ເສີມຂະຫຍາຍຄຸນຄ່າຂອງພື້ນຖານເອກະລາດໃນຍຸກສະໄໝໃໝ່

(VOVWORLD) - ປະເທດ ຫວຽດນາມ ມີສິດໄດ້ຊົມໃຊ້ເສລີພາບ ແລະ ເອກະລາດ, ແລະ ຄວາມຈິງໄດ້ກາຍເປັນປະເທດເສລີພາບ, ເອກະລາດ…
ເສີມຂະຫຍາຍຄຸນຄ່າຂອງພື້ນຖານເອກະລາດໃນຍຸກສະໄໝໃໝ່ - ảnh 1(ຖະແຫຼງການປະກາດເອກະລາດທີ່ຖືກແຕ່ງສັ້ນ ແຕ່ບັນຈຸເນື້ອໃນທີ່ເປັນອະມະຕະ)

        ວັນທີ 02 ກັນຍາ ນີ້, ທົ່ວປວງຊົນ ຫວຽດນາມ ທັງຢູ່ພາຍໃນ ແລະ ່າງປະເທດໄດ້ຂ່ຳນັບຕ້ອນຮັບວັນຊາດ ຫວຽດນາມ ຢ່າງສຸດໃຈ. ກ່ອນນີ້ 79 ປີ (ວັນທີ 02 ກັນຍາ 1945), ໃນລະດູໃບໄມ້ຫຼົ່ນປະຫວັດສາດ, ປະທານ ໂຮ່ຈີມິນ ໄດ້ກ່າວບົດຖະແຫຼງການປະກາດເອກະລາດ, ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ວັນທີ 02 ກັນຍາ 1945 ໄດ້ກາຍເປັນຂີດໝາຍເພື່ອໃຫ້ທັງຊາດ ຫວຽດນາມ ຮ່ວມແຮງຮ່ວມໃຈ, ຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ຮັກສາພື້ນຖານເອກະລາດ ແລະ ສ້າງສາປະເທດຊາດໃຫ້ກາຍເປັນປະເທດພວມພັດທະນາ, ມີອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຢ່າງໝັ້ນຄົງບົນເວທີສາກົນ.

        ປະເທດ ຫວຽດນາມ ມີສິດໄດ້ຊົມໃຊ້ເສລີພາບ ແລະ ເອກະລາດ, ແລະ ຄວາມິງໄດ້ກາຍເປັນປະເທດເສລີພາບ, ເອກະລາດ

        ຖະແຫຼງການປະກາດເອກະລາດທີ່ຖືກແຕ່ງສັ້ນ ແຕ່ບັນຈຸເນື້ອໃນທີ່ເປັນອະມະຕະ, ຢັ້ງຢືນຄຸນຄ່າຂອງເອກະລາດ ເສລີພາບ, ຄຸນຄ່າຂອງສິດຊົນຊາດ, ສິດທິມະນຸດ.

ຄວາມໝາຍຍຸກສະໄໝຂອງຖະແຫຼງການປະກາດເອກະລາດ

        ຖະແຫຼງການປະກາດເອກະສາດບໍ່ພຽງແຕ່ມີຄຸນຄ່າປະຫວັດສາດສຳລັບຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງມີຄວາມໝາຍຍຸກສະໄໝຢ່າງເລິກເຊິ່ງ. ແນວຄິດ “ບໍ່ມີຫຍັງປະເສີດເລີດລ້ຳໄປກວ່າເອກະລາດ, ເສລີພາບ” ຂອງປະທານ ໂຮ່ຈີມິນ ແມ່ນສັດຈະທຳຂອງທຸກຍຸກສະໄໝ, ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອສ້າງສາປະເທດວັດທະນາຖາວອນ, ປະເທດຊາດພັດທະນາ, ປະຊາຊົນອິ່ມໜຳສຳລານ, ສົມບູນພູນສຸກ. ເອກະລາດ, ເສລີພາບຂອງຊາດແມ່ນສິ່ງທີ່ສັກກະຫຼະບູຊາ. ການປົກປັກຮັກສາເອກະລາດ, ເສລີພາບຂອງຊາດຕົນ ພ້ອມທັງເຄົາລົບເອກະລາດ, ເສລີພາບຂອງຊາດອື່ນແມ່ນເງື່ອນໄຂເພື່ອສ້າງໂລກແຫ່ງສັນຕິພາບ ແລະ ພັດທະນາ. ທ່ານສາດສະດາຈານ ຟ້າມຮົ່ງຕຸງ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ຢືນຢັນວ່າ:

