ດ້ວຍຈຳນວນຊາວຫວຽດນາມທັງໝົດກ່ວາ 4 ລ້ານຄົນດຳລົງຊີວິດຢູ່ກ່ວາ 100 ປະເທດ ແລະ ເຂດແຄ້ວນໃນໂລກ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກປະເທດ ແລະ ຊາດຫວຍດນາມໄດ້. ດ້ວຍຫົວຂໍ້ “ວິໄສທັດຮອດປີ 2020-ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດເຊື່ອມໂຍງ ແລະ ພັດທະນາພ້ອມກັບປະເທດຊາດ“, ກອງປະຊຸມກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຄັ້ງທີ 2 ຈັດຂຶ້ນແຕ່ວັນທີ 26-30/9/2012 ຢູ່ນະຄອນໂຮ່ຈິມິນ ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນໄລຍະທີ່ຈະມາເຖິງຢ່າງປະສິດທິຜົນ. ຕໍ່ໄປແມ່ນບົດຂອງນັກຂ່າວ Thu Hoa ທີ່ມີຫົວຂໍ້ວ່າ: ເສີມຂະຫຍາຍແຫຼ່ງກຳລັງຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນການສ້າງສາປະເທດຊາດ
(ພາບ:vietnamplus.vn)
ພາຍຫຼັງເວລາ 3 ປີນັບແຕ່ກອງປະຊຸມກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຄັ້ງປະຖົມມະເລີກໄດ້ຖືກດຳເນີນໄປເມື່ອເດືອນ 11/2009, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ເຕີບໂຕເຂັ້ມແຂງທັງດ້ານຈຳນວນ ແລະ ຄຸນນະພາບ. ກ່ຽວກັບດ້ານຈຳນວນ, ປະຈຸບັນ, ຈຳນວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດທັງໝົດແມ່ນກ່ວາ 4 ລ້ານຄົນ. ກ່ຽວກັບດ້ານຄຸນນະພາບ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຮັບການຕີລາຄາວ່າ ແມ່ນປະຊາຄົມໜຸ່ມແໜ້ນ, ຂະຫຍັນຂັນເຂື່ອນ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງດ້ານການລົງທຶນ, ດຳເນີນທຸລະກິດ, ຄຸມຄອງພູມປັນຍາ ແລະ ວິທະຍາສາດ-ເຕັກໂນໂລຊີ, ນັບມື້ນັບໄດ້ເຊື່ອມໂຍງຢ່າງເລິກເຊີ່ງກ່ວາ, ມີທີ່ຕັ້ງດ້ານການເມືອງກໍ່ຄືເສດຖະກິດໃນສັງຄົມຂອງປະເທດທີ່ເຂົາເຈົ້າອາໄສຢູ່. ມີຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈຳນວນໜຶ່ງທີ່ມີອິດທິພົນຊື່ສຽງດ້ານວິທະຍາສາດໄດ້ຮັບການເຊີດຊູຈາກໂລກ ແລະ ສັງຄົມຂອງປະເທດທີ່ເຂົາເຈົ້າອາໄສຢູ່. ຄວາມສາມາດບົ່ມຊ້ອນດ້ານເສດຖະກິດ, ສັງຄົມຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດນັບມື້ນັບເພີ່ມຂຶ້ນ, ຄວາມສະໜິດຕິດພັນຂອງເຂົາເຈົ້າກັບປະເທດຊາດ, ບ້ານເກີດເມືອງນອນນັບມື້ນັບແໜ້ນແຟ້ນກ່ວາອີກ. ທ່ານ Nguyen Thanh Son ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຢືນຢັນວ່າ:
“ຕາມເນື້ອໃນຈິດໃຈຂອງມະຕິເລກທີ 36 ຂອງກົມການເມືອງກ່ຽວກັບວຽກງານສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກປະເທດ ແລະ ຊາດໄດ້, ແມ່ນແຫຼ່ງກຳລັງສຳຄັນໃນການສ້າງສາປະເທດຊາດ. ໃນຊຸມປີຜ່ານມາ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນການລົບລ້າງຄວາມອຶດຫີວ, ຫລຸດຜ່ອນຄວາມທຸກຍາກ ແລະ ໄດ້ພ້ອມກັບບັນດາວິສາຫະກິດພາຍໃນປະເທດລົງທຶນເຂົ້າບັນດາກິດຈະກຳ, ໂຄງການສະຫວັດດີການສັງຄົມ…..“
ຊາວຫວຽດນາມ ອາໄສຢູ່ລາວ
(ພາບ: giacngo.vn)
ມາຮອດປະຈຸບັນ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີປະມານ 3546 ໂຄງການລົງທຶນຢູ່ພາຍໃນປະເທດ ດ້ວຍຍອດຈຳນວນທຶນບັນລຸປະມານ 8,4 ຕື້ໂດລາສະຫະລັດ, ຊື່ງມີຄວາມໝາຍສຳຄັນໃນດ້ານເສດຖະກິດ, ສັງຄົມ, ປະກອບສ່ວນລົບລ້າງຄວາມອຶດຫີວ, ຫລຸດຜ່ອນຄວາມທຸກຍາກແກ້ໄຂວຽກເຮັດງານທຳ, ພັດທະນາປະເທດຊາດໂດຍກົງ.
