(vovworld)- ດ້ວຍຫົວເລື່ອງ “ສາມັກຄີ-ປ່ຽນໃໝ່-ເປັນເຈົ້າການ-ເຊື່ອມໂຍງ-ພັດທະນາແບບຍືນຍົງ”, ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນຫວຽດນາມ ຄັ້ງທີ 6 ອາຍຸການ 2013-2018 ໄດ້ອັດລົງໃນວັນທີ 3/7 ຢູ່ຮ່າໂນ້ຍ. ກອງປະຊຸມໃຫ່ຍໄດ້ສະແດງໃຫ້ເຫັນເຈດຈຳນົງ, ຄວາມມຸ້ງຫວັງ ແລະ ພູມປັນຍາຂອງພະນັກງານ, ສະມາຊິກສະມາຄົມຊາວກະສິກອນຫວຽດນາມ ໃນການສືບຕໍ່ເສີມຂະຫຍາຍມູນເຊື້ອການປະຕິວັດ, ປະກອບສ່ວນສຳຄັນໃນການປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫ່ຍ
(ພາບ:baoninhbinh.org.vn)
ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນຫວຽດນາມ ຄັ້ງທີ 6 ອາຍຸການ 2013-2018 ໄດ້ດຳເນີນໄປໃນຈຸດເວລາທີ່ຫວຽດນາມ ພວມສຸມແຫຼ່ງກຳລັງໃຫ້ແກ່ການກໍ່ສ້າງຊົນນະບົດໃໝ່ ຊື່ງໄດ້ຮຽກຮ້ອງໃຫ້ສະມາຄົມຊາວກະສິກອນຂັ້ນຕ່າງໆຕ້ອງປະຕິບັດໜ້າທີ່ໃຫ້ດີກ່ວາອີກ, ສືບຕໍ່ປ່ຽນໃໝ່ວິທີການຂົນຂວາຍ ປຊຊ, ຕອບສະໜອງບັນດາຄຳຮຽກຮ້ອງຕ້ອງການໃໝ່ທີ່ວາງອອກໃນສະພາບຕົວຈິງກ່ຽວກັບການຍົກສູງຊີວິດ, ລະດັບການຜະລິດ, ດຳເນີນທຸລະກິດ ແລະ ສະຕິຄວາມຮັບຜິດຊອບຂອງສະມາຊິກສະມາຄົມຊາວກະສິກອນແຕ່ລະຄົນ, ຈາກນັ້ນຈະປະກອບສ່ວນເຂົ້າໃນພາລະກິດກໍ່ສ້າງ ແລະ ພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ທ່ານເລວຫວູ໋ດຽວ (Lều Vũ Điều) ຮອງປະທານສະມາຄົມຊາວກະສິກອນຫວຽດນາມ ໃຫ້ຮູ້ວ່າ, ທິດທາງໃນອາຍຸການ 2013-2018 ຂອງສະມາຄົມຊາວກະສິກອນຫວຽດນາມ ແມ່ນສວມບົດບາດໃຈກາງ, ຫຼັກແຫຼ່ງໃຫ້ແກ່ຂະບວນການຂອງຊາວກະສິກອນ ແລະ ພາລະກິດກໍ່ສ້າງຊົນນະບົດໃໝ່; ປ່ຽນໃໝ່ວິທີການເຄື່ອນໄຫວຢ່າງແຮງຕາມທິດສົມທົບວຽກງານເຕົ້າໂຮມ, ໂຄສະນາ, ຂົນຂວາຍສະມາຊິກສະມາຄົມຊາວກະສິກອນ, ເຂົ້າຮ່ວມການສ້າງກົນໄກ, ນະໂຍບາຍພັດທະນາກະສິກຳ, ຊົນນະບົດ, ຊາວກະສິກອນຢ່າງແໜ້ນແຟ້ນ. ທ່ານເລວຫວູ໋ດຽວ (Lều Vũ Điều) ເນັ້ນໜັກວ່າ:
“ໃນອາຍຸການ 2012-2018, ສະມາຄົມຊາວກະສິກອນຈະສືບຕໍ່ປ່ຽນໃໝ່ ແລະ ຍົກສູງປະສິດທິຜົນໃນການເຄືອ່ນໄຫວຂອງຕົນ, ຍົກສູງຄວາມສາມາດຂອງຖັນແຖວພະນັກງານສະມາຄົມຊາວກະສິກອນຂັ້ນຕ່າງໆ ເພື່ອກະກຽມໃຫ້ການປະຕິບັດໜ້າທີ່ໂດຍພັກ, ລັດມອບໝາຍໃຫ້ເປັນຢ່າງດີຄື: ເຂົ້າຮ່ວມການສ້າງນະໂຍບາຍ ແລະ ຕິດຕາມກວດກາການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດໃນບໍລິເວນຊົນນະບົດ, ສະເໜີຕໍ່ພັກ, ລັດບັນດາແຜນນະໂຍບາຍ, ມາດຕະການສ້າງຊົນຊັ້ນຊາວກະສິກອນຫວຽດນາມ ໃນໄລຍະພັດທະນາໃໝ່ຂອງປະເທດຊາດ…“
(ພາບ:hoinongdan.org.vn)
ເພື່ອປະຕິບັດບັນດາຈຸດໝາຍດັ່ງກ່າວສຳເລັດ, ຕາມບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນຫວຽດນາມ ຄັ້ງທີ 6 ແລ້ວ, ສະມາຄົມຊາວກະສິກອນຫວຽດນາມ ຕ້ອງຖືເປັນສຳຄັນການສ້າງບັນດາໂຄງການ, ແຜນຮ່າງ, ສົມທົບກັບບັນດາກະຊວງ, ຄະນະ, ນະແໜງການຢ່າງແໜ້ນແຟ້ນເພື່ອຍົກສູງຄຸນນະພາບໃນການໃຫ້ຄຳປຶກສາ, ໜູນຊ່ວຍຊາວກະສິກອນດ້ານທຶນຮອນ, ກົດໝາຍ, ວິທະຍາສາດເຕັກນິກ, ສ້າງເຄື່ອງໝາຍຜະລິດຕະພັນກະເສດ, ຍຸ້ແຮງວຽກງານສອນວິຊາຊີບ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບ, ລົບລ້າງຄວາມອິດຫິວ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ. ທ່ານຫວູ໋ວັນເຖິມ (Vũ Văn Thẩm) ປະທານສະມາຄົມຊາວກະສິກອນແຂວງກວາງນາມ ຖືວ່າ:
“ສະມາຄົມຊາວກະສິກອນອາຍຸການໃໝ່ຕ້ອງສຸມໃສ່ຄົ້ນຄ້ວາ, ສະເໜີບັນດານະໂຍບາຍຕິດພັນກັບສະພາບຂອງຊາວກະສິກອນ. ພິເສດແມ່ນບັນດານະໂຍບາຍເອົາໃຈໃສ່ເຖິງສິດຜົນປະໂຫຍດຂອງ ປຊຊ, ໃນນັ້ນມີບັນດານະໂຍບາຍກ່ຽວກັບການລົງທຶນໃຫ້ແກ່ການພັດທະນາກະສິກຳຢູ່ສອງຂົງເຂດປູກຝັງ ແລະ ລ້ຽງສັດ. ທາງສະມາຄົມກໍ່ຕ້ອງຄົ້ນຄ້ວາ, ສະເໜີບັນດານະໂຍບາຍເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ຊາວກະສິກອນໃນການຜະລິດຄື: ແຫຼ່ງທຶນ, ຖ່າຍທອດເຕັກນິກວິທະຍາສາດໃຫ້ຊາວກະສິກອນ, ພ້ອມກັນນັ້ນກໍ່ເປັນເສນາທິການໃຫ້ພັກ, ລັດມີນະໂຍບາຍໃຫ້ບັນດາວິສາຫະກິດລົງທຶນເຂົ້າຂົງເຂດກະສິກຳ”