        ປະທານ ໂຮ່ຈີມິນ ໄດ້ອ້າງເຫດຜົນຢ່າງແນວແນ່ເຖິງຄຸນຄ່າທີ່ບໍ່ອາດປະຕິເສດຂອງພື້ນຖານເອກະລາດ. ນັ້ນແມ່ນສິດໄດ້ມີຊີວິດໃນທ່າມກາງຄວາເສລີ, ເອກະລາດ, ສິດມີຄວາມຫວັງມີຄວາມສຸກ, ຄືດັ່ງຄຸນຄ່າທົ່ວໄປຊຶ່ງຖະແຫຼງການສິດທິມະນຸດ ແລະ ສິດປະຊາຊົນຂອງການປະຕິວັດ ລັ່ງ, ຖະແຫຼງການປະກາດເອກະລາດຂອງປະເທດ ອາເມລິກາ ກ່ອນໜ້ານັ້ນ ໄດ້ຍອມັບ ແລະ ມວນມະນຸດກໍ່ຍອມຮັບ.

        ບັນດາແນວຄິດຂອງປະທານ ໂຮ່ຈີມິນ ໃນຖະແຫຼງການປະກາດເອກະລາດໃນວັນທີ 02 ກັນຍາ 1945 ໄດ້ກາຍເປັນກຳລັງແຮງຢ່າງໃຫຍ່ຫຼວງຂອງທົ່ວທັງຊາດ ຫວຽດນາມ, ນຳປະເທດຊາດຮັກສາເອກະລາດ, ອະທິປະໄຕຢ່າງເຂັ້ມແຂງ, ສ້າງສາ ແລະ ພັດທະນາ, ບັນລຸຜົນງານສຳຄັນຫຼາຍຢ່າງໃນເກືອບທຸກຂົງເຂດ. ທ່ານປະລິນຍາເອກ ຫງວຽນດຶກກວ່ຽນ, ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ, ຖືວ່າ:

        ຖະແຫຼງການປະກາດເອກະລາດແມ່ນເອກະສານປະຫວັດສາດ, ແມ່ນພື້ນຖານນິຕິກຳເພື່ອສ້າງລັດແຫ່ງອຳນາດກົດໝາຍຢູ່ ຫວຽດນາມ, ດ້ວຍເປົ້າໝາຍແມ່ນ ເອກະລາດ, ເສລີພາບ ແລະ ຄວາມຜາສຸກ. ຄວາມຄາດຫວັງຂອງຊາວ ຫວຽດນາມ ແມ່ນ ຍາມໃດກໍ່ຢາກມີສັນຕິພາບ ແລະ ນີ້ແມ່ນໜຶ່ງໃນບັນດາປັດໄຈເພື່ອໃຫ້ພວກເຮົາສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ”.