ຕໍ່ໜ້າຄວາມຮຽກຮ້ອງການພັດທະນາ ແລະ ເຊື່ອມໂຍງຊື່ງພັກ, ລັດໄດ້ວາງອອກພ້ອມກັບການເຕີບໃຫ່ຍເຂັ້ມແຂງຢ່າງບໍ່ຢຸດຢັ້ງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດນັ້ນ, ໃນໄລຍະທີ່ຈະມາເຖິງ, ວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຫລຸດຜ່ອນບັນດາຄວາມຫຍຸ້ງຍາກ, ສິ່ງກີດຂວາງທີ່ປະຊາຊົນພວມປະສົບເພື່ອນຳໃຊ້ແຫຼ່ງກຳລັງທີ່ມີຄ່ານີ້ໃຫ້ເປັນຢ່າງດີທີ່ສຸດໃຫ້ແກ່ຍຸດທະສາດພັດທະນາເສດຖະກິດ-ສັງຄົມແຕ່ນີ້ຮອດປີ 2020 ແລະ ວິວັດທະນະການເຊື່ອມໂຍງຮອບດ້ານຂອງປະເທດຊາດໃຫ້ດີທີ່ສຸດ. ທ່ານ Nguyen Thanh Son ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:
“ບັນດາກົນໄກ, ນະໂຍບາຍທີ່ພວກເຮົາມີຢູ່ແລ້ວໄດ້ສົ່ງເສີມ ແລະ ປຸກລະດົມປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍທີ່ສຸດ. ຂ້າພະເຈົ້າຄິດວ່າ, ໃນໄລຍະທີ່ຈະມາເຖິງ, ຢາກດຶງດູດແຫຼ່ງກຳລັງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໜ້າທີ່ສຳຄັນທີ່ສຸດຂອງພວກຂ້າພະເຈົ້າ ນັ້ນແມ່ນຕ້ອງຫັນມະຕິເລກທີ 36 ກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດເປັນລະບຽບ ດ້ວຍບັນດາເອກະສານດ້ານກົດໝາຍຂອງລັດ ເພື່ອດຶງດູດແຫຼ່ງກຳລັງຂອງປະຊາຊົນເຂົ້າຮ່ວມພາລະກິດສ້າງສາປະເທດຊາດຢ່າງມີປະສິດທິຜົນກ່ວາ ແລະ ຮອດເວລານັ້ນ, ອາລົມຈິດຄວາມຮັກແພງຂອງປະຊາຊົນທີ່ມີຕໍ່ປະເທດຊາດກໍ່ຈະເລິກເຊີ່ງກ່ວາ“
ຊາວຫວຽດນາມອາໄສຢູ່ລັດເຊຍ
(ພາບ:vov.vn)
ກອງປະຊຸມກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຄັ້ງທີ 2 ແມ່ນໂອກາດເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດເຫັນປະຈັກຕາການປ່ຽນແປງໃນແຕ່ລະວັນຂອງບ້ານເກີດເມືອງນອນ, ມີຄວາມເຊື່ອໝັ້ນຕໍ່ພັກ, ລັດ ແລະ ໄດ້ເຂົ້າຮ່ວມໂດຍກົງເຂົ້າໃນບັນດາວຽກງານສຳຄັນຍິ່ງຂອງປະເທດຊາດ. ພ້ອມກັນນັ້ນ, ກອງປະຊຸມກໍ່ຊ່ວຍໃຫ້ບັນດາອົງການມີໜ້າທີ່ຮັບຜິດຊອບຕີລາຄາຢ່າງຄົບຖ້ວນກ່ວາ, ຕິດແທດກັບຕົວຈິງກ່ວາກ່ຽວກັບສະພາບການຂອງປະຊາຄົມໃນປະຈຸບັນນີ້; ບັນດາຄວາມຫຍຸ້ງຍາກ, ສິ່ງກີດຂວາງຊື່ງປະຊາຄົມໄດ້ປະສົບຢູ່ໃນປະເທດທີ່ເຂົາເຈົ້າພວມອາໄສ; ບົດບາດທີ່ຕັ້ງຂອງປະຊາຄົມໃນຍຸດທະສາດພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ແລະ ໃນການປົກປັກຮັກສາອະທິປະໄຕອັນສັກກະລະບູຊາຂອງຊາດ….ຈາກນັ້ນຈະວາງອອກບັນດານະໂຍາຍ, ມາດຕະການເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດນັບມື້ນັບມີຄວາມເປັນປົກກະຕິ, ພັດທະນາ, ເຊື່ອມໂຍງເຂົ້າກັບສັງຄົມຂອງປະເທດທີ່ຕົນອາໄສຢູ່, ສືບຕໍ່ມຸ້ງໄປສູ່ບ້ານເກີດເມືອງນອນ, ຮ່ວມແຮງຮ່ວມໃຈກັບປະຊາຊົນທົ່ວປະເທດແບກຫາບບັນດາວຽກງານສຳຄັນຍິ່ງ ແລະ ຮຽງບ່າຮຽງໄຫຼ່ກັບປະເທດຊາດຕໍ່ໜ້າບັນດາການທົດສອບອັນໃຫ່ຍຫຼວງໃນວິວັດແຫ່ງການເຊື່ອມໂຍງ ແລະ ພັດທະນາ.