູ້ແຫ່ງຂະບວນປະທ້ວງ. ສາຍເຫດນັ້ນແມ່ນ ເພື່ອໄດ້ຮັບບ້ວງເງິນກູ້ຢືມທີ່ມີມູນຄ່າ 110 ຕື້ USD ນັ້ນ, ລັດຖະບານປະເທດນີ້ຕ້ອງນຳໃຊ້ນະໂຍບາຍຮັດເຂັມຄັດ, ຕາມນັ້ນແລ້ວ, ຜູ້ອອກແຮງງານຕ້ອງເສຍເງິນໃຫ້ບັນດາການບໍລິການຮັບປະກັນຊີວິດສັງຄົມຫຼາຍກວ່າ. ຫາງສຽງຕຳໜິຕິຕຽນວ່າ ບັນດາມາດຕະການຫຼຸດຜ່ອນນີ້ແມ່ນເລັ່ງໃສ່ຜູ້ອອກແຮງງານເປັນຕົ້ນ ຫາກບໍ່ສົ່ງຜົນສະທ້ອນປານໃດເຖິງຜູ້ຄົນທີ່ຮັ່ງມີ.
ຄວາມຈິງແລ້ວ, ບັນດານະໂຍບາຍ ຮັດເຂັມຄັດນັ້ນ ບໍ່ນຳມາເຊິ່ງປະສິດທິຜົນ, ພຽງແຕ່ມີລັກສະນະຊົ່ວຄາວເທົ່ານັ້ນ. ບັນດາພື້ນຖານເສດຖະກິດອ່ອນດ້ອຍກວ່າໝູ່ໃນພາກພື້ນພວມຮັບມືກັບຄວາມຫຍຸ້ງຍາກຫຼາຍຢ່າງຄືລະດັບເຕີບໂຕຕຳ່, ບໍ່ມີຄວາມສາມາດແກ່ງແຍ້ງໃນຕະຫຼາດສາກົນ, ອັດຕາວ່າງງານສູງ, ຊ້ຳບໍ່ໜຳອາດຈະຖືກປັດເຂັ່ຍອອກຈາກ eurozone.
(ພາບ: google.com.vn)
ມາດຕະການທີ່ສາມາດຊ່ວຍໃຫ້ເອີລົບຜ່ານຜ່າໄລຍະອັນມືດມົວຄືໃນປະຈຸບັນໃຫ້ໄດ້ ? ນັ້ນແມ່ນຄຳຖາມທີ່ບັນດາການນຳ, ຜູ້ຊ່ຽວຊານດ້ານເສດຖະກິດເອີລົບພວມຊອກຫາວິທີເພື່ອແກ້ໄຂ. ຫວ່າງແລ້ວນີ້, ເຖິງວ່າບັນດາການນຳ eurozone ຊອກຫາໄດ້ສຽງເວົ້າລວມເມື່ອເຫັນດີຕໍ່ແຜນການຊຸກຍູ້ການເຕີບໂຕ, ຫຼືສ້າງກົນໄກຕິດຕາມກວດກາທະນາຄານລວມແລ້ວກໍ່ຕາມ, ແຕ່ຕາມການສັງເກດກໍ່ເຫັນວ່າ, ພາກພື້ນນີ້ຍັງຄົງຕ້ອງການບັນດາມາດຕະການໂດຍພື້ນຖານກວ່າອີກ. ເລື່ອງສືບຕໍ່ນຳໃຊ້ນະໂຍບາຍເງິນຕາເປີດກວ້າງ ຄືດັ່ງອາເມລິກາພວມປະຕິບັດນັ້ນ ອາດຈະແມ່ນມາດຕະການທີ່ເໝາະສົມ. ຕາມນັ້ນຈະຕ້ອງຫຼຸດຜ່ອນດອກເບ້ຍກວ່າອີກ ແລະ ຕ້ອງເພີ່ມບ້ວງເງິນຈໍລະຈອນໃນຕະຫຼາດຕື່ມອີກ ເພື່ອສາມາດຊື້ບ້ວງໜີ້ສິນໂດຍກົງຂອງບັນດາປະເທດສະມາຊິກ. ພ້ອມກັນນັ້ນ. EU ຄວນຮັດແຄບຊ່ອງຫວ່າງກ່ຽວກັບຄວາມໄວ້ເນື້ອເຊື່ອໃຈດ້ານສິນເຊື່ອລະຫວ່າງບັນດາພື້ນຖານເສດຖະກິດ ແລະ ການຈຳໜ່າຍພັນທະບັດ ເພື່ອແນໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍການເງິນໃຫ້ແກ່ບັນດາພື້ນຖານເສດຖະກິດທີ່ຂາດສະຖຽນລະພາບດ້ານການເງິນ. ແຕ່ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນ, ຂໍ້ສະເໜີຈຳໜ່າຍພັນທະບັດນັ້ນ ຍັງປະສົບກັບການຄັດຄ້ານຂອງເຢຍລະມັນຢູ່. ເອີລົບຍັງບໍ່ທັນໄດ້ຮັບຄວາມເຫັນດີເຫັນພ້ອມດ້ານການເມືອງຈາກບັນດາປະເທດສະມາຊິກ ເມື່ອຜົນປະໂຫຍດຂອງແຕ່ລະປະເທດຍັງມີຄວາມແຕກຕ່າງກັນ.
ອາດເຫັນໄດ້ວ່າ, ວິກິດການໜີ້ສິນຂອງພາກພື້ນນຳໃຊ້ສະກຸນເງິນ Euro ຍັງແມ່ນບັນຫາທີ່ຈະຕ້ອງແກ້ໄຂ. ແລະບັນຫາໃນປະຈຸບັນແມ່ນ ເອີລົບຕ້ອງຮັກສາຄວາມໄວ້ເນື້ອເຊື່ອໃຈຕໍ່ສະກຸນເງິນລວມຂອງຕົນ. ອີກດ້ານໜຶ່ງ, ໃນການນຳໃຊ້ມາດຕະການຫຼຸດຜ່ອນການໃຊ້ຈ່າຍຕ້ອງມີການຄິດໄລ່ຢ່າງມີໄຫວພິກ, ຍຸຕິທຳ, ເຮັດໄດ້ຄືແນວນັ້ນຈຶ່ງໄດ້ຮັບຄວາມເຫັນດີເຫັນພ້ອມສູງຈາກປະຊາຊົນທຸກຊັ້ນວັນນະ. ເບິ່ງຄືວ່າການແກ້ໄຂບັນຫາດັ່ງກ່າວຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ. ກຸ່ມບັນດາປະເທດນຳໃຊ້ສະກຸນເງິນລວມ Euro ເຊິ່ງລວມມີ 17 ປະເທດນີ້ ຈະຕົກເຂົ້າສູ່ໄພຊຸດໂຊມໃນປີນີ້ ຍ້ອນບໍ່ສາມາດແກ້ໄຂວິກິດການໜີ້ສິນ ແລະ ເປີດຊ່ອງທາງໃຫ້ແກ່ການເຕີບໂຕໄດ້.