ເອກະລາດ, ເສລີພາບ ຍາມໃດກໍ່ແມ່ນຄະຕິທຳ, ເປົ້າໝາຍ

        79 ປີໄດ້ຜ່ານພົ້ນໄປ, ແຕ່ຄຸນຄ່າແບບຍືນຍົງຂອງເອກະລາດ, ເສລີພາບຍາມໃດກໍ່ແມ່ນຄະຕິທຳ, ເປົ້າໝາຍຂອງລັດ ຫວຽດນາມ. ໃນໄລຍະພັດທະນາໃໝ່, ຄຸນຄ່າຂອງເອກະລາດ, ເສລີພາບໄດ້ສະແດງອອກຜ່ສຍຄວາມເປັນເອກະລາດກ່ຽວກັບແນວທາງສ້າງສາ ແລະ ປົກປັກຮັກສາປະເທດຊາດ; ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ; ແນວທາງເຊື່ອມໂຍງເສດຖະກິດເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ ເພື່ອສ້າງພື້ນຖານເສດຖະກິດທີ່ໝັ້ນຄົງ, ເຂັ້ມແຂງ, ມີສະຖຽນລະພາບ. ເມື່ອວັນຊາດວຽນມາໃນແຕ່ລະປີ, ປະຊາຊົນ ຫວຽດນາມ ແຕ່ລະຄົນ ພັດຍິ່ງມີຄວາມເອກອ້າງທະນົງໃຈ. ທ່ານ ຫງວຽນແທັ່ງກວາງ, ອະດີດນັກຮົບແຂວງ ດັກນົງ, ສະແດງຄວາມໃນໃຈວ່າ:

        ມາຮອດປະຈຸບັນ, ເມື່ອຕ້ອນຮັບຸນເຕັດເອກະລາດແຕ່ລະເທື່ອ, ນັ່ງຫວນຄື ເຫັນວ່າ, ປະເທດ ຫວຽດນາມ ໄດ້ຮັບຈາກໄຊຊະນະນີ້ສູ່ໄຊຊະນະອື່ນ. ເມື່ອທຽບໃສ່ກ່ອນນີ້, ການດຳລົງຊີວິດໃນປະຈຸບັນໄດ້ຮັບການປົວແປງດີຂຶ້ນທົບຫຼາຍເທົ່າ ຊຶ່ງບໍ່ສາມາດປຽບທຽບໄດ້”.

        ທີ່ກອງປະຊຸມຖະແຫຼງຂ່າວສາກົນພາຍຫຼັງໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢືນຢັນວ່າ:

        ຕ້ອຮັກສາທັດສະນະເອກະລາດ, ເປັນເຈົ້າຕົນເອງ, ເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນການເຄື່ອນໄຫວວຽກງານການຕ່າງປະເທດ. ຜົນປະໂຫຍດຂອປະເທດຊາດແມ່ນເໜືອກວ່າສິ່ງໃດໝົດ. ຫວຽດນາມ ບໍ່ຂຶ້ນກັບຜູ້ໃດ, ບໍ່ຖືກແກ່ດຶງເຂົ້າບັນດາທ່າອ່ຽງສາກົນອື່ນ. ມູນເຊື້ອຂອງ ຫວຽດນາມ ແມ່ນ: ມີເພື່ອນຫຼາຍກໍດີ, ຮັ່ງມີກໍ່ຍ້ອນເພື່ອນ, ມີເພື່ອນຕື່ມອີກຫຼາຍຂຶ້ນ ເພື່ອເພີ່ມກຳລັງແຮງ, ບໍ່ວ່າຈະແມ່ນປະເທດໃຫຍ່, ປະເທດນ້ອຍ, ຢູ່ໃກ້ ຫຼື ຢູ່ໄກ”.

        ເພື່ອປະຕິບັດການຫັນເປົ້າໝາຍ ຫວຽດນາມ ໝັ້ນຄົງເຂັ້ມແຂງ, ຮັ່ງມີ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລໃຫ້ປະກົດຜົນເປັນຈິງ, ຫວຽດນາມ ຢຶດໝັ້ນຮັກສາເອກະລາດແຫ່ງຊາດ, ຄຸນຄ່າແກ່ນສານເຊິ່ງປະທານ ໂຮ່ຈີມິນ ໄດ້ກຳນົດໃນຖະແຫຼງການປະກາດເອກະລາດເມື່ອວັນທີ 02 ກັນຍາ 1945. ນີ້ແມ່ນປະຖົມປັດໄຈພື້ນຖານເພື່ອໃຫ້ປະເທດຊາດພັດທະນາ, ໝັ້ນຄົງຕໍ່ບັນດາການຜັນແປທີ່ສັບສົນຂອງໂລກໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