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖືວ່າ: ກອງປະຊຸມສະມາຄົມຊາວກະສິກອນອາຍຸການ 2013 - 2018 ມີບົດບາດສຳຄັນເພື່ອສ້າງຊົນຊັ້ນຊາວກະສິກອນໃນໄລຍະຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄຫມ ແລະ ເຊື່ອມໂຍງເຂົ້າກັບສາກົນ. ສະນັ້ນ ຄວນເສີມຂະຫຍາຍບົດບາດຂອງສະມາຄົມຊາວກະສິກອນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງຊາວກະສິກອນໃນພື້ນຖານເສດຖະກິດການຕະຫລາດ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງຊີ້ແຈງວ່າ: ມະຕິກອງປະຊຸມໃຫຍ່ຄັ້ງທີ 11, ມະຕິສູນກາງຄັ້ງທີ 7 ຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ ແລະ ຊົນນະບົດ, ລັດ ຈະເພີ່ມເງິນລົງທຶນ, ມີມາດຕະການປົກປ້ອງຕະຫລາດພາຍໃນ, ພັດທະນາຕະຫລາດສົ່ງອອກຜະລິດຕະພັນກະເສດ ເພື່ອປັບປຸງຊີວິດການເປັນຢູ່ໃຫ້ແກ່ຊາວກະສິກອນ, ປະກອບສ່ວນຊຸກຍູ້ພື້ນຖານເສດຖະກິດຫວຽດນາມໃຫ້ນັບມື້ນັບເປັນປົກກະຕິ, ພັດທະນາ.
“ຫນຶ່ງໃນບັນດາບັນຫາໃຫຍ່ຂອງສຳພັນທະມິດກຳມະກອນ, ຊາວກະສິກອນ, ປັນຍາຊົນ ແມ່ນສຳພັນກ່ຽວກັບເສດຖະກິດເປັນພື້ນຖານໃຫ້ແກ່ພັນທະມິດການເມືອງ. ການແລກປ່ຽນສິນຄ້າລະຫວ່າງອຸດສາຫະກຳ ແລະ ກະສິກຳ, ລະຫວ່າງຊົນນະບົດ ແລະ ຕົວເມືອງ ແມ່ນຮູບການສຳພັນເສດຖະກິດທີ່ມີຄຸນປະໂຫຍດກະຕຸກຊຸກຍູ້ຊາວກະສິກອນຜະລິດ, ເຊື່ອມຕໍ່ຕະຫລາດ, ຮ່ວມມືແຮງງານ ແລະ ໝູນໃຊ້ຄວາມກ້າວຫນ້າດ້ານວິທະຍາສາດເຕັກນິກເພື່ອເພີ່ມສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ. ສະມາຄົມຕ້ອງຖືວ່າ ນີ້ແມ່ນຂອດສຳຄັນເພື່ອແນະນຳຊາວກະສິກອນຈັດຕັ້ງການຜະລິດ, ປຸງແຕ່ງ ແລະ ຈຳຫນ່າຍຜະລິດຕະພັນ.ສະມາຄົມຕ້ອງມິຄວາມຕັດສິນໃຈສູງ, ມາດຕະການທີ່ດີເພື່ອຊີ້ນຳນຳພາຊາວກະສິກອນຜະລິດ, ດຳເນີນທຸລະກິດເກັ່ງ.”
ດ້ວຍເນື້ອແທ້, ມູນເຊື້ອຂອງຊົນຊັ້ນຊາວກະສິກອນ, ສະມາຄົມຊາວກະສິກອນຫວຽດນາມ ໃນໄລຍະໃຫມ່ຈະສຸມໃສ່ເສີມຂະຫຍາຍບົດບາດຂອງຕົນເພື່ອນຳການເຄື່ອນໄຫວຂອງສະມາຄົມທຸກຂັ້ນມີບາດກ້າວພັດທະນາໃຫມ່, ມີປະສິດທິຜົນກວ່າ, ແລະ ຮອບດ້ານກວ່າ.