ເສີມຂະຫຍາຍບັນດາປະສິດທິຜົນຕັ້ງຫນ້າຈາກການລົງຄະແນນສຽງໄວ້ວາງໃຈ


(vovworld)- ເລື່ອງ​ສະ​ພາ​ແຫ່ງ​ຊາດ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈສຳ​ລັບ​ບັນ​ດາ​ທ່ານ​ດຳ​ລົງ​ຕຳ​ແຫນ່ງ ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ຫລື​ໃຫ້​ສັດ​ຕະ​ຍາ​ບັນ​ ດຳ​ເນີນ​ໄປຫວ່າງ​ແລ້ວນີ້ ໄດ້​ຮັບ​​ຄວາມຊົມ​ເຊີຍ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ໃນ​ຂອ​ບ​ເຂດກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ ເທື່ອ​ທີ 8 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ວັນ​ທີ 20/11, ວຽກ​ງານນີ້ ອີ​ກ​ຄັ້ງ​ຫນຶ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ(ສ​ສ​ຊ) ເມື່ອ​ປຶກ​ສາ​ຫາ​ລື​ຮ່າງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳ​ລັບ​ບັນ​ດາ​ທ່ານ​ດຳ​ລົງ​ຕຳ​ແຫນ່ງ ໂດຍ​ສະ​ພາ​ແຫ່ງ​ຊາດ​, ສະ​ພາ​ປະ​ຊາ​ຊົນ​ເລືອກ​ຕັ້ງ ຫລື​ໃຫ້​ສັດ​ຕະ​ຍາ​ບັນ(ສະ​ບັບ​ປັບ​ປຸງ). ບັນ​ດາ ສ​ສ​ຊ ໄດ້​ເຫັນ​ດີ​ຄວນ​ຮັກ​ສາ​ຮູບ​ການ​ຕິດ​ຕາມກວດ​ການີ້ ພ້ອມ​ທັງ​ສະ​ເຫນີ​ບາງ​ມາດ​ຕະ​ການ​ເພື່ອ​ໃຫ້​ການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ສູງ​ສຸດໃນ​ໄລ​ຍະ​ຈະ​ມາ​ເຖິງ.
ເສີມຂະຫຍາຍບັນດາປະສິດທິຜົນຕັ້ງຫນ້າຈາກການລົງຄະແນນສຽງໄວ້ວາງໃຈ - ảnh 1
ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ປ່ອນ​ບັດ​ໄວ້​ວາງ​ໃຈ
ພາບ:giaoduc.net.vn

        ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ(ສ​ສ​ຊ) ເຫັນ​ດີ​ກັບ​ແຜນ​ນະ​ໂຍ​ບາຍ​ສືບ​ຕໍ່​ປະ​ຕິ​ບັດ​ການ ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ ເພາະ​ວ່າ ນີ້​ແມ່ນ​ແຜນ​ນະ​ໂຍ​ບາຍ​ອັນ​ຖືກ​ຕ້ອງ, ຖືກ​ກັບ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ. ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ບັນ​ດາ ສ​ສ​ຊ ກໍ​ຖື​ວ່າ ຄວນ​ປັບ​ປຸງ​ບາງ​ເນື້ອ​ໃນ​ຄື: ການ​ກຳ​ນົດ​ເວ​ລາ ແລະ ​ເວ​ລາ​ຈັດ​ຕັ້ງ​ການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ໝາກ​ຜົນ​ຫລັງ​ຈາກ​ການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈສຳ​ລັບ​ຜູ້​ຖືກລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ.

ປະ​ສິດ​ທິ​ຜົນ​ຢ່າງ​ຕັ້ງ​ຫນ້າ​ພາຍ​ຫລັງການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສອງ​ຄັ້ງ

       ການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ແມ່ນ​ຮູບ​ການ​ໃຫມ່, ສະ​ແດງ​ໃຫ້​ເຫັນ​ພາ​ລະ​ບົດ​ບາດ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ, ການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສອງ​ຄັ້ງ​ຜ່ານ​ມາ​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ເໝາະ​ສົມ ແລະ ຄວາມ​ຈຳ​ເປັນ​ຂອງ​ມັນ. ນັ້ນ​ແມ່ນ ມີ​ຮູບ​ການ​ໃຫມ່​ໃນ​ການ​ຕີ​ລາ​ຄາ​ພະ​ນັກ​ງານ, ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​ຈະ​ແຈ້ງ​ໃນ​ລະ​ບົບ​ການ​ເມືອງ​ຫວຽດ​ນາມ. ນອກນັ້ນ ເລື່ອງ ບັນ​ດາ​ສ​ສ​ຊ ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈສຳ​ລັບ​ບັນ​ດາ​ຕຳ​ແຫນ່ງ​ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ຫລື​ໃຫ້​ສັດ​ຕະ​ຍາ​ບັນ​ແມ່ນ​ປະ​ກົດ​ການ​ລະ​ອຽດ​ຂອງ​​ເລື່ອງກວດ​ກາ​ເຊິ່ງ​ກັນ ແລະ ກັນ​ໃນ​ການ​ປະ​ຕິ​ບັດ​ອຳ​ນາດ​ນິ​ຕິ​ບັນ​ຍັດ, ບໍ​ລິ​ຫານ ແລະ ຕຸ​ລາ​ການ. ຄຽງ​ຄູ່​ກັນ​ນັ້ນ ຜ່ານ​ການ ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສອງ​ຄັ້ງ, ຫາງ​ສຽງ​ກໍ​ເຫັ​ນ​ໄດ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຂະ​ແຫນງ​ການ ​ຊື່ງ​ມີ​ບັດ​ໄວ້​ວາງ​ໃຈ​ຈຳ​ກັດ​ ໃນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈຄັ້ງ​ທຳ​ອິດ ແລະ ບັນ​ດາ​ທ່ານ​ມີ​ບັດ​ໄວ້​ວາງ​ໃຈ​ສູງ ກໍ່​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ເຮັດ​ວຽກ​ດີ, ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ກົງ​ຈັກ​ລັດ, ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ພິ​ຈາ​ລະ​ນາ​ຕີ​ລາ​ຄາ​ພະ​ນັກ​ງານ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ພະ​ນັກ​ງານ​ຫລັກ​ແຫລ່ງ​ເສີມ​ຂະ​ຫຍາຍ​ບັນ​ດາ​ຈຸ​ດ​ດີ, ​ພິ​ຈາ​ລະ​ນາປ​ັບ​ປຸງ​ຈຸດ​ອ່ອນ​ໃນ​ການ​ຄຸ້ມ​ຄອງ. ທ່ານ​ນາງ ເລ​ທິ​ງາ, ສ​ສ​ຊ ແຂວງ ທາຍງວຽນ ຕີ​ລາ​ຄາ​ວ່າ​:

        “ໃນ​ເງື່ອນ​ໄຂ​ຈັດ​ຕັ້ງ​ກົງ​ຈັດ​ລັດ​ປະ​ຈຸ​ບັນ, ເລື່ອງ ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ ແລະ ປະ​ກາດ​ຢ່າງ​ເປີດ​ເຜີຍ​ຕໍ່​ທົ່ວ​ປວງ​ຊົນ ແມ່ນ​ຮູບ​ການ​ຕິດ​ຕາມກວດ​ກາ​ມີ​ປະ​ສິ​ທິ​ຜົນ​ທີ່​ສຸດ, ສົ່ງ​ຜົນ​ກະ​ທົບ​ຕັ້ງ​ຫນ້າ​ເຖິງວຽກ​ງານ​ບໍ​ລິ​ຫານ ແລະ ແມ່ນບາດ​ກ້າວ​ປະ​ຊາ​ທິ​ປະ​ໄຕ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013. ໝາກ​ຜົນ​ຕີ​ລາ​ຄາ​ແມ່ນ​ພາ​ວະ​ວິ​ໄສ, ໃກ້​ຊິ​ດ​ຕ​ິດ​ແທດ​ກັບ​ຜົນແຫ່ງ​ການ​ບໍ​ລິ​ຫານ​ໃນ​ທຸ​ກຂົງ​ເຂດ”

        ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ

        ບັນ​ດາ​ໝາກ​ຜົນ​ຕັ້ງ​ຫນ້າ​ຈາ​ກ​ການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃ​ຈ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈຳ​ເປັນ​ຕ້ອງ​ສືບ​ຕໍ່​ປະ​ຕິ​ບັດ​ການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ເຖິງ​ຢ່າງ​ໃດກໍ​ຕາມ, ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ, ມີ​ຫລາຍ​ຄຳ​ເຫັນ​ຖື​ວ່າ ຄວນລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ເປັນ​ສອງ​ຄັ້ງ​ໃນ​ອາ​ຍຸ​ການ​ຫນຶ່ງ, ລະ​ອຽດ​ແມ່ນ​ທ້າຍ​ປີ​ທີ 2 ແລະ ທ້າຍ​ປີ​ທີ 4​ຂອງ​ອາຍ​ຸ​ການ.

        ກ່ຽວ​ກັບ​ຜົນຕາມ​ຫລັງ​ສຳ​ລັບ​ຜູ້​ຖືກລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ໃນ​ຮ່າງ​ມະ​ຕິ​ສະ​ບັບ​ປັບ​ປຸງ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຕາມ​ທິດ​ເພື່ອ​ໃຫ້​ຜູ້​ທີ່​ມີ​ບັດ​ໄວ້​ວາງ​ໃຈ​ຕ່ຳ ສາ​ມາດ​ຂໍ​ລາ​ອອກ​ຈາກ​ຕຳ​ແຫນ່ງ ຖ້າ​ເຫັນ​ວ່າ​ຕົນ​ເອງບໍ່​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຫລືບໍ່​ມີ​ຄວາມ​ສາ​ມາດ​ຮັບ​ດຳ​ລົງ​​ຕຳ​ແຫນ່ງນັ້ນ ຫາກບໍ່​ຕ້ອງ​​ຜ່ານການ​ປ່ອນ​ບັດ​ໄວ້​ວາງ​ໃຈ. ສິ່ງ​ດັ່ງ​ກ່າວ​ຈະ​ປະ​ກອບ​ສ່ວນ​ສ້າງ “ວັດ​ທະ​ນະ​ທຳ​​ລາ​ອອກ​ຈາກ​ຕຳ​ແຫນ່ງ”ໃນ​ອົງ​ການ​ລັດ. ຄຽງ​ຄູ່​ກັນ​ນັ້ນ, ອົງ​ການ​ຫລື​ຜູ້​ທີ່​ໄດ້​​ສະ​ເຫນີເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ​ເລືອກ​ຕັ້ງ​ຫລື​ໃຫ້​ສັດ​ຕະ​ຍາ​ບັນ ສາ​ມາດ​ເປັນ​ເຈົ້າ​ການ​ຍື່ນ​ສະ​ເຫນີ​ຕໍ່​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປ​ະ​ຊາ​ຊົນ​ພິ​ຈາ​ລະ​ນາ, ຕົກ​ລົງ​ເລື່ອງ​ພົ້ນ​ຕຳ​ແຫນ່ງ​ຫລື​ໃຫ້​ສັດ​ຕະ​ຍາ​ບັນ​ເລື່ອງ​ພົ້ນ​ຕຳ​ແຫນ່ງ​ຜູ້​ທີ່​ມີ​ບັດ​ໄວ້​ວາງ​ໃຈ​ຕ່ຳ ​ເພື່ອຍ້າຍ​ໄປ​ເຮັດ​ວຽກ​ງານ​ອື່ນ​​ໃຫ້ເໝາະ​ສົມ​ກວ່າ. ​ເມື່ອເຕື້ອງ​ເຖິງ​ເນື້ອ​ໃນ​ນີ້, ທ່ານ​ຟ້າມ​ເຈື່ອງ​ເຢີນ, ສ​ສ​ຊ ແຂວງ ກວ໋າງ​ນາມ ສະ​ເຫນີ​ວ່າ:

        “ມະ​ຕິ​ຄວນ​ກຳ​ນົດ​ຕາມ​ທິດ​ຜູ້​ຖືກ​ປ່ອນ​ບັດ​ໄວ້​ວາງ​ໃຈ ມີກວ່າ​ເຄິ່ງ​ຫນຶ່ງ​ຈຳ​ນວນ ສ​ສ​ຊ, ສະ​ພາ​ປະ​ຊາ​ຊົນ​ປ່ອນ​ບັດ​ບໍ່​ໄວ້​ວາງ​ໃຈ ​ສາ​ມາດຈະ​ຂໍ​ລາ​ອອກ​ຈາ​ກ​ຕຳ​ແຫນ່ງ. ໃນ​ຮ່າ​ງ​ມະ​ຕິ ບໍ່​ເວົ້າ​ເຖິງ​ບັນ​ຫາ​ລາ​ອອກ​ຈາກ​ຕຳ​ແຫນ່ງ, ຂ້າ​ພະ​ເຈົ້າ​ສະ​ເຫນີ​ຄວນ​ເພີ່ມ​ເຕີມ. ​ສຳ​ລັບກໍ​ລະ​ນີບໍ່​ລາ​ອອກ​ຈາ​ກ​ຕຳ​ແຫນ່ງ ອົງ​ການ ຫລືງ ຜູ້​ມີ​ສິດ​ອຳ​ນາດ​​ແນະ​ນຳ​ເຖິງ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ​ເລືອກ​ຕັ້ງ ຫລື​ໃຫ້​ສັດ​ຕະ​ຍາ​ບັນ​ ຍື່ນ​ສະ​ເຫນີຕໍ່​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປ​ະ​ຊາ​ຊົນ​ພິ​ຈາ​ລະ​ນາ​ຕົກ​ລົງ​​ເລື່ອງພົ້ນ​ຕຳ​ແຫນ່ງຫລື ໃຫ້​ສັດ​ຕະ​ຍາ​ບັນ​ເພື່ອ​ສະ​ເຫນີ​ພົ້ນ​ຕຳ​ແຫນ່ງ, ປົດ​ຕຳ​ແຫນ່ງ​ສຳ​ລັບ​ຜູ້ນັ້ນ.”

        ການ ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ ແມ່ນ​ຂໍ້​ກຳ​ນົດ​ສຳ​ຄັນ​ໃນ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ປ​ະ​ຕິ​ບັດ​ຜ່ານ 2 ຄັ້ງ​ນັ້ນ ​ສະ​ແດງ​ໃຫ້​ເຫັນ​ວ່າ ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຮູ​ບ​ການ​ຕິດ​ຕາມກວດ​ກາ​ຢ່າງ​ມີ​ປ​ສະ​ສິດ​ທິ​ຜົນ, ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ຫາງ​ສຽງ. ສະ​ນັ້ນ ເລື່ອງ​ປັບ​ປຸງ​ມະ​ຕິ 35 ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ ຈະ​ປະ​ກອບ​ສ​່ວນ​ຕີ​ລາ​ຄາ​ພະ​ນັກ​ງານ​ຢ່າງ​ພາ​ວະ​ວິ​ໄສ, ຊັດ​ເຈຍ, ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ປະ​ຊາ​ທິ​ປະ​ໄຕ​ໃນ​ລະ​ບົບ​ການ​ເມືອງ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